ສິ່ງ​ຊ່ວຍ​ສຶກ​ສາ
ພິທີ​ການ


ພິທີ​ການ

ພິ​ທີ​ການ ແລະ ພິ​ທີ​ທີ່​ສັກ​ສິດ. ພິ​ທີ​ການ​ທີ່​ລວມ​ທັງ​ການ​ປະ​ຕິ​ບັດ​ທີ່​ມີ​ຄວາມ​ໝາຍ​ທາງ​ວິນ​ຍານ. ພິ​ທີ​ການ​ກໍ​ໝາຍ​ເຖິງ​ກົດ ແລະ ຂໍ້​ກຳ​ນົດ​ຂອງ​ພຣະ​ເຈົ້າ​ດ້ວຍ.

ພິ​ທີ​ການ​ໃນ​ສາດ​ສະ​ໜາ​ຈັກ​ຮ່ວມ​ດ້ວຍ​ການ​ປະ​ຕິ​ບັດ​ຕໍ່​ຄົນ​ເຈັບ​ປ່ວຍ (ຢກບ 5:14–15), ການ​ໃຫ້​ພອນ ສິນ​ລະ​ລຶກ (ຄພ 20:77, 79), ການ​ບັບຕິ​ສະມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ (ມທ 3:16; ຄພ 20:72–74), ການ​ໃຫ້​ພອນ​ແກ່​ເດັກນ້ອຍ (ຄພ 20:70), ການ​ມອບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ຄພ 20:68; 33:15), ການ​ມອບ​ຖານະ​ປະ​ໂລ​ຫິດ (ຄພ 84:6–16; 107:41–52), ພິ​ທີ​ການ​ຂອງ​ພຣະ​ວິຫານ (ຄພ 124:39), ແລະ ການ​ແຕ່ງ​ງານ​ໃນ​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ (ຄພ 132:19–20).

ພິ​ທີ​ການ​ກະ​ທຳ​ແທນ

ພິ​ທີ​ທາງ​ສາດ​ສະ​ໜາ​ປະ​ຕິ​ບັດ​ໂດຍ​ຜູ້​ທີ່​ມີ​ຊີ​ວິດ​ຢູ່ ແທນ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ພິ​ທີ​ການ​ເຫລົ່າ​ນີ້​ຈະ​ໄດ້​ຜົນ ກໍ​ຕໍ່​ເມື່ອ​ຜູ້​ທີ່​ຖືກ​ກະ​ທຳ​ແທນ​ຍອມ​ຮັບ​ພິ​ທີ​ການ​ເຫລົ່າ​ນັ້ນ, ຮັກ​ສາ​ພັນທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ກັບ​ມັນ, ແລະ ໄດ້​ຮັບ​ການ​ຜະ​ນຶກ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ. ພິ​ທີ​ການ​ເຫລົ່າ​ນີ້​ໄດ້​ຖືກ​ປະ​ຕິ​ບັດ​ຢູ່​ໃນ​ພຣະ​ວິຫານ​ໃນ​ທຸກ​ວັນ​ນີ້.