ສິ່ງ​ຊ່ວຍ​ສຶກ​ສາ
ເຄັດເຊ​ມາເນ


ເຄັດເຊ​ມາເນ

ສວນ​ແຫ່ງ​ໜຶ່ງ​ທີ່​ຖືກ​ກ່າວ​ເຖິງ​ໃນ​ພຣະ​ຄຳ​ພີ​ໃໝ່​ວ່າ​ຖືກ​ຕັ້ງ​ຢູ່​ໃກ້​ພູ​ໝາກ​ກອກ​ເທດ. ໃນ​ພາ​ສາ​ອາຣັບ, ຄຳ​ວ່າ ເຄັດເຊ​ມາເນ ໝາຍ​ເຖິງ “​ເຄື່ອງ​ໂມ້​ໝາກກອກ.” ພຣະ​ເຢຊູ​ໄດ້​ໄປ​ຫາ​ສວນ​ໃນ​ຍາມ​ກາງ​ຄືນ​ບ່ອນ​ທີ່​ຢູດາ​ໄດ້​ທໍ​ລະ​ຍົດ​ຕໍ່​ພຣະ​ອົງ. ຢູ່​ທີ່​ນັ້ນ​ພຣະ​ອົງ​ໄດ້​ອະ​ທິ​ຖານ ແລະ ທົນ​ທຸກ​ທໍ​ລະ​ມານ​ໃນ​ສວນ​ເຄັດເຊ​ມາເນ ເພື່ອ​ບາບ​ຂອງ​ມະນຸດ​ຊາດ (ມທ 26:36, 39; ມຣກ 14:32; ຢຮ 18:1; ແອວ 21:9; ຄພ 19:15–19).