ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 117


ພາກ​ທີ 117

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຟາ​ແວັດ, ລັດ​ມີ​ເຊີຣີ, ວັນທີ 8 ເດືອນ​ກໍລະກົດ, 1838, ກ່ຽວ​ກັບ​ວຽກ​ງານ​ສະ​ເພາະ​ຂອງ​ວິວລຽມ ມາກສ໌, ນິວເອັນ ເຄ ວິດນີ, ແລະ ອໍ​ລີ​ເວີ ກະ​ແຣນ​ເຈີ.

1–9, ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຄວນ​ໂລບ​ສິ່ງ​ຂອງ​ທາງ​ໂລກ, ເພາະ “ຊັບ​ສົມ​ບັດ​ສຳ​ຄັນ​ແນວ​ໃດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ?” 10–16, ພວກ​ເຂົາ​ຄວນ​ປະ​ຖິ້ມ​ຄວາມ​ຄັບ​ແຄບ​ໃນ​ຈິດ​ວິນ​ຍານ, ແລະ ການ​ເສຍ​ສະລະ​ຂອງ​ພວກ​ເຂົາ​ຈະ​ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.

1 ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ມາກສ໌, ແລະ ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວເອັນ ເຄ ວິດນີ ນຳ​ອີກ, ໃຫ້​ພວກ​ເຂົາ​ຟ້າວ​ເຮັດ​ທຸ​ລະ​ກິດ​ຂອງ​ພວກ​ເຂົາ​ໃຫ້​ຮຽບ​ຮ້ອຍ ແລະ ໃຫ້​ເດີນ​ທາງ​ໄປ​ຈາກ​ແຜ່ນ​ດິນ​ເຄີດແລນ, ກ່ອນ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ສົ່ງ​ຫິ​ມະ​ມາ​ເທິງ​ແຜ່ນ​ດິນ​ໂລກ​ອີກ.

2 ໃຫ້​ພວກ​ເຂົາ​ຕື່ນ, ແລະ ລຸກ​ຂຶ້ນ, ແລະ ອອກ​ມາ, ແລະ ບໍ່​ໃຫ້​ຢູ່​ຕໍ່​ໄປ​ດົນ​ນານ, ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບັນ​ຊາ​ເລື່ອງ​ນີ້.

3 ສະນັ້ນ, ຖ້າ​ຫາກ​ພວກ​ເຂົາ​ຢູ່​ຕໍ່​ໄປ​ດົນ​ນານ ມັນ​ຈະ​ບໍ່​ດີ​ກັບ​ພວກ​ເຂົາ.

4 ໃຫ້​ພວກ​ເຂົາ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ຈາກ​ຄວາມ​ມັກ​ໂລບ​ມາກ​ໂລ​ພາ​ທັງ​ໝົດ​ຂອງ​ພວກ​ເຂົາ, ຢູ່​ຕໍ່​ໜ້າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ເພາະ ຊັບ​ສົມ​ບັດ​ສຳ​ຄັນ​ແນວ​ໃດ​ຕໍ່​ເຮົາ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

5 ໃຫ້​ນຳ​ຊັບ​ສົມ​ບັດ​ຂອງ​ເມືອງ​ເຄີດແລນ​ໄປ​ໃຊ້ ໜີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. ໃຫ້​ປ່ອຍ​ມັນ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ເຫລືອ​ຢູ່, ໃຫ້​ມັນ​ເຫລືອ​ຢູ່​ໃນ​ມື​ຂອງ​ພວກ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

6 ເພາະ​ເຮົາ​ບໍ່​ໄດ້​ມີ​ນົກ​ຢູ່​ໃນ​ຟ້າ​ສະຫວັນ, ແລະ ປາ​ໃນ​ທະເລ, ແລະ ສັດ​ສາ​ວາ​ສິ່ງ​ໃນ​ພູ​ຜາ​ປ່າ​ດົງ​ບໍ? ເຮົາ​ບໍ່​ໄດ້​ສ້າງ​ແຜ່ນ​ດິນ​ໂລກ​ບໍ? ເຮົາ​ບໍ່​ໄດ້​ຖື ຊາ​ຕາ​ກຳ​ຂອງ​ກອງ​ທັບ​ທັງ​ປວງ​ແຫ່ງ​ປະ​ຊາ​ຊາດ ຂອງ​ແຜ່ນ​ດິນ​ໂລກ​ບໍ?

7 ສະນັ້ນ, ເຮົາ​ຈະ​ບໍ່​ເຮັດ​ໃຫ້​ສະຖານ​ທີ່​ໂດດ​ດ່ຽວ ອອກ​ດອກ ແລະ ບານ​ສະ​ພັ່ງ​ບໍ, ແລະ ອອກ​ຜົນ​ຢ່າງ​ຫລວງ​ຫລາຍ​ບໍ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

8 ບໍ່​ມີ​ບ່ອນ​ພຽງ​ພໍ​ບໍ​ຢູ່​ເທິງ​ພູ ອາດາມ-ອອນ​ໄດ-ອາ​ມັນ, ແລະ ຢູ່​ເທິງ​ທົ່ງ​ພຽງ ໂອ​ລາ​ຫາ ໄຊ​ນີ​ຫາ, ຫລື ແຜ່ນ​ດິນ​ບ່ອນ​ອາດາມ​ໄດ້​ອາ​ໄສ​ຢູ່, ທີ່​ພວກ​ເຈົ້າ​ຈະ​ຕ້ອງ​ໂລບ​ສິ່ງ​ຊຶ່ງ​ເປັນ​ພຽງ​ຢອດ​ດຽວ, ແລະ ລະ​ເລີຍ​ເລື່ອງ​ທີ່​ສຳ​ຄັນ​ຫລາຍ​ກວ່າ​ນັ້ນ?

9 ສະນັ້ນ, ຈົ່ງ​ຂຶ້ນ​ມາ​ທີ່​ນີ້​ຫາ​ແຜ່ນ​ດິນ​ຂອງ​ຜູ້​ຄົນ​ຂອງ​ເຮົາ, ແມ່ນ​ແຕ່​ຊີໂອນ.

10 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ມາກສ໌ ຊື່​ສັດ​ໃນ​ສິ່ງ​ຂອງ​ເລັກ​ໜ້ອຍ, ແລະ ລາວ​ຈະ​ເປັນ​ຜູ້​ປົກ​ຄອງ​ໃນ​ສິ່ງ​ຂອງ​ຫລາຍ​ຢ່າງ. ໃຫ້​ລາວ​ຄວບ​ຄຸມ​ໃນ​ທ່າມ​ກາງ​ຜູ້​ຄົນ​ຂອງ​ເຮົາ​ໃນ​ເມືອງ​ຟາແວັດ, ແລະ ໃຫ້​ລາວ​ໄດ້​ຮັບ​ພອນ​ດ້ວຍ​ພອນ​ຂອງ​ຜູ້​ຄົນ​ຂອງ​ເຮົາ.

11 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວເອັນ ເຄ ວິດນີ ລະ​ອາຍ​ກ່ຽວ​ກັບ​ກຸ່ມ ນີໂກລາຍ​ເຕ ແລະ ຄວາມ​ໜ້າ​ກຽດ​ຊັງ​ລັບໆ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ຄວາມ​ຄັບ​ແຄບ​ໃນ​ຈິດ​ວິນ​ຍານ​ຂອງ​ລາວ​ຢູ່​ຕໍ່​ໜ້າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ຂຶ້ນ​ມາ​ຍັງ​ແຜ່ນ​ດິນ​ອາດາມ-ອອນ​ໄດ-ອາ​ມັນ, ແລະ ເປັນ ອະ​ທິ​ການ​ໃຫ້​ຜູ້​ຄົນ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ບໍ່​ແມ່ນ​ໃນ​ນາມ ແຕ່​ໃນ​ການ​ກະ​ທຳ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

12 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ຈື່​ຈຳ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ກະ​ແຣນ​ເຈີ; ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ລາວ​ວ່າ ຊື່​ຂອງ​ລາວ​ຈະ​ມີ​ຢູ່​ໃນ​ຄວາມ​ຊົງ​ຈຳ​ອັນ​ສັກ​ສິດ​ຈາກ​ລຸ້ນ​ສູ່​ລຸ້ນ, ຕະຫລອດ​ການ ແລະ ຕະຫລອດ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

13 ສະນັ້ນ, ໃຫ້​ລາວ​ທຳ​ງານ​ຢ່າງ​ພາກ​ພຽນ​ເພື່ອ​ການ​ໄຖ່​ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ແລະ ເມື່ອ​ລາວ​ລົ້ມ ລາວ​ຈະ​ລຸກ​ຂຶ້ນ​ອີກ, ເພາະ ການ​ເສຍ​ສະລະ​ຂອງ​ລາວ​ຈະ​ສັກ​ສິດ​ຕໍ່​ເຮົາ​ຫລາຍ​ກວ່າ​ລາຍ​ໄດ້​ຂອງ​ລາວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

14 ສະນັ້ນ, ໃຫ້​ລາວ​ມາ​ຍັງ​ທີ່​ນີ້​ຢ່າງ​ໄວ, ມາ​ຍັງ​ແຜ່ນ​ດິນ​ຊີໂອນ; ແລະ ໃນ​ເວລາ​ອັນ​ເໝາະ​ສົມ ລາວ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ພໍ່​ຄ້າ​ສຳ​ລັບ​ນາມ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ສຳ​ລັບ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຄົນ​ຂອງ​ເຮົາ.

15 ສະນັ້ນ ຢ່າ​ໃຫ້​ຄົນ​ໃດ​ດູ​ໝິ່ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ກະ​ແຣນ​ເຈີ, ແຕ່​ໃຫ້​ພອນ​ຂອງ​ຜູ້​ຄົນ​ຂອງ​ເຮົາ​ສະ​ຖິດ​ຢູ່​ກັບ​ລາວ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

16 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ທັງ​ໝົດ​ໃນ ແຜ່ນ​ດິນ​ເຄີດແລນ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ບ້ານ​ຂອງ​ເຮົາ​ນຳ​ອີກ, ເພື່ອ​ຮັກ​ສາ ແລະ ປ້ອງ​ກັນ​ມັນ​ໄວ້​ໃຫ້​ສັກ​ສິດ, ແລະ ເພື່ອ​ຂວ້ຳ​ໂຕະ​ຂອງ​ພວກ​ຮັບ​ແລກ​ປ່ຽນ​ເງິນ​ຕາ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ, ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ໄດ້. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.