ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 22


ພາກທີ 22

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ແມນເຈດ​ສະເຕີ, ລັດ​ນິວຢອກ, ວັນທີ 16 ເດືອນ​ເມສາ, 1830. ການ​ເປີດ​ເຜີຍ​ນີ້​ຖືກ​ມອບ​ໃຫ້​ແກ່ ສາດ​ສະ​ໜາ​ຈັກ​ເນື່ອງ​ຈາກ​ວ່າ​ຄົນ​ທີ່​ໄດ້​ຮັບ​ບັບຕິ​ສະມາ​ແລ້ວ​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ໂດຍ​ບໍ່​ຕ້ອງ​ໄດ້​ຮັບ​ບັບຕິ​ສະມາ​ອີກ.

1, ການ​ບັບຕິ​ສະມາ​ຄື​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ; 2–4, ການ​ບັບຕິ​ສະມາ​ດ້ວຍ​ສິດ​ອຳນາດ​ເປັນ​ສິ່ງ​ຈຳ​ເປັນ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພັນທະ​ສັນ​ຍາ ເກົ່າ​ທັງ​ໝົດ ເຮົາ​ໄດ້​ເຮັດ​ໃຫ້​ໝົດ​ໄປ​ດ້ວຍ​ເລື່ອງ​ນີ້; ແລະ ນີ້​ຄື​ພັນທະ​ສັນ​ຍາ ໃໝ່ ແລະ ເປັນ​ນິດ, ແມ່ນ​ແຕ່​ສິ່ງ​ນັ້ນ​ທີ່​ເປັນ​ມາ​ຕັ້ງ​ແຕ່​ຕົ້ນ.

2 ດັ່ງ​ນັ້ນ, ເຖິງ​ແມ່ນ​ມະນຸດ​ໄດ້​ຮັບ​ບັບຕິ​ສະມາ​ແລ້ວ​ເປັນ​ຮ້ອຍ​ເທື່ອ ແຕ່​ມັນ​ກໍ​ບໍ່​ມີ​ປະ​ໂຫຍດ​ຫຍັງ​ກັບ​ເຂົາ, ເພາະ​ພວກ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ປະຕູ​ຄັບ​ແຄບ​ໄດ້​ໂດຍ ກົດ​ຂອງ​ໂມເຊ, ຫລື ໂດຍ ວຽກ​ງານ​ທີ່​ຕາຍ​ແລ້ວ​ຂອງ​ພວກ​ເຈົ້າ.

3 ເປັນ​ເພາະ​ວຽກ​ງານ​ທີ່​ຕາຍ​ແລ້ວ​ຂອງ​ພວກ​ເຈົ້າ​ນັ້ນ ເຮົາ​ຈຶ່ງ​ໄດ້​ເຮັດ​ໃຫ້​ມີ​ການ​ສ້າງ​ພັນທະ​ສັນ​ຍາ​ສຸດ​ທ້າຍ ແລະ ສາດ​ສະ​ໜາ​ຈັກ​ນີ້​ຖືກ​ສ້າງ​ຂຶ້ນ​ໃຫ້​ແກ່​ເຮົາ, ແມ່ນ​ແຕ່​ເຊັ່ນ​ດຽວ​ກັບ​ໃນ​ສະ​ໄໝ​ບູຮານ.

4 ດັ່ງ​ນັ້ນ, ພວກ​ເຈົ້າ​ຈົ່ງ​ເຂົ້າ​ທາງ ປະຕູ, ດັ່ງ​ທີ່​ເຮົາ​ໄດ້​ບັນ​ຊາ, ແລະ ບໍ່ ສະແຫວງ​ຫາ​ທີ່​ຈະ​ແນະນຳ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ. ອາແມນ.