ສິ່ງ​ຊ່ວຍ​ສຶກ​ສາ
ແຜ່ນ​ປົກ​ເອິກ


ແຜ່ນ​ປົກ​ເອິກ

ຂໍ້ພຣະ​ຄຳ​ພີ​ກ່າວ​ເຖິງ​ແຜ່ນ​ປົກ​ເອິກ​ສອງ​ຊະ​ນິດ: (1) ສ່ວນ​ທາງ​ໜ້າ​ທີ່​ປົກ​ປ້ອງ​ເສື້ອ ຫລື ເຄື່ອງ​ປ້ອງ​ກັນ​ຂອງ​ທະ​ຫານ. ໃນ​ແບບ​ເຄື່ອງ​ໝາຍ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຄວນ​ສວມ​ແຜ່ນ​ປົກ​ເອິກ​ແຫ່ງ​ຄວາມ​ຊອບ​ທຳ ເພື່ອ​ປົກ​ປ້ອງ​ຕົນ​ເອງ​ຈາກ​ຄວາມ​ຊົ່ວ​ຮ້າຍ (ອຊຢ 59:17; ອຟຊ 6:14). (2) ເສື້ອ​ຜ້າ​ຊັ້ນ​ໜຶ່ງ​ທີ່​ມະຫາ​ປະ​ໂລ​ຫິດ​ນຸ່ງ​ໃນ ກົດ​ຂອງ​ໂມເຊ (ອພຍ 28:13–30; 39:8–21). ມັນ​ຖືກ​ເຮັດ​ດ້ວຍ​ຜ້າ​ລີນິນ ແລະ ປະ​ດັບ​ດ້ວຍ​ກ້ອນ​ຫີນ​ທີ່​ມີ​ຄ່າ​ສິບ​ສອງ​ເມັດ. ບາງ​ເທື່ອ​ກ່າວ​ເຖິງ​ໃນ​ຄວາມ​ກ່ຽວ​ພັນ​ກັບ​ອຸລີມ ແລະ ທຸມມີມ (ຄພ 17:1; ຈສ—ປ 1:35, 42, 52).