ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 83


ພາກ​ທີ 83

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ອິນດີ​ເພັນເດັນສ໌, ລັດ​ມີ​ເຊີຣີ, ວັນທີ 30 ເດືອນ​ເມສາ, 1832. ການ​ເປີດ​ເຜີຍ​ນີ້​ໄດ້​ຮັບ​ໃນ​ຂະນະ​ທີ່​ສາດ​ສະ​ດາ​ນັ່ງ​ຢູ່​ໃນ​ການ​ປະ​ຊຸມ​ສະພາ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ເພິ່ນ.

1–4, ຜູ້​ຍິງ ແລະ ເດັກ​ນ້ອຍ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ສາ​ມີ ແລະ ພໍ່​ຂອງ​ພວກ​ເຂົາ; 5–6, ແມ່​ໝ້າຍ ແລະ ເດັກ​ກຳ​ພ້າ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ສາດ​ສະ​ໜາ​ຈັກ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ນອກ​ເໜືອ​ໄປ​ຈາກ​ກົດ​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ ຜູ້​ຍິງ ແລະ ເດັກ​ນ້ອຍ​ແລ້ວ, ຄົນ​ທີ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ໄດ້ ສູນ​ເສຍ​ສາ​ມີ ຫລື ພໍ່​ຂອງ​ພວກ​ເຂົາ:

2 ຜູ້​ຍິງ ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ສາ​ມີ​ຂອງ​ພວກ​ນາງ, ຈົນ​ກວ່າ​ສາ​ມີ​ຂອງ​ພວກ​ນາງ​ໄດ້​ຈາກ​ໄປ; ແລະ ຖ້າ​ຫາກ​ພວກ​ນາງ​ຖືກ​ພົບ​ວ່າ​ບໍ່​ໄດ້​ລ່ວງ​ລະເມີດ, ພວກ​ນາງ​ຈະ​ມີ​ສິດ​ເປັນ​ສະມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ໄດ້.

3 ແລະ ຖ້າ​ຫາກ​ພວກ​ນາງ​ບໍ່​ຊື່​ສັດ ພວກ​ນາງ​ຈະ​ເປັນ​ສະມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ບໍ່​ໄດ້; ແຕ່​ພວກ​ນາງ​ສາ​ມາດ​ຢູ່​ກັບ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ນາງ​ໄດ້​ຕາມ​ກົດ​ໝາຍ​ຂອງ​ແຜ່ນ​ດິນ.

4 ເດັກ​ນ້ອຍ​ທຸກ​ຄົນ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ພໍ່​ແມ່​ຂອງ​ຕົນ ຈົນ​ກວ່າ​ພວກ​ເຂົາ​ເຕັມ​ກະ​ສຽນ.

5 ແລະ ຫລັງ​ຈາກ​ນັ້ນ, ພວກ​ເຂົາ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ, ຫລື ອີກ​ຄຳ​ໜຶ່ງ ຈາກ ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຖ້າ​ຫາກ​ວ່າ​ພໍ່​ແມ່​ຂອງ​ພວກ​ເຂົາ​ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ມອບ​ໃຫ້​ພວກ​ເຂົາ​ເປັນ​ມູນ​ມໍ​ລະ​ດົກ.

6 ແລະ ຕ້ອງ​ຮັກ​ສາ​ຄັງ​ນັ້ນ​ດ້ວຍ​ສິ່ງ​ອຸ​ທິດ​ຖວາຍ​ຂອງ​ສາດ​ສະ​ໜາ​ຈັກ; ແລະ ຕ້ອງ​ຈັດ​ຫາ​ໃຫ້ ແມ່​ໝ້າຍ ແລະ ເດັກ​ກຳ​ພ້າ, ຕະຫລອດ​ທັງ ຄົນ​ຍາກ​ຈົນ​ນຳ​ອີກ. ອາແມນ.