ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 74


ພາກ​ທີ 74

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເຂດ​ເວນ, ລັດ​ນິວຢອກ, ໃນ​ປີ 1830. ເຖິງ​ແມ່ນ​ກ່ອນ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ, ກໍ​ມີ​ຄຳ​ຖາມ​ເກີດ​ຂຶ້ນ ກ່ຽວ​ກັບ​ວິ​ທີ​ການ​ທີ່​ຖືກ​ຕ້ອງ​ເລື່ອງ​ການ​ບັບຕິ​ສະມາ, ຈຶ່ງ​ໄດ້​ເຮັດ​ໃຫ້​ສາດ​ສະ​ດາ​ສະແຫວງ​ຫາ​ຄຳ​ຕອບ ໃນ​ເລື່ອງ​ນີ້. ປະຫວັດ​ຂອງ​ໂຈເຊັບ ສະມິດ ກ່າວ​ວ່າ ການ​ເປີດ​ເຜີຍ​ນີ້ ເປັນ​ການ​ຂະ​ຫຍາຍ​ຂໍ້​ຄວາມ​ຂອງ 1 ໂກ​ຣິນ​ໂທ 7:14, ເປັນ​ຂໍ້​ພຣະ​ຄຳ​ພີ ທີ່​ມັກ​ຖືກ​ໃຊ້​ເລື້ອຍໆ ເພື່ອ​ໃຫ້​ເຫດ​ຜົນ ເລື່ອງ​ການ​ບັບຕິ​ສະມາ​ໃຫ້​ເດັກ​ແດງ​ທາ​ລົກ.

1–5, ໂປໂລ​ແນະນຳ​ສາດ​ສະ​ໜາ​ຈັກ​ໃນ​ວັນ​ເວລາ​ຂອງ​ເພິ່ນ​ວ່າ​ບໍ່​ໃຫ້​ຮັກ​ສາ​ກົດ​ຂອງ​ໂມເຊ; 6–7, ເດັກ​ນ້ອຍໆ​ບໍ​ລິ​ສຸດ ແລະ ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ຜ່ານ​ການ​ຊົດ​ໃຊ້.

1 ເພາະ​ສາ​ມີ ທີ່​ບໍ່​ເຊື່ອ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ພັນ​ລະ​ຍາ, ແລະ ພັນ​ລະ​ຍາ​ທີ່​ບໍ່​ເຊື່ອ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ສາ​ມີ; ຖ້າ​ບໍ່​ດັ່ງ​ນັ້ນ​ລູກໆ​ຂອງ​ເຈົ້າ​ຈະ​ບໍ່​ສະອາດ, ແຕ່​ບັດ​ນີ້​ພວກ​ເຂົາ​ບໍ​ລິ​ສຸດ.

2 ບັດ​ນີ້, ໃນ​ວັນ​ເວລາ​ຂອງ​ອັກຄະ​ສາວົກ ມີ​ກົດ​ຂອງ​ພິ​ທີ​ຕັດ​ໃນ​ບັນ​ດາ​ຊາວ​ຢິວ​ທັງ​ປວງ​ຜູ້​ບໍ່​ໄດ້​ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເກີດ ການ​ຂັດ​ແຍ້ງ​ອັນ​ຍິ່ງ​ໃຫຍ່​ໃນ​ບັນ​ດາ​ຜູ້​ຄົນ​ກ່ຽວ​ກັບ​ກົດ​ຂອງ ພິ​ທີ​ຕັດ, ເພາະ​ສາ​ມີ​ຜູ້​ທີ່​ບໍ່​ເຊື່ອ​ຢາກ​ໃຫ້​ລູກໆ​ຂອງ​ຕົນ​ໄດ້​ຮັບ​ພິ​ທີ​ຕັດ ແລະ ມາ​ຢູ່​ພາຍ​ໃຕ້ ກົດ​ຂອງ​ໂມເຊ, ຊຶ່ງ​ກົດ​ນັ້ນ ໄດ້​ສົມ​ບູນ​ແລ້ວ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລູກໆ, ໂດຍ​ທີ່​ໄດ້​ຮັບ​ການ​ລ້ຽງ​ດູ​ໃຫ້​ຢູ່​ພາຍ​ໃຕ້​ກົດ​ຂອງ​ໂມເຊ, ຈຶ່ງ​ເອົາ​ໃຈ​ໃສ່​ກັບ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ ແລະ ບໍ່​ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ, ຊຶ່ງ​ໃນ​ການ​ນີ້​ພວກ​ເຂົາ​ຈຶ່ງ​ກາຍ​ເປັນ​ຄົນ​ທີ່​ບໍ່​ບໍ​ລິ​ສຸດ.

5 ດັ່ງ​ນັ້ນ, ເພາະ​ເຫດ​ນີ້​ອັກຄະ​ສາວົກ​ຈຶ່ງ​ໄດ້​ຂຽນ​ເຖິງ​ສາດ​ສະ​ໜາ​ຈັກ, ໂດຍ​ມອບ​ບັນ​ຍັດ​ໃຫ້​ແກ່​ພວກ​ເຂົາ, ບໍ່​ແມ່ນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ຈາກ​ເພິ່ນ​ເອງ, ວ່າ​ຄົນ​ທີ່​ເຊື່ອ​ບໍ່​ຄວນ ແຕ່ງ​ງານ​ກັບ​ຄົນ​ທີ່​ບໍ່​ເຊື່ອ; ຍົກ​ເວັ້ນ​ແຕ່ ກົດ​ຂອງ​ໂມເຊ​ຈະ​ຖືກ​ຍົກ​ເລີກ​ໃນ​ບັນ​ດາ​ພວກ​ເຂົາ,

6 ເພື່ອ​ລູກໆ​ຂອງ​ພວກ​ເຂົາ​ຈະ​ຍັງ​ຢູ່​ໂດຍ​ປາດ​ສະ​ຈາກ​ພິ​ທີ​ຕັດ; ແລະ​ວ່າ​ຮີດ​ຄອງ​ປະ​ເພ​ນີ​ນັ້ນ​ຈະ​ຖືກ​ຍົກ​ເລີກ​ໄປ, ຊຶ່ງ​ກ່າວ​ວ່າ​ເດັກ​ນ້ອຍໆ​ບໍ່​ບໍ​ລິ​ສຸດ; ເພາະ​ເລື່ອງ​ນີ້​ມີ​ຢູ່​ໃນ​ບັນ​ດາ​ຊາວ​ຢິວ;

7 ແຕ່ ເດັກ​ນ້ອຍໆ ບໍ​ລິ​ສຸດ, ໂດຍ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ຜ່ານ ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ; ແລະ ນີ້​ຄື​ສິ່ງ​ທີ່​ພຣະ​ຄຳ​ພີ​ໝາຍ​ເຖິງ.