ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 23


ພາກ​ທີ 23

ການ​ເປີດ​ເຜີຍ​ທີ່​ຕິດ​ຕໍ່​ກັນ​ຫ້າ​ຢ່າງ ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ແມນເຈດ​ສະເຕີ, ລັດ​ນິວຢອກ, ເດືອນ​ເມສາ 1830, ແກ່ອໍ​ລີ​ເວີ ຄາວ​ເດີຣີ, ໄຮຣຳ ສະມິດ, ແຊມໂຍ ເອັຈ ສະມິດ, ໂຈເຊັບ ສະມິດ ຜູ້ພໍ່, ແລະ ໂຈເຊັບ ໄນ້ ຜູ້ພໍ່. ເນື່ອງ​ຈາກ​ວ່າ​ຫ້າ​ຄົນ​ທີ່​ກ່າວ​ມາ​ນັ້ນ​ມີ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຢາກ​ຮູ້ຈັກ​ໜ້າ​ທີ່​ຂອງ​ຕົນ, ສາດ​ສະ​ດາ​ຈຶ່ງ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ ສຳ​ລັບ​ແຕ່​ລະ​ຄົນ.

1–7, ສາ​ນຸ​ສິດ​ໃນ​ຍຸກ​ຕອນ​ຕົ້ນ​ນີ້​ໄດ້​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ, ແນະນຳ, ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ.

1 ຈົ່ງ​ເບິ່ງ, ເຮົາກ່າວ​ກັບ​ເຈົ້າ, ອໍ​ລີ​ເວີ, ຈັກ​ສອງ​ສາມ​ຄຳ. ຈົ່ງ​ເບິ່ງ, ເຈົ້າ​ເປັນ​ສຸກ​ແລ້ວ, ແລະ ເຈົ້າບໍ່​ໄດ້​ຢູ່​ໃຕ້​ການ​ກ່າວ​ໂທດ. ແຕ່​ຈົ່ງ​ລະ​ວັງ ຄວາມ​ທະນົງ​ຕົວ, ຖ້າ​ບໍ່​ດັ່ງ​ນັ້ນ​ເຈົ້າ​ຈະ​ເຂົ້າ​ໄປ​ສູ່ ການ​ລໍ້​ລວງ.

2 ຈົ່ງ​ເຮັດ​ໃຫ້​ການ​ເອີ້ນ​ຂອງ​ເຈົ້າ​ເປັນ​ທີ່​ຮູ້​ຈັກ​ແກ່​ສາດ​ສະ​ໜາ​ຈັກ, ແລະ ຕໍ່​ໂລກ​ນຳ​ອີກ, ແລະ ໃຈ​ຂອງ​ເຈົ້າ​ຈະ​ເປີດ​ເພື່ອ​ສັ່ງ​ສອນ​ຄວາມ​ຈິງ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ແລະ ຕະຫລອດ​ການ. ອາ​ແມນ.

3 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ໄຮຣຳ, ຈັກ​ສອງ​ສາມ​ຄຳ; ເພາະ​ເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃຕ້​ການ​ກ່າວ​ໂທດ​ຄື​ກັນ, ແລະ ໃຈ​ຂອງ​ເຈົ້າ​ໄດ້​ເປີດ, ແລະ ລີ້ນ​ຂອງ​ເຈົ້າ​ໄດ້​ຖືກ​ມາຍ​ອອກ; ແລະ ການ​ເອີ້ນ​ຂອງ​ເຈົ້າ​ຄື​ໃຫ້​ຄຳ​ແນະນຳ, ແລະ ໃຫ້​ເພີ່ມ ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ເລື້ອຍ​ໄປ. ດັ່ງ​ນັ້ນ ໜ້າ​ທີ່​ຂອງ​ເຈົ້າ​ຄື​ຢູ່​ກັບ​ສາດ​ສະ​ໜາ​ຈັກ​ຕະຫລອດ​ການ, ແລະ ນີ້​ເພາະ​ຄອບ​ຄົວ​ຂອງ​ເຈົ້າ. ອາແມນ.

4 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ຈັກ​ສອງ​ສາມ​ຄຳ, ແຊມໂຍ; ເພາະ​ເຈົ້າກໍ​ບໍ່​ໄດ້​ຢູ່​ໃຕ້​ການ​ກ່າວ​ໂທດ​ຄື​ກັນ, ແລະ ການ​ເອີ້ນ​ຂອງ​ເຈົ້າ​ຄື​ໃຫ້​ຄຳ​ແນະນຳ, ແລະ ໃຫ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ; ແລະ ເຈົ້າ​ຍັງ​ບໍ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ສັ່ງ​ສອນ​ຕໍ່​ໂລກ​ເທື່ອ. ອາແມນ.

5 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ຈັກ​ສອງ​ສາມ​ຄຳ, ໂຈເຊັບ; ເພາະ​ເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃຕ້​ການ​ກ່າວ​ໂທດ​ຄື​ກັນ, ແລະ ການ​ເອີ້ນ​ຂອງ​ເຈົ້າ​ຄື​ໃຫ້​ແນະນຳ, ແລະ ໃຫ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ; ແລະ ນີ້​ເປັນ​ໜ້າ​ທີ່​ຂອງ​ເຈົ້າ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ແລະ ຕະຫລອດ​ການ. ອາແມນ.

6 ຈົ່ງ​ເບິ່ງ, ເຮົາ​ສະແດງ​ໃຫ້​ປະຈັກ​ແກ່​ເຈົ້າ, ໂຈເຊັບ ໄນ້, ໂດຍ​ຖ້ອຍ​ຄຳ​ເຫລົ່າ​ນີ້, ວ່າ​ເຈົ້າ​ຕ້ອງ​ແບກ ໄມ້​ກາງ​ແຂນ​ຂອງ​ເຈົ້າ, ຊຶ່ງ​ເຈົ້າ​ຕ້ອງ ອະ​ທິ​ຖານ ອອກ​ສຽງ​ຢູ່​ຕໍ່​ໜ້າ​ໂລກ ທັງ​ໃນ​ບ່ອນ​ລີ້​ລັບ​ນຳ​ອີກ, ແລະ​ໃນ​ຄອບ​ຄົວ​ຂອງ​ເຈົ້າ, ແລະ ໃນ​ທ່າມ​ກາງ​ໝູ່​ເພື່ອນ​ຂອງ​ເຈົ້າ, ແລະ​ໃນ​ທຸກໆ​ແຫ່ງ.

7 ແລະ, ຈົ່ງ​ເບິ່ງ, ມັນ​ເປັນ​ໜ້າ​ທີ່​ຂອງ​ເຈົ້າ​ທີ່​ຈະ ເຂົ້າ​ຮ່ວມ​ນຳ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ, ແລະ ໃຫ້​ພາ​ສາ​ຂອງ​ເຈົ້າ​ເປັນ​ຄຳ​ແນະນຳ​ເລື້ອຍ​ໄປ, ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ລາງ​ວັນ​ຂອງ​ຄົນ​ທຳ​ງານ. ອາແມນ.