ສິ່ງ​ຊ່ວຍ​ສຶກ​ສາ
ຜົນ​ທຳ​ອິດ


ຜົນ​ທຳ​ອິດ

ຜົນ​ລະ​ປູກ​ທຳ​ອິດ​ທີ່​ເກັບ​ກ່ຽວ​ໃນ​ລະ​ດູ. ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ, ເຂົາ​ເຈົ້າ​ໄດ້​ຖວາຍ​ມັນ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ (ລລວ 23:9–20). ພຣະ​ເຢຊູ​ຄຣິດ​ເປັນ​ຜົນ​ທຳ​ອິດ​ຕໍ່​ພຣະ​ເຈົ້າ ເພາະ​ໃນ​ການ​ນັ້ນ​ພຣະ​ອົງ​ໄດ້​ເປັນ​ຜູ້​ທຳ​ອິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ (1 ກຣທ 15:20, 23; 2 ນຟ 2:9). ຜູ້​ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ດ້ວຍ​ຄວາມ​ຊື່​ສັດ ກໍ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ເປັນ​ຜົນ​ທຳ​ອິດ, ເພາະ​ເຂົາ​ເຈົ້າ​ເປັນ​ຂອງ​ພຣະ​ເຈົ້າ.