ສິ່ງ​ຊ່ວຍ​ສຶກ​ສາ
ເທດ​ສະ​ໜາ​ຢູ່​ໂນນ​ພູ


ເທດ​ສະ​ໜາ​ຢູ່​ໂນນ​ພູ

ຄຳ​ເທດ​ສະ​ໜາ ທີ່​ກ່າວ​ໂດຍ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ແກ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ ຜູ້​ກຳ​ລັງ​ຈະ​ຖືກ​ສົ່ງ​ອອກ​ໄປ​ເຜີຍ​ແຜ່ (ມທ 5–7; ລກ 6:20–49). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ເທດ​ສະ​ໜາ ບໍ່​ດົນ​ຫລັງ​ຈາກ​ໄດ້​ເອີ້ນ​ອັກຄະ​ສາວົກ​ສິບ​ສອງ.

ຄຳ​ເທດ​ສະ​ໜາ​ໄດ້​ຖືກ​ອະ​ທິ​ບາຍ​ໂດຍ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ໂຈເຊັບ ສະມິດ ແລະ ໂດຍ​ຄຳ​ເທດ​ສະ​ໜາ​ທີ່​ຄ້າຍ​ຄື​ກັນ ຊຶ່ງ​ຖືກ​ບັນ​ທຶກ​ໄວ້​ໃນ 3 ນຟ 12–14 ທີ່​ສະແດງ​ໃຫ້​ເຫັນ​ວ່າ ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ຄຳ​ເທດ​ສະ​ໜາ ໄດ້​ຖືກ​ສູນ​ເສຍ​ໄປ​ຈາກ​ເລື່ອງ​ລາວ​ໃນ​ມັດທາຍ.