ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 66


ພາກ​ທີ 66

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 29 ເດືອນ​ຕຸລາ, 1831. ວິວລຽມ ອີ ມິກ​ລີ​ລິນ ໄດ້​ອ້ອນ​ວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທີ່​ລັບ ຂໍ​ໃຫ້​ພຣະ​ອົງ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ສາດ​ສະ​ດາ ເພື່ອ​ຕອບ​ຄຳ​ຖາມ​ຫ້າ​ຂໍ້ , ຊຶ່ງ​ໂຈເຊັບ ສະມິດ ບໍ່​ຮູ້​ຈັກ. ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ນາຍ​ມິກ​ລີ​ລິນ, ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້.

1–4, ພັນທະ​ສັນ​ຍາ​ອັນ​ເປັນ​ນິດ​ຄື​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ; 5–8, ແອວເດີ​ຕ້ອງ​ສັ່ງ​ສອນ, ເປັນ​ພະຍານ, ແລະ ໃຫ້​ເຫດ​ຜົນ​ກັບ​ຜູ້​ຄົນ; 9–13, ການ​ຮັບ​ໃຊ້​ທາງ​ສາດ​ສະ​ໜາ​ກິດ​ຢ່າງ​ຊື່​ສັດ​ຮັບ​ປະ​ກັນ​ວ່າ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ເປັນ​ມູນ​ມໍ​ລະ​ດົກ.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ອີ ມິກລີລິນ—ເຈົ້າ​ເປັນ​ສຸກ​ແລ້ວ, ຕາບ​ໃດ​ທີ່​ເຈົ້າ​ຫັນ​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ, ແລະ ຮັບ​ເອົາ​ຄວາມ​ຈິງ​ຂອງ​ເຮົາ, ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່ ເຊື່ອ​ໃນ​ນາມ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ​ໄດ້​ກ່າວ.

2 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຈົ້າ​ເປັນ​ສຸກ​ແລ້ວ ເພາະ​ເຈົ້າ​ໄດ້​ຮັບ​ເອົາ ພັນທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ເຮົາ, ແມ່ນ​ແຕ່​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ທີ່​ສົ່ງ​ອອກ​ໄປ​ຫາ​ລູກ​ຫລານ​ມະນຸດ, ເພື່ອ​ວ່າ​ເຂົາ​ຈະ​ມີ ຊີ​ວິດ ແລະ ຖືກ​ເຮັດ​ໃຫ້​ເປັນ​ຜູ້​ຮັບ​ສ່ວນ​ຂອງ​ລັດ​ສະ​ໝີ​ພາບ ຊຶ່ງ​ຈະ​ຖືກ​ເປີດ​ເຜີຍ​ໃນ​ຍຸກ​ສຸດ​ທ້າຍ, ດັ່ງ​ທີ່​ຖືກ​ຂຽນ​ໄວ້​ໂດຍ​ສາດ​ສະ​ດາ ແລະ ອັກຄະ​ສາວົກ​ໃນ​ສະ​ໄໝ​ບູຮານ.

3 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ, ວ່າ​ເຈົ້າ​ສະອາດ, ແຕ່​ບໍ່​ແມ່ນ​ທັງ​ໝົດ; ສະນັ້ນ, ຈົ່ງ​ກັບ​ໃຈ, ຈາກ​ສິ່ງ​ເຫລົ່າ​ນັ້ນ​ຊຶ່ງ​ບໍ່​ເປັນ​ທີ່​ພໍ​ພຣະ​ໄທ​ໃນ​ສາຍ​ຕາ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ສະແດງ​ໃຫ້​ເຈົ້າ​ເຫັນ​ສິ່ງ​ເຫລົ່າ​ນັ້ນ.

4 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ສິ່ງ​ທີ່​ເຮົາ​ປະສົງ​ກ່ຽວ​ກັບ​ເຈົ້າ, ຫລື ສິ່ງ​ທີ່​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ກ່ຽວ​ກັບ​ເຈົ້າ.

5 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າວ່າ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ເຈົ້າ​ຈະ ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຈາກ​ແຜ່ນ​ດິນ​ໜຶ່ງ​ຫາ​ອີກ​ແຜ່ນ​ດິນ​ໜຶ່ງ, ແລະ ຈາກ​ເມືອງ​ໜຶ່ງ​ຫາ​ອີກ​ເມືອງ​ໜຶ່ງ, ແທ້​ຈິງ​ແລ້ວ, ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ​ເຫລົ່າ​ນັ້ນ ບ່ອນ​ທີ່​ມັນ​ຍັງ​ບໍ່​ຖືກ​ປະ​ກາດ​ເທື່ອ.

6 ຢ່າ​ຢູ່​ຫລາຍ​ມື້​ໃນ​ບ່ອນ​ນີ້; ບໍ່​ໃຫ້​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຊີໂອນ​ເທື່ອ; ແຕ່​ຕາບ​ໃດ​ທີ່​ເຈົ້າ​ສາ​ມາດ​ສົ່ງ​ໄປ​ໄດ້, ຈົ່ງ​ສົ່ງ​ໄປ; ຖ້າ​ບໍ່​ດັ່ງ​ນັ້ນ, ກໍ​ຢ່າ​ຄິດ​ກ່ຽວ​ກັບ​ຊັບ​ສິນ​ຂອງ​ເຈົ້າ.

7 ຈົ່ງ ໄປ​ຫາ​ແຜ່ນ​ດິນ​ທາງ​ທິດ​ຕາ​ເວັນ​ອອກ, ສະແດງ ປະຈັກ​ພະຍານ​ໃນ​ທຸກ​ບ່ອນ, ໃຫ້​ແກ່​ທຸກ​ຜູ້​ຄົນ ແລະ ໃນທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ, ໃຫ້​ຊີ້​ແຈງ​ເຫດ​ຜົນ​ກັບ​ຜູ້​ຄົນ.

8 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແຊມໂຍ ເອັຈ ສະມິດ ໄປກັບ​ເຈົ້າ, ແລະ ຢ່າ​ປະ​ຖິ້ມ​ລາວ, ແລະ ໃຫ້​ຄຳ​ແນະນຳ​ຂອງ​ເຈົ້າ​ແກ່​ລາວ; ແລະ ຄົນ​ທີ່ຊື່​ສັດ​ຈະ​ຖືກ​ເຮັດ​ໃຫ້ ເຂັ້ມ​ແຂງ​ຂຶ້ນ​ໃນ​ທຸກ​ບ່ອນ; ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ໄປ​ກັບ​ເຈົ້າ.

9 ຈົ່ງ​ວາງ ມື​ຂອງ​ເຈົ້າ​ໃສ່​ເທິງ​ຄົນ​ທີ່​ເຈັບ​ປ່ວຍ, ແລະ ພວກ​ເຂົາ​ຈະ ຫາຍ​ດີ. ຢ່າ​ກັບ​ຄືນ​ມາ​ຈົນ​ກວ່າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ສົ່ງ​ເຈົ້າ​ກັບ. ຈົ່ງ​ອົດ​ທົນ​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ. ຈົ່ງ ໝັ່ນ​ຂໍ, ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ເຄາະ, ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້​ພວກ​ເຈົ້າ.

10 ຢ່າ​ສະແຫວງ​ຫາ​ທີ່​ຈະ​ເຮັດ​ໃຫ້​ຫຍຸ້ງ​ຍາກ​ເກີນ​ຄວນ. ຈົ່ງ​ປະ​ຖິ້ມ​ຄວາມ​ບໍ່​ຊອບ​ທຳ​ທຸກ​ຢ່າງ. ຢ່າ ຫລິ້ນ​ຊູ້​—ຊຶ່ງ​ເປັນ​ການ​ລໍ້​ລວງ​ທີ່​ໄດ້​ສ້າງ​ບັນ​ຫາ​ໃຫ້​ເຈົ້າ​ຕະຫລອດ​ມາ.

11 ຈົ່ງ ເຊື່ອ​ຟັງ​ຄຳ​ກ່າວ​ເຫລົ່າ​ນີ້, ເພາະ​ມັນ​ຈິງ ແລະ ຊື່​ສັດ; ແລະ ຈົ່ງ​ຂະ​ຫຍາຍ​ໜ້າ​ທີ່​ຂອງ​ເຈົ້າ, ແລະ ຊຸກ​ຍູ້​ຄົນ​ທັງ​ຫລາຍ​ໃຫ້​ໄປ​ສູ່ ຊີໂອນ ດ້ວຍ ເພງ​ແຫ່ງຄວາມ​ສຸກ​ອັນ​ເປັນ​ນິດ​ເທິງ​ຫົວ​ຂອງ​ພວກ​ເຂົາ.

12 ຈົ່ງ ສືບ​ຕໍ່​ໃນ​ສິ່ງ​ເຫລົ່າ​ນີ້ ແມ່ນ​ແຕ່​ຈົນ​ເຖິງ​ທີ່​ສຸດ, ແລະ ເຈົ້າ​ຈະ​ໄດ້​ສວມ ມົງ​ກຸດ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ບິດາ​ຂອງ​ເຮົາ, ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະ​ຄຸນ ແລະ ຄວາມ​ຈິງ.

13 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ ພຣະ​ເຈົ້າ​ຂອງ​ເຈົ້າ, ພຣະ​ຜູ້​ໄຖ່​ຂອງ​ເຈົ້າ, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ​ໄດ້​ກ່າວ​ດັ່ງ​ນີ້. ອາແມນ.