ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 103


ພາກ​ທີ 103

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 24 ເດືອນ​ກຸມພາ, 1834. ການ​ເປີດ​ເຜີຍ​ນີ້​ໄດ້​ຮັບ​ຫລັງ​ຈາກ​ພາລີ ພີ ພະແຣັດ ແລະ ໄລ​ມັນ ໄວ້ ໄດ້​ມາ​ເຖິງ​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ຜູ້​ທີ່ໄດ້​ມາ​ຈາກ​ລັດ​ມີ​ເຊີຣີ​ເພື່ອ​ປຶກ​ສາ​ຫາລື​ກັບ​ສາດ​ສະ​ດາ​ກ່ຽວ​ກັບ​ການ​ສົງ​ເຄາະ ແລະ ການ​ສົ່ງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ກັບ​ຄືນ​ສູ່​ແຜ່ນ​ດິນ​ຂອງ​ເຂົາ​ເຈົ້າ​ໃນ​ເຂດ​ແຈ໊ກສັນ.

1–4, ດ້ວຍ​ເຫດ​ໃດ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ອະ​ນຸ​ຍາດ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ເຂດ​ແຈ໊ກສັນ​ຖືກ​ຂົ່ມ​ເຫັງ; 5–10, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ຊະນະ​ຖ້າ​ຫາກ​ພວກ​ເຂົາ​ຮັກ​ສາ​ພຣະ​ບັນ​ຍັດ; 11–20, ການ​ໄຖ່​ຊີໂອນ​ຈະ​ມາ​ເຖິງ​ໂດຍ​ອຳນາດ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເດີນ​ອອກ​ໜ້າ​ຜູ້​ຄົນ​ຂອງ​ພຣະ​ອົງ; 21–28, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ໄປ​ເຕົ້າ​ໂຮມ​ກັນ​ໃນ​ຊີໂອນ, ແລະ ຄົນ​ທີ່​ມອບ​ຊີ​ວິດ​ຂອງ​ຕົນ ຈະ​ພົບ​ມັນ​ອີກ; 29–40, ອ້າຍ​ນ້ອງ​ຫລາຍ​ຄົນ​ໄດ້​ຖືກ​ເອີ້ນ​ໃຫ້​ຈັດ​ຕັ້ງ​ຄ້າຍ​ຊີໂອນ​ຂຶ້ນ ແລະ ໃຫ້​ໄປ​ຫາ​ຊີໂອນ; ພວກ​ເຂົາ​ຖືກ​ສັນ​ຍາ​ວ່າ ພວກ​ເຂົາ​ຈະ​ໄດ້​ຮັບ​ໄຊ​ຊະນະ​ຖ້າ​ຫາກ​ພວກ​ເຂົາ​ຊື່​ສັດ.

1 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເພື່ອນ​ຂອງ​ເຮົາ, ຈົ່ງ​ເບິ່ງ, ເຮົາ​ຈະ​ມອບ​ການ​ເປີດ​ເຜີຍ ແລະ ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຮູ້​ວິ​ທີ​ທີ່​ຈະ ປະ​ຕິ​ບັດ​ຕົນ​ໃນ​ການ​ເຮັດ​ໜ້າ​ທີ່​ຂອງ ພວກ​ເຈົ້າ​ກ່ຽວ​ກັບ​ຄວາມ​ລອດ ແລະ ການ​ໄຖ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຈົ້າ, ຜູ້​ທີ່​ຖືກ​ເຮັດ​ໃຫ້​ກະ​ຈັດ​ກະ​ຈາຍ​ໄປ​ໃນ​ແຜ່ນ​ດິນ​ຊີໂອນ;

2 ໂດຍ​ຖືກ ຂັບ​ໄລ່ ແລະ ຖືກ​ຕີ​ໂດຍ​ມື​ຂອງ​ສັດ​ຕູ​ຂອງ​ເຮົາ, ຜູ້​ຊຶ່ງ​ເຮົາ​ຈະ​ຖອກ​ເທ​ພຣະ​ພິ​ໂລດ​ຂອງ​ເຮົາ​ລົງ​ມາ​ເທິງ​ພວກ​ເຂົາ​ຢ່າງ​ປະ​ເມີນ​ບໍ່​ໄດ້​ໃນ​ເວລາ​ຂອງ​ເຮົາ​ເອງ.

3 ເພາະ​ເຮົາ​ໄດ້​ຍອມ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຈົນ​ເຖິງ​ເວລາ​ນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້ ເຕີມ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ໃຫ້​ເຕັມ, ຈົນ​ວ່າ​ຈອກ​ຂອງ​ພວກ​ເຂົາ​ເຕັມ​ປ່ຽມ;

4 ແລະ ວ່າ​ຄົນ​ທີ່​ເອີ້ນ​ຕົນ​ເອງ​ຕາມ​ນາມ​ຂອງ​ເຮົາ​ຈະ​ຖືກ​ຕີ​ສອນ​ຊົ່ວ​ໄລ​ຍະ​ໜຶ່ງ ດ້ວຍ ການ​ຕີ​ສອນ​ທີ່​ສາ​ຫັດ ແລະ ຮ້າຍ​ແຮງ, ເພາະ​ພວກ​ເຂົາ​ບໍ່​ໄດ້ ເຊື່ອ​ຟັງ​ກົດ ແລະ ບັນ​ຍັດ​ທັງ​ໝົດ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຂົາ.

5 ແຕ່​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ໄດ້​ອອກ​ຄຳ​ສັ່ງ ຊຶ່ງ​ຜູ້​ຄົນ​ຂອງ​ເຮົາ​ຈະ​ຕ້ອງ​ຮູ້, ຕາບ​ໃດ​ທີ່​ພວກ​ເຂົາ​ຈະ​ເຊື່ອ​ຟັງ​ນັບ​ແຕ່​ຊົ່ວ​ໂມງ​ນີ້​ໄປ​ຕໍ່ ຄຳ​ແນະນຳ​ຊຶ່ງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ຈະ​ມອບ​ໃຫ້​ແກ່​ພວກ​ເຂົາ.

6 ຈົ່ງ​ເບິ່ງ ເພາະ​ເຮົາ​ໄດ້​ອອກ​ຄຳ​ສັ່ງ, ພວກ​ເຂົາ​ຈະ​ເລີ່ມ​ຕົ້ນ​ເອົາ​ຊະນະ​ສັດ​ຕູ​ຂອງ​ພວກ​ເຂົາ​ນັບ​ແຕ່​ຊົ່ວ​ໂມງ​ນີ້​ແລ້ວ.

7 ແລະ ໂດຍ ການ​ເຊື່ອ​ຟັງ​ທີ່​ຈະ​ຍຶດ​ຖື​ຖ້ອຍ​ຄຳ​ທັງ​ປວງ​ຊຶ່ງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ຈະ​ກ່າວ​ກັບ​ພວກ​ເຂົາ, ພວກ​ເຂົາ​ຈະ​ບໍ່​ມີ​ວັນ​ຢຸດ​ຊະນະ ຈົນ​ກວ່າ ອາ​ນາ​ຈັກ​ທັງ​ຫລາຍ​ຂອງ​ໂລກ​ຈະ​ຖືກ​ປາບ​ຢູ່​ໃຕ້​ຕີນ​ຂອງ​ເຮົາ, ແລະ ແຜ່ນ​ດິນ​ໂລກ​ຖືກ ມອບ​ໃຫ້​ແກ່ ໄພ່​ພົນ​ຂອງ​ພຣະ​ເຈົ້າ, ເພື່ອ ປົກ​ຄອງ​ມັນ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

8 ແຕ່​ຕາບ​ໃດ​ທີ່​ພວກ​ເຂົາ​ບໍ່ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ບໍ່​ເຊື່ອ​ຟັງ​ທີ່​ຈະ​ຍຶດ​ຖື​ຖ້ອຍ​ຄຳ​ຂອງ​ເຮົາ​ທັງ​ໝົດ, ແລ້ວ​ອາ​ນາ​ຈັກ​ທັງ​ຫລາຍ​ຂອງ​ໂລກ​ຈະ​ເອົາ​ຊະນະ​ພວກ​ເຂົາ.

9 ເພາະ​ພວກ​ເຂົາ​ໄດ້​ຖືກ​ຕັ້ງ​ໄວ້​ເພື່ອ​ເປັນ ຄວາມ​ສະ​ຫວ່າງ​ໃຫ້​ແກ່​ໂລກ, ແລະ ເພື່ອ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ ຂອງ​ມະນຸດ;

10 ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ບໍ່​ໄດ້​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ມະນຸດ, ພວກ​ເຂົາ​ກໍ​ຄື​ກັນ​ກັບ ເກືອ​ທີ່​ໝົດ​ລົດ​ເຄັມ​ຂອງ​ມັນ, ແລະ ຕໍ່​ຈາກ​ນັ້ນ​ໄປ​ມັນ​ກໍ​ຈະ​ບໍ່​ມີ​ປະ​ໂຫຍດ​ອັນ​ໃດ​ເລີຍ ແຕ່​ຈະ​ຖືກ​ໂຍນ​ຖິ້ມ​ໃຫ້​ຄົນ​ຢຽບ​ຍ່ຳ​ເທົ່າ​ນັ້ນ.

11 ແຕ່​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ໄດ້​ອອກ​ຄຳ​ສັ່ງ​ວ່າ ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຈົ້າ​ຜູ້​ໄດ້​ຖືກ​ເຮັດ​ໃຫ້​ກະ​ຈັດ​ກະ​ຈາຍ​ໄປ ຈະ​ໄດ້​ກັບ​ຄືນ​ສູ່ ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ, ແລະ ຈະ​ສ້າງ​ແຜ່ນ​ດິນ​ທີ່​ຮົກ​ຮ້າງ​ຂອງ​ຊີໂອນ​ຂຶ້ນ​ໃໝ່.

12 ເພາະ​ຫລັງ​ຈາກ ຄວາມ​ທຸກ​ຍາກ​ລຳ​ບາກ​ຢ່າງ​ຫລວງ​ຫລາຍ, ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກ​ເຈົ້າ​ໃນ​ບັນ​ຍັດ​ຂໍ້​ກ່ອນ​ນັ້ນ, ພອນ​ຈະ​ມາ​ເຖິງ.

13 ຈົ່ງ​ເບິ່ງ, ນີ້​ຄື​ພອນ​ຊຶ່ງ​ເຮົາ​ໄດ້​ສັນ​ຍາ​ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ພວກ​ເຈົ້າ, ແລະ ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຈົ້າ—ການ​ໄຖ່​ຂອງ​ພວກ​ເຈົ້າ, ແລະ ການ​ໄຖ່​ຂອງ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຈົ້າ, ແມ່ນ​ແຕ່​ການ​ກັບ​ຄືນ​ໄປ​ສູ່​ແຜ່ນ​ດິນ​ຊີໂອນ​ຂອງ​ພວກ​ເຂົາ, ເພື່ອ​ຖືກ​ຈັດ​ຕັ້ງ​ຂຶ້ນ, ບໍ່​ຖືກ​ໂຄ່ນ​ລົງ​ອີກ​ຕໍ່​ໄປ.

14 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ພວກ​ເຂົາ​ເຮັດ​ໃຫ້​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ເປິ​ເປື້ອນ ພວກ​ເຂົາ​ຈະ​ຖືກ​ໂຄ່ນ​ລົງ; ເພາະ​ເຮົາ​ຈະ​ບໍ່​ໄວ້​ຊີ​ວິດ​ພວກ​ເຂົາ ຖ້າ​ຫາກ​ພວກ​ເຂົາ​ເຮັດ​ໃຫ້​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ເປິ​ເປື້ອນ.

15 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ການ​ໄຖ່​ຊີໂອນ​ຕ້ອງ​ມາ​ເຖິງ​ໂດຍ​ອຳນາດ;

16 ສະນັ້ນ, ເຮົາ​ຈະ​ຍົກ​ຄົນ​ໜຶ່ງ​ຂຶ້ນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ເຮົາ, ຜູ້​ຈະ​ນຳ​ພາ​ພວກ​ເຂົາ​ເໝືອນ​ດັ່ງ ໂມເຊ​ໄດ້​ນຳ​ພາ​ລູກ​ຫລານ​ຂອງ​ອິດສະ​ຣາເອນ.

17 ເພາະ​ພວກ​ເຈົ້າ​ເປັນ​ລູກ​ຫລານ​ຂອງ​ອິດສະ​ຣາເອນ, ແລະ ເປັນ ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ, ແລະ ພວກ​ເຈົ້າ​ຈຳ​ເປັນ​ຕ້ອງ​ຖືກ​ພາ​ອອກ​ຈາກ​ຄວາມ​ເປັນ​ທາດ​ໂດຍ​ອຳນາດ, ແລະ ດ້ວຍ​ແຂນ​ທີ່​ເດ່​ອອກ​ມາ.

18 ແລະ ເໝືອນ​ດັ່ງ​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ​ໄດ້​ຖືກ​ພາ​ອອກ​ມາ​ໃນ​ເທື່ອ​ທຳ​ອິດ​ນັ້ນ, ແມ່ນ​ແຕ່​ການ​ໄຖ່​ຊີໂອນ​ຈະ​ເປັນ​ເຊັ່ນ​ນັ້ນ​ເໝືອນ​ກັນ.

19 ສະນັ້ນ, ຢ່າ​ທໍ້​ຖອຍ​ໃຈ​ເລີຍ, ເພາະ​ເຮົາ​ບໍ່​ໄດ້​ກ່າວ​ກັບ​ພວກ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ​ວ່າ: ທູດ​ຂອງ​ເຮົາ​ຈະ​ອອກ​ໜ້າ​ພວກ​ເຈົ້າ, ແຕ່​ບໍ່​ແມ່ນ ການ​ປະ​ທັບ​ຢູ່​ຂອງ​ເຮົາ.

20 ແຕ່ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ: ທູດ​ຂອງ​ເຮົາ​ຈະ​ອອກ​ໜ້າ​ພວກ​ເຈົ້າ, ແລະ ການ​ປະ​ທັບ​ຢູ່​ຂອງ​ເຮົາ​ຄື​ກັນ, ແລະ ໃນ​ທີ່​ສຸດ​ພວກ​ເຈົ້າ​ຈະ​ໄດ້ ຄອບ​ຄອງ​ແຜ່ນ​ດິນ​ທີ່​ດີ.

21 ຕາມ​ຄວາມ​ຈິງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຄື ຄົນ​ທີ່​ເຮົາ​ປຽບ​ໃສ່​ກັບ​ຄົນ​ໃຊ້​ຜູ້​ທີ່​ເຈົ້າ​ຂອງ ສວນ​ອະງຸ່ນ​ໄດ້​ກ່າວ​ເຖິງ​ໃນ​ຄຳ​ອຸປະມາ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກ​ເຈົ້າ.

22 ສະນັ້ນ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ກ່າວ​ກັບ ກຳ​ລັງ​ຂອງ​ຄົວ​ເຮືອນ​ຂອງ​ເຮົາ, ຊາຍ​ໜຸ່ມ ແລະ ຄົນ​ໃນ​ໄວ​ກາງ​ອາ​ຍຸ​ຂອງ​ເຮົາ—ໃຫ​້​ເຕົ້າ​ໂຮມ​ຕົນ​ເອງ​ເພື່ອ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ, ໄປ​ຫາ​ແຜ່ນ​ດິນ​ຊຶ່ງ​ເຮົາ​ໄດ້​ຊື້​ດ້ວຍ​ເງິນ​ທີ່​ອຸ​ທິດ​ຖວາຍ​ແກ່​ເຮົາ.

23 ແລະ ໃຫ້​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ​ສົ່ງ​ຊາຍ​ທີ່​ສະຫລາດ ພ້ອມ​ດ້ວຍ​ເງິນ​ຂອງ​ພວກ​ເຂົາ, ແລະ ຊື້​ທີ່​ດິນ ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຂົາ.

24 ແລະ ຕາບ​ໃດ​ທີ່​ສັດ​ຕູ​ຂອງ​ເຮົາ​ມາ​ຮຸກ​ຮານ​ພວກ​ເຈົ້າ ເພື່ອ​ຂັບ​ໄລ່​ພວກ​ເຈົ້າ​ອອກ​ໄປ​ຈາກ ທີ່​ດິນ​ທີ່​ດີ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ອຸ​ທິດ​ໃຫ້​ເປັນ​ແຜ່ນ​ດິນ​ຊີໂອນ, ແມ່ນ​ແຕ່​ອອກ​ຈາກ​ທີ່​ດິນ​ຂອງ​ພວກ​ເຈົ້າ ຫລັງ​ຈາກ​ປະຈັກ​ພະຍານ​ເຫລົ່າ​ນີ້, ຊຶ່ງ​ພວກ​ເຈົ້າ​ໄດ້​ມາ​ຟ້ອງ​ພວກ​ເຂົາ​ຢູ່​ຕໍ່​ໜ້າ​ເຮົາ, ພວກ​ເຈົ້າ​ຈະ​ສາບ​ແຊ່ງ​ພວກ​ເຂົາ;

25 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ສາບ​ແຊ່ງ, ເຮົາ​ຈະ​ສາບ​ແຊ່ງ, ແລະ ພວກ​ເຈົ້າ​ຈະ​ແກ້​ແຄ້ນ​ສັດ​ຕູ​ຂອງ​ເຮົາ​ໃຫ້​ເຮົາ.

26 ແລະ ການ​ປະ​ທັບ​ຢູ່​ຂອງ​ເຮົາ​ຈະ​ຢູ່​ກັບ​ພວກ​ເຈົ້າ ແມ່ນ​ແຕ່​ໃນ ການ​ແກ້​ແຄ້ນ​ສັດ​ຕູ​ຂອງ​ເຮົາ​ໃຫ້​ເຮົາ, ຈົນ​ເຖິງ​ຄົນ​ລຸ້ນ​ທີ​ສາມ ແລະ ທີ​ສີ່​ຂອງ​ພວກ​ເຂົາ​ທີ່​ກຽດ​ຊັງ​ເຮົາ.

27 ຢ່າ​ໃຫ້​ຄົນ​ໃດ​ຢ້ານ​ກົວ​ທີ່​ຈະ​ມອບ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ; ເພາະ​ຄົນ​ໃດ​ກໍ​ຕາມ​ທີ່ ມອບ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ຈະ​ພົບ​ມັນ​ອີກ.

28 ແລະ ຄົນ​ໃດ​ກໍ​ຕາມ​ທີ່​ບໍ່​ເຕັມ​ໃຈ​ທີ່​ຈະ​ມອບ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ບໍ່​ໄດ້​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ.

29 ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ ຈະ​ເປັ່ງ​ສຽງ​ຂອງ​ລາວ​ຢູ່​ໃນ​ບ່ອນ​ຊຸມ​ນຸມ​ໃນ​ດິນ​ແດນ​ພາກ​ຕາ​ເວັນ​ອອກ, ໃນ​ການ​ຕຽມ​ໜ່ວຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ ໃຫ້​ຮັກ​ສາ​ບັນ​ຍັດ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຂົາ​ກ່ຽວ​ກັບ​ການ​ຟື້ນ​ຟູ ແລະ ການ​ໄຖ່​ຊີໂອນ.

30 ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ພາລີ ພີ ພະແຣັດ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ ໄວ້ ທີ່​ຈະ​ບໍ່​ກັບ​ໄປ​ຫາ​ແຜ່ນ​ດິນ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຂົາ, ຈົນ​ກວ່າ​ພວກ​ເຂົາ​ໄດ້​ເຕົ້າ​ໂຮມ​ຜູ້​ຄົນ​ເພື່ອ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ​ເສຍ​ກ່ອນ, ເປັນ​ສິບໆ, ຫລື ຊາວ, ຫລື ຫ້າ​ສິບ, ຫລື ເປັນ​ຮ້ອຍ, ຈົນ​ກວ່າ​ພວກ​ເຂົາ​ມີ​ຈຳນວນ​ພົນ​ເຖິງ​ຫ້າ​ຮ້ອຍ​ຄົນ ຈາກ ກຳ​ລັງ​ຂອງ​ຄົວ​ເຮືອນ​ຂອງ​ເຮົາ.

31 ຈົ່ງ​ເບິ່ງ ນີ້​ຄື​ຄວາມ​ປະສົງ​ຂອງ​ເຮົາ; ຂໍ ແລະ ພວກ​ເຈົ້າ​ຈະ​ໄດ້​ຮັບ; ແຕ່​ມະນຸດ ບໍ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ​ສະເໝີ​ໄປ.

32 ສະນັ້ນ, ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ສາ​ມາດ​ຫາ​ຈຳນວນ​ພົນ​ໄດ້​ເຖິງ​ຫ້າ​ຮ້ອຍ​ຄົນ, ຈົ່ງ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ສາມ​ຮ້ອຍ​ຄົນ.

33 ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ສາ​ມາດ​ຫາ​ຈຳນວນ​ພົນ​ໄດ້​ເຖິງ​ສາມ​ຮ້ອຍ​ຄົນ, ຈົ່ງ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ໜຶ່ງ​ຮ້ອຍ​ຄົນ.

34 ແຕ່​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ຈະ​ບໍ່​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ ຈົນ​ກວ່າ​ພວກ​ເຈົ້າ​ມີ​ພົນ​ໜຶ່ງ​ຮ້ອຍ​ຄົນ​ຈາກ​ກຳ​ລັງ​ຂອງ​ຄົວ​ເຮືອນ​ຂອງ​ເຮົາ, ເພື່ອ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ​ກັບ​ພວກ​ເຈົ້າ.

35 ສະນັ້ນ, ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກ​ເຈົ້າ, ຂໍ ແລະ ພວກ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ອະ​ທິ​ຖານ​ຢ່າງ​ຕັ້ງ​ໃຈ​ເພື່ອ​ວ່າ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈະ​ໄດ້​ໄປ​ກັບ​ພວກ​ເຈົ້າ, ແລະ ຄວບ​ຄຸມ​ດູ​ແລ​ໃນ​ທ່າມ​ກາງ​ຜູ້​ຄົນ​ຂອງ​ເຮົາ, ແລະ ຈັດ​ຕັ້ງ​ອາ​ນາ​ຈັກ​ຂອງ​ເຮົາ​ຂຶ້ນ​ຢູ່​ເທິງ​ແຜ່ນ​ດິນ​ທີ່ ອຸ​ທິດ​ໄວ້, ແລະ ສະຖາ​ປະນາ​ລູກ​ຫລານ​ຂອງ​ຊີໂອນ​ໄວ້​ເທິງ​ກົດ ແລະ ບັນ​ຍັດ ຊຶ່ງ​ໄດ້​ມອບ​ໃຫ້​ແລ້ວ ແລະ ຈະ​ມອບ​ໃຫ້​ພວກ​ເຈົ້າ.

36 ໄຊ​ຊະນະ ແລະ ລັດ​ສະ​ໝີ​ພາບ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ ແມ່ນ​ຜ່ານ ຄວາມ​ພາກ​ພຽນ, ຄວາມ​ຊື່​ສັດ, ແລະ ຄຳ​ອະ​ທິ​ຖານ​ດ້ວຍ​ສັດທາ​ຂອງ​ພວກ​ເຈົ້າ.

37 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ພາລີ ພີ ພະແຣັດ ເດີນ​ທາງ​ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ

38 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ ໄວ້ ເດີນ​ທາງ​ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ.

39 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ ສະມິດ ເດີນ​ທາງ​ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຟຣ໌​ເດຣິກ ຈີ ວິວ​ລຽມສ໌.

40 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍສັນ ຮາຍດ໌ ເດີນ​ທາງ​ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍສັນ ພະແຣັດ, ໄປ​ຫາ​ບ່ອນ​ໃດ​ກໍ​ຕາມ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈະ​ແນະນຳ​ພວກ​ເຂົາ, ໃນ​ການ​ບັນ​ລຸ​ບັນ​ຍັດ​ເຫລົ່າ​ນີ້ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ, ແລະ ປະ​ສ່ວນ​ທີ່​ເຫລືອ​ຢູ່​ໄວ້​ໃນ​ມື​ຂອງ​ເຮົາ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.