ສິ່ງ​ຊ່ວຍ​ສຶກ​ສາ
ຍຸດ​ຕິ​ທຳ, ຄວາມ​ຍຸດ​ຕິ​ທຳ


ຍຸດ​ຕິ​ທຳ, ຄວາມ​ຍຸດ​ຕິ​ທຳ

ຜົນ​ສະ​ທ້ອນ​ທີ່​ບໍ່​ສິ້ນ​ສຸດ​ຂອງ​ພອນ​ສຳ​ລັບ​ຄວາມ​ຄິດ ແລະ ການ​ກະ​ທຳ​ທີ່​ຊອບ​ທຳ, ແລະ ການ​ລົງ​ໂທດ​ສຳ​ລັບ​ບາບ​ທີ່​ບໍ່​ກັບ​ໃຈ. ຄວາມ​ຍຸດ​ຕິ​ທຳ​ເປັນ​ກົດ​ນິ​ລັນ​ດອນ​ທີ່​ຮຽກ​ຮ້ອງ​ການ​ທຳ​ໂທດ​ໃນ​ທຸກ​ເທື່ອ​ທີ່​ລະເມີດ​ກົດ​ຂອງ​ພຣະ​ເຈົ້າ (ແອວ 42:13–24). ຄົນ​ບາບ​ຕ້ອງ​ຮັບ​ໂທດ ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ (ມຊຢ 2:38–39; ຄພ 19:17). ຖ້າ​ຫາກ​ເຂົາ​ກັບ​ໃຈ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ໃຊ້​ແທນ​ໂທດ​ຜ່ານ​ການ​ຊົດ​ໃຊ້, ຮຽກ​ຮ້ອງ​ຄວາມ​ເມດ​ຕາ (ແອວ 34:16).