ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 128


ພາກ​ທີ 128

ສານ​ຈາກ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ເຖິງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ບັນ​ຈຸ​ຄຳ​ແນະນຳ​ເພີ່ມ​ເຕີມ​ເລື່ອງ​ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ, ລົງ​ວັນທີ​ທີ່​ເມືອງ​ນາວູ, ລັດ​ອິ​ລິ​ນອຍ, ວັນທີ 6 ເດືອນ​ກັນຍາ, 1842.

1–5, ຜູ້​ເຮັດ​ບັນ​ທຶກ​ຂອງ​ທ້ອງ​ຖິ່ນ ແລະ ຜູ້​ບັນ​ທຶກ​ທົ່ວ​ໄປ​ຕ້ອງ​ຮັບ​ຮອງ​ຂໍ້​ມູນ​ຂອງ​ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ; 6–9, ບັນ​ທຶກ​ຂອງ​ເຂົາ​ເຈົ້າ​ຖືກ​ຜູກ​ມັດ​ໄວ້ ແລະ ຖືກ​ບັນ​ທຶກ​ໄວ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະຫວັນ; 10–14, ອ່າງ​ບັບຕິ​ສະມາ​ເປັນ​ສັນ​ຍາ​ລັກ​ເຖິງ​ຫລຸມ​ສົບ; 15–17, ເອລີ​ຢາ​ໄດ້​ຟື້ນ​ຟູ​ອຳນາດ​ກ່ຽວ​ກັບ​ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ; 18–21, ຂໍ​ກະແຈ, ອຳນາດ, ແລະ ສິດ​ອຳນາດ​ທັງ​ໝົດ​ຂອງ​ຍຸກ​ສະ​ໄໝ​ທີ່​ຜ່ານ​ມາ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່; 22–25, ມີ​ການ​ກ່າວ​ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ ແລະ ເລີດ​ລ້ຳ ສຳ​ລັບ​ຄົນ​ເປັນ ແລະ ຄົນ​ຕາຍ.

1 ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ທ່ານ​ໃນ​ຈົດ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ກ່ອນ​ຂ້າ​ພະ​ເຈົ້າ​ໄດ້​ຈາກ​ບ່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄປ, ວ່າ​ຂ້າ​ພະ​ເຈົ້າ​ຈະ​ຂຽນ​ເຖິງ​ພວກ​ທ່ານ​ເປັນ​ບາງ​ຄັ້ງ ແລະ ຈະ​ໃຫ້​ຂໍ້​ມູນ​ແກ່​ພວກ​ທ່ານ​ກ່ຽວ​ກັບ​ຫລາຍ​ເລື່ອງ, ບັດ​ນີ້ ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ເລື່ອງ ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ອີກ, ເພາະ​ວ່າ​ເລື່ອງ​ນັ້ນ​ວົນ​ວຽນ​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ແລະ ກະ​ທົບ​ກະ​ເທືອນ​ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ທີ່​ສຸດ, ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ຖືກ​ສັດ​ຕູ​ໄລ່​ຕາມ.

2 ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ເຖິງ​ພວກ​ທ່ານ​ໜ້ອຍ​ໜຶ່ງ​ເລື່ອງ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ຜູ້​ບັນ​ທຶກ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ເລື່ອງ​ນີ້, ຊຶ່ງ​ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຢືນ​ຢັນ. ນັ້ນ​ຄື, ມີ​ກ່າວ​ຢູ່​ໃນ​ຈົດ​ໝາຍ​ສະບັບ​ກ່ອນ​ຂອງ​ຂ້າ​ພະ​ເຈົ້າ​ວ່າ​ຕ້ອງ​ມີ ຜູ້​ບັນ​ທຶກ, ຜູ້​ທີ່​ຈະ​ເປັນ​ພະຍານ​ດ້ວຍ​ຕາ, ແລະ ໄດ້​ຍິນ​ດ້ວຍ​ຫູ​ຂອງ​ລາວ​ນຳ​ອີກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ເຮັດ​ບັນ​ທຶກ​ຢ່າງ​ແທ້​ຈິງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

3 ບັດ​ນີ້, ກ່ຽວ​ກັບ​ເລື່ອງ​ນີ້, ອາດ​ຫຍຸ້ງ​ຍາກ​ຫລາຍ​ສຳ​ລັບ​ຜູ້​ບັນ​ທຶກ​ຄົນ​ດຽວ​ທີ່​ຈະ​ຢູ່​ຕະຫລອດ​ເວລາ, ແລະ ເຮັດ​ພາ​ລະ​ກິດ​ທັງ​ໝົດ. ເພື່ອ​ຫລີກ​ເວັ້ນ​ຈາກ​ຄວາມ​ຫຍຸ້ງ​ຍາກ​ນີ້, ຈຶ່ງ​ສາ​ມາດ​ກຳ​ນົດ​ຜູ້​ບັນ​ທຶກ​ໃນ​ແຕ່​ລະ​ທ້ອງ​ຖິ່ນ​ຂອງ​ເມືອງ, ຜູ້​ມີ​ຄວາມ​ສາ​ມາດ​ທີ່​ຈະ​ເຮັດ​ການ​ລາຍ​ງານ​ໃຫ້​ຖືກ​ຕ້ອງ; ແລະ ໃຫ້​ລາຍ​ລະ​ອຽດ ແລະ ຊັດ​ແຈ້ງ​ໃນ​ການ​ຈົດ​ການ​ດຳ​ເນີນ​ງານ​ທັງ​ໝົດ​ໄວ້, ໂດຍ​ການ​ຢືນ​ຢັນ​ໃນ​ບັນ​ທຶກ​ຂອງ​ລາວ​ວ່າ​ລາວ​ໄດ້​ເຫັນ​ກັບ​ຕາ, ແລະ ໄດ້​ຍິນ​ກັບ​ຫູ​ຂອງ​ລາວ, ໂດຍ​ລົງ​ວັນທີ, ແລະ ຊື່, ແລະ ອື່ນໆ, ແລະ ປະຫວັດ​ຂອງ​ການ​ດຳ​ເນີນ​ງານ​ທຸກ​ຢ່າງ; ໂດຍ​ລົງ​ຊື່​ຄົນ​ທີ່​ຢູ່​ດ້ວຍ​ຈັກ​ສາມ​ຄົນ, ຖ້າ​ຫາກ​ມີ​ໃຜ​ຢູ່​ທີ່​ນັ້ນ, ຜູ້​ຊຶ່ງ​ໃນ​ເວລາ​ໃດ​ກໍ​ຕາມ​ເມື່ອ​ຖືກ​ຂໍ​ຮ້ອງ​ຈະ​ຢືນ​ຢັນ​ການ​ດຳ​ເນີນ​ງານ​ດຽວ​ກັນ​ນັ້ນ​ໄດ້, ເ​ພື່ອ​ວ່າ​ດ້ວຍ​ປາກ​ຂອງ ພະຍານ​ສອງ ຫລື ສາມ​ຄົນ ທຸກໆ​ຄຳ​ຈະ​ຖືກ​ສະຖາ​ປະນາ​ໄວ້.

4 ຈາກ​ນັ້ນ, ໃຫ້​ມີ​ຜູ້​ບັນ​ທຶກ​ທົ່ວ​ໄປ​ຄົນ​ໜຶ່ງ, ຜູ້​ທີ່​ຈະ​ຮັບ​ເອົາ​ບັນ​ທຶກ​ອື່ນໆ, ໂດຍ​ການ​ມີ​ໃບ​ຮັບ​ຮອງ​ພ້ອມ​ດ້ວຍ​ລາຍ​ເຊັນ​ຂອງ​ພວກ​ເຂົາ​ເອງ, ຊຶ່ງ​ຢືນ​ຢັນ​ວ່າ​ບັນ​ທຶກ​ທີ່​ພວກ​ເຂົາ​ໄດ້​ເຮັດ​ເປັນ​ຄວາມ​ຈິງ. ຈາກ​ນັ້ນ ຜູ້​ບັນ​ທຶກ​ທົ່ວ​ໄປ​ຂອງ​ສາດ​ສະ​ໜາ​ຈັກ​ຈຶ່ງ​ຈະ​ລົງ​ບັນ​ທຶກ​ໃນ​ປຶ້ມ​ບັນ​ທຶກ​ທົ່ວ​ໄປ​ຂອງ​ສາດ​ສະ​ໜາ​ຈັກ, ພ້ອມ​ດ້ວຍ​ໃບ​ຮັບ​ຮອງ ແລະ ພະຍານ​ທັງ​ໝົດ​ທີ່​ຢູ່​ດ້ວຍ, ພ້ອມ​ດ້ວຍ​ຂໍ້​ຄວາມ​ຂອງ​ລາວ​ເອງ​ວ່າ​ຕາມ​ຄວາມ​ຈິງ​ແລ້ວ ລາວ​ເຊື່ອ​ເອ​ກະ​ສານ​ດັ່ງ​ກ່າວ ແລະ ບັນ​ທຶກ​ວ່າ​ເປັນ​ຄວາມ​ຈິງ, ຈາກ​ຄວາມ​ຮູ້​ຂອງ​ລາວ​ເຖິງ​ລັກ​ສະ​ນະ​ທົ່ວ​ໄປ ແລະ ໜ້າ​ທີ່​ຂອງ​ຄົນ​ເຫລົ່າ​ນັ້ນ​ໂດຍ​ສາດ​ສະ​ໜາ​ຈັກ. ແລະ ເມື່ອ​ສິ່ງ​ນີ້​ໄດ້​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ປຶ້ມ​ບັນ​ທຶກ​ທົ່ວ​ໄປ​ຂອງ​ສາດ​ສະ​ໜາ​ຈັກ​ແລ້ວ, ບັນ​ທຶກ​ຈະ​ສັກ​ສິດ​ເຊັ່ນ​ດຽວ​ກັນ, ແລະ ຈະ​ຢືນ​ຢັນ​ພິ​ທີ​ການ​ເຊັ່ນ​ດຽວ​ກັນ ຄື​ກັບ​ວ່າ​ລາວ​ໄດ້​ເຫັນ​ກັບ​ຕາ, ແລະ ໄດ້​ຍິນ​ກັບ​ຫູ​ຂອງ​ລາວ, ແລະ ໄດ້​ເຮັດ​ບັນ​ທຶກ​ຢ່າງ​ດຽວ​ກັນ​ໃນ​ປຶ້ມ​ບັນ​ທຶກ​ທົ່ວ​ໄປ​ຂອງ​ສາດ​ສະ​ໜາ​ຈັກ.

5 ພວກ​ທ່ານ​ອາດ​ຄິດ​ວ່າ ລະບຽບ​ຂອງ​ເລື່ອງ​ເຫລົ່າ​ນີ້​ລະ​ອຽດ​ຫລາຍ; ແຕ່​ຂ້າ​ພະ​ເຈົ້າ​ຂໍ​ບອກ​ພວກ​ທ່ານ​ວ່າ ມັນ​ເປັນ​ພຽງ​ເພື່ອ​ຕອບ​ສະ​ໜອງ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ, ໂດຍ​ການ​ເຮັດ​ໃຫ້​ສອດ​ຄ່ອງ​ກັບ​ພິ​ທີ​ການ ແລະ ການ​ຕຽມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຕ່ງ​ຕັ້ງ ແລະ ໄດ້​ຕຽມ​ໄວ້​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ເພື່ອ ຄວາມ​ລອດ​ຂອງ​ຄົນ​ຕາຍ ຜູ້​ໄດ້​ຕາຍ​ປາດ​ສະ​ຈາກ ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ.

6 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຈຳ​ໄວ້​ວ່າ ໂຢຮັນ​ຜູ້​ເປີດ​ເຜີຍ ໄດ້​ໄຕ່​ຕອງ​ເລື່ອງ​ນີ້ ກ່ຽວ​ກັບ​ຄົນ​ຕາຍ, ເມື່ອ​ເພິ່ນ​ໄດ້​ປະ​ກາດ, ດັ່ງ​ທີ່​ພວກ​ທ່ານ​ຈະ​ພົບ​ເຫັນ​ວ່າ​ມີ​ບັນ​ທຶກ​ຢູ່​ໃນ​ພຣະ​ນິມິດ 20:12ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ບັນ​ດາ​ຄົນ​ທີ່​ຕາຍ​ແລ້ວ​ທັງ​ຜູ້​ນ້ອຍ ແລະ ຜູ້​ໃຫຍ່​ພາ​ກັນ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ; ແລະ ໜັງ​ສື​ຕ່າງໆ​ກໍ​ເປີດ​ອອກ; ແລະ ມີ​ໜັງ​ສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ເປີດ​ອອກ, ຄື​ທະ​ບຽນ​ແຫ່ງ​ຊີ​ວິດ; ແລະ ຄົນ​ທັງ​ຫລາຍ​ທີ່​ຕາຍ​ແລ້ວ​ກໍ​ຖືກ​ຕັດ​ສິນ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ ດັ່ງ​ທີ່​ມີ​ບັນ​ທຶກ​ໄວ້​ໃນ​ໜັງ​ສື​ເຫລົ່າ​ນັ້ນ.

7 ພວກ​ທ່ານ​ຈະ​ພົບ​ໃນ​ຄຳ​ກ່າວ​ອ້າງ​ນີ້​ວ່າ​ໜັງ​ສື​ຕ່າງໆ​ກໍ​ເປີດ​ອອກ; ແລະ ມີ​ໜັງ​ສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ຖືກ​ເປີດ​ອອກ, ຊຶ່ງ​ເປັນ ທະ​ບຽນ​ແຫ່ງ​ຊີ​ວິດ; ແຕ່​ຄົນ​ທັງ​ຫລາຍ​ທີ່​ຕາຍ​ແລ້ວ​ກໍ​ຖືກ​ຕັດ​ສິນ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ​ດັ່ງ​ທີ່​ມີ​ບັນ​ທຶກ​ໄວ້​ໃນ​ໜັງ​ສື​ເຫລົ່າ​ນັ້ນ; ດ້ວຍ​ເຫດ​ນັ້ນ, ໜັງ​ສື​ທີ່​ກ່າວ​ເຖິງ​ນັ້ນ ຈະ​ຕ້ອງ​ເປັນ​ໜັງ​ສື​ທີ່​ມີ​ບັນ​ທຶກ​ວຽກ​ງານ​ຂອງ​ພວກ​ເຂົາ, ແລະ ກ່າວ​ເຖິງ ບັນ​ທຶກ​ທີ່​ຂຽນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ແລະ ໜັງ​ສື​ຊຶ່ງ​ເປັນ​ທະ​ບຽນ​ແຫ່ງ​ຊີ​ວິດ​ຄົງ​ເປັນ​ໜັງ​ສື​ທີ່​ຂຽນ​ຢູ່​ໃນ​ສະຫວັນ; ຫລັກ​ທຳ​ແມ່ນ​ສອດ​ຄ່ອງ​ຢ່າງ​ທ່ຽງ​ຕົງ​ກັບ​ຄຳ​ສອນ ຊຶ່ງ​ໄດ້​ບັນ​ຊາ​ພວກ​ທ່ານ​ໃນ​ການ​ເປີດ​ເຜີຍ​ທີ່​ມີ​ຢູ່​ໃນ​ຈົດ​ໝາຍ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ເຖິງ​ພວກ​ທ່ານ​ກ່ອນ​ຂ້າ​ພະ​ເຈົ້າ​ຈະ​ໄປ​ຈາກ​ບ່ອນ​ຂອງ​ຂ້າ​ພະ​ເຈົ້າ—ເພື່ອ​ວ່າ​ໃນ​ການ​ບັນ​ທຶກ​ທັງ​ໝົດ​ຂອງ​ພວກ​ທ່ານ ມັນ​ຈະ​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ສະຫວັນ.

8 ບັດ​ນີ້, ລັກ​ສະ​ນະ​ຂອງ​ພິ​ທີ​ການ​ນີ້​ແມ່ນ​ປະກອບ​ຢູ່​ໃນ ອຳນາດ​ຂອງຖານະ​ປະ​ໂລ​ຫິດ, ໂດຍ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຢຊູ​ຄຣິດ, ຊຶ່ງ​ໃນ​ນັ້ນ ມັນ​ໄດ້​ຖືກ​ປະທານ​ໃຫ້​ວ່າ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ທ່ານ​ຈະ ຜູກ​ມັດ​ເທິງ​ແຜ່ນ​ດິນ​ໂລກ ສິ່ງ​ນັ້ນ​ຈະ​ຖືກ​ຜູກ​ມັດ​ໃນ​ສະຫວັນ; ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ທ່ານ​ຈະ​ແກ້​ໃຫ້​ຫລຸດ​ເທິງ​ແຜ່ນ​ດິນ​ໂລກ ສິ່ງ​ນັ້ນ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ໃນ​ສະຫວັນ; ຫລື, ອີກ​ຄຳ​ໜຶ່ງ, ຄວາມ​ໝາຍ​ອີກ​ຢ່າງ​ໜຶ່ງ​ຂອງ​ຄຳ​ແປ, ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ທ່ານ​ບັນ​ທຶກ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ສະຫວັນ, ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ທ່ານ ບໍ່​ບັນ​ທຶກ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ຈະ​ບໍ່​ຖືກ​ບັນ​ທຶກ​ໄວ້​ໃນ​ສະຫວັນ; ເພາະ​ຈາກ​ໜັງ​ສື​ທັງ​ຫລາຍ ຄົນ​ຕາຍ​ຂອງ​ພວກ​ທ່ານ​ຈະ​ໄດ້​ຮັບ​ການ​ພິ​ພາກ​ສາ, ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ​ເອງ, ບໍ່​ວ່າ​ພວກ​ເຂົາ​ເອງ​ໄດ້​ປະ​ຕິ​ບັດ ພິ​ທີ​ການ​ຂອງ​ພວກ​ເຂົາ​ເອງ, ຫລື ໂດຍ​ອາ​ໄສ​ຕົວ​ແທນ​ຂອງ​ພວກ​ເຂົາ​ເອງ, ຕາມ​ພິ​ທີ​ການ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຕຽມ​ໄວ້​ເພື່ອ ຄວາມ​ລອດ​ຂອງ​ພວກ​ເຂົາ​ນັບ​ແຕ່​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ຕາມ​ບັນ​ທຶກ​ຊຶ່ງ​ພວກ​ເຂົາ​ໄດ້​ຂຽນ​ໄວ້​ກ່ຽວ​ກັບ​ຄົນ​ຕາຍ​ຂອງ​ພວກ​ເຂົາ.

9 ກັບ​ບາງ​ຄົນ ອາດ​ເບິ່ງ​ຄື​ວ່າ ມັນ​ເປັນ​ຄຳ​ສອນ​ທີ່​ອາດ​ຫານ​ຫລາຍ​ທີ່​ພວກ​ເຮົາ​ກ່າວ​ເຖິງ—ເປັນ​ອຳນາດ​ຊຶ່ງ​ບັນ​ທຶກ​ໄວ້ ຫລື ຜູກ​ມັດ​ໄວ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ຜູກ​ມັດ​ໄວ້​ຢູ່​ໃນ​ສະຫວັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ​ຂອງ​ໂລກ, ເມື່ອ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ ຍຸກ​ສະ​ໄໝ​ຂອງ​ຖານະ​ປະ​ໂລ​ຫິດ​ໃຫ້​ມະນຸດ​ຄົນ​ໃດ​ໂດຍ​ການ​ເປີດ​ເຜີຍ​ໂດຍ​ກົງ, ຫລື ຄົນ​ກຸ່ມ​ໃດ​ກໍ​ຕາມ, ອຳນາດ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ສະເໝີ. ດ້ວຍ​ເຫດ​ນີ້, ອັນ​ໃດ​ກໍ​ຕາມ​ທີ່​ຄົນ​ເຫລົ່າ​ນັ້ນ​ເຮັດ​ໄປ​ໃນ ສິດ​ອຳນາດ, ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮັດ​ຢ່າງ​ຖືກ​ຕ້ອງ ແລະ ຢ່າງ​ຊື່​ສັດ, ແລະ ຂຽນ​ບັນ​ທຶກ​ໃນ​ສິ່ງ​ດຽວ​ກັນ​ໄວ້​ຢ່າງ​ຖືກ​ຕ້ອງ ແລະ ຊື່​ສັດ, ແລ້ວ​ມັນ​ຈະ​ກາຍ​ເປັນ​ກົດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະຫວັນ, ແລະ ລົບ​ລ້າງ​ບໍ່​ໄດ້, ຕາມ​ຄຳ​ສັ່ງ​ຂອງ ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່. ຄຳ​ນີ້​ເປັນ​ຄວາມ​ຈິງ. ຜູ້​ໃດ​ຈະ​ໄດ້​ຍິນ​ມັນ​ໄດ້?

10 ແລະ ອີກ​ເທື່ອ​ໜຶ່ງ, ຍົກ​ຕົວ​ຢ່າງ, ມັດທາຍ 16:18, 19: ແລະ ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ​ເຈົ້າ​ຄື​ເປໂຕ ເທິງ​ຫີນ​ກ້ອນ​ນີ້ເຮົາ​ຈະ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຂຶ້ນ; ແລະ ປະຕູ​ນະລົກ​ຈະ​ເອົາ​ຊະນະ​ມັນ​ບໍ່​ໄດ້. ແລະ ເຮົາ​ຈະ​ມອບ​ຂໍ​ກະແຈ​ຂອງ​ອາ​ນາ​ຈັກ​ສະຫວັນ​ໃຫ້​ເຈົ້າ: ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຜູກ​ມັດ​ໄວ້​ເທິງ​ແຜ່ນ​ດິນ​ໂລກ​ນີ້, ສິ່ງ​ນັ້ນ​ຈະ​ຖືກ​ຜູກ​ມັດ​ໄວ້​ໃນ​ສະຫວັນ; ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຈະ​ແກ້​ເທິງ​ແຜ່ນ​ດິນ​ໂລກ​ນີ້, ສິ່ງ​ນັ້ນ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສະຫວັນ.

11 ບັດ​ນີ້ ຄວາມ​ລັບ​ອັນ​ສຳ​ຄັນ ແລະ ສູງ​ສຸດ​ຂອງ​ທັງ​ເລື່ອງ, ແລະ ຊຳ​ມຳ ໂບ​ນຳ (ຄວາມ​ວິ​ເສດ​ສຸດ) ຂອງ​ທັງ​ເລື່ອງ​ທີ່​ວາງ​ຢູ່​ຕໍ່​ໜ້າ​ພວກ​ເຮົາ, ຢູ່​ໃນ​ການ​ໄດ້​ຮັບ​ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ສັກ​ສິດ. ສຳ​ລັບ​ຄົນ​ທີ່ ຂໍ​ກະແຈ​ເຫລົ່າ​ນີ້​ໄດ້​ຖືກ​ມອບ​ໃຫ້ ຈະ​ບໍ່​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ໄດ້​ຮັບ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ​ແທ້​ກ່ຽວ​ກັບ ຄວາມ​ລອດ​ຂອງ​ລູກ​ຫລານ​ມະນຸດ, ທັງ​ສຳ​ລັບ​ຄົນ​ຕາຍ ແລະ ສຳ​ລັບ​ຄົນ​ເປັນ.

12 ໃນ​ນີ້​ຄື ລັດ​ສະ​ໝີ​ພາບ ແລະ ກຽດ​ຕິ​ຍົດ, ແລະ ຄວາມ​ເປັນ ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ—ພິ​ທີ​ການ​ບັບຕິ​ສະມາ​ໂດຍ​ນ້ຳ, ທີ່​ຈະ ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ຊຶ່ງ​ເປັນ​ລັກ​ສະ​ນະ​ຄ້າຍ​ຄື​ກັບ​ການ​ຕາຍ, ເພື່ອ​ວ່າ​ຫລັກ​ທຳ​ຂໍ້​ໜຶ່ງ​ຈະ​ກົງ​ກັນ​ກັບ​ຫລັກ​ທຳ​ອີກ​ຂໍ້​ໜຶ່ງ; ທີ່​ຈະ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ ແລະ ຂຶ້ນ​ມາ​ຈາກ​ນ້ຳ ເປັນ​ລັກ​ສະ​ນະ​ຄ້າຍ​ຄື​ກັບ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ​ໃນ​ການ​ຂຶ້ນ​ມາ​ຈາກ​ຫລຸມ​ສົບ​ຂອງ​ພວກ​ເຂົາ; ດ້ວຍ​ເຫດ​ນີ້, ພິ​ທີ​ການ​ນີ້​ຈຶ່ງ​ຖືກ​ແຕ່ງ​ຕັ້ງ​ໄວ້​ເພື່ອ​ໃຫ້​ມີ​ຄວາມ​ສຳ​ພັນ​ກັບ​ພິ​ທີ​ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ, ໂດຍ​ເປັນ​ໄປ​ໃນ​ລັກ​ສະ​ນະ​ທີ່​ຄ້າຍ​ຄື​ກັບ​ການ​ຕາຍ.

13 ດັ່ງ​ນັ້ນ, ອ່າງ ບັບຕິ​ສະມາ​ຈຶ່ງ​ຖືກ​ຕັ້ງ​ໄວ້​ເປັນ ສັນ​ຍາ​ລັກ​ໃຫ້​ຫລຸມ​ຝັງ​ສົບ, ແລະ ຖືກ​ບັນ​ຊາ​ໃຫ້​ຢູ່​ໃນ​ສະຖານ​ທີ່​ບ່ອນ​ທີ່​ຄົນ​ເປັນ​ມັກ​ມາ​ຊຸມ​ນຸມ​ກັນ, ເພື່ອ​ສະແດງ​ໃຫ້​ເຫັນ​ຄົນ​ເປັນ ແລະ ຄົນ​ຕາຍ, ເພື່ອ​ວ່າ​ທຸກ​ສິ່ງ​ທັງ​ປວງ​ຈະ​ມີ​ບາງ​ສິ່ງ​ທີ່​ຄ້າຍ​ຄື, ແລະ ເພື່ອ​ວ່າ​ມັນ​ຈະ​ສອດ​ຄ່ອງ​ກັນ​ແລະ​ກັນ—ວ່າ​ສິ່ງ​ຊຶ່ງ​ເປັນ​ຝ່າຍ​ຂອງ​ໂລກ​ສອດ​ຄ່ອງ​ກັບ​ສິ່ງ​ຊຶ່ງ​ເປັນ​ຝ່າຍ​ສະຫວັນ, ດັ່ງ​ທີ່​ໂປໂລ​ໄດ້​ປະ​ກາດ​ໃນ, 1 ໂກຣິນ​ໂທ 15:46, 47, ແລະ 48:

14 ແຕ່​ກາຍ​ທີ່​ເກີດ​ມາ​ກ່ອນ​ນັ້ນ ບໍ່​ແມ່ນ​ເປັນ​ກາຍ​ຝ່າຍ​ວິນ​ຍານ, ແຕ່​ເປັນ​ກາຍ​ທຳ​ມະ​ດາ; ແລະ ຕໍ່​ມາ​ຈຶ່ງ​ເກີດ​ມີ​ຝ່າຍ​ວິນ​ຍານ. ມະນຸດ​ຜູ້​ທຳ​ອິດ​ເກີດ​ມາ​ຈາກ​ດິນ​ຈຶ່ງ​ກາຍ​ເປັນ​ຂີ້​ຝຸ່ນ​ດິນ; ມະນຸດ​ຜູ້​ທີ​ສອງ​ຄື ພຣະ​ຜູ້​ເປັນ​ເຈົ້າ ມາ​ຈາກ​ສະຫວັນ. ຜູ້​ທີ່​ເກີດ​ມາ​ຈາກ​ດິນ​ເປັນ​ຢ່າງ​ໃດ, ຄົນ​ທັງ​ຫລາຍ​ທີ່​ເກີດ​ມາ​ຈາກ​ດິນ​ກໍ​ເປັນ​ຢ່າງ​ນັ້ນ; ແລະ ຜູ້​ທີ່​ສະ​ເດັດ​ມາ​ຈາກ​ສະຫວັນ​ເປັນ​ຢ່າງ​ໃດ, ຄົນ​ທັງ​ຫລາຍ​ທີ່​ເປັນ​ຝ່າຍ​ສະຫວັນ​ກໍ​ເປັນ​ຢ່າງ​ນັ້ນ. ແລະ ບັນ​ທຶກ​ຢູ່​ເທິງ​ໂລກ​ກ່ຽວ​ກັບ​ຄົນ​ຕາຍ​ຂອງ​ພວກ​ທ່ານ, ຊຶ່ງ​ໄດ້​ບັນ​ທຶກ​ໄວ້​ແທ້ໆ​ສັນ​ໃດ, ກໍ​ຈະ​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ສະຫວັນ​ສັນ​ນັ້ນ. ສະນັ້ນ, ນີ້​ເປັນ​ອຳນາດ ການ​ຜະ​ນຶກ ແລະ ການ​ຜູກ​ມັດ, ແລະ, ໃນ​ຄວາມ​ໝາຍ​ໜຶ່ງ​ຂອງ​ເລື່ອງ​ນີ້, ເປັນ ຂໍ​ກະແຈ​ຂອງ​ອາ​ນາ​ຈັກ, ຊຶ່ງ​ປະກອບ​ດ້ວຍ​ຂໍ​ກະແຈ​ແຫ່ງ ຄວາມ​ຮູ້.

15 ແລະ ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຢືນ​ຢັນ​ກັບ​ພວກ​ທ່ານ​ວ່າ ນີ້​ເປັນ​ຫລັກ​ທຳ​ກ່ຽວ​ກັບ​ຄົນ​ຕາຍ ແລະ ຄົນ​ເປັນ ຊຶ່ງ​ຕ້ອງ​ເຮັດ​ແບບ​ເອົາ​ຈິງ​ເອົາ​ຈັງ, ກ່ຽວ​ກັບ​ຄວາມ​ລອດ​ຂອງ​ເຮົາ. ເພາະ​ວ່າ​ຄວາມ​ລອດ​ຂອງ​ພວກ​ເຂົາ​ຈຳ​ເປັນ ແລະ ສຳ​ຄັນ​ຕໍ່ ຄວາມ​ລອດ​ຂອງ​ເຮົາ, ດັ່ງ​ທີ່​ໂປໂລ​ໄດ້​ກ່າວ​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ—ຖ້າ​ຫາກ​ປາດ​ສະ​ຈາກ​ພວກ​ເຮົາ, ພວກ​ເຂົາ​ຈະ ດີ​ພ້ອມ​ບໍ່​ໄດ້—ທັງ​ພວກ​ເຮົາ​ກໍ​ຄື​ກັນ ຈະ​ດີ​ພ້ອມ​ບໍ່​ໄດ້ ຖ້າ​ຫາກ​ປາດ​ສະ​ຈາກ​ຄົນ​ຕາຍ​ຂອງ​ພວກ​ເຮົາ.

16 ແລະ ບັດ​ນີ້, ກ່ຽວ​ກັບ​ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ, ຂ້າ​ພະ​ເຈົ້າ​ຈະ​ໃຫ້​ຂໍ້​ອ້າງ​ອີງ​ຂອງ​ໂປໂລ​ອີກ​ຕອນ​ໜຶ່ງ, 1 ໂກຣິນ​ໂທ 15:29: ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ​ຄົນ​ທັງ​ຫລາຍ​ທີ່​ຮັບ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ນັ້ນ ຈະ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ ຖ້າ​ພຣະ​ເຈົ້າ​ບໍ່​ບັນ​ດານ​ໃຫ້​ຄົນ​ຕາຍ​ຄືນ​ຂຶ້ນ​ມາ​ແທ້? ດ້ວຍ​ເຫດ​ໃດ​ຈຶ່ງ​ມີ​ຄົນ​ຮັບ​ບັບຕິ​ສະມາ​ແທນ​ຄົນ​ຕາຍ?

17 ແລະ ອີກ​ເທື່ອ​ໜຶ່ງ, ກ່ຽວ​ກັບ​ຂໍ້​ອ້າງ​ອີງ​ນີ້ ຂ້າ​ພະ​ເຈົ້າ​ຈະ​ໃຫ້​ຂໍ້​ອ້າງ​ອີງ​ຈາກ​ສາດ​ສະ​ດາ​ຄົນ​ໜຶ່ງ​ແກ່​ພວກ​ທ່ານ, ຊຶ່ງ​ສາຍ​ຕາ​ຂອງ​ເພິ່ນ​ຈົດ​ຈໍ່​ຢູ່​ທີ່ ການ​ຟື້ນ​ຟູ​ຂອງ​ຖານະ​ປະ​ໂລ​ຫິດ, ລັດ​ສະ​ໝີ​ພາບ​ທີ່​ຈະ​ຖືກ​ເປີດ​ເຜີຍ​ໃນ​ຍຸກ​ສຸດ​ທ້າຍ, ແລະ ໃນ​ວິ​ທີ​ການ​ພິ​ເສດ ເລື່ອງ​ອັນ​ເລີດ​ລ້ຳ​ທີ່​ສຸດ​ນີ້​ໃນ​ບັນ​ດາ​ເລື່ອງ​ທັງ​ໝົດ​ທີ່​ເປັນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ, ນັ້ນ​ຄື, ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ; ເພາະ​ວ່າ​ມາ​ລາ​ກີ​ໄດ້​ກ່າວ, ໃນ​ບົດ​ສຸດ​ທ້າຍ, ຂໍ້ 5 ແລະ 6: ແຕ່​ກ່ອນ​ມື້​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ, ເຮົາ​ຈະ​ໃຊ້ ເອລີ​ຢາ​ຜູ້​ປະ​ກາດ​ພຣະ​ຄຳ​ຂອງ​ເຮົາ​ມາ. ລາວ​ຈະ​ຫັນ​ໃຈ​ພໍ່​ມາ​ຫາ​ລູກ, ແລະ ຫັນ​ໃຈ​ລູກ​ໄປ​ຫາ​ພໍ່. ບໍ່​ດັ່ງ​ນັ້ນ ເຮົາ​ຈະ​ມາ ແລະ ທຳ​ລາຍ​ແຜ່ນ​ດິນ​ໂລກ​ດ້ວຍ​ຄຳ​ສາບ​ແຊ່ງ.

18 ຂ້າ​ພະ​ເຈົ້າ​ອາດ​ຈະ​ໃຫ້​ຄຳ​ແປ​ທີ່ ແຈ່ມ​ແຈ້ງ​ຫລາຍ​ກວ່າ​ນີ້​ກ່ຽວ​ກັບ​ເລື່ອງ​ນີ້, ແຕ່​ສິ່ງ​ທີ່​ໃຫ້​ໄວ້​ກໍ​ພຽງ​ພໍ​ແລ້ວ​ສຳ​ລັບ​ຈຸດ​ປະສົງ​ຂອງ​ຂ້າ​ພະ​ເຈົ້າ. ມັນ​ພຽງ​ພໍ​ທີ່​ຈະ​ຮູ້, ໃນ​ກໍ​ລະ​ນີ​ນີ້, ວ່າ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ທຳ​ລາຍ​ດ້ວຍ​ຄຳ​ສາບ​ແຊ່ງ ຍົກ​ເວັ້ນ​ແຕ່​ຈະ​ມີ ບ້ວງ​ບາງ​ຊະ​ນິດ ຫລື ບາງ​ປະ​ເພດ ເພື່ອ​ເຊື່ອມ​ບັນ​ພະ​ບຸ​ລຸດ​ໃສ່​ກັບ​ລູກ​ຫລານ, ໄວ້​ໃນ​ບາງ​ເລື່ອງ ຫລື ບາງ​ຢ່າງ—ແລະ ຈົ່ງ​ເບິ່ງ ເລື່ອງ​ນັ້ນ​ຄື​ເລື່ອງ​ໃດ? ມັນ​ຄື ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ. ເພາະ​ວ່າ​ຖ້າ​ຫາກ​ປາດ​ສະ​ຈາກ​ພວກ​ເຂົາ, ພວກ​ເຮົາ​ຈະ​ດີ​ພ້ອມ​ບໍ່​ໄດ້; ທັງ​ພວກ​ເຂົາ​ກໍ​ຄື​ກັນ ຈະ​ດີ​ພ້ອມ​ບໍ່​ໄດ້ ຖ້າ​ຫາກ​ປາດ​ສະ​ຈາກ​ພວກ​ເຮົາ. ທັງ​ພວກ​ເຂົາ ຫລື ພວກ​ເຮົາ ຈະ​ດີ​ພ້ອມ​ບໍ່​ໄດ້​ຄື​ກັນ ຖ້າ​ຫາກ​ປາດ​ສະ​ຈາກ​ຄົນ​ທີ່​ໄດ້​ຕາຍ​ໃນ​ພຣະ​ກິດ​ຕິ​ຄຸນ; ເພາະ​ມັນ​ຈຳ​ເປັນ​ໃນ​ການ​ເລີ່ມ​ຕົ້ນ ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ, ຊຶ່ງ​ບັດ​ນີ້ ຍຸກ​ສະ​ໄໝ​ດັ່ງ​ກ່າວ​ເລີ່ມ​ຕົ້ນ​ແລ້ວ, ວ່າ​ການ​ມາ​ຮ່ວມ​ກັນ​ທີ່​ເປັນ​ໜຶ່ງ ແລະ ສົມ​ບູນ ແລະ ດີ​ພ້ອມ, ແລະ ການ​ເຊື່ອມ​ເຂົ້າ​ກັນ​ຂອງ​ຍຸກ​ສະ​ໄໝ​ຕ່າງໆ, ແລະ ຂໍ​ກະແຈ, ແລະ ອຳນາດ, ແລະ ລັດ​ສະ​ໝີ​ພາບ​ຈະ​ເກີດ​ຂຶ້ນ, ແລະ ຖືກ​ເປີດ​ເຜີຍ​ນັບ​ຕັ້ງ​ແຕ່​ວັນ​ເວລາ​ຂອງ​ອາດາມ ແມ່ນ​ແຕ່​ຈົນ​ເຖິງ​ເວລາ​ປະ​ຈຸ​ບັນ. ແລະ ບໍ່​ພຽງ​ເທົ່າ​ນີ້, ແຕ່​ສິ່ງ​ທີ່​ບໍ່​ເຄີຍ​ຖືກ​ເປີດ​ເຜີຍ​ນັບ​ຕັ້ງ​ແຕ່​ການ​ວາງ ຮາກ​ຖານ​ຂອງ​ໂລກ, ແຕ່​ໄດ້​ຖືກ​ເກັບ​ຊ້ອນ​ໄວ້​ໃຫ້​ພົ້ນ​ຈາກ​ຄົນ​ມີ​ປັນ​ຍາ ແລະ ຄົນ​ຮອບ​ຄອບ, ຈະ​ຖືກ​ເປີດ​ເຜີຍ​ແກ່ ເດັກ​ນ້ອຍ ແລະ ເດັກ​ແດງ​ທາ​ລົກ​ໃນ​ຍຸກ​ນີ້, ໃນ​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ.

19 ບັດ​ນີ້, ພວກ​ເຮົາ​ໄດ້​ຍິນ​ຫຍັງ​ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ເຮົາ​ໄດ້​ຮັບ? ສຽງ​ແຫ່ງ​ຄວາມ​ຍິນ​ດີ! ສຽງ​ແຫ່ງ​ຄວາມ​ເມດ​ຕາ​ຈາກ​ສະຫວັນ; ແລະ ສຽງ​ແຫ່ງ ຄວາມ​ຈິງ​ອອກ​ຈາກ​ແຜ່ນ​ດິນ​ໂລກ; ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ສຳ​ລັບ​ຄົນ​ຕາຍ; ສຽງ​ແຫ່ງ​ຄວາມ​ຍິນ​ດີ​ສຳ​ລັບ​ຄົນ​ເປັນ ແລະ ຄົນ​ຕາຍ; ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່. ຕີນ​ຂອງ​ຜູ້​ທີ່​ຢູ່​ເທິງ​ພູ​ນັ້ນ​ງາມ​ພຽງ​ໃດ ຜູ້​ທີ່​ໄດ້​ນຳ​ເອົາ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ມາ, ທີ່​ກ່າວ​ກັບ​ຊີໂອນ​ວ່າ: ຈົ່ງ​ເບິ່ງ, ພຣະ​ເຈົ້າ​ຂອງ​ເຈົ້າ​ຊົງ​ປົກ​ຄອງ! ດັ່ງ ນ້ຳ​ຄ້າງ​ແຫ່ງ​ກາ​ເມນ​ສັນ​ໃດ, ຄວາມ​ຮູ້​ຂອງ​ພຣະ​ເຈົ້າ​ຈະ​ລົງ​ມາ ເທິງ​ພວກ​ເຂົາ​ສັນ​ນັ້ນ!

20 ແລະ ອີກ​ເທື່ອ​ໜຶ່ງ, ພວກ​ເຮົາ​ໄດ້​ຍິນ​ຫຍັງ? ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ຈາກ ຄູ​ໂມ​ຣາ! ໂມ​ໂຣ​ໄນ, ທູດ ຈາກ ສະຫວັນ, ຜູ້​ປະ​ກາດ​ຄວາມ​ສຳ​ເລັດ​ຂອງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ—ໜັງ​ສື​ທີ່​ຈະ​ຖືກ​ເປີດ​ເຜີຍ. ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຂອງ​ເມືອງ ເຟແອດ, ເຂດ​ເຊ​ເນ​ກາ, ປະ​ກາດ​ພະຍານ​ສາມ​ຄົນ​ທີ່​ຈະ​ກ່າວ​ຄຳ​ພະຍານ​ເຖິງ​ໜັງ​ສື! ສຽງ​ຂອງ ມີຄາເອນ​ຢູ່​ແຄມ​ຝັ່ງ​ຊັສ​ຄູ​ຮັນນາ, ສັງ​ເກດ​ເຫັນ​ມານ ເມື່ອ​ມັນ​ໄດ້​ປະກົດ​ເປັນ​ທູດ​ແຫ່ງ ຄວາມ​ສະ​ຫວ່າງ! ສຽງ​ຂອງ ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ລະຫວ່າງ​ເມືອງ​ຮາມ​ໂມ​ນີ ເຂດ​ຊັສຄູ​ຮັນນາ, ແລະ ໂຄນສະວຽວ, ເຂດ​ບຣູມ, ທີ່ ແມ່​ນ້ຳ​ຊັສ​ຄູ​ຮັນນາ, ຜູ້​ປະ​ກາດ​ຕົນ​ວ່າ​ໄດ້​ຄອບ​ຄອງ ຂໍ​ກະແຈ​ຂອງ​ອາ​ນາ​ຈັກ, ແລະ ຂອງ​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ!

21 ແລະ ອີກ​ເທື່ອ​ໜຶ່ງ, ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ​ໃນ​ຫ້ອງ​ຂອງ ພໍ່​ຕູ້​ວິດເມີ, ໃນ​ເມືອງ​ເຟແອດ, ເຂດ​ເຊເນກາ, ແລະ ໃນ​ເວລາ​ຕ່າງໆ, ແລະ ໃນ​ສະຖານ​ທີ່​ຕ່າງໆ​ຕະຫລອດ​ການ​ເດີນ​ທາງ ແລະ ຄວາມ​ທຸກ​ຍາກ​ລຳ​ບາກ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ! ແລະ ສຽງ​ຂອງ​ມີຄາເອນ, ຫົວ​ໜ້າ​ທູດ; ສຽງ​ຂອງ ຄັບຣີ​ເອນ, ແລະ ຂອງ ຣາ​ຟາ​ເອນ, ແລະ ຂອງ ທູດ​ຕ່າງໆ, ຈາກ​ມີຄາເອນ ຫລື ອາດາມ ລົງ​ໄປ ເຖິງ​ເວລາ​ປະ​ຈຸ​ບັນ, ທຸກ​ຄົນ​ປະ​ກາດ ຍຸກ​ສະ​ໄໝ​ຂອງ​ພວກ​ເຂົາ, ສິດ​ຂອງ​ພວກ​ເຂົາ, ຂໍ​ກະແຈ​ຂອງ​ພວກ​ເຂົາ, ກຽດ​ຕິ​ຍົດ​ຂອງ​ພວກ​ເຂົາ, ເດ​ຊາ​ນຸ​ພາບ ແລະ ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ, ແລະ ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ຂອງ​ພວກ​ເຂົາ; ໂດຍ​ໃຫ້​ເປັນ​ບັນ​ທັດ, ເປັນ ຂໍ້​ເລັກໆ​ໜ້ອຍໆ; ນີ້​ໜ້ອຍ​ໜຶ່ງ, ແລະ ນັ້ນ​ໜ້ອຍ​ໜຶ່ງ; ໃຫ້​ການ​ປອບ​ໂຍນ​ແກ່​ພວກ​ເຮົາ​ໂດຍ​ການ​ປ່າວ​ປະ​ກາດ​ເຖິງ​ສິ່ງ​ທີ່​ຈະ​ມາ​ເຖິງ, ໂດຍ​ການ​ຢືນ​ຢັນ ຄວາມ​ຫວັງ​ຂອງ​ພວກ​ເຮົາ!

22 ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ພວກ​ເຮົາ​ຈະ​ບໍ່​ກ້າວ​ຕໍ່​ໄປ​ໃນ​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນີ້​ບໍ? ກ້າວ​ໄປ​ໜ້າ ແລະ ບໍ່​ຖອຍ​ກັບ. ຈົ່ງ​ກ້າ​ຫານ, ພີ່​ນ້ອງ​ທັງ​ຫລາຍ; ແລະ ກ້າວ​ຕໍ່​ໄປ, ຕໍ່​ໄປ​ເຖິງ​ໄຊ​ຊະນະ! ໃຫ້​ໃຈ​ຂອງ​ພວກ​ທ່ານ​ປິ​ຕິ​ຍິນ​ດີ​ເຖີດ, ແລະ ດີ​ໃຈ​ຢ່າງ​ຍິ່ງ. ໃຫ້​ແຜ່ນ​ດິນ​ໂລກ​ເປັ່ງ​ສຽງ ຮ້ອງ​ເພງ​ເຖີດ. ໃຫ້​ຄົນ​ຕາຍ​ເປັ່ງ​ສຽງ​ຮ້ອງ​ສັນ​ລະ​ເສີນ​ນິ​ລັນ​ດອນ​ຖວາຍ​ກະສັດ ເອ​ມາ​ນູ​ເອນ, ຜູ້​ໄດ້​ແຕ່ງ​ຕັ້ງ, ກ່ອນ​ໂລກ​ມີ​ມາ, ຊຶ່ງ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ ໄຖ່​ພວກ​ເຂົາ​ອອກ​ຈາກ​ທີ່ ຄຸມ​ຂັງ​ຂອງ​ພວກ​ເຂົາ; ເພາະ​ນັກ​ໂທດ​ຈະ​ອອກ​ໄປ​ເປັນ​ອິດສະ​ລະ.

23 ໃຫ້ ພູ​ເຂົາ​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ຊົມ, ແລະ ເຈົ້າ​ຮ່ອມ​ພູ​ທັງ​ປວງ​ປ່າວ​ຮ້ອງ​ໃຫ້​ດັງ; ແລະ ເຈົ້າ​ທ້ອງ​ທະເລ ແລະ ແຜ່ນ​ດິນ​ແຫ້ງ​ທັງ​ປວງ​ຈົ່ງ​ບອກ​ເຖິງ​ສິ່ງ​ມະຫັດ​ສະຈັນ​ຂອງ​ກະສັດ​ນິ​ລັນ​ດອນ​ຂອງ​ເຈົ້າ! ແລະ ເຈົ້າ​ແມ່​ນ້ຳ, ຫ້ວຍ​ຮ່ອງ, ແລະ ຄອງ​ນ້ຳ​ທັງ​ປວງ, ຈົ່ງ​ໄຫລ​ລົງ​ດ້ວຍ​ຄວາມ​ຍິນ​ດີ. ໃຫ້​ປ່າ​ດົງ ແລະ ພົງ​ໄພ​ທັງ​ປວງ​ຢູ່​ໃນ​ທົ່ງ​ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ເຈົ້າ ຫີນ​ສີ​ລາ​ທັງ​ຫລາຍ​ຈົ່ງ​ຮ້ອງ​ໄຫ້​ດ້ວຍ​ຄວາມ​ຊື່ນ​ຊົມ! ແລະ ໃຫ້ ດວງ​ຕາ​ເວັນ, ດວງ​ເດືອນ, ແລະ ດວງ ຮຸ່ງ​ອາ​ລຸນ​ຮ່ວມ​ກັນ​ຮ້ອງ​ເພງ, ແລະ ໃຫ້​ບຸດ​ທັງ​ປວງ​ຂອງ​ພຣະ​ເຈົ້າ​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ຊົມ! ແລະ ໃຫ້​ການ​ສ້າງ​ນິ​ລັນ​ດອນ​ປະ​ກາດ​ພຣະ​ນາມ​ຂອງ​ພຣະ​ອົງ​ຕະຫລອດ​ໄປ ແລະ ຕະຫລອດ​ການ! ແລະ ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ວ່າ ສຽງ​ທີ່​ເຮົາ​ໄດ້​ຍິນ​ຈາກ​ສະຫວັນ​ຊ່າງ​ປະ​ເສີດ​ພຽງ​ໃດ​ນໍ, ທີ່​ປະ​ກາດ​ລັດ​ສະ​ໝີ​ພາບ, ແລະ ຄວາມ​ລອດ, ແລະ ກຽດ​ຕິ​ຍົດ, ແລະ ຄວາມ​ເປັນ ອະ​ມະ​ຕະ, ແລະ ຊີ​ວິດ​ນິ​ລັນ​ດອນ; ອາ​ນາ​ຈັກ, ເຂດ​ປົກ​ຄອງ, ແລະ ອຳ​ນາດ ເຂົ້າ​ຫູ​ຂອງ​ພວກ​ເຮົາ!

24 ຈົ່ງ​ເບິ່ງ, ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ; ແລະ ໃຜ​ຈະ​ຍັງ ທົນ​ຢູ່​ໄດ້​ໃນ​ວັນ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ, ແລະ ໃຜ​ຈະ​ຢືນ​ຢູ່​ໄດ້​ເມື່ອ​ພຣະ​ອົງ​ມາ​ປະກົດ? ເພາະ​ວ່າ​ພຣະ​ອົງ​ເປັນ​ເໝືອນ​ດັ່ງ​ໄຟ​ທີ່ ຫລອມ​ໂລ​ຫະ, ແລະ ເປັນ​ເໝືອນ​ດັ່ງ​ສະ​ບູ​ທີ່​ມີ​ພະ​ລັງ​ແຮງ​ຂອງ​ຄົນ​ຊັກ​ຜ້າ; ແລະ ພຣະ​ອົງ​ຈະ​ປະ​ທັບ​ນັ່ງ​ຢູ່​ດັ່ງ​ຜູ້ ຫລອມ​ເງິນ​ໃຫ້​ບໍ​ລິ​ສຸດ, ແລະ ພຣະ​ອົງ​ຈະ​ຊຳລະ​ພວກ​ລູກ​ຊາຍ​ຂອງ ເລ​ວີ, ແລະ ເຮັດ​ໃຫ້​ພວກ​ເຂົາ​ບໍ​ລິ​ສຸດ, ດັ່ງ​ດຽວ​ກັນ​ກັບ​ຄຳ ແລະ ເງິນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ນຳ ເຄື່ອງ​ຖວາຍ​ບູຊາ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຄວາມ​ຊອບ​ທຳ. ສະນັ້ນ ໃຫ້​ພວກ​ເຮົາ, ໃນ​ຖານະ​ສາດ​ສະ​ໜາ​ຈັກ​ໜຶ່ງ ແລະ ຜູ້​ຄົນ​ກຸ່ມ​ໜຶ່ງ, ແລະ ໃນ​ຖານະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຖວາຍ​ເຄື່ອງ​ບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຄວາມ​ຊອບ​ທຳ; ແລະ ໃຫ້​ພວກ​ເຮົາ​ຖວາຍ​ໜັງ​ສື​ເຫລັ້ມ​ໜຶ່ງ ທີ່​ມີ ບັນ​ທຶກ​ຂອງ​ຄົນ​ຕາຍ​ຂອງ​ພວກ​ເຮົາ ໃນ​ພຣະ​ວິຫານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ ເມື່ອ​ມັນ​ສຳ​ເລັດ, ຊຶ່ງ​ຈະ​ສົມ​ຄວນ​ກັບ​ການ​ຍອມ​ຮັບ​ທັງ​ປວງ.

25 ອ້າຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ມີ​ຫລາຍ​ສິ່ງ​ທີ່​ຈະ​ກ່າວ​ກັບ​ພວກ​ທ່ານ​ກ່ຽວ​ກັບ​ເລື່ອງ​ນີ້; ແຕ່​ບັດ​ນີ້​ຈະ​ຢຸດ​ຕິ​ພຽງ​ເທົ່າ​ນີ້​ສຳ​ລັບ​ເວລາ​ນີ້, ແລະ ຈະ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ອີກ​ໃນ​ເວລາ​ອື່ນ. ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ທີ່​ຕ່ຳ​ຕ້ອຍ​ຂອງ​ພວກ​ທ່ານ​ຕະຫລອດ​ໄປ, ແລະ ເປັນ​ເພື່ອນ​ຜູ້​ບໍ່​ເຄີຍ​ປ່ຽນ​ແປງ,

ໂຈເຊັບ ສະມິດ.