ສິ່ງ​ຊ່ວຍ​ສຶກ​ສາ
ເຮ​ໂຣດ


ເຮ​ໂຣດ

ຄອບ​ຄົວ​ຂອງ​ເຈົ້າ​ເມືອງ​ໃນ​ຢູດາຍ​ໃກ້​ສະ​ໄໝ​ຂອງ​ພຣະ​ເຢຊູ​ຄຣິດ. ເຂົາ​ເຈົ້າ​ເປັນ​ບຸກ​ຄົນ​ທີ່​ສຳ​ຄັນ​ໃນ​ເຫດ​ການ​ຫລາຍ​ຢ່າງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ພຣະ​ຄຳ​ພີ​ໃໝ່. ຄອບ​ຄົວ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໂດຍ​ກະສັດ​ເຮ​ໂຣດ, ຜູ້​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ຕໍ່​ການ​ກຳເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ມທ 2:3) ແລະ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຂ້າ​ເດັກ​ແດງ​ທາ​ລົກ​ທັງ​ໝົດ​ຢູ່​ໃນ​ເບັດ​ເລ​ເຮັມ. ພວກ​ລູກ​ຊາຍ​ຂອງ​ເພິ່ນ​ລວມ​ທັງ ອາຣິ​ສະໂຕ​ບູໂລ; ເຮໂຣດ ຟີລິບ (ມທ 14:3; ມຣກ 6:17); ເຮໂຣດ ອັນ​ຕິປາ, ຜູ້​ປົກຄອງ (ມທ 14:1; ລກ 9:7; ຮູ້ຈັກ​ກັນ​ວ່າ ກະສັດ​ເຮໂຣດ​ນຳ​ອີກ, ມຣກ 6:14); ອາເຄ​ລາວ (ມທ 2:22); ແລະ ຟີລິບ, ຜູ້​ປົກຄອງ​ເຂດ​ແດນ​ອີຕູ​ຣາຍ (ລກ 3:1). ເຮໂຣດ ອັກ​ຄຣີປາ ອົງ ທີໜຶ່ງ (ກຈກ 12:1–23) ແລະ ນ້ອງ​ສາວ​ຂອງ​ເພິ່ນຊື່ ເຮ​ໂຣ​ເດຍ (ມທ 14:3; ມຣກ 6:17) ເປັນ​ລູກ​ຂອງ ອາຣິ​ສະໂຕ​ບູໂລ. ເຮໂຣດ ອັກ​ຄຣີປາ ອົງ​ທີ​ໜຶ່ງ ມີ​ລູກ​ຫລາຍ​ຄົນ​ຄື​ກັນ​ທີ່​ໄດ້​ກ່າວ​ເຖິງ​ໃນ​ພຣະ​ຄຳ​ພີ​ໃໝ່, ລວມ​ທັງ​ເຮໂຣດ ອັກ​ຄຣີປາ ອົງ​ທີສອງ (ກຈກ 25:13), ເບ​ນິເກ (ກຈກ 25:13), ແລະ ດູ​ຊິນລາ, ເມຍ​ຂອງ​ເຟລິກ (ກຈກ 24:24).