ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ນິມິດ​ຂອງ​ໂຢຮັນ


ພຣະ​ນິມິດ​ຂອງ​ໂຢຮັນ

ໜັງສື​ເຫລັ້ມ​ສຸດ​ທ້າຍ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່, ບັນ​ຈຸ​ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ອັກຄະ​ສາວົກ​ໂຢຮັນ. ເພິ່ນ​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ເຫັນ​ປະຫວັດ​ສາດ​ຂອງ​ໂລກ, ໂດຍ​ສະ​ເພາະໃນ​ຍຸກ​ສຸດ​ທ້າຍ (ພນມ 1:1–2; 1 ນຟ 14:18–27; ຄພ 77). ພຣະ​ນິມິດ​ຂອງ​ໂຢຮັນ ກໍ​ຮູ້​ຈັກ​ກັນ​ອີກ​ວ່າ​ເປັນ ໜັງສື​ນິມິດ.

ໂຢຮັນ​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້​ກ່ຽວ​ກັບ​ວັນ​ເວລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕອນ​ຢູ່​ເກາະ​ປັດໂມ (ພນມ 1:9–10), ໃກ້​ຝັ່ງ​ເອເຊຍ, ບໍ່​ໄກ​ຈາກ​ເມືອງເອ​ເຟ​ໂຊ. ບໍ່​ຮູ້​ຄັກ​ແນ່​ກ່ຽວ​ກັບ​ວັນທີ​ຂອງ​ການ​ເປີດ​ເຜີຍ​ນີ້.

ຂໍ້​ຄວາມ​ສຳ​ຄັນ​ທີ່​ຊ່ວຍ​ໃຫ້​ເຂົ້າ​ໃຈ​ໜັງ​ສື​ນີ້ ແມ່ນ​ຮ່ວມ​ຢູ່​ໃນ 1 ນຟ 14:18–27 ແລະ ຄພ 77 (ອທ 4:15–16).

ບົດ​ທີ 1–3 ເປັນ​ຄຳ​ນຳ​ສູ່​ປຶ້ມ ແລະ ຈົດ​ໝາຍ​ເຖິງ​ສາດ​ສະ​ໜາ​ຈັກ​ເຈັດ​ແຫ່ງ​ໃນ​ເອເຊຍ. ໂຢຮັນ​ໄດ້​ຂຽນ​ຈົດ​ໝາຍ ເພື່ອ​ຊ່ວຍ​ເຫລືອ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ແກ້​ບັນ​ຫາ​ບາງ​ຢ່າງ​ໂດຍ​ສະ​ເພາະ. ບົດ​ທີ 4–5 ບັນ​ທຶກ ພາບ​ນິມິດ​ທີ່​ໂຢຮັນ​ໄດ້​ຮັບ ທີ່​ສະແດງ​ເຖິງ​ອຳນາດ​ທີ່​ສະ​ຫງ່າ​ຜ່າ​ເຜີຍ ແລະ ຊອບ​ທຳ​ຂອງ​ພຣະ​ເຈົ້າ ແລະ ພຣະຄຣິດ. ໃນ ບົດ​ທີ 6–9, 11, ໂຢຮັນ​ໄດ້​ບັນ​ທຶກ​ວ່າ ໄດ້​ເຫັນ​ໜັງ​ສື​ເຫລັ້ມ​ໜຶ່ງ​ທີ່​ມີ​ຕາ​ປະ​ທັບ​ເຈັດ​ດວງ, ແຕ່​ລະ​ດວງ​ເປັນ​ຕົວ​ແທນ​ໃຫ້​ໜຶ່ງ​ພັນ​ປີ ແຫ່ງ​ປະຫວັດ​ສາດ​ຝ່າຍ​ໂລກ​ຂອງ​ແຜ່ນ​ດິນ​ໂລກ. ສ່ວນ​ຫລາຍ​ແລ້ວ​ບົດ​ເຫລົ່າ​ນີ້ ກ່ຽວ​ພັນ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນໃນ​ຕາ​ປະ​ທັບ​ດວງ​ທີ​ເຈັດ (ເບິ່ງ ພນມ 8–9; 11:1–15). ບົດ​ທີ 10 ບັນ​ຍາຍ​ໜັງສື​ທີ່​ໂຢຮັນ​ໄດ້​ກິນ. ໜັງສື​ດັ່ງ​ກ່າວ​ເປັນ​ຕົວ​ແທນ​ໃຫ້​ແກ່​ພາ​ລະ​ກິດ​ໃນ​ອະ​ນາ​ຄົດ ທີ່​ເພິ່ນ​ຈະ​ປະ​ຕິ​ບັດ. ບົດ​ທີ 12 ບັນ​ທຶກ​ພາບ​ນິມິດ​ເຖິງ​ຄວາມ​ຊົ່ວ​ຮ້າຍ ທີ່​ໄດ້​ເລີ່ມ​ຕົ້ນ​ໃນ​ສະຫວັນ ເມື່ອ​ຊາຕານ​ໄດ້​ກະ​ບົດ ແລະ ຖືກ​ຂັບ​ໄລ່​ອອກ​ໄປ. ສົງ​ຄາມ​ທີ່​ໄດ້​ເລີ່ມ​ຕົ້ນ​ຢູ່​ທີ່​ນັ້ນ ໄດ້​ດຳ​ເນີນ​ຕໍ່​ໄປ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ໃນ ບົດ​ທີ 13, 17–19, ໂຢຮັນ​ໄດ້​ບັນ​ຍາຍ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ອາ​ນາ​ຈັກ​ຢູ່​ໃນ​ໂລກ​ທີ່​ຄວບ​ຄຸມ​ໂດຍ​ຊາຕານ ແລະ ໄດ້​ບັນ​ທຶກ​ຊາ​ຕາ​ກຳ​ຂອງ​ພວກ​ເຂົາ, ລວມ​ທັງ​ຄວາມ​ພິນາດ​ຄັ້ງ​ສຸດ​ທ້າຍ​ຂອງ​ຄວາມ​ຊົ່ວ​ຮ້າຍ. ບົດ​ທີ 14–16 ບັນ​ຍາຍ​ເຖິງ​ຄວາມ​ຊອບ​ທຳ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໃນ​ບັນ​ດາ​ຂອງ​ຄວາມ​ຊົ່ວ​ຮ້າຍ ບໍ່​ດົນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຄຣິດ. ບົດ​ທີ 20–22 ບັນ​ຍາຍ​ເຖິງ​ໄລຍະ​ພັນ​ປີ, ເມືອງ​ເຢຣູ​ຊາເລັມ​ໃໝ່​ທີ່​ສວຍ​ງາມ, ແລະ ເຫດ​ການ​ສຸດ​ທ້າຍ​ແຫ່ງ​ປະຫວັດ​ສາດ​ຂອງ​ແຜ່ນ​ດິນ​ໂລກ.