ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 112


ພາກ​ທີ 112

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ເຖິງ​ທອມ​ມັສ ບີ ມາສ໌, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 23 ເດືອນ​ກໍລະກົດ, 1837, ກ່ຽວ​ກັບ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ພຣະ​ເມສາ​ນ້ອຍ. ການ​ເປີດ​ເຜີຍ​ນີ້​ໄດ້​ຮັບ​ໃນ​ມື້​ທີ່ ແອວເດີ ຮີ​ເບີ ຊີ ຄິມ​ໂບ ແລະ ແອວເດີ ອໍສັນ ຮາຍດ໌ ໄດ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ເປັນ​ເທື່ອ​ທຳ​ອິດ ໃນ​ປະເທດ​ອັງ​ກິດ. ໃນເວລາ​ນັ້ນ ທອມ​ມັສ ບີ ມາສ໌ ໄດ້​ເປັນ​ປະທານ​ຂອງ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ.

1–10, ອັກຄະ​ສາວົກ​ສິບ​ສອງ​ຕ້ອງ​ສົ່ງ​ພຣະ​ກິດ​ຕິ​ຄຸນ ແລະ ເປັ່ງ​ສຽງ​ເຕືອນ​ປະ​ຊາ​ຊາດ ແລະ ຜູ້​ຄົນ​ທັງ​ປວງ; 11–15, ພວກ​ເພິ່ນ​ຕ້ອງ​ແບກ​ໄມ້​ກາງ​ແຂນ​ຂອງ​ພວກ​ເພິ່ນ​ເອງ, ຕິດ​ຕາມ​ພຣະ​ເຢຊູ, ແລະ ລ້ຽງ​ດູ​ແກະ​ຂອງ​ພຣະ​ອົງ; 16–20, ຄົນ​ທີ່​ຍອມ​ຮັບ​ເອົາ​ຝ່າຍ​ປະທານ​ສູງ​ສຸດ​ຍ່ອມ​ຮັບ​ເອົາ​ພຣະ​ຜູ້​ເປັນ​ເຈົ້າ; 21–29, ຄວາມ​ມືດ​ປົກ​ຄຸມ​ແຜ່ນ​ດິນ​ໂລກ, ແລະ ຄົນ​ທີ່​ເຊື່ອ ແລະ ຮັບ​ບັບຕິ​ສະມາ​ເທົ່າ​ນັ້ນ​ຈະ​ລອດ; 30–34, ຝ່າຍ​ປະທານ​ສູງ​ສຸດ ແລະ ອັກຄະ​ສາວົກ​ສິບ​ສອງ​ຖື​ຂໍ​ກະແຈ​ຂອງ​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ.

1 ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ເຈົ້າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ທອມ​ມັສ: ເຮົາ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ; ແລະ ຂອງ​ທານ​ຂອງ​ເຈົ້າ​ໄດ້​ຂຶ້ນ​ມາ​ເປັນ ອະ​ນຸ​ສອນ​ຢູ່​ຕໍ່​ໜ້າ​ເຮົາ, ແທນ​ຄົນ​ເຫລົ່າ​ນັ້ນ, ອ້າຍ​ນ້ອງ​ຂອງ​ເຈົ້າ, ຜູ້​ໄດ້​ຖືກ​ເລືອກ​ໃຫ້​ສະແດງ​ປະຈັກ​ພະຍານ​ເຖິງ​ນາມ​ຂອງ​ເຮົາ ແລະ ໃຫ້ ສົ່ງ​ມັນ​ໄປ​ຫາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ແລະ ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເປັນ​ເຄື່ອງ​ມື.

2 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ, ມີ​ບາງ​ເລື່ອງ​ໃນ​ໃຈ​ເຈົ້າ ແລະ ຢູ່​ກັບ​ເຈົ້າ ຊຶ່ງ​ເລື່ອງ​ນັ້ນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ພໍ​ໃຈ​ຫລາຍ​ປານ​ໃດ.

3 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາບ​ໃດ​ທີ່​ເຈົ້າ​ຍັງ ຖ່ອມ​ຕົວ ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ສູງ​ຂຶ້ນ; ສະນັ້ນ, ບາບ​ທັງ​ໝົດ​ຂອງ​ເຈົ້າ​ໄດ້​ຖືກອະໄພ​ໃຫ້​ແລ້ວ.

4 ຈົ່ງ​ໃຫ້​ໃຈ​ຂອງ​ເຈົ້າ ເບີກ​ບານ​ຢູ່​ຕໍ່​ໜ້າ​ເຮົາ​ເຖີດ; ແລະ ຈົ່ງ​ກ່າວ​ພະຍານ​ເຖິງ​ນາມ​ຂອງ​ເຮົາ, ບໍ່​ພຽງ​ແຕ່​ກັບ ຄົນ​ຕ່າງ​ຊາດ​ເທົ່າ​ນັ້ນ, ແຕ່​ກັບ ຊາວ​ຢິວ​ນຳ​ອີກ; ແລະ ຈົ່ງ​ສົ່ງ​ຄຳ​ຂອງ​ເຮົາ​ອອກ​ໄປ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.

5 ສະນັ້ນ ເຈົ້າ​ຈົ່ງ ຕໍ່​ສູ້​ເຊົ້າ​ແລ້ວ​ເຊົ້າ​ເລົ່າ; ແລະ ວັນ​ແລ້ວ​ວັນ​ເລົ່າ ຈົ່ງ​ໃຫ້​ສຽງ ເຕືອນ​ຂອງ​ເຈົ້າ​ອອກ​ໄປ; ແລະ ເມື່ອ​ກາງ​ຄືນ​ມາ​ເຖິງ ຢ່າ​ໃຫ້​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ເຫງົາ​ນອນ, ເນື່ອງ​ຈາກ​ຄຳ​ເວົ້າ​ຂອງ​ເຈົ້າ.

6 ໃຫ້​ການ​ອາ​ໄສ​ຢູ່​ຂອງ​ເຈົ້າ​ເປັນ​ທີ່​ຮູ້​ຈັກ​ໃນ​ຊີໂອນ, ແລະ ຢ່າ ຍ້າຍ​ບ້ານ​ເຮືອນ​ຂອງ​ເຈົ້າ; ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ມີ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ໃຫ້​ເຈົ້າ​ເຮັດ, ໃນ​ການ​ປະ​ກາດ​ນາມ​ຂອງ​ເຮົາ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ.

7 ສະນັ້ນ, ຈົ່ງ ຄາດ​ແອວ​ຂອງ​ເຈົ້າ​ເພື່ອ​ວຽກ​ງານ​ນັ້ນ. ໃຫ້​ສວມ​ຕີນ​ຂອງ​ເຈົ້າ​ນຳ​ອີກ, ເພາະ​ເຈົ້າ​ໄດ້​ຖືກ​ເລືອກ, ແລະ ທາງ​ຂອງ​ເຈົ້າ​ຢູ່​ຕາມ​ຫຸບ​ເຂົາ, ແລະ ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ຫລາຍ.

8 ແລະ ໂດຍ​ຖ້ອຍ​ຄຳ​ຂອງ​ເຈົ້າ ຄົນ​ສູງ​ສັກ​ຫລາຍ​ຄົນ​ຈະ​ຖືກ​ພາ​ລົງ​ມາ ຕ່ຳ, ແລະ ໂດຍ​ຖ້ອຍ​ຄຳ​ຂອງ​ເຈົ້າ ຄົນ​ຕ່ຳ​ຕ້ອຍ​ຫລາຍ​ຄົນ​ຈະ​ຖືກ​ເຮັດ​ໃຫ້​ສູງ​ຂຶ້ນ.

9 ສຽງ​ຂອງ​ເຈົ້າ​ຈະ​ເປັນ​ການ​ຕິ​ຕຽນ​ຜູ້​ລ່ວງ​ລະເມີດ; ແລະ ໃນ​ການ​ຕິ​ຕຽນ​ຂອງ​ເຈົ້າ​ກໍ​ໃຫ້​ລີ້ນ​ຂອງ​ຜູ້​ໃສ່​ຮ້າຍ​ຢຸດ​ຕິ​ການ​ບິດ​ເບືອນ​ຂອງ​ມັນ.

10 ຈົ່ງ ຖ່ອມ​ຕົວ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ຈະ​ຈູງ​ມື​ພາ​ເຈົ້າ​ໄປ, ແລະ ໃຫ້​ຄຳ​ຕອບ​ແກ່​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ.

11 ເຮົາ​ຮູ້​ໃຈ​ຂອງ​ເຈົ້າ, ແລະ ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ​ກ່ຽວ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ. ຢ່າ​ລຳ​ອຽງ​ພວກ​ເຂົາ​ໃນ ຄວາມ​ຮັກ​ຫລາຍ​ກວ່າ​ຄົນ​ອື່ນໆ, ແຕ່​ໃຫ້​ຄວາມ​ຮັກ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ພວກ​ເຂົາ​ເໝືອນ​ກັບ​ທີ່​ມີ​ຕໍ່​ຕົວ​ເຈົ້າ​ເອງ; ແລະ ໃຫ້​ຄວາມ​ຮັກ​ຂອງ​ເຈົ້າ​ມີ​ຢ່າງ​ລົ້ນ​ເຫລືອ​ກັບ​ມະນຸດ​ທັງ​ປວງ, ແລະ ກັບ​ທຸກ​ຄົນ​ທີ່​ຮັກ​ນາມ​ຂອງ​ເຮົາ.

12 ແລະ ຈົ່ງ​ອະ​ທິ​ຖານ​ເພື່ອ​ພວກ​ອ້າຍ​ນ້ອງ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ເຈົ້າ. ຈົ່ງ​ຕັກ​ເຕືອນ​ພວກ​ເຂົາ​ຢ່າງ​ຄົມ​ຄາຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ເຮົາ, ແລະ ໃຫ້​ພວກ​ເຂົາ​ໄດ້​ຮັບ​ການ​ຕັກ​ເຕືອນ​ສຳ​ລັບ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ຈົ່ງ​ຊື່​ສັດ​ຢູ່​ຕໍ່​ໜ້າ​ເຮົາ​ຕໍ່ ນາມ​ຂອງ​ເຮົາ.

13 ແລະ ຫລັງ​ຈາກ ການ​ລໍ້​ລວງ​ຂອງ​ພວກ​ເຂົາ, ແລະ ຄວາມ​ທຸກ​ຍາກ​ລຳ​ບາກ​ຢ່າງ​ມາກ​ມາຍ​ຂອງ​ພວກ​ເຂົາ, ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ຊາວ​ຫາ​ພວກ​ເຂົາ, ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່​ເຮັດ​ໃຈ​ຂອງ​ພວກ​ເຂົາ​ແຂງ​ກະ​ດ້າງ, ແລະ ບໍ່​ແຂງ​ຄໍ​ຕໍ່​ເຮົາ, ແລ້ວ​ພວກ​ເຂົາ​ຈະ ປ່ຽນ​ໃຈ, ແລະ ເຮົາ​ຈະ​ປິ່ນ​ປົວ​ພວກ​ເຂົາ.

14 ບັດ​ນີ້, ເຮົາ​ກ່າວ​ກັບ​ເຈົ້າ, ແລະ ສິ່ງ​ທີ່​ເຮົາ​ກ່າວ​ກັບ​ເຈົ້າ, ເຮົາ​ກ່າວ​ກັບ​ອັກຄະ​ສາວົກ​ສິບ​ສອງ​ຄົນ: ຈົ່ງ​ລຸກ​ຂຶ້ນ ແລະ ຈົ່ງ​ຄາດ​ແອວ​ຂອງ​ເຈົ້າ, ຈົ່ງ​ແບກ ໄມ້​ກາງ​ແຂນ​ຂອງ​ເຈົ້າ, ຕິດ​ຕາມ​ເຮົາ​ມາ, ແລະ ລ້ຽງ​ດູ​ແກະ​ຂອງ​ເຮົາ.

15 ຢ່າ​ຍົກ​ຕົນ​ເອງ​ຂຶ້ນ; ຢ່າ ກະ​ບົດ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ; ເພາະ​ຕາມ​ຄວາມ​ຈິງແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຮົາ​ຢູ່​ກັບ​ລາວ, ແລະ ພຣະ​ຫັດ​ຂອງ​ເຮົາ​ຈະ​ຢູ່​ເທິງ​ລາວ; ແລະ ຂໍ​ກະແຈ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ລາວ, ແລະ ໃຫ້​ແກ່​ເຈົ້າ​ນຳ​ອີກ, ຈະ​ບໍ່​ຖືກ​ເອົາ​ໄປ​ຈາກ​ລາວ​ຈົນ​ກວ່າ​ເຮົາ​ຈະ​ມາ.

16 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ທອມ​ມັສ, ເຈົ້າ​ຄື​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໃຫ້​ຖື​ຂໍ​ກະແຈ​ແຫ່ງ​ອາ​ນາ​ຈັກ​ຂອງ​ເຮົາ, ດັ່ງ​ທີ່​ກ່ຽວ​ກັບ​ອັກຄະ​ສາວົກ​ສິບ​ສອງ, ທົ່ວ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ—

17 ເພື່ອ​ວ່າ​ເຈົ້າ​ຈະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ທີ່​ຈະ​ໄຂ​ປະຕູ​ອາ​ນາ​ຈັກ​ໃນ​ທຸກ​ບ່ອນ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ, ມາ​ຫາ​ບໍ່​ໄດ້;

18 ເພາະ​ເຮົາ​ໄດ້​ມອບ​ພາ​ລະ​ຂອງ​ໜ່ວຍ​ທັງ​ປວງ ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ເຂົາ​ເຈົ້າ​ເຮັດ​ຊົ່ວ​ໄລ​ຍະ​ໜຶ່ງ.

19 ດັ່ງ​ນັ້ນ, ບ່ອນ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ຈະ​ສົ່ງ​ເຈົ້າ​ໄປ, ຈົ່ງ​ໄປ, ແລະ ເຮົາ​ຈະ​ໄປ​ກັບ​ເຈົ້າ; ແລະ ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ປະ​ກາດ​ນາມ​ຂອງ​ເຮົາ ປະຕູ​ທີ່​ມີ ປະ​ສິດ​ທິ​ພາບ​ຈະ​ເປີດ​ໄວ້​ໃຫ້​ເຈົ້າ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ຮັບ​ເອົາ​ຄຳ​ຂອງ​ເຮົາ.

20 ຜູ້​ໃດ​ກໍ​ຕາມ​ທີ່ ຮັບ​ເອົາ​ຄຳ​ຂອງ​ເຮົາ​ກໍ​ຮັບ​ເອົາ​ເຮົາ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຮັບ​ເອົາ​ເຮົາ, ກໍ​ຮັບ​ເອົາ​ຄົນ​ເຫລົ່າ​ນັ້ນ, ຝ່າຍ​ປະທານ​ສູງ​ສຸດ, ຜູ້​ທີ່​ເຮົາ​ໄດ້​ສົ່ງ​ມາ, ຜູ້​ທີ່​ເຮົາ​ໄດ້​ຕັ້ງ​ເປັນ​ຜູ້​ປຶກ​ສາ​ໃຫ້​ເຈົ້າ​ເພື່ອ​ເຫັນ​ແກ່​ນາມ​ຂອງ​ເຮົາ.

21 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ສົ່ງ​ໄປ​ໃນ​ນາມ​ຂອງ​ເຮົາ, ໂດຍ​ສຽງ​ຂອງ​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ, ອັກຄະ​ສາວົກ ສິບ​ສອງ, ທີ່​ເຈົ້າ​ຮັບ​ຮອງ ແລະ ໃຫ້ ສິດ​ອຳນາດ​ຢ່າງ​ຖືກ​ຕ້ອງ, ຈະ​ມີ​ອຳນາດ​ທີ່​ຈະ​ເປີດ​ປະຕູ​ຂອງ​ອາ​ນາ​ຈັກ​ຂອງ​ເຮົາ ໃຫ້​ປະ​ຊາ​ຊາດ​ໃດ​ກໍ​ໄດ້​ບໍ່​ວ່າ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ສົ່ງ​ພວກ​ເຂົາ​ໄປ—

22 ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຖ່ອມ​ຕົວ​ຢູ່​ຕໍ່​ໜ້າ​ເຮົາ, ແລະ ຍຶດ​ໝັ້ນ​ຢູ່​ໃນ​ຄຳ​ຂອງ​ເຮົາ, ແລະ ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ຂອງ​ເຮົາ.

23 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຄວາມ​ມືດ​ປົກ​ຄຸມ​ແຜ່ນ​ດິນ​ໂລກ, ແລະ ຄວາມ​ມືດ​ອັນ​ຮ້າຍ​ແຮງ​ປົກ​ຄຸມ​ຈິດ​ໃຈ​ຜູ້​ຄົນ, ແລະ ເນື້ອ​ໜັງ​ທັງ​ປວງ​ກັບ​ມາ ເສື່ອມ​ໂຊມ​ລົງ​ຢູ່​ຕໍ່​ໜ້າ​ເຮົາ.

24 ຈົ່ງ​ເບິ່ງ, ການ​ແກ້​ແຄ້ນ​ມາ​ເຖິງ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ຢ່າງ​ວ່ອງ​ໄວ, ວັນ​ແຫ່ງ​ພຣະ​ພິ​ໂລດ, ວັນ​ແຫ່ງ​ການ​ເຜົາ​ໄໝ້, ວັນ​ແຫ່ງ​ການ​ອ້າງ​ວ້າງ, ແຫ່ງ ການ​ຮ້ອງ​ໄຫ້, ແຫ່ງ​ການ​ຄວນ​ຄາງ, ແລະ ແຫ່ງ​ການ​ເສົ້າ​ສະ​ຫລົດ​ໃຈ; ແລະ ດັ່ງ​ລົມ​ບ້າ​ໝູ ມັນ​ຈະ​ເກີດ​ຂຶ້ນ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

25 ແລະ ເທິງ​ຄົວ​ເຮືອນ​ຂອງ​ເຮົາ​ມັນ​ຈະ ເລີ່ມ​ຕົ້ນ, ແລະ ຈາກ​ຄົວ​ເຮືອນ​ຂອງ​ເຮົາ ມັນ​ຈະ​ອອກ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ;

26 ທຳ​ອິດ ໃນ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ໃນ​ບັນ​ດາ​ພວກ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ຜູ້​ທີ່ ອ້າງ​ວ່າ​ຮູ້​ຈັກ​ນາມ​ຂອງ​ເຮົາ ແລະ ຍັງ​ບໍ່ ຮູ້​ຈັກ​ເຮົາ​ເທື່ອ, ແລະ ໄດ້ ໝິ່ນ​ປະ​ໝາດ​ເຮົາ​ທ່າມ​ກາງ​ຄົວ​ເຮືອນ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

27 ສະນັ້ນ, ຈົ່ງ​ເບິ່ງ​ວ່າ ພວກ​ເຈົ້າ​ບໍ່​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ງານ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໃນ​ສະຖານ​ທີ່​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

28 ແຕ່​ຈົ່ງ ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຈົ້າ​ບໍ​ລິ​ສຸດ​ຢູ່​ຕໍ່​ໜ້າ​ເຮົາ; ແລະ ຈາກ​ນັ້ນ​ພວກ​ເຈົ້າ​ຈົ່ງ ໄປ​ທົ່ວ​ໂລກ, ແລະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ແກ່​ມະນຸດ​ສະ​ໂລກ​ທັງ​ໝົດ​ຜູ້​ທີ່​ຍັງ​ບໍ່​ໄດ້​ຮັບ​ມັນ​ເທື່ອ;

29 ແລະ ຄົນ​ທີ່ ເຊື່ອ ແລະ ຮັບ ບັບຕິ​ສະມາ​ຈະ​ລອດ, ແລະ ຄົນ​ທີ່​ບໍ່​ເຊື່ອ, ແລະ ບໍ່​ຮັບ​ບັບຕິ​ສະມາ, ຈະ ອັບ​ປະ​ໂຫຍດ.

30 ເພາະ​ແກ່​ເຈົ້າ, ອັກຄະ​ສາວົກ​ສິບ​ສອງ, ແລະ ຄົນ​ເຫລົ່າ​ນັ້ນ, ຝ່າຍ​ປະທານ​ສູງ​ສຸດ, ຜູ້​ໄດ້​ຖືກ​ກຳ​ນົດ​ໄວ້​ໃຫ້​ເປັນ​ຜູ້​ປຶກ​ສາ​ຂອງ​ພວກ​ເຈົ້າ ແລະ ເປັນ​ຜູ້​ນຳ​ຂອງ​ພວກ​ເຈົ້າ, ຈະ​ມອບ​ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ນີ້​ໃຫ້, ເພື່ອ​ວັນ​ເວລາ​ສຸດ​ທ້າຍ ແລະ ເພື່ອ​ເປັນ​ເທື່ອ​ສຸດ​ທ້າຍ, ຊຶ່ງ​ໃນ​ເວລາ​ດັ່ງ​ກ່າວ​ເປັນ ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ.

31 ຊຶ່ງ​ອຳນາດ​ນີ້​ພວກ​ເຈົ້າ​ດຳ​ລົງ​ຢູ່, ໃນ​ຄວາມ​ສຳ​ພັນ​ກັບ​ຄົນ​ທັງ​ຫລາຍ​ຜູ້​ທີ່​ໄດ້​ຮັບ​ຍຸກ​ສະ​ໄໝ​ໃນ​ເວລາ​ໃດ​ເວລາ​ໜຶ່ງ​ຕັ້ງ​ແຕ່​ຕົ້ນ​ຂອງ​ການ​ສ້າງ;

32 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຂໍ​ກະແຈ​ຂອງ​ຍຸກ​ສະ​ໄໝ, ຊຶ່ງ​ພວກ​ເຈົ້າ​ໄດ້​ຮັບ, ໄດ້​ສືບ​ທອດ ມາ​ຈາກ​ບັນ​ພະ​ບຸ​ລຸດ, ແລະ ສຸດ​ທ້າຍ​ນີ້, ຖືກ​ສົ່ງ​ລົງ​ມາ​ຈາກ​ສະຫວັນ​ຫາ​ພວກ​ເຈົ້າ.

33 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ເບິ່ງ ການ​ເອີ້ນ​ຂອງ​ພວກ​ເຈົ້າ​ຍິ່ງ​ໃຫຍ່​ພຽງ​ໃດ. ຈົ່ງ ຊຳລະ​ໃຈ​ຂອງ​ພວກ​ເຈົ້າ ແລະ ອາ​ພອນ​ຂອງ​ພວກ​ເຈົ້າ​ໃຫ້​ສະອາດ, ຖ້າ​ບໍ່​ດັ່ງ​ນັ້ນ​ເລືອດ​ຂອງ​ຄົນ​ລຸ້ນ​ນີ້​ຈະ​ຖືກ ຮຽກ​ຮ້ອງ​ຈາກ​ມື​ຂອງ​ພວກ​ເຈົ້າ.

34 ຈົ່ງ​ຊື່​ສັດ​ຈົນ​ກວ່າ​ເຮົາ​ຈະ​ມາ, ເພາະ​ເຮົາ​ຈະ ມາ​ຢ່າງ​ໄວ; ແລະ ລາງ​ວັນ​ຂອງ​ເຮົາ​ຢູ່​ກັບ​ເຮົາ​ເພື່ອ​ຊົດ​ເຊີຍ​ໃຫ້​ມະນຸດ​ທຸກ​ຄົນ​ຕາມ​ທີ່ ວຽກ​ງານ​ຂອງ​ເຂົາ​ຈະ​ເປັນ. ເຮົາ​ຄື​ອາລະ​ຟາ ແລະ ໂອ​ເມຄາ. ອາແມນ.