ພຣະ​ຄຳ​ພີ
ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1


ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍມອນ ສິດ​ສອນ​ວ່າ ລະ​ບົບ​ຜົວ​ດຽວ​ເມຍ​ດຽວ ເປັນ​ມາດ​ຕະ​ຖານ​ຂອງ​ພຣະ​ເຈົ້າ ສຳ​ລັບ​ການ​ແຕ່ງ​ງານ ຍົກ​ເວັ້ນ​ແຕ່ ພຣະ​ອົງ​ປະ​ກາດ​ອີກ​ຢ່າງ​ໜຶ່ງ (ເບິ່ງ 2 ຊາ​ມູ​ເອນ 12:7–8 ແລະ ຢາໂຄບ 2:27, 30). ຕໍ່​ໄປ​ນີ້ ຄື​ການ​ເປີດ​ເຜີຍ​ຕໍ່​ໂຈເຊັບ ສະມິດ, ເລື່ອງ​ການ​ແຕ່ງ​ເມຍ​ຫລາຍ​ຄົນ ຊຶ່ງ​ໄດ້​ປະ​ຕິ​ບັດ​ກັນ ໃນ​ບັນ​ດາ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ຕົ້ນ​ປີ 1840 (ເບິ່ງ ພາກ​ທີ 132). ຈາກ​ປີ 1860 ເຖິງ​ປີ 1880, ຝ່າຍ​ລັດ​ຖະ​ບານ​ຂອງ​ສະ​ຫະ​ລັດ ອາ​ເມ​ຣິ​ກາ ໄດ້​ຜ່ານ​ກົດ​ທີ່​ລະບຸ​ວ່າ ການ​ແຕ່ງ​ເມຍ​ຫລາຍ​ຄົນ ເປັນ​ສິ່ງ​ຜິດ​ກົດ​ໝາຍ. ກົດ​ເຫລົ່າ​ນີ້ ໃນ​ທີ່​ສຸດ​ກໍ​ຖືກ​ສະ​ໜັບ​ສະ​ໜູນ​ໂດຍ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ. ຫລັງ​ຈາກ​ໄດ້​ຮັບ​ການ​ເປີດ​ເຜີຍ, ປະທານ​ວິວ​ເຝີດ ວູດ​ດຣັບ ໄດ້​ລະບຸ​ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ​ດັ່ງ​ຕໍ່​ໄປ​ນີ້, ຊຶ່ງ​ໄດ້​ຖືກ​ຮັບ​ຮູ້​ໂດຍ​ສາດ​ສະ​ໜາ​ຈັກ ວ່າ​ເປັນ​ຄຳ​ສັ່ງ​ຢ່າງ​ເປັນ​ທາງ​ການ ແລະ ມີ​ອຳນາດ ໃນ​ວັນທີ 6 ເດືອນ​ຕຸລາ, 1890. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ການ​ແຕ່ງ​ເມຍ​ຫລາຍ​ຄົນ ສິ້ນ​ສຸດ​ລົງ ໃນ​ສາດ​ສະ​ໜາ​ຈັກ.

ເຖິງ​ຜູ້​ທີ່​ກ່ຽວ​ຂ້ອງ:

ລາຍ​ງານ​ຂ່າວ​ຈາກ​ເມືອງ​ເຊົາ​ເລັກ, ເພື່ອ​ຈຸດ​ປະສົງ​ທາງ​ການ​ເມືອງ, ຊຶ່ງ​ໄດ້​ພິມ​ແຈກ​ຢາຍ​ທົ່ວ, ມີ​ເນື້ອ​ຄວາມ​ຄະນະ​ກຳ​ມະ​ການ​ຢູ​ທາ, ໃນ​ການ​ລາຍ​ງານ​ຂອງ​ເຂົາ​ເຈົ້າ​ເຖິງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ອ້າງ​ວ່າ​ການ​ແຕ່ງ​ເມຍ​ຫລາຍ​ຄົນ​ຍັງ​ປະ​ຕິ​ບັດ​ກັນ​ຢູ່ ແລະ ວ່າ​ມີ​ການ​ແຕ່ງ​ງານ​ເຊັ່ນ​ນັ້ນ​ຈຳນວນ​ສີ່​ສິບ​ຄົນ ຫລື ຫລາຍ​ກວ່າ​ນັ້ນ​ຢູ່​ໃນ​ລັດ​ຢູ​ທາ ນັບ​ຕັ້ງ​ແຕ່​ເດືອນ​ມິຖຸນາ​ທີ່​ຜ່ານ​ມາ ຫລື ລະຫວ່າງ​ປີ​ທີ່​ຜ່ານ​ມາ, ພ້ອມ​ນີ້​ວ່າ​ຢູ່​ໃນ​ຄຳ​ປາ​ໄສ​ຕໍ່​ໜ້າ​ສາ​ທາ​ລະ​ນະ​ຊົນ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ສິດ​ສອນ, ໄດ້​ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ໃຫ້​ປະ​ຕິ​ບັດ​ການ​ມີ​ເມຍ​ຫລາຍ​ຄົນ​ຕໍ່​ໄປ—

ສະນັ້ນ, ຂ້າ​ພະ​ເຈົ້າ, ໃນ​ຖານະ​ທີ່​ເປັນ​ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ໃນ​ຕອນ​ນີ້, ໃນ​ຄວາມ​ຈິງ​ຈັງ​ທີ່​ສຸດ, ຂໍ​ປະ​ກາດ​ວ່າ ຂໍ້​ກ່າວ​ຫາ​ເຫລົ່າ​ນີ້​ເປັນ​ຄວາມ​ເທັດ. ພວກ​ເຮົາ​ບໍ່​ໄດ້​ສິດ​ສອນ​ເລື່ອງ​ການ​ມີ​ເມຍ​ຫລາຍ​ຄົນ ຫລື ການ​ແຕ່ງ​ເມຍ​ຫລາຍ​ຄົນ, ຫລື ອະ​ນຸ​ຍາດ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ປະ​ຕິ​ບັດ​ເຊັ່ນ​ນັ້ນ, ແລະ ຂ້າ​ພະ​ເຈົ້າ​ຂໍ​ປະ​ຕິ​ເສດ​ວ່າ​ບໍ່​ມີ​ສີ່​ສິບ​ຄົນ ຫລື ຈັກ​ຄົນ​ທີ່​ໄດ້​ແຕ່ງ​ເມຍ​ຫລາຍ​ຄົນ​ໃນ​ໄລ​ຍະ​ເວລາ​ນັ້ນ​ຢູ່​ໃນ​ພຣະ​ວິຫານ​ຂອງ​ພວກ​ເຮົາ ຫລື ໃນ​ສະຖານ​ທີ່​ອື່ນ​ໃດ​ກໍ​ຕາມ​ໃນ​ຂົງ​ເຂດ​ນີ້.

ມີ​ກໍ​ລະ​ນີ​ໜຶ່ງ​ໄດ້​ຖືກ​ລາຍ​ງານ​ວ່າ ມີ​ບາງ​ຄົນ​ໄດ້​ຖືກ​ກ່າວ​ຫາ​ວ່າ​ໄດ້​ແຕ່ງ​ງານ​ຢູ່​ໃນ​ບ້ານ​ຮັບ​ຂອງ​ປະທານ​ສັກ​ສິດ, ໃນ​ເມືອງ​ເຊົາ​ເລັກ, ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1889, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຮູ້​ໄດ້​ວ່າ ແມ່ນ​ໃຜ​ເປັນ​ຜູ້​ປະ​ຕິ​ບັດ​ພິ​ທີ; ສິ່ງ​ໃດ​ທີ່​ໄດ້​ເຮັດ​ໄປ​ໃນ​ເລື່ອງ​ນີ້​ແມ່ນ​ປາດ​ສະ​ຈາກ​ຄວາມ​ຮູ້​ເຫັນ​ຂອງ​ຂ້າ​ພະ​ເຈົ້າ. ເນື່ອງ​ຈາກ​ຄຳ​ກ່າວ​ຫາ​ກ່ຽວ​ກັບ​ເລື່ອງ​ນີ້, ບ້ານ​ຮັບ​ຂອງ​ປະທານ​ສັກ​ສິດ​ຈຶ່ງ​ຖືກ​ຮື້​ຖອນ, ຕາມ​ຄຳ​ແນະນຳ​ຂອງ​ຂ້າ​ພະ​ເຈົ້າ.

ຕາບ​ໃດ​ທີ່​ສະພາ​ແຫ່ງ​ລັດ​ຍັງ​ອອກ​ຄຳ​ສັ່ງ​ຫ້າມ​ການ​ແຕ່ງ​ເມຍ​ຫລາຍ​ຄົນ, ຊຶ່ງ​ກົດ​ໝາຍ​ເຫລົ່າ​ນັ້ນ​ໄດ້​ຖືກ​ລະບຸ​ໂດຍ​ສານ​ສູງ​ສຸດ, ຂ້າ​ພະ​ເຈົ້າ​ຈຶ່ງ​ປະ​ກາດ​ຄວາມ​ເຈດ​ຕະ​ນາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຕອນ​ນີ້​ທີ່​ຈະ​ຍິນ​ຍອມ​ຕໍ່​ກົດ​ໝາຍ​ເຫລົ່າ​ນັ້ນ, ແລະ ຈະ​ໃຊ້​ອິດ​ທິ​ພົນ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຊຶ່ງ​ຂ້າ​ພະ​ເຈົ້າ​ຄວບ​ຄຸມ​ຢູ່ ເພື່ອ​ໃຫ້​ເຂົາ​ເຈົ້າ​ເຮັດ​ເຊັ່ນ​ດຽວ​ກັນ.

ບໍ່​ມີ​ຂໍ້​ຄວາມ​ໃດ​ໃນ​ຄຳ​ສອນ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ສາດ​ສະ​ໜາ​ຈັກ ຫລື ໃນ​ຄຳ​ສອນ​ຂອງ​ຜູ້​ຮ່ວມ​ງານ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ໄລ​ຍະ​ເວລາ​ທີ່​ລະບຸ​ໄວ້, ຊຶ່ງ​ຈະ​ຕີ​ຄວາມ​ໝາຍ​ໄດ້​ຢ່າງ​ມີ​ເຫດ​ຜົນ​ເພື່ອ​ສົ່ງ​ເສີມ ຫລື ສະ​ໜັບ​ສະ​ໜູນ​ການ​ມີ​ເມຍ​ຫລາຍ​ຄົນ; ແລະ ເມື່ອ​ແອວເດີ​ຄົນ​ໃດ​ຂອງ​ສາດ​ສະ​ໜາ​ຈັກ​ໃຊ້​ພາ​ສາ​ຊຶ່ງ​ເບິ່ງ​ຄື​ວ່າ​ເປັນ​ການ​ກ່າວ​ເຖິງ​ຄຳ​ສອນ​ໃດໆ​ເຊັ່ນ​ນັ້ນ, ເຂົາ​ກໍ​ໄດ້​ຖືກ​ຕຳ​ນິ​ທັນ​ທີ. ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ຕໍ່​ສາ​ທາ​ລະ​ນະ​ຊົນ​ວ່າ ຄຳ​ແນະນຳ​ຕໍ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄື​ໃຫ້​ຫລີກ​ເວັ້ນ​ຈາກ​ການ​ເຂົ້າ​ພິ​ທີ​ແຕ່ງ​ງານ​ໃດໆ​ທີ່​ຖືກ​ສັ່ງ​ຫ້າມ​ໂດຍ​ກົດ​ໝາຍ​ຂອງ​ບ້ານ​ເມືອງ.

ວິວ​ເຝີດ ວູດຣັບ

ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ
ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ປະທານ​ໂລ​ເຣັນ​ໂຊ ສະ​ໂນ ໄດ້​ກ່າວ​ໄວ້​ດັ່ງ​ນີ້:

“ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ວ່າ, ໂດຍ​ການ​ຮັບ​ຮູ້ ວິວ​ເຝີດ ວູດຣັບ ເປັນ​ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ແລະ ເປັນ​ມະນຸດ​ພຽງ​ຄົນ​ດຽວ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ປະ​ຈຸ​ບັນ​ນີ້​ທີ່​ຖື​ຂໍ​ກະແຈ​ຂອງ​ພິ​ທີ​ການ​ຜະ​ນຶກ, ພວກ​ເຮົາ​ຖື​ວ່າ​ເພິ່ນ​ມີ​ສິດ​ອຳນາດ​ເຕັມ ທີ່​ໂດຍ​ອີງ​ຕາມ​ຕຳ​ແໜ່ງ​ຂອງ​ເພິ່ນ​ທີ່​ຈະ​ອອກ​ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ​ຊຶ່ງ​ໄດ້​ອ່ານ​ໃຫ້​ພວກ​ເຮົາ​ຟັງ​ແລ້ວ, ແລະ ຊຶ່ງ​ລົງ​ວັນທີ 24 ເດືອນ​ກັນຍາ, 1890, ແລະ ວ່າ​ໃນ​ຖານະ​ສາດ​ສະ​ໜາ​ຈັກ​ທີ່​ມາ​ຊຸມ​ນຸມ​ກັນ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ພວກ​ເຮົາ​ຍອມ​ຮັບ​ຂໍ້​ປະ​ກາດ​ຂອງ​ເພິ່ນ​ກ່ຽວ​ກັບ ການ​ແຕ່ງ​ເມຍ​ຫລາຍ​ຄົນ​ວ່າ​ເປັນ​ຄຳ​ສັ່ງ​ຢ່າງ​ເປັນ​ທາງ​ການ ແລະ ມີ​ອຳນາດ​ບັງ​ຄັບ.”

ເມືອງ​ເຊົາ​ເລັກ, ລັດ​ຢູ​ທາ, ວັນທີ 6 ເດືອນ​ຕຸລາ, 1890.

ຂໍ້​ຄວາມ​ທີ່​ຂັດ​ເລືອກ​ອອກ​ມາ​ຈາກ​ຄຳ​ປາ​ໄສ​ສາມ​ບົດ ຊຶ່ງ​ກ່າວ​ໂດຍ​
ປະທານ​ວິວ​ເຝີດ ວູດຣັບ
ກ່ຽວ​ກັບ​ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ມີ​ວັນ​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ ຫລື ຊາຍ​ຄົນ​ໃດ​ກໍ​ຕາມ​ຊຶ່ງ​ດຳ​ລົງ​ຖານະ​ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ນີ້​ນຳ​ພາ​ພວກ​ທ່ານ​ໄປ​ຜິດ​ທາງ. ມັນ​ບໍ່​ໄດ້​ຢູ່​ໃນ​ແຜນ. ມັນ​ບໍ່​ໄດ້​ເປັນ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ. ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຈະ​ເຮັດ​ເຊັ່ນ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍ້າຍ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ພຣະ​ອົງ​ຈະ​ເຮັດ​ເຊັ່ນ​ນັ້ນ​ກັບ​ຊາຍ​ຄົນ​ໃດ​ກໍ​ຕາມ​ທີ່​ພະ​ຍາ​ຍາມ​ນຳ​ພາ​ລູກ​ຫລານ​ມະນຸດ ໄປ​ຜິດ​ທາງ​ຈາກ​ການ​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ ແລະ ຈາກ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ. (ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເຄິ່ງ​ປີ​ຂອງ​ສາດ​ສະ​ໜາ​ຈັກ, ວັນ​ຈັນ, ວັນທີ 6 ເດືອນ​ຕຸລາ, 1890, ເມືອງ​ເຊົາ​ເລັກ, ລັດ​ຢູ​ທາ. ລາຍ​ງານ​ໃນ Deseret Evening News, ວັນທີ 11 ເດືອນ​ຕຸລາ, 1890, ໜ້າ​ທີ 2.)

ບໍ່​ສຳ​ຄັນ​ວ່າ​ໃຜ​ມີ​ຊີ​ວິດ​ຢູ່ ຫລື ໃຜ​ຕາຍ, ຫລື ຜູ້​ໃດ​ຖືກ​ເອີ້ນ​ໃຫ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ນີ້, ເຂົາ​ເຈົ້າ​ຕ້ອງ​ນຳ​ພາ​ມັນ​ໂດຍ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່. ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ເຮັດ​ໃນ​ວິ​ທີ​ນີ້, ພວກ​ເຂົາ​ຈະ​ບໍ່​ສາ​ມາດ​ເຮັດ​ໄດ້​ເລີຍ. …

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເປີດ​ເຜີຍ​ບາງ​ເລື່ອງ​ເມື່ອ​ບໍ່​ດົນ​ມາ​ນີ້, ແລະ ສຳ​ຄັນ​ຫລາຍ​ຕໍ່​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ຈະ​ບອກ​ພວກ​ທ່ານ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ. ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ນຳ​ຄວາມ​ຄິດ​ຂອງ​ພວກ​ທ່ານ​ມາ​ສູ່​ສິ່ງ​ທີ່​ເອີ້ນ​ກັນ​ວ່າ​ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ. …

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ຖາມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄຳ​ຖາມ​ໜຶ່ງ, ແລະ ພຣະ​ອົງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ອີກ​ວ່າ ຖ້າ​ຫາກ​ເຂົາ​ເຈົ້າ​ຈະ​ຟັງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກັບ​ເຂົາ​ເຈົ້າ ແລະ ຕອບ​ຄຳ​ຖາມ​ທີ່​ຖາມ​ເຂົາ​ເຈົ້າ, ໂດຍ​ພຣະ​ວິນ​ຍານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ, ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ຕອບ​ຄື​ກັນ, ແລະ ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ເຊື່ອ​ຄື​ກັນ​ກ່ຽວ​ກັບ​ເລື່ອງ​ນີ້.

ນີ້​ຄື​ຄຳ​ຖາມ: ວິ​ທີ​ທາງ​ໃດ​ທີ່​ສະຫລາດ​ທີ່​ສຸດ​ສຳ​ລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຈະ​ດຳ​ເນີນ​ຕໍ່​ໄປ—ພະ​ຍາ​ຍາມ​ປະ​ຕິ​ບັດ​ການ​ແຕ່ງ​ເມຍ​ຫລາຍ​ຄົນ​ຕໍ່​ໄປ, ໂດຍ​ມີ​ກົດ​ໝາຍ​ຂອງ​ປະເທດ​ຊາດ​ຄັດ​ຄ້ານ​ເລື່ອງ​ນີ້ ແລະ ມີ​ການ​ຕໍ່​ຕ້ານ​ຈາກ​ປະ​ຊາ​ຊົນ​ຫົກ​ສິບ​ລ້ານ​ຄົນ, ແລະ ແລກ​ດ້ວຍ​ການ​ຖືກ​ຍຶດ ແລະ ສູນ​ເສຍ​ພຣະ​ວິຫານ​ທັງ​ໝົດ, ແລະ ຢຸດ​ເຮັດ​ພິ​ທີ​ການ​ທັງ​ປວງ​ຢູ່​ໃນ​ນັ້ນ, ທັງ​ສຳ​ລັບ​ຄົນ​ເປັນ ແລະ ຄົນ​ຕາຍ, ແລະ ການ​ຄຸມ​ຂັງ​ຝ່າຍ​ປະທານ​ສູງ​ສຸດ ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ ແລະ ຫົວ​ໜ້າ​ຄອບ​ຄົວ​ໃນ​ສາດ​ສະ​ໜາ​ຈັກ, ແລະ ການ​ຖືກ​ຍຶດ​ຊັບ​ສິນ​ສ່ວນ​ຕົວ​ຂອງ​ຜູ້​ຄົນ (ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ​ຈະ​ເຮັດ​ໃຫ້​ຢຸດ​ການ​ແຕ່ງ​ເມຍ​ຫລາຍ​ຄົນ); ຫລື, ຫລັງ​ຈາກ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ໄປ ແລະ ໄດ້​ຮັບ​ທຸກ​ທໍ​ລະ​ມານ​ໂດຍ​ການ​ຍຶດ​ໝັ້ນ​ຕໍ່​ຫລັກ​ທຳ​ນີ້ ພວກ​ເຮົາ​ຈະ​ເຊົາ​ປະ​ຕິ​ບັດ ແລະ ຍິນ​ຍອມ​ຕໍ່​ກົດ​ໝາຍ, ແລະ ຜ່ານ​ການ​ກະ​ທຳ​ເຊັ່ນ​ນັ້ນ ຈະ​ປ່ອຍ​ໃຫ້​ສາດ​ສະ​ດາ, ອັກຄະ​ສາວົກ ແລະ ພໍ່​ຢູ່​ບ້ານ, ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ແນະນຳ​ຜູ້​ຄົນ ແລະ ເອົາ​ໃຈ​ໃສ່​ຕໍ່​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ, ແລະ ປະ​ພຣະ​ວິຫານ​ຢູ່​ໃນ​ມື​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເອົາ​ໃຈ​ໃສ່​ຕໍ່​ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ, ທັງ​ຄົນ​ເປັນ ແລະ ຄົນ​ຕາຍ?

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ພາບ​ນິມິດ ແລະ ການ​ເປີດ​ເຜີຍ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ​ຖ້າ​ຫາກ​ພວກ​ເຮົາ​ບໍ່​ເຊົາ​ການ​ປະ​ຕິ​ບັດ​ນີ້. ຖ້າ​ຫາ​ພວກ​ເຮົາ​ບໍ່​ເຊົາ​ປະ​ຕິ​ບັດ, ພວກ​ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ມີ … ຊາຍ​ຄົນ​ໃດ​ເລີຍ​ໃນ​ພຣະ​ວິຫານ​ນີ້​ທີ່​ໂລ​ແກນ; ເພາະ​ວ່າ​ພິ​ທີ​ການ​ທັງ​ໝົດ​ຈະ​ຖືກ​ເຮັດ​ໃຫ້​ຢຸດ​ຕະຫລອດ​ທົ່ວ​ແຜ່ນ​ດິນ​ຊີໂອນ. ຄວາມ​ສັບ​ສົນ​ຈະ​ປົກ​ຄອງ​ຕະຫລອດ​ທົ່ວ​ອິດສະ​ຣາເອນ, ແລະ ຜູ້​ຊາຍ​ຢ່າງ​ຫລວງ​ຫລາຍ​ຈະ​ຖືກ​ຄຸມ​ຂັງ. ຄວາມ​ເດືອດ​ຮ້ອນ​ນີ້​ຈະ​ມາ​ເຖິງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ, ແລະ ພວກ​ເຮົາ​ຈະ​ຖືກ​ບັງ​ຄັບ​ໃຫ້​ເຊົາ​ການ​ປະ​ຕິ​ບັດ. ບັດ​ນີ້, ຄຳ​ຖາມ​ຄື, ບໍ່​ວ່າ​ມັນ​ຈະ​ຖືກ​ຢຸດ​ຕິ​ໃນ​ລັກ​ສະ​ນະ​ນີ້, ຫລື ໃນ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ໃຫ້​ປະຈັກ​ແກ່​ພວກ​ເຮົາ, ແລະ ປ່ອຍ​ໃຫ້​ສາດ​ສະ​ດາ ແລະ ອັກຄະ​ສາວົກ ແລະ ພໍ່​ຂອງ​ພວກ​ເຮົາ​ເປັນ​ອິດສະ​ລະ, ແລະ ພຣະ​ວິຫານ​ຢູ່​ໃນ​ມື​ຂອງ​ຜູ້​ຄົນ, ເພື່ອ​ວ່າ​ຄົນ​ຕາຍ​ຈະ​ໄດ້​ຮັບ​ການ​ໄຖ່. ຈຳນວນ​ຫລວງ​ຫລາຍ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ​ຈາກ​ຄຸກ​ຢູ່​ໃນ​ໂລກ​ວິນ​ຍານ​ໂດຍ​ຜູ້​ຄົນ​ເຫລົ່າ​ນີ້, ແລະ ວຽກ​ງານ​ຄວນ​ຈະ​ດຳ​ເນີນ​ຕໍ່​ໄປ ຫລື ຢຸດ? ນີ້​ຄື​ຄຳ​ຖາມ​ທີ່​ຂ້າ​ພະ​ເຈົ້າ​ວາງ​ໄວ້​ຕໍ່​ໜ້າ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພວກ​ທ່ານ​ຕ້ອງ​ຕັດ​ສິນ​ດ້ວຍ​ຕົວ​ພວກ​ທ່ານ​ເອງ. ຂ້າ​ພະ​ເຈົ້າ​ຈະ​ບໍ່​ຕອບ​ຄຳ​ຖາມ​ນີ້; ແຕ່​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ນັ້ນ​ຄື​ສະພາບ​ທີ່​ພວກ​ເຮົາ​ໃນ​ຖານະ​ເປັນ​ຜູ້​ຄົນ​ກຸ່ມ​ໜຶ່ງ​ຈະ​ຕ້ອງ​ຕົກ​ຢູ່​ຖ້າ​ຫາກ​ພວກ​ເຮົາ​ບໍ່​ໄດ້​ເລືອກ​ວິ​ທີ​ທາງ​ທີ່​ພວກ​ເຮົາ​ໄດ້​ເລືອກ.

… ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຢ່າງ​ແນ່​ນອນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຖ້າ​ຫາກ​ບໍ່​ໄດ້​ເຮັດ​ບາງ​ສິ່ງ​ບາງ​ຢ່າງ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ເຊັ່ນ​ນີ້​ມາ​ເປັນ​ເວລາ​ດົນ​ນານ. ແຕ່​ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ດັ່ງ​ນີ້: ຂ້າ​ພະ​ເຈົ້າ​ຈະ​ປ່ອຍ​ໃຫ້​ພຣະ​ວິຫານ​ທັງ​ໝົດ​ຫລຸດ​ມື​ຂອງ​ພວກ​ເຮົາ​ໄປ; ຂ້າ​ພະ​ເຈົ້າ​ເອງ​ຈະ​ເຂົ້າ​ໄປ​ຢູ່​ໃນ​ຄຸກ, ແລະ ໃຫ້​ຊາຍ​ຄົນ​ອື່ນໆ​ທຸກ​ຄົນ​ໄປ​ບ່ອນ​ນັ້ນ, ຖ້າ​ຫາກ​ພຣະ​ເຈົ້າ​ແຫ່ງ​ສະຫວັນ​ບໍ່​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໄປ​ນັ້ນ; ແລະ ເມື່ອ​ຊົ່ວ​ໂມງ​ນັ້ນ​ມາ​ເຖິງ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັນ​ຊາ​ໃຫ້​ເຮັດ​ການ​ນັ້ນ ທຸກ​ຢ່າງ​ແຈ່ມ​ແຈ້ງ​ຕໍ່​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ຂຽນ. …

ຂ້າ​ພະ​ເຈົ້າ​ຝາກ​ເລື່ອງ​ນີ້​ໄວ້​ກັບ​ພວກ​ທ່ານ​ເພື່ອ​ໃຫ້​ໄຕ່​ຕອງ ແລະ ພິ​ຈາ​ລະ​ນາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ຢູ່​ກັບ​ພວກ​ເຮົາ. (ກອງ​ປະ​ຊຸມ​ສະເຕກ​ແຄສ໌, ໂລ​ແກນ, ລັດ​ຢູ​ທາ, ວັນ​ອາ​ທິດ, ວັນທີ 1 ເດືອນ​ພະຈິກ, 1891. ລາຍ​ງານ​ໃນ Deseret Weekly, ວັນທີ 14 ເດືອນ​ພະຈິກ, 1891.)

ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ບອກ​ພວກ​ທ່ານ​ເຖິງ​ສິ່ງ​ທີ່​ຖືກ​ສະແດງ​ໃຫ້​ປະຈັກ​ແກ່​ຂ້າ​ພະ​ເຈົ້າ ແລະ ສິ່ງ​ທີ່​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ກະ​ທຳ​ໃນ​ເລື່ອງ​ນີ້. … ທຸກ​ສິ່ງ​ທັງ​ປວງ​ເຫລົ່າ​ນີ້​ຈະ​ເກີດ​ຂຶ້ນ, ດັ່ງ​ທີ່​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ຊົງ​ພຣະ​ຊົນ​ຢູ່, ຖ້າ​ຫາກ​ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ​ບໍ່​ໄດ້​ຖືກ​ມອບ​ໃຫ້. ສະນັ້ນ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈຶ່ງ​ຮູ້​ສຶກ​ໂນ້ມ​ອ່ຽງ​ທີ່​ຈະ​ສະ​ເໜີ​ສິ່ງ​ນີ້​ຕໍ່​ສາດ​ສະ​ໜາ​ຈັກ ແລະ ຕໍ່​ໂລກ​ເພື່ອ​ຈຸດ​ປະສົງ​ໃນ​ຄວາມ​ຄິດ​ຂອງ​ພຣະ​ອົງ​ເອງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ສ້າງ​ຕັ້ງ​ຊີໂອນ. ພຣະ​ອົງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ສ້າງ​ພຣະ​ວິຫານ​ແຫ່ງ​ນີ້​ໃຫ້​ສຳ​ເລັດ. ພຣະ​ອົງ​ໄດ້​ອອກ​ຄຳ​ສັ່ງ​ວ່າ​ຄວາມ​ລອດ​ຂອງ​ຄົນ​ເປັນ ແລະ ຄົນ​ຕາຍ​ຄວນ​ຈະ​ຖືກ​ມອບ​ໃຫ້​ໃນ​ຫ່ອມ​ພູ​ເຫລົ່າ​ນີ້. ແລະ ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ໄດ້​ອອກ​ຄຳ​ສັ່ງ​ວ່າ ມານ​ຈະ​ບໍ່​ມາ​ຂັດ​ຂວາງ. ຖ້າ​ຫາກ​ພວກ​ທ່ານ​ສາ​ມາດ​ເຂົ້າ​ໃຈ​ມັນ, ນັ້ນ​ຄື​ຂໍ​ກະແຈ​ສູ່​ສິ່ງ​ນີ້. (ຈາກ​ຄຳ​ປາ​ໄສ​ໃນ​ພາກ​ທີ​ຫົກ​ຂອງ​ການ​ອຸ​ທິດ​ພຣະ​ວິຫານ​ເຊົາ​ເລັກ, ເດືອນ​ເມສາ 1893. ເອກະ​ສານ​ພິມ​ດີດ​ຂອງ​ພິ​ທີ​ການ​ອຸ​ທິດ, ເອ​ກະ​ສານ​ເກົ່າ​ທີ່​ສຳ​ຄັນ, ພະ​ແນກ​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ, ລັດ​ຢູ​ທາ.)