ສິ່ງ​ຊ່ວຍ​ສຶກ​ສາ
ຢາ​ໂກ​ໂບ, ລູກ​ຊາຍ​ຂອງ​ເສເບດາຍ


ຢາ​ໂກ​ໂບ, ລູກ​ຊາຍ​ຂອງ​ເສເບດາຍ

ຄົນ​ໜຶ່ງ​ໃນ​ບັນ​ດາ​ອັກຄະ​ສາວົກ​ສິບ​ສອງ​ທີ່​ພຣະ​ເຢຊູ​ໄດ້​ເລືອກ​ໃນ​ໄລ​ຍະ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໃນ​ຊ່ວງ​ມະຕະ​ຂອງ​ພຣະ​ອົງ. ລາວ​ເປັນ​ອ້າຍ​ຂອງ​ໂຢຮັນ. ລາວ​ເປັນ​ຄົນ​ໜຶ່ງ​ໃນ​ບັນ​ດາ​ອັກຄະ​ສາວົກ​ສາມ​ຄົນ​ທີ່​ພຣະ​ເຢຊູ​ໄດ້​ເລືອກ ໃນ​ໂອ​ກາດ​ພິ​ເສດ​ໂດຍ​ສະ​ເພາະ: ການ​ນຳ​ລູກ​ສາວ​ຂອງ​ຢາອິໂຣ​ຄືນ​ມາ​ມີ​ຊີ​ວິດ​ອີກ (ມຣກ 5:37), ຕອນ​ປ່ຽນ​ສະພາບ (ມທ 17:1; ມຣກ 9:2; ລກ 9:28), ແລະ ທີ່​ສວນ​ເຄັດເຊ​ມາເນ (ມທ 26:37; ມຣກ 14:33). ພ້ອມ​ດ້ວຍ​ເປໂຕ ແລະ ໂຢຮັນ, ລາວ​ໄດ້​ຟື້ນ​ຟູ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄືນ​ມາ​ສູ່​ແຜ່ນ​ດິນ​ໂລກ ໂດຍ​ການ​ແຕ່ງ​ຕັ້ງ​ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີຣີ (ຄພ 27:12; 128:20; ຈສ—ປ 1:72).