ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 17


ພາກ​ທີ 17

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ​ແກ່​ອໍ​ລີ​ເວີ ຄາວ​ເດີຣີ, ເດວິດ ວິດເມີ, ແລະ ມາຕິນ ແຮຣິສ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ເດືອນ​ມິຖຸນາ 1829, ກ່ອນ​ໄດ້​ເຫັນ​ແຜ່ນ​ຈາລຶກ​ທີ່​ບັນ​ຈຸ​ພຣະ​ຄຳ​ພີ​ມໍມອນ. ໂຈເຊັບ ແລະ ຜູ້​ຂຽນ​ຂອງ​ເພິ່ນ, ອໍ​ລີ​ເວີ ຄາວ​ເດີຣີ, ໄດ້​ຮຽນ​ຮູ້​ຈາກ​ການ​ແປ​ແຜ່ນ​ຈາລຶກ​ຂອງ​ພຣະ​ຄຳ​ພີ​ມໍມອນ​ວ່າ ພະຍານ​ສາມ​ຄົນ​ຈະ​ຖືກ​ເລືອກ (ເບິ່ງ ອີເທີ 5:2–4; 2 ນີໄຟ 11:3; 27:12). ອໍ​ລີ​ເວີ ຄາວ​ເດີຣີ, ເດວິດ ວິດເມີ, ແລະ ມາຕິນ ແຮຣິສ ມີ​ຄວາມ​ປາດ​ຖະ​ໜາ​ທີ່​ດົນ​ໃຈ​ທີ່​ຈະ​ເປັນ​ພະຍານ​ພິ​ເສດ​ສາມ​ຄົນ. ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້​ເປັນ​ຄຳ​ຕອບ​ຜ່ານ​ອຸລີມ ແລະ ທຸມມີມ.

1–4, ດ້ວຍ​ສັດທາ​ພະຍານ​ສາມ​ຄົນ​ຈະ​ໄດ້​ເຫັນ​ແຜ່ນ​ຈາລຶກ ແລະ ສິ່ງ​ອື່ນໆ​ທີ່​ສັກ​ສິດ; 5–9, ພຣະ​ຄຣິດ​ສະແດງ​ປະຈັກ​ພະຍານ​ເຖິງ​ຄວາມ​ສັກ​ສິດ​ຂອງ​ພຣະ​ຄຳ​ພີ​ມໍມອນ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າວ່າ ເຈົ້າ​ຕ້ອງ​ໄວ້​ວາງ​ໃຈ​ຖ້ອຍ​ຄຳ​ຂອງ​ເຮົາ, ຊຶ່ງ​ຖ້າ​ຫາກ​ເຈົ້າ​ເຮັດ​ດ້ວຍ​ຈຸດ​ປະສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລ້ວ​ເຈົ້າ​ຈະ​ໄດ້ ເຫັນ ແຜ່ນ​ຈາລຶກ, ແລະ ແຜ່ນ​ປົກ​ເອິກ​ນຳ​ອີກ, ດາບ​ຂອງ​ລາ​ບານ, ອຸລີມ ແລະ ທຸມມີມ, ຊຶ່ງ​ໄດ້​ມອບ​ໃຫ້​ແກ່ ນ້ອງ​ຊາຍ​ຂອງ​ຢາເຣັດ​ຢູ່​ເທິງ​ພູ, ຕອນ​ລາວ​ເວົ້າ​ລົມ​ນຳ​ພຣະ​ຜູ້​ເປັນ​ເຈົ້າ ໜ້າ​ຕໍ່​ໜ້າ, ແລະ ສິ່ງ​ຊີ້​ນຳ​ທີ່ ອັດ​ສະ​ຈັນ ຊຶ່ງ​ມອບ​ໃຫ້​ແກ່​ລີໄຮ​ໃນ​ຂະນະ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຢູ່​ໃກ້ ທະເລ​ແດງ.

2 ແລະ ເປັນ​ດ້ວຍ​ສັດທາ​ຂອງ​ພວກ​ເຈົ້າ​ທີ່​ພວກ​ເຈົ້າ​ຈະ​ໄດ້​ເຫັນ​ມັນ, ແມ່ນ​ແຕ່​ໂດຍ​ສັດທາ​ນັ້ນ ຊຶ່ງ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູຮານ​ມີ.

3 ແລະ ຫລັງ​ຈາກ​ພວກ​ເຈົ້າ​ໄດ້​ຮັບ​ສັດທາ, ແລະ ໄດ້​ເຫັນ​ມັນ​ດ້ວຍ​ຕາ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນັ້ນ, ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ;

4 ແລະ ສິ່ງ​ນີ້​ພວກ​ເຈົ້າ​ຈະ​ເຮັດ​ເພື່ອ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈເຊັບ ສະມິດ, ຜູ້ລູກ, ຈະ​ບໍ່​ຖືກ​ທຳ​ລາຍ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ນຳ​ຈຸດ​ປະສົງ​ທີ່​ຊອບ​ທຳ​ຂອງ​ເຮົາ​ມາ​ສູ່​ລູກ​ຫລານ​ມະນຸດ​ໃນ​ວຽກ​ງານ​ນີ້.

5 ແລະ ພວກ​ເຈົ້າ​ຈະ​ເປັນ​ພະຍານ​ວ່າ​ພວກ​ເຈົ້າ​ໄດ້​ເຫັນ​ສິ່ງ​ເຫລົ່າ​ນັ້ນ, ແມ່ນ​ແຕ່​ເໝືອນ​ດັ່ງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ໄດ້​ເຫັນ​ມັນ​ແລ້ວ; ເພາະ​ເປັນ​ໂດຍ​ອຳນາດ​ຂອງ​ເຮົາ​ທີ່​ລາວ​ໄດ້​ເຫັນ​ມັນ, ແລະ ເປັນ​ເພາະ​ລາວ​ມີ​ສັດທາ.

6 ແລະ ລາວ​ໄດ້ແປ ໜັງ​ສື, ແມ່ນ​ແຕ່ ພາກ​ສ່ວນ​ນັ້ນ ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ລາວ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ, ສິ່ງ​ນີ້​ກໍ​ເປັນ​ຄວາມ​ຈິງ​ສັນ​ນັ້ນ.

7 ດັ່ງ​ນັ້ນ, ພວກ​ເຈົ້າ​ຈຶ່ງ​ໄດ້​ຮັບ​ອຳນາດ​ອັນ​ດຽວ​ກັນ​ນັ້ນ, ແລະ ສັດທາ​ອັນ​ດຽວ​ກັນ​ນັ້ນ, ແລະ ຂອງ​ປະທານ​ອັນ​ດຽວ​ກັນ​ນັ້ນ​ຄື​ກັນ​ກັບ​ລາວ;

8 ແລະ ຖ້າ​ຫາກ​ພວກ​ເຈົ້າ​ເຮັດ​ຕາມ​ຄຳ​ບັນ​ຊາ​ສຸດ​ທ້າຍ​ເຫລົ່າ​ນີ້​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ, ແລ້ວ ປະຕູ​ນະລົກ​ຈະ​ເອົາ​ຊະນະ​ພວກ​ເຈົ້າ​ບໍ່​ໄດ້; ເພາະ ພຣະ​ຄຸນ​ຂອງ​ເຮົາ​ແມ່ນ​ພຽງ​ພໍ​ສຳ​ລັບ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ຈະ​ຖືກ ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

9 ແລະ ເຮົາ, ພຣະ​ເຢຊູ​ຄຣິດ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ໄດ້​ກ່າວ​ມັນ​ໄວ້​ດັ່ງ​ນີ້​ກັບ​ພວກ​ເຈົ້າ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ນຳ​ຈຸດ​ປະສົງ​ທີ່​ຊອບ​ທຳ​ຂອງ​ເຮົາ​ມາ​ສູ່​ລູກ​ຫລານ​ມະນຸດ. ອາແມນ.