ສິ່ງ​ຊ່ວຍ​ສຶກ​ສາ
ຄວາມ​ລອດ​ສຳ​ລັບ​ຄົນ​ຕາຍ


ຄວາມ​ລອດ​ສຳ​ລັບ​ຄົນ​ຕາຍ

ໂອ​ກາດ​ສຳ​ລັບ​ຜູ້​ທີ່​ໄດ້​ຕາຍ​ໄປ​ປາດ​ສະ​ຈາກ​ການ​ໄດ້​ຮັບ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ ເພື່ອ​ໃຫ້​ພິ​ທີ​ການ​ເຫລົ່າ​ນີ້​ຖືກ​ກະ​ທຳ​ແທນ​ເຂົາ​ເຈົ້າ​ຢູ່​ໃນ​ພຣະ​ວິຫານ ໂດຍ​ສະມາ​ຊິກ​ຜູ້​ມີ​ຄ່າ​ຄວນ​ທີ່​ມີ​ຊີ​ວິດ​ຢູ່ ຂອງ​ສາດ​ສະ​ໜາ​ຈັກ. ຄົນ​ຕາຍ​ໄດ້​ຖືກ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ຢູ່​ໃນ​ໂລກ​ວິນ​ຍານ ແລະ ອາດ​ຮັບ​ເອົາ​ພິ​ທີ​ການ​ທີ່​ຖືກ​ກະ​ທຳ​ແທນ​ເຂົາ​ເຈົ້າ ຢູ່​ໃນ​ໂລກ​ມະຕະ.

ສະມາ​ຊິກ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຊອກ​ຫາ ແລະ ຕຽມ​ປະຫວັດ​ຄອບ​ຄົວ ເພື່ອ​ພິ​ຈາ​ລະ​ນາ​ລາຍ​ຊື່ ແລະ ວັນ​ເກີດ​ຂອງ​ບັນ​ພະ​ບຸ​ລຸດ ເພື່ອ​ວ່າ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ຈະ​ໄດ້​ຖືກ​ກະ​ທຳ​ແທນ​ເຂົາ​ເຈົ້າ.