ສິ່ງ​ຊ່ວຍ​ສຶກ​ສາ
ສຸ​ພາ​ສິດ


ສຸ​ພາ​ສິດ

ຂໍ້​ຄວາມ ຫລື ຄຳ​ແນະນຳ​ສັ້ນໆ​ເລື່ອງ​ສິນ​ທຳ

ພຣະ​ທຳ​ສຸ​ພາ​ສິດ

ໜັງ​ສື​ເຫລັ້ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ເດີມ​ທີ່​ບັນ​ຈຸ​ຄຳ​ອຸປະມາ, ຂໍ້​ຄວາມ, ແລະ ກາບ​ກອນ​ຫລາຍ​ເລື່ອງ, ບາງ​ເລື່ອງ​ແມ່ນ​ຂຽນ​ໂດຍ​ໂຊ​ໂລ​ໂມນ. ພຣະ​ທຳ​ສຸ​ພາ​ສິດ​ມັກ​ຈະ​ຖືກ​ກ່າວ​ເຖິງ​ເລື້ອຍໆ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່.

ບົດ​ທີ 1–9 ບັນ​ຈຸ​ຄຳ​ອະ​ທິ​ບາຍ​ເຖິງ​ປັນ​ຍາ​ທີ່​ແທ້​ຈິງ. ບົດ​ທີ 10–24 ບັນ​ຈຸ​ຂໍ້​ຄວາມ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ວິ​ທີ​ດຳ​ລົງ​ຊີ​ວິດ​ທີ່​ຖືກ​ຕ້ອງ ແລະ ທີ່​ບໍ່​ຖືກ​ຕ້ອງ. ບົດ​ທີ 25–29 ບັນ​ຈຸ​ສຸ​ພາ​ສິດ​ຂອງ​ໂຊ​ໂລ​ໂມນ ທີ່​ຄົນ​ຂອງ​ເຮເຊກີຢາ, ກະສັດ​ຂອງ​ຢູດາ, ໄດ້​ບັນ​ທຶກ​ໄວ້. ບົດ​ທີ 30–31 ຮ່ວມ​ດ້ວຍ​ການ​ບັນ​ຍາຍ​ເຖິງ​ຜູ້​ຍິງ​ທີ່​ມີ​ຄຸນ​ນະ​ທຳ.