ສິ່ງ​ຊ່ວຍ​ສຶກ​ສາ
ເອ​ມາ​ນູ​ເອນ


ເອ​ມາ​ນູ​ເອນ

ພຣະ​ນາມ​ໜຶ່ງ​ອີກ​ຂອງ​ພຣະ​ເຢຊູ​ຄຣິດ. ມັນ​ມາ​ຈາກ​ພາ​ສາ​ເຮັບເຣີ ທີ່​ໝາຍ​ຄວາມ​ວ່າ “ພຣະ​ເຈົ້າ​ທີ່​ສະ​ຖິດ​ຢູ່​ນຳ​ເຮົາ.”

ເອ​ມາ​ນູ​ເອນ​ເປັນ​ພຣະ​ນາມ​ໜຶ່ງ​ທີ່​ມອບ​ໃຫ້​ເພື່ອ​ເປັນ​ເຄື່ອງ​ໝາຍ​ຂອງ​ການ​ປົດ​ປ່ອຍ​ຂອງ​ພຣະ​ເຈົ້າ (ອຊຢ 7:14). ການ​ອ້າງ​ອີງ​ຂອງ​ເອຊາ​ຢາ​ເຖິງ​ເອ​ມາ​ນູ​ເອນ​ໄດ້​ລະບຸ​ໄວ້​ເປັນ​ພິ​ເສດ​ໂດຍ​ມັດທາຍ​ວ່າ​ເປັນ​ການ​ພະ​ຍາ​ກອນ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ເຢຊູ​ສູ່​ຊີ​ວິດ​ມະຕະ (ມທ 1:18–25). ພຣະ​ນາມ​ນີ້​ຍັງ​ປະກົດ​ໃນ​ພຣະ​ຄຳ​ພີ​ຍຸກ​ສຸດ​ທ້າຍ​ອີກ​ດ້ວຍ (2 ນຟ 17:14; 18:8; ຄພ 128:22).