ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 71


ພາກ​ທີ 71

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ຊິດນີ ຣິກ​ດອນ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 1 ເດືອນ​ທັນວາ, 1831. ສາດ​ສະ​ດາ​ໄດ້​ສືບ​ຕໍ່​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ໂດຍ​ມີ​ຊິດນີ ຣິກ​ດອນ ເປັນ​ຜູ້​ຂຽນ​ໃຫ້​ເພິ່ນ ຈົນ​ກວ່າ​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້, ຊຶ່ງ​ເວລາ​ນັ້ນ​ໄດ້​ຢຸດ​ການ​ທຳ​ງານ​ໄວ້​ຊົ່ວ​ຄາວ​ເພື່ອ​ວ່າ​ພວກ​ເພິ່ນ​ຈະ​ໄດ້​ບັນ​ລຸ​ຕາມ​ຄຳ​ແນະນຳ​ທີ່​ມອບ​ໃຫ້​ໃນ​ນັ້ນ. ພວກ​ເພິ່ນ​ຕ້ອງ​ໄດ້​ອອກ​ໄປ​ສັ່ງ​ສອນ ເພື່ອ​ບັນ​ເທົາ​ຄວາມ​ຮູ້​ສຶກ ບໍ່​ດີ​ທີ່​ເກີດ​ຂຶ້ນ​ກັບ​ສາດ​ສະ​ໜາ​ຈັກ ອັນ​ເປັນ​ສາ​ເຫດ​ຈາກ​ຈົດ​ໝາຍ​ຂອງ​ນາຍ​ເອ​ຊະ​ຣາ ບູທ໌ ຢູ່​ໃນ​ໜັງ​ສື​ພິມ, ຜູ້​ໄດ້​ປະ​ຖິ້ມ​ຄວາມ​ເຊື່ອ​ໄປ​ແລ້ວ.

1–4, ໂຈເຊັບ ສະມິດ ແລະ ຊິດນີ ຣິກ​ດອນ ໄດ້​ຖືກ​ສົ່ງ​ອອກ​ໄປ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ; 5–11, ສັດ​ຕູ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ງົງ​ງັນ.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ເຈົ້າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກ​ດອນ, ວ່າ​ຕາມ​ຄວາມ​ຈິງ​ແລ້ວ ເວລາ​ໄດ້​ມາ​ເຖິງ ຊຶ່ງ​ມັນ​ຈຳ​ເປັນ ແລະ ເຮົາ​ເຫັນ​ວ່າ​ເໝາະ​ສົມ​ທີ່​ພວກ​ເຈົ້າ​ຈະ​ເປີດ​ປາກ​ຂອງ​ພວກ​ເຈົ້າ​ເພື່ອ ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ເລື່ອງ​ຂອງ​ອາ​ນາ​ຈັກ, ໂດຍ​ອະ​ທິ​ບາຍ ຄວາມ​ລຶກ​ລັບ​ໃນ​ນັ້ນ​ຈາກ​ພຣະ​ຄຳ​ພີ, ຕາມ​ສ່ວນ​ນັ້ນ​ຂອງ​ພຣະ​ວິນ​ຍານ ແລະ ອຳນາດ ຊຶ່ງ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ແມ່ນ​ແຕ່​ເໝືອນ​ດັ່ງ​ທີ່​ເຮົາ​ປະສົງ.

2 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ປະ​ກາດ​ແກ່​ໂລກ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ, ແລະ ໃນ​ສາດ​ສະ​ໜາ​ຈັກ​ນຳ​ອີກ, ຊ່ວງ​ໄລ​ຍະ​ເວລາ​ໜຶ່ງ, ແມ່ນ​ແຕ່​ຈົນ​ກວ່າ​ມັນ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ ແກ່​ພວກ​ເຈົ້າ.

3 ຕາມ​ຄວາມ​ຈິງ​ແລ້ວ ນີ້​ຄື​ພາ​ລະ​ກິດ​ໃນ​ຊ່ວງ​ໄລ​ຍະ​ເວລາ​ໜຶ່ງ, ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ.

4 ດັ່ງ​ນັ້ນ, ພວກ​ເຈົ້າ​ຈົ່ງ​ເຮັດ​ວຽກ​ງານ​ຢູ່​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ. ຈົ່ງ​ເອີ້ນ​ຫາ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ແລະ ກ່າວ​ເປັນ​ພະຍານ, ແລະ ຕຽມ​ວິ​ທີ​ທາງ​ສຳ​ລັບ​ບັນ​ຍັດ ແລະ ການ​ເປີດ​ເຜີຍ ຊຶ່ງ​ຈະ​ມາ​ເຖິງ.

5 ບັດ​ນີ້, ຈົ່ງ​ເບິ່ງ ນີ້​ຄື​ປັນ​ຍາ; ຜູ້​ໃດ​ກໍ​ຕາມ​ທີ່​ອ່ານ, ກໍ​ໃຫ້​ເຂົາ ເຂົ້າ​ໃຈ ແລະ ຮັບ​ເອົາ​ນຳ​ອີກ;

6 ເພາະ​ແກ່​ຄົນ​ທີ່​ຮັບ​ເອົາ ມັນ​ຈະ​ຖືກ​ມອບ​ໃຫ້​ຢ່າງ ຫລວງ​ຫລາຍ, ແມ່ນ​ແຕ່​ອຳນາດ.

7 ດັ່ງ​ນັ້ນ, ຈົ່ງ​ເຮັດ​ໃຫ້​ສັດ​ຕູ​ຂອງ​ພວກ​ເຈົ້າ ງົງ​ງັນ; ຈົ່ງ​ເອີ້ນ​ໃຫ້​ພວກ​ເຂົາ​ມາ ພົບ​ກັບ​ພວກ​ເຈົ້າ​ທັງ​ໃນ​ສາ​ທາ​ລະ​ນະ​ຊົນ ແລະ ໃນ​ບ່ອນ​ທີ່​ເປັນ​ສ່ວນ​ຕົວ; ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ຍັງ​ຊື່​ສັດ ຄວາມ​ອັບ​ອາຍ​ຂອງ​ພວກ​ເຂົາ ຈະ​ຖືກ​ສະແດງ​ໃຫ້​ປະຈັກ.

8 ດັ່ງ​ນັ້ນ, ໃຫ້​ພວກ​ເຂົາ​ນຳ​ຄຳ​ໂຕ້​ແຍ້ງ​ອັນ​ມີ​ພະ​ລັງ​ຂອງ​ພວກ​ເຂົາ​ມາ​ກ່າວ​ຕ້ານ​ພຣະ​ຜູ້​ເປັນ​ເຈົ້າ.

9 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ—ວ່າ​ບໍ່​ມີ ອາ​ວຸດ​ໃດ​ທີ່​ຖືກ​ປະກອບ​ຂຶ້ນ​ເພື່ອ ຕໍ່​ຕ້ານ​ພວກ​ເຈົ້າ​ຈະ ຈະ​ເລີນ​ໄດ້;

10 ແລະ ຖ້າ​ຫາກ​ຄົນ​ໃດ​ເປີດ​ປາກ​ຂອງ​ເຂົາ​ກ່າວ​ຕ້ານ​ພວກ​ເຈົ້າ ເຂົາ​ຈະ​ຖືກ​ເຮັດ​ໃຫ້​ງົງ​ງັນ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ.

11 ດັ່ງ​ນັ້ນ, ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ; ມັນ​ເປັນ​ຄວາມ​ຈິງ ແລະ ຊື່​ສັດ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.