ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 79


ພາກ​ທີ 79

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 12 ເດືອນ​ມີນາ, 1832.

1–4, ແຈ​ເຣັດ ຄາດ​ເທີ ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໂດຍ​ພຣະ​ຜູ້​ປອບ​ໂຍນ.

1 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແຈ​ເຣັດ ຄາດ​ເທີ ຄວນ​ໄປ​ຫາ​ດິນ​ແດນ​ພາກ​ຕາ​ເວັນ​ອອກ​ອີກ, ຈາກ​ບ່ອນ​ໜຶ່ງ​ຫາ​ອີກ​ບ່ອນ​ໜຶ່ງ, ແລະ ຈາກ​ເມືອງ​ໜຶ່ງ​ຫາ​ອີກ​ເມືອງ​ໜຶ່ງ, ໃນ​ອຳນາດ​ຂອງ​ການ​ແຕ່ງ​ຕັ້ງ ຊຶ່ງ​ດ້ວຍ​ອຳນາດ​ນັ້ນ​ລາວ​ໄດ້​ຮັບ ການ​ແຕ່ງ​ຕັ້ງ, ແລະ ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ທີ່​ຍິ່ງ​ໃຫຍ່, ແມ່ນ​ແຕ່​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ.

2 ແລະ ເຮົາ​ຈະ​ສົ່ງ ພຣະ​ຜູ້​ປອບ​ໂຍນ​ໄປ​ໃຫ້​ລາວ, ຊຶ່ງ​ຈະ​ສິດ​ສອນ​ລາວ​ເຖິງ​ຄວາມ​ຈິງ ແລະ ເສັ້ນ​ທາງ​ທີ່​ລາວ​ຈະ​ໄປ;

3 ແລະ ຕາບ​ໃດ​ທີ່​ລາວ​ຍັງ​ຊື່​ສັດ, ເຮົາ​ຈະ​ສວມ​ມົງ​ກຸດ​ລາວ​ອີກ​ດ້ວຍ​ມັດ​ເຂົ້າ.

4 ດັ່ງ​ນັ້ນ, ຈົ່ງ​ຊື່ນ​ຊົມ​ໃນ​ໃຈ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ແຈ​ເຣັດ ຄາດ​ເທີ, ແລະ ຢ່າ​ສູ່​ຢ້ານ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ກ່າວ, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ. ອາແມນ.