ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 60


ພາກ​ທີ 60

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ເມືອງ​ອິນ​ດີ​ເພັນ​ເດັນສ໌, ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ, ວັນທີ 8 ເດືອນ​ສິງຫາ, 1831. ໃນ​ໂອ​ກາດ​ນີ້​ພວກ​ແອວເດີ​ຜູ້​ໄດ້​ເດີນ​ທາງ​ໄປ​ຫາ​ເຂັດ​ແຈ໊ກສັນ ແລະ ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ອຸ​ທິດ​ທີ່​ດິນ ແລະ ສະຖານ​ທີ່​ສ້າງ​ພຣະ​ວິຫານ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮູ້​ວ່າ ເຂົາ​ເຈົ້າ​ຈະ​ຕ້ອງ​ເຮັດ​ສິ່ງ​ໃດ.

1–9, ແອວເດີ​ຕ້ອງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ບ່ອນ​ຊຸມ​ນຸມ​ຂອງ​ຄົນ​ຊົ່ວ; 10–14, ເຂົາ​ເຈົ້າ​ບໍ່​ຄວນ​ປ່ອຍ​ໃຫ້​ເວລາ​ຂອງ​ເຂົາ​ເຈົ້າ​ເສຍ​ໄປ​ລ້າໆ, ຫລື ເຊື່ອງ​ຊ້ອນ​ພອນ​ສະຫວັນ​ຂອງ​ຕົນ; 15–17, ເຂົາ​ເຈົ້າ​ອາດ​ລ້າງ​ຕີນ​ຂອງ​ຕົນ ເພື່ອ​ເປັນ​ປະຈັກ​ພະຍານ​ຕໍ່​ຕ້ານ​ຄົນ​ທີ່​ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ແອວເດີ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ຜູ້​ທີ່​ຕ້ອງ​ກັບ​ໄປ​ຢ່າງ​ໄວ​ຫາ​ແຜ່ນ​ດິນ​ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຈາກ​ມາ​ດັ່ງ​ນີ້: ຈົ່ງ​ເບິ່ງ, ມັນ​ເຮັດ​ໃຫ້​ເຮົາ​ພໍ​ໃຈ​ຫລາຍ​ທີ່​ພວກ​ເຈົ້າ​ໄດ້​ຂຶ້ນ​ມາ​ບ່ອນ​ນີ້;

2 ແຕ່​ກັບ​ບາງ​ຄົນ ເຮົາ​ບໍ່​ພໍ​ໃຈ​ນຳ​ຫລາຍ​ປານ​ໃດ, ເພາະ​ພວກ​ເຂົາ​ບໍ່​ເປີດ ປາກ, ແຕ່​ໄດ້ ເຊື່ອງ​ຊ້ອນ​ພອນ​ສະຫວັນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກ​ເຂົາ, ເພາະ ຄວາມ​ຢ້ານ​ກົວ​ມະນຸດ. ວິບັດ​ແກ່​ຄົນ​ເຊັ່ນ​ນັ້ນ, ເພາະ​ພຣະ​ພິ​ໂລດ​ຂອງ​ເຮົາ​ໄດ້​ເກີດ​ກັບ​ພວກ​ເຂົາ​ແລ້ວ.

3 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຖ້າ​ຫາກ​ພວກ​ເຂົາ​ບໍ່​ຊື່​ສັດ​ຕໍ່​ເຮົາ​ຫລາຍ​ກວ່າ​ນີ້, ແລ້ວ ມັນ​ຈະ ຖືກ​ເອົາ​ໄປ​ຈາກ​ພວກ​ເຂົາ, ແມ່ນ​ແຕ່​ສິ່ງ​ຊຶ່ງ​ພວກ​ເຂົາ​ມີ.

4 ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ປົກ​ຄອງ​ຢູ່​ໃນ​ຟ້າ​ສະຫວັນ​ເບື້ອງ​ເທິງ, ແລະ ທ່າມ​ກາງ ກອງ​ທັບ​ຂອງ​ແຜ່ນ​ດິນ​ໂລກ; ແລະ ໃນ​ວັນ​ນັ້ນ​ເມື່ອ​ເຮົາ​ຈະ​ເລືອກ​ເອົາ ເພັດ​ພອຍ​ຂອງ​ເຮົາ, ມະນຸດ​ທັງ​ປວງ​ຈະ​ຮູ້​ວ່າ​ສິ່ງ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ອຳນາດ​ຂອງ​ພຣະ​ເຈົ້າ.

5 ແຕ່, ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ຈະ​ກ່າວ​ກັບ​ພວກ​ເຈົ້າ​ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ພວກ​ເຈົ້າ​ໄປ​ຫາ​ແຜ່ນ​ດິນ​ທີ່​ພວກ​ເຈົ້າ​ໄດ້​ຈາກ​ມາ. ໃຫ້​ສ້າງ​ເຮືອ, ຫລື ຊື້, ດັ່ງ​ທີ່​ພວກ​ເຈົ້າ​ເຫັນ​ວ່າ​ດີ, ມັນ​ບໍ່​ສຳ​ຄັນ​ສຳ​ລັບ​ເຮົາ, ແລະ ໃຫ້​ອອກ​ເດີນ​ທາງ​ຢ່າງ​ໄວ​ໄປ​ຫາ​ບ່ອນ​ທີ່​ເອີ້ນ​ວ່າ ເຊັ້ນ​ຫລຸຍ.

6 ແລະ ຈາກ​ບ່ອນ​ນັ້ນ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ຊິດນີ ຣິກ​ດອນ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ອໍ​ລີ​ເວີ ຄາວ​ເດີຣີ, ອອກ​ເດີນ​ທາງ​ໄປ​ຫາ​ເມືອງ​ຊິນ​ຊິນ​ນາ​ດີ;

7 ແລະ ໃນ​ບ່ອນ​ນີ້ ໃຫ້​ເຂົາ​ເຈົ້າ​ເປັ່ງ​ສຽງ​ຂອງ​ຕົນ ແລະ ປະ​ກາດ​ຄຳ​ຂອງ​ເຮົາ​ດ້ວຍ​ສຽງ​ດັງ, ປາດ​ສະ​ຈາກ​ຄວາມ​ໂມ​ໂຫ ຫລື ຄວາມ​ສົງ​ໄສ, ໂດຍ​ຍົກ​ມື​ບໍ​ລິ​ສຸດ​ຂຶ້ນ​ເທິງ​ເຂົາ. ເພາະ​ເຮົາ​ສາ​ມາດ​ເຮັດ​ໃຫ້​ພວກ​ເຈົ້າ ບໍ​ລິ​ສຸດ, ແລະ ບາບ​ຂອງ​ພວກ​ເຈົ້າ​ໄດ້​ຖືກ ອະ​ໄພ​ໃຫ້​ແລ້ວ.

8 ແລະ ໃຫ້​ຜູ້​ທີ່​ເຫລືອ​ຢູ່​ອອກ​ເດີນ​ທາງ​ຈາກ​ເມືອງ​ເຊັ້ນ​ຫລຸຍ, ເປັນ​ຄູ່ໆ, ແລະ ສັ່ງ​ສອນ​ພຣະ​ຄຳ, ບໍ່​ແມ່ນ​ດ້ວຍ​ຄວາມ​ຟ້າວ​ຟັ່ງ, ທ່າມ​ກາງ​ບ່ອນ​ຊຸມ​ນຸມ​ຂອງ​ຄົນ​ຊົ່ວ, ຈົນ​ກວ່າ​ພວກ​ເຂົາ​ໄດ້​ກັບ​ໄປ​ເຖິງ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ບ່ອນ​ທີ່​ພວກ​ເຂົາ​ໄດ້​ຈາກ​ມາ.

9 ແລະ ທັງ​ໝົດ​ນີ້​ເພາະ​ຜົນ​ປະ​ໂຫຍດ​ຂອງ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ; ເພາະ​ດ້ວຍ​ເຈດ​ຕະ​ນາ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ພວກ​ເຂົາ​ໄປ.

10 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດທຣິດ ແບ່ງ​ເງິນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ລາວ​ໃຫ້​ແກ່​ແອວເດີ​ຜູ້​ທີ່​ເຮົາ​ໄດ້​ບັນ​ຊາ​ໃຫ້​ກັບ​ໄປ;

11 ແລະ ຄົນ​ໃດ​ທີ່​ສາ​ມາດ​ຈ່າຍ​ຄືນ, ກໍ​ໃຫ້​ຈ່າຍ​ເງິນ​ຄືນ​ຜ່ານ​ທາງ​ຕົວ​ແທນ; ແລະ ຄົນ​ໃດ​ທີ່​ບໍ່​ສາ​ມາດ​ຈ່າຍ​ຄືນ, ກໍ​ບໍ່​ຮຽກ​ຮ້ອງ​ຈາກ​ເຂົາ.

12 ແລະ ບັດ​ນີ້ ເຮົາ​ກ່າວ​ເຖິງ​ຜູ້​ທີ່​ເຫລືອ​ຢູ່​ທີ່​ຈະ​ມາ​ຫາ​ແຜ່ນ​ດິນ​ນີ້.

13 ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ຖືກ​ສົ່ງ​ໄປ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃນ​ທ່າມ​ກາງ​ບ່ອນ​ຊຸມ​ນຸມ​ຂອງ​ຄົນ​ຊົ່ວ; ດັ່ງ​ນັ້ນ, ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ພວກ​ເຂົາ, ດັ່ງ​ນີ້: ພວກ​ເຈົ້າ​ບໍ່​ຄວນ ປ່ອຍ​ໃຫ້ ເວລາ​ຂອງ​ພວກ​ເຈົ້າ​ເສຍ​ໄປ​ລ້າໆ, ທັງ​ບໍ່​ໃຫ້​ເຊື່ອງ​ຊ້ອນ​ພອນ​ສະຫວັນ​ຂອງ​ພວກ​ເຈົ້າ​ໄວ້ ເພື່ອ​ວ່າ​ມັນ​ຈະ​ບໍ່​ໄດ້​ເປັນ​ທີ່​ຮູ້​ຈັກ.

14 ແລະ ຫລັງ​ຈາກ​ພວກ​ເຈົ້າ​ໄດ້​ຂຶ້ນ​ມາ​ຍັງ​ແຜ່ນ​ດິນ​ຊີໂອນ, ແລະ ໄດ້​ປະ​ກາດ​ຄຳ​ຂອງ​ເຮົາ, ແລ້ວ​ໃຫ້​ພວກ​ເຈົ້າ​ກັບ​ໄປ​ຢ່າງ​ໄວ, ໂດຍ​ປະ​ກາດ​ຄຳ​ຂອງ​ເຮົາ​ໃນ​ທ່າມ​ກາງ​ບ່ອນ​ຊຸມ​ນຸມ​ຂອງ​ຄົນ​ຊົ່ວ, ບໍ່​ແມ່ນ​ດ້ວຍ​ຄວາມ​ຟ້າວ​ຟັ່ງ, ຫລື ດ້ວຍ ຄວາມ​ໂມ​ໂຫ ຫລື ດ້ວຍ​ການ​ຜິດ​ຖຽງ​ກັນ.

15 ແລະ ສັ່ນ ຝຸ່ນ​ດິນ​ອອກ​ຈາກ​ຕີນ​ພວກ​ເຈົ້າ​ເພື່ອ​ຕໍ່​ຕ້ານ​ຄົນ​ທີ່​ບໍ່​ຮັບ​ເອົາ​ພວກ​ເຈົ້າ, ບໍ່​ແມ່ນ​ຢູ່​ຕໍ່​ໜ້າ​ພວກ​ເຂົາ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຂຸ່ນ​ເຄືອງ​ໃຈ, ແຕ່​ໃນ​ບ່ອນ​ລີ້​ລັບ; ແລະ ລ້າງ​ຕີນ​ຂອງ​ພວກ​ເຈົ້າ, ເພື່ອ​ເປັນ​ປະຈັກ​ພະຍານ​ຕໍ່​ຕ້ານ​ພວກ​ເຂົາ​ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ.

16 ຈົ່ງ​ເບິ່ງ, ສິ່ງ​ນີ້​ແມ່ນ​ພຽງ​ພໍ​ສຳ​ລັບ​ພວກ​ເຈົ້າ, ແລະ ເປັນ​ຕາມ​ພຣະ​ປະສົງ​ຂອງ​ຜູ້​ທີ່​ສົ່ງ​ພວກ​ເຈົ້າ​ໄປ.

17 ແລະ ໂດຍ​ປາກ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ມັນ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ກ່ຽວ​ກັບ​ຊິດນີ ຣິກ​ດອນ ແລະ ອໍ​ລີ​ເວີ ຄາວ​ເດີຣີ. ສ່ວນ​ທີ່​ເຫລືອ​ຢູ່ ໃນ​ພາຍ​ຫລັງ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.