ສິ່ງ​ຊ່ວຍ​ສຶກ​ສາ
ຈິດ​ວິນ​ຍານ


ຈິດ​ວິນ​ຍານ

ພຣະ​ຄຳ​ພີ​ກ່າວ​ເຖິງ​ຈິດ​ວິນ​ຍານ​ໃນ​ສາມ​ແບບ: (1) ຮ່າງ​ກາຍ​ທີ່​ເປັນ​ວິນ​ຍານ, ກ່ອນ​ມະຕະ ແລະ ຫລັງ​ຈາກ​ມະຕະ (ແອວ 40:11–14; ອຣຮ 3:23); (2) ວິນ​ຍານ ແລະ ຮ່າງ​ກາຍ ໄດ້​ຮວມ​ເຂົ້າ​ກັນ​ໃນ ຄວາມ​ເປັນ​ມະຕະ (ຄພ 88:15; ອຣຮ 5:7); ແລະ (3) ບຸກ​ຄົນ​ທີ່​ຟື້ນ​ຄືນ​ຊີ​ວິດ ແລະ ເປັນ​ອະ​ມະ​ຕະ ຊຶ່ງ​ວິນ​ຍານ ແລະ ຮ່າງ​ກາຍ ຈະ​ບໍ່​ແຍກ​ອອກ​ຈາກ​ກັນ​ອີກ (2 ນຟ 9:13; ຄພ 88:15–16).

ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ

ທຸກໆ​ຄົນ​ເປັນ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ ແລະ ຖື​ວ່າ​ທຸກ​ຄົນ​ສຳ​ຄັນ. ເພາະ​ເຂົາ​ເປັນ​ລູກໆ​ຂອງ​ພຣະ​ອົງ, ເຂົາ​ຈຶ່ງ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ໄດ້. ດັ່ງ​ນັ້ນ, ເຂົາ​ຈຶ່ງ​ມີ​ຄວາມ​ສຳ​ຄັນ​ຢ່າງ​ຫລວງ​ຫລາຍ.