ສິ່ງ​ຊ່ວຍ​ສຶກ​ສາ
ທະເລ​ແດງ


ທະເລ​ແດງ

ຜືນ​ນ້ຳ​ລະຫວ່າງ​ປະເທດ​ເອຢິບ ແລະ ປະເທດ​ອາ​ຣາ​ເບຍ. ອ່າວ​ທັງ​ສອງ​ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ມັນ ປະກອບ​ເປັນ​ຝັ່ງ​ທະເລ​ແຈ​ແຫລມ​ຊີ​ນາຍ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຍກ​ທະເລ​ແດງ​ອອກ​ໄປ​ສອງ​ຢ່າງ​ໜ້າ​ມະຫັດ​ສະຈັນ ເພື່ອ​ວ່າ​ຊາວ​ອິດສະ​ຣາເອນ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ໂມເຊ ຈະ​ສາ​ມາດ​ຍ່າງ​ຂ້າມ​ມັນ​ໄປ ເທິງ​ແຜ່ນ​ດິນ​ແຫ້ງ (ອພຍ 14:13–31; ຮຣ 11:29). ການ​ທີ່​ໂມເຊ​ໄດ້​ແຍກ​ທະເລ​ອອກ​ເປັນ​ສອງ ໄດ້​ຖືກ​ຢືນ​ຢັນ​ໃນ​ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ (1 ນຟ 4:2; ຮລມ 8:11; ຄພ 8:3; ມຊ 1:25).