ສິ່ງ​ຊ່ວຍ​ສຶກ​ສາ
ແປ​ພາສາ


ແປ​ພາສາ

ການ​ສະແດງ​ຄວາມ​ໝາຍ​ຂອງ​ແນວ​ຄິດ​ທີ່​ມອບ​ໃຫ້​ໃນ​ພາ​ສາ​ໜຶ່ງ ຊຶ່ງ​ມີ​ຄວາມ​ໝາຍ​ເໝືອນ​ກັນ​ໃນ​ອີກ​ພາ​ສາ​ໜຶ່ງ (ມຊຢ 8:8–13; ຫຼຊ 1:8). ໃນ​ພຣະ​ຄຳ​ພີ ສ່ວນ​ຫລາຍ​ມັນ​ໝາຍ​ເຖິງ ຂອງ​ປະທານ​ຈາກ​ພຣະ​ເຈົ້າ (ແອວ 9:21; ຄພ 8; 9:7–9). ບາງ​ເທື່ອ​ມັນ​ໝາຍ​ຄວາມ​ວ່າ ການ​ພັດ​ທະ​ນາ ຫລື ການ​ດັດ​ແປງ​ການ​ແປ ຫລື ຕໍ່​ເຕີມ​ຖ້ອຍ​ຄຳ​ທີ່​ເສຍ​ໄປ (ຄພ 45:60–61). ໂຈເຊັບ ສະມິດ ໄດ້​ຖືກ​ບັນ​ຊາ​ໃຫ້​ແປ ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ກະສັດ​ເຈມສ໌​ທີ່​ດົນ​ໃຈ (ຄພ 42:56; 76:15).