ສິ່ງ​ຊ່ວຍ​ສຶກ​ສາ
ມາ​ຣະ​ໂກ


ມາ​ຣະ​ໂກ

ໃນ​ພຣະ​ຄຳ​ພີ​ໃໝ່, ໂຢຮັນ ມາ​ຣະ​ໂກ ເປັນ​ລູກ​ຊາຍ​ຂອງ​ນາງ​ມາຣີ, ຜູ້​ອາ​ໄສ​ຢູ່​ເມືອງ​ເຢຣູ​ຊາເລັມ (ກຈກ 12:12); ລາວ​ອາດ​ເປັນ​ລູກ​ພີ່​ນ້ອງ (ຫລື ຫລານ​ຊາຍ) ຂອງ​ບາຣະ​ນາບາ (ກລຊ 4:10). ລາວ​ໄດ້​ໄປ​ກັບ​ໂປໂລ ແລະ ບາຣະ​ນາບາ​ຈາກ​ເຢຣູ​ຊາເລັມ ໃນ​ການ​ເດີນ​ທາງ​ໄປ​ສອນ​ສາດ​ສະ​ໜາ​ເທື່ອ​ທຳ​ອິດ ຂອງ​ເຂົາ​ເຈົ້າ, ແລະ ໄດ້​ປະ​ເຂົາ​ເຈົ້າ​ໄວ້​ຢູ່​ເມືອງ​ເປກາ (ກຈກ 12:25; 13:5, 13). ຕໍ່​ມາ​ລາວ​ໄດ້​ໄປ​ຫາ​ເກາະ​ໄຊປຣັດ​ກັບ​ບາຣະ​ນາບາ (ກຈກ 15:37–39). ລາວ​ໄດ້​ຢູ່​ໃນ​ກຸງ​ໂຣມ​ນຳ​ໂປ​ໂລ (ກລຊ 4:10; ຟລມ 1:24); ແລະ ລາວ​ໄດ້​ຢູ່​ເມືອງ​ບາ​ບີ​ໂລນ​ນຳ​ເປ​ໂຕ (ບາງ​ທີ​ຢູ່​ກຸງ​ໂຣມ) (1 ປຕ 5:13). ສຸດ​ທ້າຍ, ລາວ​ໄດ້​ຢູ່​ເມືອງ​ເອເຟ​ໂຊ​ກັບ​ຕີ​ໂມ​ທຽວ (2 ຕມທ 4:11).

ພຣະທຳ​ມາ​ຣະ​ໂກ

ໜັງ​ສື​ເຫລັ້ມ​ທີ​ສອງ​ໃນ​ພຣະ​ຄຳ​ພີ​ໃໝ່. ພຣະ​ທຳ​ມາ​ຣະ​ໂກ​ອາດ​ຖືກ​ຂຽນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເປໂຕ. ຈຸດ​ປະສົງ​ຂອງ​ເພິ່ນ​ແມ່ນ​ທີ່​ຈະ​ບັນ​ຍາຍ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ທີ່​ດຳ​ລົງ​ຊີ​ວິດ ແລະ ປະ​ຕິ​ບັດ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ. ມາ​ຣະ​ໂກ​ບັນ​ຍາຍ​ດ້ວຍ​ພະ​ລັງ ແລະ ຄວາມ​ຖ່ອມ​ຕົວ ເຖິງ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈ ທີ່​ພຣະ​ເຢຊູ​ໄດ້​ປະ​ຕິ​ບັດ​ກັບ​ຜູ້​ຄົນ​ທົ່ວ​ໄປ. ຕາມ​ທີ່​ບອກ​ເລົ່າ​ກັນ​ມາ ຫລັງ​ຈາກ​ການ​ຕາຍ​ຂອງ​ເປໂຕ, ມາ​ຣະ​ໂກ​ໄດ້​ໄປ​ຢ້ຽມ​ຢາມ​ປະເທດ​ເອຢິບ, ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂຶ້ນ​ໃນ​ເມືອງ​ອາເລັກ​ຊັນເດຍ, ແລະ ໄດ້​ຕາຍ​ຍ້ອນ​ຄວາມ​ເຊື່ອ.

ສຳ​ລັບ​ເຫດ​ການ​ຕ່າງໆ​ໃນ​ຊີ​ວິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ໄດ້​ບັນ​ຍາຍ​ໄວ້​ໃນ​ພຣະ​ທຳ​ມາ​ຣະ​ໂກ, ເບິ່ງ ຄວາມ​ກົມ​ກຽວ​ຂອງ​ພຣະ​ກິດ​ຕິ​ຄຸນ ໃນ​ພາກ​ຫ້ອຍ​ທ້າຍ.