ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 69


ພາກ​ທີ 69

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 11 ເດືອນ​ພະຈິກ, 1831. ການ​ເປີດ​ເຜີຍ​ທີ່​ຖືກ​ຮວບ​ຮວມ​ໄວ້​ໂດຍ​ຕັ້ງ​ໃຈ​ທີ່​ຈະ​ພິມ​ໃນ​ບໍ່​ດົນ​ນັ້ນ​ໄດ້​ຮັບ​ການ​ເຫັນ​ພ້ອມ​ຢູ່​ທີ່​ກອງ​ປະຊຸມ​ໃຫຍ່​ພິ​ເສດ ໃນ​ວັນທີ 1–2 ເດືອນ​ພະຈິກ. ໃນ​ວັນທີ 3, ການ​ເປີດ​ເຜີຍ​ໃນ​ນີ້​ຖືກ​ຕື່ມ​ໃສ່​ອີກ​ເປັນ​ພາກ​ທີ 133, ຕໍ່​ມາ ພາກ​ຫ້ອຍ​ທ້າຍ ໄດ້​ຖືກ​ຕື່ມ​ໃສ່. ອໍ​ລີ​ເວີ ຄາວ​ເດີຣີ ໄດ້​ຖືກ​ມອບ​ໝາຍ​ລ່ວງ​ໜ້າ​ແລ້ວ ໃຫ້​ນຳ​ເອົາ​ຕົ້ນ​ສະບັບ​ການ​ເປີດ​ເຜີຍ ແລະ ພຣະ​ບັນ​ຍັດ​ທີ່​ຮວບ​ຮວມ​ໄວ້​ແລ້ວ​ໄປ​ພິມ​ທີ່​ເມືອງ​ອິນ​ດີ​ເພັນ​ເດັນສ໌, ລັດ​ມີ​ເຊີຣີ. ລາວ​ຕ້ອງ​ເອົາ​ເງິນ​ທີ່​ໄດ້​ຮັບ​ບໍ​ລິ​ຈາກ​ສຳ​ລັບ​ການ​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ​ຢູ່​ໃນ​ລັດ​ມີ​ເຊີຣີ​ໄປ​ດ້ວຍ. ການ​ເປີດ​ເຜີຍ​ນີ້ ແນະນຳ​ຈອນ ວິດເມີ ໃຫ້​ເດີນ​ທາງ​ໄປ​ກັບ​ອໍ​ລີ​ເວີ ຄາວ​ເດີຣີ ແລະ ກໍ​ຍັງ​ແນະນຳ​ທ່ານ​ວິດເມີ ໃຫ້​ເດີນ​ທາງ ແລະ ຮວບ​ຮວມ​ເລື່ອງ​ລາວ​ປະຫວັດ​ສາດ ໃນ​ການ​ເອີ້ນ​ຂອງ​ເພິ່ນ ໃນ​ຖານະ​ທີ່​ເປັນ​ນັກ​ປະຫວັດ​ສາດ ແລະ ຜູ້ບັນ​ທຶກ ຂອງ​ສາດ​ສະ​ໜາ​ຈັກ.

1–2, ຈອນ ວິດເມີ ຕ້ອງ​ເດີນ​ທາງ​ໄປ​ລັດ​ມີ​ເຊີຣີ​ກັບ ອໍ​ລີ​ເວີ ຄາວ​ເດີຣີ; 3–8, ລາວ​ຕ້ອງ​ໄດ້​ສັ່ງ​ສອນ ແລະ ເກັບ​ກຳ, ບັນ​ທຶກ, ແລະ ຂຽນ​ເລື່ອງ​ລາວ​ປະຫວັດ​ສາດ​ໄວ້​ນຳ​ອີກ.

1 ຈົ່ງ​ເຊື່ອ​ຟັງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້​ກ່າວ, ເພາະ​ເຫັນ​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ. ເຮົາ​ເຫັນ​ວ່າ​ມັນ​ບໍ່​ໄດ້​ເປັນ​ຄວາມ​ສະຫລຽວ​ສະຫລາດ ທີ່​ລາວ​ຈະ​ໄດ້​ຮັບ​ການ​ຝາກ​ຝັງ​ດ້ວຍ​ບັນ​ຍັດ ແລະ ດ້ວຍ​ເງິນ ຊຶ່ງ​ລາວ​ຈະ​ຕ້ອງ​ເອົາ​ໄປ​ຫາ​ແຜ່ນ​ດິນ​ຊີໂອນ, ຍົກ​ເວັ້ນ​ແຕ່​ມີ​ຄົນ​ໜຶ່ງ​ໄປ​ກັບ​ລາວ ຄົນ​ທີ່​ຈິງ​ຈັງ ແລະ ຊື່​ສັດ.

2 ດັ່ງ​ນັ້ນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ປະສົງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ຈອນ ວິດເມີ, ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ;

3 ແລະ ພ້ອມ​ນີ້​ກໍ​ໃຫ້​ລາວ​ສືບ​ຕໍ່​ຂຽນ ແລະ ບັນ​ທຶກ ປະຫວັດ​ສາດ​ຂອງ​ທຸກ​ເລື່ອງ​ທີ່​ສຳ​ຄັນ ຊຶ່ງ​ລາວ​ຈະ​ສັງ​ເກດ​ເຫັນ ແລະ ຮູ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງເຮົາ;

4 ແລະ ພ້ອມ​ນີ້​ກໍ​ໃຫ້​ລາວ​ໄດ້​ຮັບ ຄຳ​ແນະນຳ ແລະ ຄວາມ​ຊ່ວຍ​ເຫລືອ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ ແລະ ຄົນ​ອື່ນໆ​ນຳ​ອີກ.

5 ແລະ ພ້ອມ​ນີ້, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ທີ່​ຢູ່​ທົ່ວ​ໄປ​ໃນ​ແຜ່ນ​ດິນ​ໂລກ​ຄວນ​ສົ່ງ​ເລື່ອງ​ລາວ​ກ່ຽວ​ກັບ ການ​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຂົາ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ​ນຳ​ອີກ;

6 ເພາະ​ແຜ່ນ​ດິນ​ຊີໂອນ​ຈະ​ເປັນ​ແຫລ່ງ ແລະ ສະຖານ​ທີ່​ຮັບ ແລະ ເຮັດ​ທຸກ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ.

7 ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ວິດເມີ ເດີນ​ທາງ​ຫລາຍ​ເທື່ອ​ຈາກ​ບ່ອນ​ໜຶ່ງ​ໄປ​ຫາ​ອີກ​ບ່ອນ​ໜຶ່ງ, ແລະ ຈາກ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ໜຶ່ງ​ໄປ​ຫາ​ອີກ​ໜ່ວຍ​ໜຶ່ງ, ເພື່ອ​ວ່າ​ລາວ​ຈະ​ໄດ້​ຮັບ​ຄວາມ​ຮູ້​ງ່າຍ​ຂຶ້ນ—

8 ໂດຍ​ສັ່ງ​ສອນ ແລະ ອະ​ທິ​ບາຍ, ຂຽນ, ກ່າຍ, ເລືອກ, ແລະ ຮັບ​ເອົາ​ທຸກ​ສິ່ງ​ທັງ​ປວງ ທີ່​ຈະ​ເປັນ​ປະ​ໂຫຍດ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ, ແລະ ເພື່ອ​ຄົນ​ລຸ້ນ​ໃໝ່​ທີ່​ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ແຜ່ນ​ດິນ ຊີໂອນ, ຈະ​ໄດ້​ຮັບ​ມັນ ຈາກ​ລຸ້ນ​ສູ່​ລຸ້ນ, ຕະຫລອດ​ການ ແລະ ຕະຫລອດ​ໄປ. ອາແມນ.