ສິ່ງ​ຊ່ວຍ​ສຶກ​ສາ
ນາທານ


ນາທານ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ​ໃນ​ວັນ​ເວລາ​ຂອງ​ກະສັດ​ດາວິດ. ເມື່ອ​ດາວິດ​ໄດ້​ສະ​ເໜີ​ສ້າງ​ພຣະ​ວິຫານ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​ນາທານ​ໃຫ້​ບອກ​ດາວິດ​ວ່າ​ບໍ່​ໃຫ້​ເພິ່ນ​ສ້າງ​ມັນ. ນາທານ​ກໍ​ຍັງ​ໄດ້​ຕິ​ຕຽນ​ດາວິດ​ນຳ​ອີກ ທີ່​ເປັນ​ສາ​ເຫດ​ໃຫ້​ອູ​ຣິ​ອາ ນາຍ​ທະ​ຫານ​ຄົນ​ໜຶ່ງ​ຂອງ​ເພິ່ນ​ຖືກ​ຂ້າ​ຕາຍ, ແລະ ການ​ເອົາ​ນາງ​ບັດເຊບາ ເມຍ​ຂອງ​ອູຣິອາມາ​ເປັນ​ມະ​ເຫ​ສີ (2 ຊມອ 12:1–15; ຄພ 132:38–39). ສາດົກ, ພ້ອມ​ດ້ວຍ​ນາທານ, ໄດ້​ເຈີມ​ໂຊ​ໂລ​ໂມນ ລູກ​ຊາຍ​ຂອງ​ດາວິດ​ໃຫ້​ເປັນ​ກະສັດ (1 ກສ 1:38–39, 45).