ພຣະ​ຄຳ​ພີ
ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 2


ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 2

ພຣະ​ຄຳ​ພີ​ມໍມອນ ສິດ​ສອນ​ວ່າ “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ,” ລວມ​ທັງ​ຄົນ “ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດສະ​ລະ, ຊາຍ ແລະ ຍິງ” (2 ນີໄຟ 26:33). ຕະຫລອດ​ທົ່ວ​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ຄົນ​ທຸກ​ເຊື້ອ​ຊາດ ແລະ ຊົນ​ເຜົ່າ ໃນ​ຫລາຍ​ປະເທດ ໄດ້​ຮັບ​ບັບຕິ​ສະມາ ແລະ ໄດ້​ດຳ​ລົງ​ຊີ​ວິດ​ເປັນ​ສະມາ​ຊິກ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ວັນ​ເວລາ​ຂອງ​ໂຈເຊັບ ສະມິດ, ມີ​ຜູ້​ຊາຍ​ຄົນ​ອາ​ຟຣິ​ກາ​ສອງ​ສາມ​ຄົນ ທີ່​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຖືກ​ແຕ່ງ​ຕັ້ງ​ສູ່​ຖານະ​ປະ​ໂລ​ຫິດ. ໃນ​ຕອນ​ຕົ້ນ​ຂອງ​ປະຫວັດ​ສາດ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຢຸດ​ການ​ມອບ​ຖານະ​ປະ​ໂລ​ຫິດ​ໃຫ້​ແກ່​ເຊື້ອ​ສາຍ​ທີ່​ເປັນ​ຜູ້​ຊາຍ​ຂອງ​ຄົນ​ອາ​ຟຣິ​ກາ. ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ ບໍ່​ມີ​ຂໍ້​ມູນ​ທີ່​ແຈ່ມ​ແຈ້ງ​ກ່ຽວ​ກັບ​ສາ​ເຫດ​ຂອງ​ການ​ປະ​ຕິ​ບັດ​ນີ້. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ເຊື່ອ​ວ່າ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ ສຳ​ລັບ​ການ​ປ່ຽນ​ແປງ ແລະ ກໍ​ໄດ້​ອະ​ທິ​ຖານ ທູນ​ຂໍ​ການ​ຊົງ​ນຳ. ການ​ເປີດ​ເຜີຍ​ໄດ້​ມາ​ເຖິງ ປະທານ​ຂອງ​ສາດ​ສະ​ໜາ​ຈັກ ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ແລະ ໄດ້​ຖືກ​ຢືນ​ຢັນ​ຕໍ່​ຜູ້​ນຳ​ຄົນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ພຣະ​ວິຫານ​ເຊົາເລັກ ໃນ​ວັນທີ 1 ເດືອນ​ມິຖຸນາ, 1978. ການ​ເປີດ​ເຜີຍ​ໄດ້​ຍົກ​ເລີກ​ເງື່ອນ​ໄຂ​ທັງ​ໝົດ ກ່ຽວ​ກັບ​ເຊື້ອ​ຊາດ ທີ່​ຄັ້ງ​ໜຶ່ງ ເຄີຍ​ກ່ຽວ​ຂ້ອງ​ກັບ​ຖານະ​ປະ​ໂລ​ຫິດ.

ເຖິງ​ຜູ້​ທີ່​ກ່ຽວ​ຂ້ອງ:

ໃນ​ວັນທີ 30 ເດືອນ​ກັນຍາ 1978, ທີ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເຄິ່ງ​ປີ ຄັ້ງ​ທີ 148 ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເລື່ອງ​ຕໍ່​ໄປ​ນີ້​ໄດ້​ຖືກ​ນຳ​ສະ​ເໜີ​ໂດຍ​ປະທານ​ເອັນ ແອວ​ດອນ ແທນ​ເນີ, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ:

ໃນ​ຕົ້ນ​ເດືອນ​ມິຖຸນາ​ຂອງ​ປີ​ນີ້, ຝ່າຍ​ປະທານ​ສູງ​ສຸດ​ໄດ້​ປະ​ກາດ​ວ່າ ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ຮັບ​ການ​ເປີດ​ເຜີຍ​ໃຫ້​ມອບ​ພອນ​ຂອງ​ຖານະ​ປະ​ໂລ​ຫິດ ແລະ ພອນ​ຂອງ​ພຣະ​ວິຫານ​ໃຫ້​ແກ່​ສະມາ​ຊິກ​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ. ປະທານ​ຄິມ​ໂບ ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ແຈ້ງ​ບອກ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ວ່າ ຫລັງ​ຈາກ​ເພິ່ນ​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້, ຊຶ່ງ​ມາ​ເຖິງ​ເພິ່ນ​ຫລັງ​ຈາກ​ທີ່​ໄດ້​ຄິດ​ໄຕ່​ຕອງ ແລະ ອະ​ທິ​ຖານ​ເປັນ​ເວລາ​ດົນ​ນານ​ຢູ່​ໃນ​ຫ້ອງ​ສັກ​ສິດ​ຢູ່​ໃນ​ພຣະ​ວິຫານ​ທີ່​ສັກ​ສິດ, ແລ້ວ​ເພິ່ນ​ໄດ້​ສະ​ເໜີ​ມັນ​ຕໍ່​ທີ່​ປຶກ​ສາ​ຂອງ​ເພິ່ນ, ຜູ້​ຊຶ່ງ​ຍອມ​ຮັບ ແລະ ເຫັນ​ພ້ອມ. ຈາກ​ນັ້ນ​ມັນ​ໄດ້​ຖືກ​ສະ​ເໜີ​ຕໍ່​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ, ຜູ້​ຊຶ່ງ​ໄດ້​ເຫັນ​ພ້ອມ​ຢ່າງ​ເປັນ​ເອ​ກະ​ສັນ, ແລະ ຕໍ່​ມາ​ໄດ້​ຖືກ​ສະ​ເໜີ​ຕໍ່​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ທັງ​ໝົດ, ຜູ້​ຊຶ່ງ​ໄດ້​ເຫັນ​ພ້ອມ​ຢ່າງ​ເປັນ​ເອ​ກະ​ສັນ​ເຊັ່ນ​ດຽວ​ກັນ.

ປະທານ​ຄິມ​ໂບ ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ອ່ານ​ຈົດ​ໝາຍ​ສະບັບ​ນີ້​ໃນ​ເວລາ​ນີ້:

ວັນທີ 8 ເດືອນ​ມິຖຸນາ, 1978

ເຖິງ​ເຈົ້າ​ໜ້າ​ທີ່​ຖານະ​ປະ​ໂລ​ຫິດ​ສາ​ມັນ ແລະ ໃນ​ທ້ອງ​ຖິ່ນ​ທັງ​ຫລາຍ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຕະຫລອດ​ທົ່ວ​ໂລກ:

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ:

ດັ່ງ​ທີ່​ພວກ​ເຮົາ​ໄດ້​ເປັນ​ພະຍານ​ເຖິງ​ການ​ຂະ​ຫຍາຍ​ວຽກ​ງານ ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ຜູ້​ຄົນ​ໃນ​ຫລາຍ​ປະ​ຊາ​ຊາດ ຮັບ​ເອົາ​ຂ່າວ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ໄດ້​ຟື້ນ​ຟູ​ຄືນ​ມາ​ໃໝ່, ແລະ ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ເປັນ​ຈຳນວນ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ. ຜົນ​ກໍ​ຄື ເລື່ອງ​ນີ້​ໄດ້​ດົນ​ໃຈ​ພວກ​ເຮົາ ໃຫ້​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ມອບ​ສິດ​ທິ​ພິ​ເສດ ແລະ ພອນ​ທັງ​ປວງ ຊຶ່ງ​ພຣະ​ກິດ​ຕິ​ຄຸນ​ມີ​ໄວ້​ສຳ​ລັບ​ສະມາ​ຊິກ ທີ່​ມີ​ຄ່າ​ຄວນ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ.

ໂດຍ​ທີ່​ຮູ້​ເຖິງ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ໂດຍ​ສາດ​ສະ​ດາ ແລະ ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຜູ້​ທີ່​ໄດ້​ມີ​ຊີ​ວິດ​ຢູ່​ກ່ອນ​ພວກ​ເຮົາ​ໃນ​ເວລາ​ໜຶ່ງ, ໃນ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ, ອ້າຍ​ນ້ອງ​ທີ່​ມີ​ຄ່າ​ຄວນ​ທຸກ​ຄົນ​ສາ​ມາດ​ໄດ້​ຮັບ​ຖານະ​ປະ​ໂລ​ຫິດ, ແລະ ໂດຍ​ການ​ເປັນ​ພະຍານ​ເຖິງ​ຄວາມ​ຊື່​ສັດ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ອາດ​ໄດ້​ຮັບ​ຖານະ​ປະ​ໂລ​ຫິດ, ພວກ​ເຮົາ​ຈຶ່ງ​ໄດ້​ອ້ອນ​ວອນ​ເປັນ​ເວລາ​ດົນ​ນານ ແລະ ດ້ວຍ​ຄວາມ​ຈິງ​ຈັງ​ແທນ​ຜູ້​ຄົນ​ເຫລົ່າ​ນັ້ນ, ອ້າຍ​ນ້ອງ​ຜູ້​ຊື່​ສັດ​ຂອງ​ພວກ​ເຮົາ, ໂດຍ​ໄດ້​ໃຊ້​ຫລາຍ​ຊົ່ວ​ໂມງ​ຢູ່​ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ພຣະ​ວິຫານ​ອ້ອນ​ວອນ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຂໍ​ການ​ນຳ​ພາ​ຈາກ​ສະຫວັນ.

ພຣະ​ອົງ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຮົາ, ແລະ ໂດຍ​ການ​ເປີດ​ເຜີຍ​ໄດ້​ຢືນ​ຢັນ​ວ່າ ວັນ​ທີ່​ໄດ້​ສັນ​ຍາ​ໄວ້​ແຕ່​ດົນ​ນານ​ໄດ້​ມາ​ເຖິງ​ແລ້ວ ເມື່ອ​ຊາຍ​ຜູ້​ມີ​ຄ່າ​ຄວນ, ທີ່​ຊື່​ສັດ​ທຸກ​ຄົນ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ໄດ້​ຮັບ​ຖານະ​ປະ​ໂລ​ຫິດ​ສັກ​ສິດ, ພ້ອມ​ດ້ວຍ​ອຳນາດ​ທີ່​ຈະ​ໃຊ້​ສິດ​ອຳນາດ​ຈາກ​ສະຫວັນ, ແລະ ຊື່ນ​ຊົມ​ກັບ​ຄົນ​ທີ່​ເຂົາ​ຮັກ​ໃນ​ພອນ​ທຸກ​ປະ​ການ​ທີ່​ຫລັ່ງ​ໄຫລ​ມາ​ຈາກ​ຖານະ​ປະ​ໂລ​ຫິດ, ລວມ​ທັງ​ພອນ​ຂອງ​ພຣະ​ວິຫານ. ດັ່ງ​ນັ້ນ, ສະມາ​ຊິກ​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ທຸກ​ຄົນ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຖານະ​ປະ​ໂລ​ຫິດ​ໂດຍ​ບໍ່​ຄຳ​ນຶງ​ເຖິງ​ເຊື້ອ​ຊາດ ຫລື ຜິວ​ພັນ. ຜູ້​ນຳ​ຖານະ​ປະ​ໂລ​ຫິດ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ເຮັດ​ຕາມ​ນະ​ໂຍ​ບາຍ​ຂອງ​ການ​ສຳ​ພາດ​ຜູ້​ຖືກ​ພິ​ຈາ​ລະ​ນາ​ທັງ​ໝົດ​ຢ່າງ​ລະ​ມັດ​ລະ​ວັງ ສຳ​ລັບ​ການ​ແຕ່ງ​ຕັ້ງ​ບໍ່​ວ່າ​ຈະ​ເປັນ​ຖານະ​ປະ​ໂລ​ຫິດ ແຫ່ງ​ອາໂຣນ ຫລື ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ມີ​ຄຸນ​ສົມ​ບັດ​ຕາມ​ມາດ​ຕະ​ຖານ​ທີ່​ໄດ້​ຈັດ​ຕັ້ງ​ໄວ້​ສຳ​ລັບ​ການ​ມີ​ຄ່າ​ຄວນ.

ພວກ​ເຮົາ​ຂໍ​ປະ​ກາດ​ດ້ວຍ​ສະ​ຕິ​ສຳ​ປະ​ສັນ​ຍະ​ວ່າ ບັດ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ພຣະ​ປະສົງ​ຂອງ​ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ແກ່​ລູກໆ​ທັງ​ປວງ​ຂອງ​ພຣະ​ອົງ​ຕະຫລອດ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ ຜູ້​ຈະ​ເຊື່ອ​ຟັງ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ທີ່​ໄດ້​ຮັບ​ສິດ​ອຳນາດ​ຈາກ​ພຣະ​ອົງ, ແລະ ຕຽມ​ຕົນ​ເອງ​ໃຫ້​ພ້ອມ​ທີ່​ຈະ​ຮັບ​ເອົາ​ພອນ​ທຸກ​ປະ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ.

ດ້ວຍ​ຄວາມ​ຈິງ​ໃຈ,

ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ

ເອັນ ແອວດອນ ແທນເນີ

ແມຣິອອນ ຈີ ຣອມນີ

ຝ່າຍ​ປະທານ​ສູງ​ສຸດ

ໂດຍ​ການ​ຮັບ​ຮູ້​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ, ແລະ ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຈຶ່ງ​ຂໍ​ສະ​ເໜີ​ວ່າ​ພວກ​ເຮົາ​ໃນ​ຖານະ​ທີ່​ເປັນ​ກຳ​ມະ​ການ​ຝ່າຍ​ກົດ​ໝາຍ​ຍອມ​ຮັບ​ວ່າ​ການ​ເປີດ​ເຜີຍ​ນີ້​ເປັນ​ພຣະ​ຄຳ ແລະ ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ທຸກ​ຄົນ​ທີ່​ເຫັນ​ດ້ວຍ​ຂໍ​ໃຫ້​ຍົກ​ມື​ຂວາ​ຂອງ​ທ່ານ​ຂຶ້ນ. ຄົນ​ທີ່​ຄັດ​ຄ້ານ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ການ​ອອກ​ສຽງ​ສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ທີ່​ກ່າວ​ມາ​ແລ້ວຢູ່​ຂ້າງ​ເທິງ​ແມ່ນ​ເຫັນ​ພ້ອມ​ເປັນ​ເອ​ກະ​ສັນ.

ເມືອງ​ເຊົາ​ເລັກ, ລັດ​ຢູ​ທາ, ວັນທີ 30 ເດືອນ​ກັນຍາ, 1978.