ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 8


ພາກ​ທີ 8

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ​ແກ່​ອໍ​ລີ​ເວີ ຄາວ​ເດີຣີ, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ເດືອນ​ເມສາ 1829. ລະຫວ່າງ​ການ​ແປ​ພຣະ​ຄຳ​ພີ​ມໍມອນ, ອໍ​ລີ​ເວີ, ຜູ້​ສືບ​ຕໍ່​ຮັບ​ໃຊ້​ເປັນ​ຄົນ​ຂຽນ​ຄຳ​ແປ, ຊຶ່ງ​ຂຽນ​ຕາມ​ການ​ບອກ​ຂອງ​ສາດ​ສະ​ດາ, ປາດ​ຖະ​ໜາ​ທີ່​ຈະ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ການ​ແປ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອ້ອນ​ວອນ​ຂອງ​ເພິ່ນ​ໂດຍ​ການ​ເປີດ​ເຜີຍ​ນີ້.

1–5, ການ​ເປີດ​ເຜີຍ​ມາ​ເຖິງ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; 6–12, ຄວາມ​ຮູ້​ເລື່ອງ​ຄວາມ​ລຶກ​ລັບ ຂອງ​ພຣະ​ເຈົ້າ ແລະ ອຳນາດ​ທີ່​ຈະ​ແປ​ບັນ​ທຶກ​ຂອງ​ສະ​ໄໝ​ບູຮານ​ມາ​ເຖິງ​ໂດຍ​ສັດທາ.

1 ອໍ​ລີ​ເວີ ຄາວ​ເດີຣີ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊຶ່ງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ແລະ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ຢ່າງ​ແນ່​ນອນ​ສັນ​ໃດ, ເຈົ້າ​ຈະ​ໄດ້​ຮັບ ຄວາມ​ຮູ້​ເຖິງ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ ຂໍ​ດ້ວຍ​ສັດທາ, ດ້ວຍ​ໃຈ​ທີ່​ຊື່​ສັດ​ຢ່າງ​ແນ່​ນອນ​ສັນ​ນັ້ນ, ໂດຍ​ເຊື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຮູ້​ກ່ຽວ​ກັບ​ອັກຂະລະ​ຢູ່​ໃນ ບັນ​ທຶກ​ອັນ​ເກົ່າ​ແກ່, ຊຶ່ງ​ເປັນ​ຂອງ​ບູຮານ, ຊຶ່ງ​ບັນ​ຈຸ​ພຣະ​ຄຳ​ພີ​ສ່ວນ​ຕ່າງໆ​ຂອງ​ເຮົາ ທີ່​ໄດ້​ຖືກ​ກ່າວ​ເຖິງ​ໂດຍ ການ​ສະແດງ​ໃຫ້​ປະຈັກ​ໂດຍ​ພຣະ​ວິນ​ຍານ​ຂອງ​ເຮົາ.

2 ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ເຮົາ​ຈະ ບອກ​ເຈົ້າ​ໃນ​ຈິດ​ໃຈ ແລະ ໃນ ຫົວ​ໃຈ​ຂອງ​ເຈົ້າ, ໂດຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ຈະ​ມາ​ສູ່​ເຈົ້າ ແລະ ຈະ​ມາ​ສະ​ຖິດ​ຢູ່​ໃນ​ຫົວ​ໃຈ​ຂອງ​ເຈົ້າ.

3 ບັດ​ນີ້, ຈົ່ງ​ເບິ່ງ, ນີ້​ຄື​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ; ຈົ່ງ​ເບິ່ງ, ນີ້​ຄື​ວິນ​ຍານ ຊຶ່ງ​ໂດຍ​ວິນ​ຍານ​ນີ້​ໂມເຊ​ໄດ້​ພາ​ລູກ​ຫລານ​ຂອງ​ອິດສະ​ຣາເອນ​ຂ້າມ ທະເລ​ແດງ​ໄປ​ເທິງ​ແຜ່ນ​ດິນ​ແຫ້ງ.

4 ສະນັ້ນ​ນີ້​ຄື​ຂອງ​ປະທານ​ຂອງ​ເຈົ້າ; ຈົ່ງ​ນຳ​ໃຊ້​ມັນ, ແລະ ເຈົ້າ​ເປັນ​ສຸກ​ແລ້ວ, ເພາະ​ມັນ​ຈະ​ປົດ​ປ່ອຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ເຈົ້າ, ຖ້າ​ບໍ່​ເປັນ​ເຊັ່ນ​ນັ້ນ, ເຂົາ​ຈະ​ປະ​ຫານ​ເຈົ້າ ແລະ ນຳ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ໄປ​ສູ່​ຄວາມ​ພິນາດ.

5 ໂອ້, ຈົ່ງ​ຈື​ຈຳ ຖ້ອຍ​ຄຳ​ເຫລົ່າ​ນີ້, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ. ຈົ່ງ​ຈື່​ຈຳ​ວ່າ ນີ້​ຄື​ຂອງ​ປະທານ​ຂອງ​ເຈົ້າ.

6 ບັດ​ນີ້ ນີ້​ບໍ່​ແມ່ນ​ຂອງ​ປະທານ​ທັງ​ໝົດ​ຂອງ​ເຈົ້າ; ເພາະ​ເຈົ້າ​ມີ​ຂອງ​ປະທານ​ອີກ​ຢ່າງ​ໜຶ່ງ, ຊຶ່ງ​ເປັນ​ຂອງ​ປະທານ​ແຫ່ງ​ອາໂຣນ; ຈົ່ງ​ເບິ່ງ, ມັນ​ໄດ້​ບອກ​ເຈົ້າ​ຫລາຍ​ສິ່ງ;

7 ຈົ່ງ​ເບິ່ງ, ບໍ່​ມີ​ອຳນາດ​ອື່ນ​ອີກ, ນອກ​ຈາກ​ອຳນາດ​ຂອງ​ພຣະ​ເຈົ້າ, ທີ່​ຈະ​ເຮັດ​ໃຫ້​ຂອງ​ປະທານ​ແຫ່ງ​ອາໂຣນ​ນີ້​ຢູ່​ກັບ​ເຈົ້າ​ໄດ້.

8 ສະນັ້ນ, ຢ່າ​ສົງ​ໄສ, ເພາະ​ມັນ​ເປັນ​ຂອງ​ປະທານ​ຂອງ​ພຣະ​ເຈົ້າ; ແລະ ເຈົ້າ​ຄວນ​ຖື​ມັນ​ໄວ້​ຢູ່​ໃນ​ມື​ຂອງ​ເຈົ້າ, ແລະ ເຮັດ​ວຽກ​ງານ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ; ແລະ ບໍ່​ມີ​ອຳນາດ​ໃດ​ທີ່​ຈະ​ສາ​ມາດ​ເອົາ​ມັນ​ໄປ​ຈາກ​ມື​ຂອງ​ເຈົ້າ, ເພາະ​ມັນ​ເປັນ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

9 ແລະ, ສະນັ້ນ, ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ຂໍ​ໃຫ້​ເຮົາ​ບອກ​ເຈົ້າ​ໂດຍ​ທາງ​ນັ້ນ, ສິ່ງ​ນັ້ນ​ເຮົາ​ຈະ​ມອບ​ໃຫ້​ເຈົ້າ, ແລະ ເຈົ້າ​ຈະ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ມັນ.

10 ຈົ່ງ​ຈຳ​ໄວ້​ວ່າ ຖ້າ​ປາດ​ສະ​ຈາກ ສັດທາ ເຈົ້າ​ຈະ​ເຮັດ​ຫຍັງ​ບໍ່​ໄດ້; ສະນັ້ນ ຈົ່ງ​ຂໍ​ດ້ວຍ​ສັດທາ. ຢ່າ​ເຮັດ​ຫລິ້ນໆ​ກັບ​ສິ່ງ​ເຫລົ່າ​ນີ້; ຢ່າ ຂໍ​ສິ່ງ​ທີ່​ເຈົ້າ​ບໍ່​ຄວນ​ຂໍ.

11 ຖາມ​ເພື່ອ​ວ່າ​ເຈົ້າ​ຈະ​ຮູ້​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ, ແລະ ວ່າ​ເຈົ້າ​ຈະ ແປ ແລະ ໄດ້​ຮັບ​ຄວາມ​ຮູ້​ຈາກ ບັນ​ທຶກ​ບູຮານ​ທັງ​ໝົດ​ນັ້ນ ຊຶ່ງ​ໄດ້​ຖືກ​ເຊື່ອງ​ຊ້ອນ​ໄວ້, ຊຶ່ງ​ສັກ​ສິດ; ແລະ ອີງ​ຕາມ​ສັດທາ​ຂອງ​ເຈົ້າ ມັນ​ຈະ​ເກີດ​ຂຶ້ນ​ແກ່​ເຈົ້າ.

12 ຈົ່ງ​ເບິ່ງ, ເຮົາ​ຄື​ຜູ້​ທີ່​ກ່າວ​ມັນ​ໄວ້​ດັ່ງ​ນີ້; ແລະ ເຮົາ​ຄື​ຜູ້​ດຽວ​ກັນ​ນັ້ນ​ທີ່​ໄດ້​ກ່າວ​ກັບ​ເຈົ້າ​ມາ​ຕັ້ງ​ແຕ່​ຕົ້ນ. ອາແມນ.