ສິ່ງ​ຊ່ວຍ​ສຶກ​ສາ
ຊາວ​ຄາລາເຕຍ, ສານ​ເຖິງ


ຊາວ​ຄາລາເຕຍ, ສານ​ເຖິງ

ໜັງ​ສື​ເຫລັ້ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ໃໝ່. ຕົ້ນ​ສະບັບ​ເປັນ​ຈົດ​ໝາຍ​ທີ່​ອັກຄະ​ສາວົກ​ໂປໂລ​ໄດ້​ຂຽນ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ອາ​ໄສ​ຢູ່​ທົ່ວ​ຄາ​ລາ​ເຕຍ. ເນື້ອ​ໃຫຍ່​ໃຈ​ຄວາມ​ຂອງ​ຈົດ​ໝາຍ​ນີ້​ແມ່ນ​ວ່າ​ອິດສະ​ລະ​ພາບ​ທີ່​ແທ້​ຈິງ​ສາ​ມາດ​ຖືກ​ພົບ​ເຫັນ​ພຽງ​ແຕ່​ຢູ່​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ເທົ່າ​ນັ້ນ. ຖ້າ​ຫາກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ເອົາ​ການ​ສິດ​ສອນ​ຂອງ​ຊາວ​ຄຣິດ​ສະ​ຕຽນ​ທີ່​ເປັນ​ຊາວ​ຢິວ ຜູ້​ຮັກ​ສາ​ກົດ​ຂອງ​ໂມເຊ​ຢ່າງ​ເອົາ​ຈິງ​ເອົາ​ຈັງ, ແລ້ວ​ເຂົາ​ເຈົ້າ​ຈະ​ຈຳ​ກັດ ຫລື ທຳ​ລາຍ​ອິດສະ​ລະ​ພາບ​ຂອງ​ຕົນ​ທີ່​ພົບ​ເຫັນ​ໃນ​ພຣະ​ຄຣິດ. ຢູ່​ໃນ​ສານ ໂປໂລ​ໄດ້​ສະຖາ​ປະນາ​ການ​ເປັນ​ອັກຄະ​ສາວົກ​ຂອງ​ເພິ່ນ​ເອງ, ໄດ້​ອະ​ທິ​ບາຍ​ຄຳ​ສອນ​ແຫ່ງ​ຄວາມ​ຊອບ​ທຳ​ໂດຍ​ສັດທາ, ແລະ ຢືນ​ຢັນ​ຄຸນ​ຄ່າ​ຂອງ​ສາດ​ສະ​ໜາ​ທາງ​ແຫ່ງ​ວິນ​ຍານ.

ໃນ ບົດ​ທີ 1 ແລະ 2, ໂປໂລ​ໄດ້​ສະແດງ​ຄວາມ​ເສຍ​ໃຈ​ກັບ​ຂ່າວ​ທີ່​ເພິ່ນ​ໄດ້​ຮັບ​ເລື່ອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ໃນ​ບັນ​ດາ​ຊາວ​ຄາ​ລາ​ເຕຍ ແລະ ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ກ່ຽວ​ກັບ​ຕຳ​ແໜ່ງ​ຂອງ​ເພິ່ນ​ໃນ​ບັນ​ດາ​ອັກຄະ​ສາວົກ. ບົດ​ທີ 3 ແລະ 4 ສົນ​ທະ​ນາ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ສັດທາ ແລະ ວຽກ​ງານ. ບົດ​ທີ 5 ແລະ 6 ບັນ​ຈຸ​ຄຳ​ເທດ​ສະ​ໜາ​ເລື່ອງ​ຜົນ​ຂອງ​ຄຳ​ສອນ​ແຫ່ງ​ສັດທາ.