ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 99


ພາກ​ທີ 99

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ເຖິງ​ຈອນ ເມີ​ດ໊ອກ, ວັນທີ 29 ເດືອນ​ສິງຫາ 1832, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ. ເປັນ​ເວລາ​ຫລາຍ​ກວ່າ​ໜຶ່ງ​ປີ, ຈອນ ເມີ​ດ໊ອກ ໄດ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ໃນ​ຂະນະ​ທີ່​ລູກໆ​ຂອງ​ລາວ—​ຜູ້​ບໍ່​ມີ​ແມ່ ຫລັງຈາກ​ເມຍ​ຂອງ​ລາວ, ຈູ​ເລຍ ຄະ​ລາບ ໄດ້​ເສຍ​ຊີ​ວິດ​ໄປ, ໃນ​ເດືອນ​ເມສາ 1831—​ໄດ້​ອາ​ໄສ​ຢູ່​ກັບ​ຄອບ​ຄົວ​ຂອງ​ຄົນ​ອື່ນ ຢູ່​ໃນ​ລັດ​ໂອ​ໄຮ​ໂອ.

1–8, ຈອນ ເມີ​ດ໊ອກ ໄດ້​ຖືກ​ເອີ້ນ​ໃຫ້​ປະ​ກາດ​ພຣະ​ກິດ​ຕິ​ຄຸນ, ແລະ ຄົນ​ທີ່​ຮັບ​ເອົາ​ລາວ ຍ່ອມ​ຮັບ​ເອົາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຈະ​ໄດ້​ຮັບ​ຄວາມ​ເມດ​ຕາ.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ເມີ​ດ໊ອກ—ເຈົ້າ​ຖືກ​ເອີ້ນ​ໃຫ້​ໄປ​ຫາ​ດິນ​ແດນ​ພາກ​ຕາ​ເວັນ​ອອກ ຈາກ​ເຮືອນ​ໜຶ່ງ​ຫາ​ອີກ​ເຮືອນ​ໜຶ່ງ, ຈາກ​ໝູ່​ບ້ານ​ໜຶ່ງ​ໄປ​ຫາ​ອີກ​ໝູ່​ບ້ານ​ໜຶ່ງ, ແລະ ຈາກ ເມືອງ​ໜຶ່ງ​ໄປ​ຫາ​ອີກ​ເມືອງ​ໜຶ່ງ, ເພື່ອ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ເຮົາ​ໃຫ້​ແກ່​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ໃນ ທ່າມ​ກາງ ການ​ຂົ່ມ​ເຫັງ ແລະ ຄວາມ​ຊົ່ວ​ຮ້າຍ.

2 ແລະ ຄົນ​ໃດ​ທີ່ ຮັບ​ເອົາ​ເຈົ້າ ຍ່ອມ​ຮັບ​ເອົາ​ເຮົາ; ແລະ ເຈົ້າ​ຈະ​ມີ​ອຳນາດ​ທີ່​ຈະ​ປະ​ກາດ​ຄຳ​ຂອງ​ເຮົາ​ໂດຍ ການ​ສະແດງ​ອອກ​ດ້ວຍ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ເຮົາ.

3 ແລະ ຄົນ​ໃດ​ທີ່​ຮັບ​ເອົາ​ເຈົ້າ ດັ່ງ​ເດັກ​ນ້ອຍໆ, ກໍ​ໄດ້​ຮັບ​ເອົາ ອາ​ນາ​ຈັກ​ຂອງ​ເຮົາ; ແລະ ພວກ​ເຂົາ​ເປັນ​ສຸກ​ແລ້ວ, ເພາະ​ພວກ​ເຂົາ​ຈະ​ໄດ້​ຮັບ ຄວາມ​ເມດ​ຕາ.

4 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ປະ​ຕິ​ເສດ​ເຈົ້າ ຈະ​ຖືກ ປະ​ຕິ​ເສດ​ຈາກ​ພຣະ​ບິດາ​ຂອງ​ເຮົາ ແລະ ຄອບ​ຄົວ​ຂອງ​ພຣະ​ອົງ; ແລະ​ເຈົ້າ​ຈະ​ລ້າງ ຕີນ​ຂອງ​ເຈົ້າ​ຢູ່​ໃນ​ບ່ອນ​ລັບ​ລີ້​ໃນ​ລະຫວ່າງ​ທາງ ເພື່ອ​ເປັນ​ປະຈັກ​ພະຍານ​ຟ້ອງ​ພວກ​ເຂົາ.

5 ແລະ ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ ມາ​ຢ່າງ​ໄວ​ເພື່ອ ພິ​ພາກ​ສາ, ເພື່ອ​ໃຫ້​ພວກ​ເຂົາ​ຍອມ​ຮັບ​ການ​ກະ​ທຳ​ທີ່​ອະທຳ​ທັງ​ໝົດ​ຂອງ​ພວກ​ເຂົາ​ຊຶ່ງ​ພວກ​ເຂົາ​ໄດ້​ເຮັດ​ຕໍ່​ເຮົາ, ດັ່ງ​ທີ່​ມີ​ຂຽນ​ໄວ້​ກ່ຽວ​ກັບ​ເຮົາ​ໃນ​ໜັງ​ສື​ເຫລັ້ມ​ໜຶ່ງ.

6 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ມັນ​ບໍ່​ເໝາະ​ສົມ​ທີ່​ເຈົ້າ​ຈະ​ໄປ​ຈົນ​ກວ່າ​ລູກໆ​ຂອງ​ເຈົ້າ​ຖືກ​ຈັດ​ຫາ​ໃຫ້​ກ່ອນ, ແລະ ຖືກ​ສົ່ງ​ໄປ​ຫາ​ອະ​ທິ​ການ​ຂອງ​ຊີໂອນ​ດ້ວຍ​ຄວາມ​ອ່ອນ​ໂຍນ.

7 ແລະ ຫລັງ​ຈາກ​ບໍ່​ຫລາຍ​ປີ​ຈາກ​ນັ້ນ, ຖ້າ​ຫາກ​ເຈົ້າ​ປາດ​ຖະ​ໜາ​ຈາກ​ເຮົາ, ເຈົ້າ​ສາ​ມາດ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ດີ, ເພື່ອ​ຮັບ​ເອົາ​ມູນ​ມໍ​ລະ​ດົກ​ຂອງ​ເຈົ້າ;

8 ຖ້າ​ບໍ່​ດັ່ງ​ນັ້ນ ເຈົ້າ​ຈົ່ງ​ສືບ​ຕໍ່​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ຈົນ​ກວ່າ​ເຈົ້າ​ຖືກ​ເອົາ​ໄປ. ອາແມນ.