ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 35


ພາກ​ທີ 35

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ຊິດນີ ຣິກ​ດອນ, ຢູ່​ທີ່ ຫລື ໃກ້ ເມືອງ​ເຟແອດ, ລັດ​ນິວຢອກ, ວັນທີ 7 ເດືອນ​ທັນວາ, 1830. ໃນ​ຊ່ວງ​ເວລາ​ນີ້, ສາດ​ສະ​ດາ​ໄດ້​ໃຊ້​ເວລາ​ເກືອບ​ທຸກ​ມື້​ໃນ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ການ​ແປ​ໄດ້​ເລີ່ມ ຕົ້ນ​ນັບ​ແຕ່​ເດືອນ​ມິຖຸນາ 1830, ແລະ ທັງ ອໍ​ລີ​ເວີ ຄາວ​ເດີຣີ ແລະ ຈອນ ວິດເມີ ໄດ້​ຊ່ວຍ​ເປັນ​ຜູ້​ຂຽນ. ບັດ​ນີ້ ນັບ​ຕັ້ງ​ແຕ່​ເຂົາ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເຮັດ​ໜ້າ​ທີ່​ອື່ນໆ, ຊິດນີ ຣິກດອນຈຶ່ງ​ໄດ້​ຖືກ​ເອີ້ນ​ໂດຍ​ການ​ມອບ​ໝາຍ​ຈາກ​ສະຫວັນ​ໃຫ້​ຮັບ​ໃຊ້​ເປັນ​ຜູ້​ຂຽນ​ໃຫ້​ສາດ​ສະ​ດາ​ໃນ​ວຽກ​ງານ​ນີ້ (ເບິ່ງ ຂໍ້​ທີ 20). ໃນ​ບົດ​ຄຳ​ນຳ​ຂອງ​ການ​ບັນ​ທຶກ​ຕໍ່​ການ​ເປີດ​ເຜີຍ​ນີ້, ປະຫວັດ​ຂອງ​ໂຈເຊັບ ສະມິດ ກ່າວວ່າ: “ໃນ​ເດືອນ​ທັນວາ ຊິດນີ ຣິກ​ດອນ ໄດ້​ມາ [ຈາກ​ລັດ​ໂອ​ໄຮ​ໂອ] ເພື່ອ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເອດເວີດ ພາດທຣິດ ໄດ້​ມາ​ກັບ​ລາວ. … ບໍ່​ດົນ​ຫລັງ​ຈາກ​ອ້າຍ​ນ້ອງ​ສອງ​ຄົນ​ນີ້ ໄດ້​ມາ​ເຖິງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້​ດັ່ງ​ນີ້.”

1–2, ວິ​ທີ​ທີ່​ມະນຸດ​ຈະ​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ; 3–7, ຊິດນີ ຣິກ​ດອນ ຖືກ​ເອີ້ນ​ໃຫ້​ບັບຕິ​ສະມາ ແລະ ມອບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; 8–12, ເຄື່ອງ​ໝາຍ ແລະ ສິ່ງ​ມະຫັດ​ສະຈັນ​ເກີດ​ຂຶ້ນ​ໂດຍ​ສັດທາ; 13–16, ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຟາດ​ປະ​ຊາ​ຊາດ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ; 17–19, ໂຈເຊັບ ສະມິດ ຖື​ຂໍ​ກະແຈ​ແຫ່ງ​ຄວາມ​ລຶກ​ລັບ; 20–21, ຜູ້​ທີ່​ຖືກ​ເລືອກ​ໄວ້​ຈະ​ຄົງ​ຢູ່​ໃນ​ວັນ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 22–27, ອິດສະ​ຣາເອນ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ.

1 ຈົ່ງ​ຟັງ​ສຸ​ລະ​ສຽງ​ຂອງ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ແມ່ນ​ແຕ່ ອາລະ​ຟາ ແລະ ໂອ​ເມຄາ, ເປັນ​ຕົ້ນ ແລະ ທີ່​ສຸດ, ຊຶ່ງ ວິ​ທີ​ທາງ​ຂອງ​ພຣະ​ອົງ​ເປັນ​ໜຶ່ງ​ຮອບ​ນິ​ລັນ​ດອນ, ເໝືອນ​ດັ່ງ​ມື້​ນີ້​ດັ່ງ​ມື້​ວານ​ນີ້, ແລະ ຕະຫລອດ​ການ.

2 ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຜູ້​ຖືກ ຄຶງ​ເພື່ອ​ບາບ​ຂອງ​ໂລກ, ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ ເຊື່ອ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ກາຍ​ເປັນ ບຸດ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ເປັນ ອັນ​ໜຶ່ງ​ດຽວ​ກັນ​ໃນ​ເຮົາ ດັ່ງ​ເຮົາ ເປັນ​ອັນ​ໜຶ່ງ​ດຽວ​ກັນ​ໃນ​ພຣະ​ບິດາ, ດັ່ງ​ພຣະ​ບິດາ​ສະ​ຖິດ​ຢູ່​ໃນ​ເຮົາ, ເພື່ອ​ວ່າ​ພວກ​ເຮົາ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ.

3 ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ, ເຮົາ​ໄດ້​ຫລຽວ​ເບິ່ງ​ເຈົ້າ ແລະ ວຽກ​ງານ​ຂອງ​ເຈົ້າ. ເຮົາ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ, ແລະ ໄດ້​ຕຽມ​ເຈົ້າ​ສຳ​ລັບ​ວຽກ​ງານ​ທີ່​ສຳ​ຄັນ​ກວ່າ.

4 ເຈົ້າ​ເປັນ​ສຸກ​ແລ້ວ, ເພາະ​ເຈົ້າຈະ​ເຮັດ​ສິ່ງ​ອັນ​ຍິ່ງ​ໃຫຍ່. ຈົ່ງ​ເບິ່ງ ເຈົ້າ​ໄດ້​ຖືກ​ສົ່ງ​ອອກ​ໄປ, ແມ່ນ​ແຕ່​ເໝືອນ​ດັ່ງ ໂຢຮັນ, ເພື່ອ​ຕຽມ​ທາງ​ໄວ້​ກ່ອນ​ເຮົາ, ແລະ ກ່ອນ ເອລີ​ຢາ​ຜູ້​ຈະ​ມາ, ແລະ ເຈົ້າ​ບໍ່​ຮູ້​ເລື່ອງ​ນີ້​ເລີຍ.

5 ເຈົ້າ​ໄດ້​ໃຫ້​ບັບຕິ​ສະມາ​ໂດຍ​ນ້ຳ​ສູ່​ການ​ກັບ​ໃຈ, ແຕ່​ພວກ​ເຂົາ ບໍ່​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ;

6 ແຕ່​ບັດ​ນີ້ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ເຈົ້າ​ວ່າ ເຈົ້າ​ຈະ​ໃຫ້ ບັບຕິ​ສະມາ​ໂດຍ​ນ້ຳ, ແລະ ພວກ​ເຂົາ​ຈະ​ໄດ້​ຮັບ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໂດຍ​ການ​ວາງ ມື, ແມ່ນ​ແຕ່​ເໝືອນ​ດັ່ງ​ອັກຄະ​ສາວົກ​ໃນ​ສະ​ໄໝ​ບູຮານ.

7 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຈະ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ, ແມ່ນ​ແຕ່​ໃນ​ບັນ​ດາ ຄົນ​ຕ່າງ​ຊາດ, ເພາະ​ຄວາມ​ໂງ່​ຈ້າ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ​ແກ່​ສາຍ​ຕາ​ຂອງ​ທຸກ​ຜູ້​ຄົນ.

8 ເພາະ​ເຮົາ​ຄື​ພຣະ​ເຈົ້າ, ແລະ ແຂນ​ຂອງ​ເຮົາ​ບໍ່​ໄດ້ ສັ້ນລົງ; ແລະ ເຮົາ​ຈະ​ສະແດງ ສິ່ງ​ມະຫັດ​ສະຈັນ, ເຄື່ອງ​ໝາຍ, ແລະ ການ​ແປກ​ປະ​ຫລາດ, ແກ່​ທຸກ​ຄົນ​ຜູ້ ເຊື່ອ​ໃນ​ນາມ​ຂອງ​ເຮົາ.

9 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ທູນ​ຂໍ​ສິ່ງ​ນີ້​ໃນ​ນາມ​ຂອງ​ເຮົາ​ດ້ວຍ ສັດທາ, ເຂົາ​ຈະ ຂັບ​ໄລ່ ຜີ​ສາງ​ອອກ​ໄປ; ເຂົາ​ຈະ ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ; ເຂົາ​ຈະ​ເຮັດ​ໃຫ້​ຄົນ​ຕາ​ບອດ​ເຫັນ​ຮຸ່ງ, ແລະ ຄົນ​ຫູ​ໜວກ​ໃຫ້​ໄດ້​ຍິນ, ແລະ ຄົນ​ປາກ​ກືກ​ຈະ​ເວົ້າ​ໄດ້, ແລະ ຄົນ​ເປັນ​ລ່ອຍ​ຈະ​ຍ່າງ​ໄດ້.

10 ແລະ ເວລາ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ ຊຶ່ງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຈະ​ຖືກ​ສະແດງ​ໃຫ້​ເຫັນ​ແກ່​ລູກ​ຫລານ​ມະນຸດ;

11 ແຕ່ ປາດ​ສະ​ຈາກ​ສັດທາ ຈະ​ບໍ່​ມີ​ສິ່ງ​ໃດ​ຖືກ​ສະແດງ​ໃຫ້​ເຫັນ ຍົກ​ເວັ້ນ​ແຕ່ ຄວາມ​ເປົ່າ​ປ່ຽວ​ຢູ່​ເທິງ ບາ​ບີ​ໂລນ, ຊຶ່ງ​ນະຄອນ​ດຽວ​ນີ້​ແຫລະ​ທີ່​ໄດ້​ເຮັດ​ໃຫ້​ທຸກ​ປະ​ຊາ​ຊາດ​ດື່ມ​ເຫລົ້າ​ອະງຸ່ນ​ແຫ່ງ​ພຣະ​ພິ​ໂລດ​ຈາກ ການ​ລ່ວງ​ປະ​ເວ​ນີ​ຂອງ​ມັນ.

12 ແລະ ບໍ່​ມີ​ຄົນ​ໃດ​ເຮັດ​ຄວາມ​ດີ ຍົກ​ເວັ້ນ​ແຕ່​ຄົນ​ເຫລົ່າ​ນັ້ນ​ທີ່​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ສົ່ງ​ອອກ​ໄປ​ໃຫ້​ຄົນ​ລຸ້ນ​ນີ້.

13 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ເອີ້ນ​ສິ່ງ​ທີ່ ອ່ອນ​ແອ​ຂອງ​ໂລກ, ຄົນ​ເຫລົ່າ​ນັ້ນ​ທີ່ ດ້ອຍ​ການ​ສຶກ​ສາ ແລະ ຖືກ​ກຽດ​ຊັງ, ເພື່ອ​ຟາດ​ປະຊາ​ຊາດ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ຂອງ​ເຮົາ;

14 ແລະ ແຂນ​ຂອງ​ພວກ​ເຂົາ​ຈະ​ເປັນ​ແຂນ​ຂອງ​ເຮົາ, ແລະ ເຮົາ​ຈະ​ເປັນ ເຄື່ອງ​ປ້ອງ​ກັນ ແລະ ເສື້ອ​ຫຸ້ມ​ເກາະ​ຂອງ​ພວກ​ເຂົາ; ແລະ ເຮົາ​ຈະ​ຄາດ​ແອວ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ຕໍ່​ສູ້​ຢ່າງ​ລູກ​ຜູ້​ຊາຍ​ໃຫ້​ເຮົາ; ແລະ ສັດ​ຕູ​ຂອງ​ພວກ​ເຂົາ​ຈະ​ຢູ່​ໃຕ້​ຕີນ​ຂອງ​ພວກ​ເຂົາ; ແລະ ເຮົາ​ຈະ​ເງືອດ​ດາບ ລົງ​ຟັນ​ແທນ​ພວກ​ເຂົາ, ແລະ ໂດຍ ໄຟ​ແຫ່ງ​ຄວາມ​ເຄືອງ​ແຄ້ນ​ຂອງ​ເຮົາ, ເຮົາ​ຈະ​ຮັກ​ສາ​ພວກ​ເຂົາ.

15 ແລະ ຄົນ​ຍາກ​ຈົນ ແລະ ຄົນ​ອ່ອນ​ໂຍນ ຈະ​ມີ​ພຣະ​ກິດ​ຕິ​ຄຸນ​ສັ່ງ​ສອນ​ໃຫ້​ແກ່​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ ລໍ​ຄອຍ​ວັນ​ເວລາ​ແຫ່ງ​ການ​ມາ​ຂອງ​ເຮົາ, ເພາະ​ມັນ ໃກ້​ຈະ​ມາ​ເຖິງ​ແລ້ວ—

16 ແລະ ພວກ​ເຂົາ​ຈະ​ຮຽນ​ຮູ້​ຄຳ​ອຸປະມາ​ເລື່ອງ ຕົ້ນ​ໝາກ​ເດື່ອ, ເພາະ​ແມ່ນ​ແຕ່​ຕອນ​ນີ້ ລະ​ດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ​ແລ້ວ.

17 ແລະ ເຮົາ​ໄດ້​ສົ່ງ ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ອອກ​ໄປ​ໂດຍ​ມື​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ; ແລະ ໃນ​ຄວາມ​ອ່ອນ​ແອ ເຮົາ​ໄດ້​ປະທານ​ພອນ​ໃຫ້​ລາວ;

18 ແລະ ເຮົາ​ໄດ້​ມອບ ຂໍ​ກະແຈ​ແຫ່ງ​ຄວາມ​ລຶກ​ລັບ ຂອງ​ສິ່ງ​ເຫລົ່າ​ນັ້ນ​ຊຶ່ງ ຜະ​ນຶກ​ໄວ້​ໃຫ້​ແກ່​ລາວ, ແມ່ນ​ແຕ່​ສິ່ງ​ຊຶ່ງ​ເປັນ​ຢູ່​ນັບ​ແຕ່ ການ​ວາງ​ຮາກ​ຖານ​ຂອງ​ໂລກ, ແລະ ສິ່ງ​ຊຶ່ງ​ຈະ​ເກີດ​ຂຶ້ນ​ຈາກ​ເວລາ​ນີ້​ໄປ​ຈົນ​ກວ່າ ເວລາ​ແຫ່ງ​ການ​ມາ​ຂອງ​ເຮົາ, ຖ້າ​ຫາກ​ລາວ​ແນບ​ສະ​ໜິດ​ຢູ່​ໃນ​ເຮົາ, ແລະ ຖ້າ​ຫາກ​ບໍ່​ເປັນ​ເຊັ່ນ​ນັ້ນ, ເຮົາ​ຈະ​ຕັ້ງ​ຄົນ​ໜຶ່ງ​ຂຶ້ນ​ແທນ​ລາວ.

19 ດັ່ງ​ນັ້ນ, ຈົ່ງ​ດູ​ແລ​ລາວ ເພື່ອ​ວ່າ​ສັດທາ​ຂອງ​ລາວ​ຈະ​ບໍ່​ສູນ​ສິ້ນ​ໄປ, ແລະ ມັນ​ຈະ​ຖືກ​ມອບ​ໃຫ້​ໂດຍ ພຣະ​ຜູ້​ປອບ​ໂຍນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທີ່​ຮູ້​ທຸກ​ສິ່ງ.

20 ແລະ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ—ວ່າ​ເຈົ້າ​ຈະ ຂຽນ​ໃຫ້​ລາວ; ແລະ ພຣະ​ຄຳ​ພີ​ຈະ​ຖືກ​ມອບ​ໃຫ້, ແມ່ນ​ແຕ່​ຄື​ກັບ​ວ່າ ມັນ​ຢູ່​ໃນ​ຊວງ​ເອິກ​ຂອງ​ເຮົາ​ເອງ, ເພື່ອ​ຄວາມ​ລອດ​ຂອງ​ຜູ້​ທີ່​ເຮົາ ເລືອກ​ໄວ້​ເອງ;

21 ເພາະ​ພວກ​ເຂົາ​ຈະ​ໄດ້​ຍິນ ສຽງ​ຂອງ​ເຮົາ, ແລະ ຈະ​ເຫັນ​ເຮົາ, ແລະ ຈະ​ບໍ່​ນອນ​ຫລັບ​ຢູ່, ແລະ ຈະ ຄົງ​ຢູ່​ໃນ​ວັນ​ແຫ່ງ​ການ ມາ​ຂອງ​ເຮົາ; ເພາະ​ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ, ແມ່ນ​ແຕ່​ເໝືອນ​ດັ່ງ​ທີ່​ເຮົາ ບໍ​ລິ​ສຸດ.

22 ແລະ ບັດ​ນີ້ ເຮົາ​ກ່າວ​ກັບ ເຈົ້າ​ວ່າ ຈົ່ງ​ຢູ່​ກັບ​ລາວ, ແລະ ລາວ​ຈະ​ເດີນ​ທາງ​ໄປ​ກັບ​ເຈົ້າ; ຢ່າ​ປະ​ຖິ້ມ​ລາວ, ແລະ ສິ່ງ​ເຫລົ່າ​ນີ້​ຈະ​ສຳ​ເລັດ​ຢ່າງ​ແນ່​ນອນ.

23 ແລະ ຕາບ​ໃດ​ທີ່​ເຈົ້າ​ບໍ່​ໄດ້​ຂຽນ, ຈົ່ງ​ເບິ່ງ, ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ລາວ​ເພື່ອ​ທຳ​ນາຍ; ແລະ ເຈົ້າ​ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ແລະ ອ້າງ​ເຖິງ ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ເພື່ອ​ພິ​ສູດ​ຖ້ອຍ​ຄຳ​ຂອງ​ລາວ, ດັ່ງ​ທີ່​ມັນ​ຖືກ​ມອບ​ໃຫ້​ແກ່​ລາວ.

24 ຈົ່ງ ຮັກ​ສາ​ບັນ​ຍັດ ແລະ ພັນທະ​ສັນ​ຍາ​ທັງ​ໝົດ​ຊຶ່ງ​ຜູກ​ມັດ​ເຈົ້າ​ຢູ່; ແລະ ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ສັ່ນ​ສະ​ເທືອນ​ເພື່ອ​ຄວາມ​ດີ​ຂອງ​ເຈົ້າ, ແລະ ຊາຕານ​ຈະ​ຕົວ​ສັ່ນ ແລະ ຊີໂອນ​ຈະ ປິ​ຕິ​ຍິນ​ດີ​ຢູ່​ເທິງ​ພູ ແລະ ຈະ​ເລີນ​ຮຸ່ງ​ເຮືອງ;

25 ແລະ ອິດສະ​ຣາເອນ​ຈະ ລອດ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ; ແລະ ໂດຍ ຂໍ​ກະແຈ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້ ພວກ​ເຂົາ​ຈະ​ຖືກ​ນຳ​ພາ​ໄປ, ແລະ ຈະ​ບໍ່​ມີ​ຄວາມ​ສັບ​ສົນ​ໃນ​ທາງ​ໃດ​ເລີຍ.

26 ຈົ່ງ​ລື້ນ​ເລີງ ແລະ ເບີກ​ບານ​ເຖີດ, ການ​ໄຖ່​ຂອງ​ເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ.

27 ຢ່າ​ສູ່​ຢ້ານ, ຝູງ​ແກະ​ນ້ອຍ​ເອີຍ, ອາ​ນາ​ຈັກ​ເປັນ​ຂອງ​ພວກ​ເຈົ້າ​ຈົນ​ກວ່າ​ເຮົາ​ຈະ​ມາ. ຈົ່ງ​ເບິ່ງ, ເຮົາ ມາ​ຢ່າງ​ໄວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.