ສິ່ງ​ຊ່ວຍ​ສຶກ​ສາ
ບາ​ເບນ, ບາ​ບີ​ໂລນ


ບາ​ເບນ, ບາ​ບີ​ໂລນ

ເມືອງ​ຫລວງ​ຂອງ​ບາ​ບີ​ໂລນ.

ບາ​ເບນ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ນິມໂຣດ ແລະ ເປັນ​ເມືອງ​ເກົ່າ​ແກ່​ເມືອງ​ໜຶ່ງ​ໃນ​ແຜ່ນ​ດິນ​ເມໂຊ​ໂປຕາເມຍ, ຫລື ຊີນາ (ປຖກ 10:8–10). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ພາ​ສາ​ສັບ​ສົນ​ຕອນ​ຜູ້​ຄົນ​ພວມ​ສ້າງ​ຫໍ​ບາເບນ​ຂຶ້ນ (ປຖກ 11:1–9; ອທ 1:3–5, 33–35). ຕໍ່​ມາ​ບາ​ບີ​ໂລນ​ໄດ້​ກາຍ​ເປັນ​ເມືອງ​ຫລວງ​ຂອງ​ເນ​ບູ​ກາດ​ເນັດສາ. ເພິ່ນ​ໄດ້​ສ້າງ​ເມືອງ​ອັນ​ກວ້າງ​ໃຫຍ່ ຊຶ່ງ​ເວລາ​ນີ້​ຍັງ​ມີ​ຊາກ​ເມືອງ​ຮ້າງ​ດັ່ງ​ກ່າວ​ເຫລືອ​ຢູ່. ບາ​ບີ​ໂລນ​ໄດ້​ກາຍ​ເປັນ​ເມືອງ​ທີ່​ຊົ່ວ​ຮ້າຍ​ຫລາຍ​ທີ່​ສຸດ ແລະ ນັບ​ແຕ່​ນັ້ນ​ມາ​ມັນ​ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ໂລກ.