ພຣະ​ຄຳ​ພີ
ອີເທີ 3


ບົດ​ທີ 3

ນ້ອງ​ຊາຍ​ຂອງ​ຢາເຣັດ​ເຫັນ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຂະນະ​ທີ່​ພຣະ​ອົງ​ແຕະ​ຕ້ອງ​ຫີນ​ສິບ​ຫົກ​ກ້ອນ​ນັ້ນ—ພຣະ​ຄຣິດ​ໄດ້​ສະແດງ​ຮ່າງ​ກາຍ​ທາງ​ວິນ​ຍານ​ແກ່​ນ້ອງ​ຊາຍ​ຂອງ​ຢາເຣັດ—ຜູ້​ທີ່​ມີ​ຄວາມ​ຮູ້​ອັນ​ສົມ​ບູນ​ບໍ່​ສາ​ມາດ​ຖືກ​ກີດ​ກັນ​ຈາກ​ພາຍ​ໃນ​ມ່ານ—ສິ່ງ​ແປ​ຄວາມ​ໝາຍ​ຖືກ​ເຮັດ​ຂຶ້ນ​ເພື່ອ​ນຳ​ເອົາ​ບັນ​ທຶກ​ຂອງ​ຊາວ​ຢາເຣັດ​ໄປ​ຫາ​ແສງ​ສະ​ຫວ່າງ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ຢາເຣັດ, (ບັດ​ນີ້​ພາ​ຊະນະ​ທີ່​ຕຽມ​ໄວ້​ມີ​ຢູ່​ແປດ​ລຳ) ໄດ້​ອອກ​ໄປ​ຫາ​ພູ​ເຂົາ ຊຶ່ງ​ເອີ້ນ​ກັນ​ວ່າ ພູ​ເຊ​ເລັມ, ຍ້ອນ​ວ່າ​ຄວາມ​ສູງ​ທີ່​ສຸດ​ຂອງ​ມັນ, ແລະ ລາວ​ໄດ້​ຫລອມ​ຫີນ​ໃຫ້​ເປັນ​ກ້ອນ​ນ້ອຍ​ສິບ​ຫົກ​ກ້ອນ​ອອກ​ຈາກ​ຫີນ​ກ້ອນ​ໜຶ່ງ, ແລະ ມັນ​ຂາວ ແລະ ໄສ​ຄື​ກັນ​ກັບ​ແກ້ວ​ທີ່​ສ່ອງ​ຊອດ​ໄດ້, ແລະ ລາວ​ໄດ້​ຖື​ມັນ​ຂຶ້ນ​ໄປ​ເທິງ​ຈອມ​ພູ ແລະ ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ມີ​ຄວາມ​ວ່າ:

2 ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ອົງ​ໄດ້​ກ່າວ​ວ່າ ພວກ​ຂ້າ​ນ້ອຍ​ຈະ​ຕ້ອງ​ຖືກ​ນ້ຳ​ຖ້ວມ​ອ້ອມ​ຮອບ. ບັດ​ນີ້ ຈົ່ງ​ທອດ​ພຣະ​ເນດ​ເຖີດ, ໂອ້ ພຣະຜູ້​ເປັນເຈົ້າ, ຂໍ​ຢ່າ​ພຣະ​ພິ​ໂລດ​ຂ້າ​ໃຊ້​ຂອງ​ພຣະ​ອົງ​ເລີຍ; ຍ້ອນ​ວ່າ​ຄວາມ​ອ່ອນ​ແອ​ຂອງ​ລາວ​ທີ່​ມີ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ; ເພາະ​ວ່າ​ພວກ​ຂ້າ​ນ້ອຍ​ຮູ້​ຈັກ​ວ່າ ພຣະ​ອົງ​ບໍ​ລິ​ສຸດ ແລະ ປະ​ທັບ​ຢູ່​ໃນ​ຟ້າ​ສະຫວັນ, ແລະ ວ່າ​ພວກ​ຂ້າ​ນ້ອຍ​ບໍ່​ມີ​ຄ່າ​ຄວນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ; ຍ້ອນ ການ​ຕົກ​ໂດຍ ທຳ​ມະ​ຊາດ​ຂອງ​ພວກ​ຂ້າ​ນ້ອຍ ຈຶ່ງ​ກັບ​ມາ​ຊົ່ວ​ຢູ່​ຕະຫລອດ​ເວລາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ອົງ​ໄດ້​ປະທານ​ພຣະ​ບັນ​ຍັດ​ແກ່​ພວກ​ຂ້າ​ນ້ອຍ​ວ່າ ພວກ​ຂ້າ​ນ້ອຍ​ຕ້ອງ​ເອີ້ນ​ຫາ​ພຣະ​ອົງ, ເພື່ອ​ພວກ​ຂ້າ​ນ້ອຍ​ຈະ​ໄດ້​ຮັບຄຳ​ຕອບ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ຂ້າ​ນ້ອຍ.

3 ຈົ່ງ​ທອດ​ພຣະ​ເນດ​ເຖີດ, ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ອົງ​ໄດ້​ລົງ​ໂທດ​ພວກ​ຂ້າ​ນ້ອຍ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ຂ້າ​ນ້ອຍ, ແລະ ໄດ້​ຂັບ​ໄລ່​ພວກ​ຂ້າ​ນ້ອຍ​ໄປ​ໃນ​ຊົ່ວ​ເວລາ​ຫລາຍ​ປີ​ມາ​ແລ້ວ, ພວກ​ຂ້າ​ນ້ອຍ​ໄດ້​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ອົງ​ຍັງ ເມດ​ຕາ​ພວກ​ຂ້າ​ນ້ອຍ​ຢູ່. ໂອ້ ພຣະຜູ້​ເປັນເຈົ້າ, ຂໍ​ຈົ່ງ​ໂຜດ​ທອດ​ພຣະ​ເນດ​ພວກ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ສົງ​ສານ, ແລະ ຂໍ​ໂຜດ​ຫັນ​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ອອກ​ໄປ​ຈາກ​ຄົນ​ເຫລົ່າ​ນີ້​ຂອງ​ພຣະ​ອົງ​ດ້ວຍ​ເຖີດ, ແລະ ຢ່າ​ໄດ້​ປ່ອຍ​ໃຫ້​ພວກ​ເຂົາ​ຂ້າມ​ຄວາມ​ເລິກ​ຂອງ​ທະເລ​ດ້ວຍ​ຄວາມ​ມືດ​ເລີຍ; ແຕ່​ຂໍ​ຈົ່ງ​ໂຜດ​ທອດ​ພຣະ​ເນດ​ສິ່ງ​ເຫລົ່າ​ນີ້ ຊຶ່ງ​ຂ້າ​ນ້ອຍ​ໄດ້​ຫລໍ່​ຫລອມ​ອອກ​ຈາກ​ຫີນ.

4 ແລະ ຂ້າ​ນ້ອຍ​ຮູ້, ໂອ້ ພຣະຜູ້​ເປັນເຈົ້າ, ວ່າ​ພຣະ​ອົງ​ມີ ອຳນາດ​ທຸກ​ຢ່າງ, ແລະ ສາ​ມາດ​ເຮັດ​ອັນ​ໃດ​ກໍ​ໄດ້​ຕາມ​ທີ່​ພຣະ​ອົງ​ປາດ​ຖະ​ໜາ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະນຸດ; ໂອ້ ພຣະຜູ້​ເປັນເຈົ້າ, ສະນັ້ນ ຂໍ​ຈົ່ງ​ໂຜດ​ແຕະ​ຕ້ອງ​ຫີນ​ເຫລົ່າ​ນີ້​ດ້ວຍ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ອົງ, ແລະ ຕຽມ​ມັນ​ໄວ້​ເພື່ອ​ມັນ​ຈະ​ສ່ອງ​ແສງ​ອອກ​ມາ​ໃນ​ຄວາມ​ມືດ, ແລະ ມັນ​ຈະ​ໄດ້​ສ່ອງ​ແສງ​ອອກ​ມາ​ຫາ​ພວກ​ຂ້າ​ນ້ອຍ​ຢູ່​ໃນ​ພາ​ຊະນະ​ຊຶ່ງ​ພວກ​ຂ້າ​ນ້ອຍ​ໄດ້​ຕຽມ​ໄວ້​ແລ້ວ, ເພື່ອ​ວ່າ​ພວກ​ຂ້າ​ນ້ອຍ​ຈະ​ໄດ້​ມີ​ແສງ​ສະ​ຫວ່າງ​ໃນ​ຂະນະ​ທີ່​ຂ້າມ​ນ້ຳ​ທະເລ​ໄປ​ນັ້ນ.

5 ຈົ່ງ​ທອດ​ພຣະ​ເນດ​ດ້ວຍ​ເຖີດ, ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ເຮັດ​ສິ່ງ​ນີ້​ໄດ້. ພວກ​ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ອົງ​ສາ​ມາດ​ສະແດງ​ລິດ​ເດດ​ອັນ​ຍິ່ງ​ໃຫຍ່​ໄດ້, ຊຶ່ງ ເບິ່ງ​ເປັນ​ເລື່ອງ​ເລັກ​ນ້ອຍ​ໃນ​ຄວາມ​ເຂົ້າ​ໃຈ​ຂອງ​ມະນຸດ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ນ້ອງ​ຊາຍ​ຂອງ​ຢາເຣັດ​ກ່າວ​ຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ, ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເດ່​ພຣະ​ຫັດ​ອອກ​ມາ ແລະ ແຕະ​ຕ້ອງ​ຫີນ​ເຫລົ່າ​ນັ້ນ​ເທື່ອ​ລະ​ກ້ອນ​ດ້ວຍ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ອົງ. ແລະ ມ່ານ​ຖືກ​ເອົາ​ອອກ​ໄປ​ຈາກ​ຕາ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ, ແລະ ລາວ​ໄດ້​ເຫັນ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ມັນ​ຄື​ກັນ​ກັບ​ນິ້ວ​ມື​ຂອງ​ມະນຸດ, ທີ່​ມີ​ເນື້ອ​ໜັງ ແລະ ກະ​ດູກ, ແລະ ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ລົ້ມ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຢ້ານ​ກົວ.

7 ແລະ ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ: ຈົ່ງ​ລຸກ​ຂຶ້ນ​ເຖີດ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ລົ້ມ​ລົງ?

8 ແລະ ລາວ​ໄດ້​ທູນ​ຕອບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: ຂ້າ​ນ້ອຍ​ໄດ້​ເຫັນ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຂ້າ​ນ້ອຍ​ຢ້ານ​ວ່າ ພຣະ​ອົງ​ຈະ​ລົງ​ໂທດ​ຂ້າ​ນ້ອຍ; ເພາະ​ວ່າ​ຂ້າ​ນ້ອຍ​ບໍ່​ຮູ້​ຈັກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ມີ​ເນື້ອ​ໜັງ ແລະ ກະ​ດູກ.

9 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ: ເປັນ​ຍ້ອນ​ສັດທາ​ຂອງ​ເຈົ້າ, ເຈົ້າ​ຈຶ່ງ​ໄດ້​ເຫັນ​ວ່າ​ເຮົາ​ຈະ​ຮັບ​ເອົາ ເນື້ອ​ໜັງ ແລະ ກະ​ດູກ; ແລະ ບໍ່​ເຄີຍ​ມີ​ຜູ້ໃດ​ເລີຍ​ທີ່​ມາ​ຢູ່​ຕໍ່​ໜ້າ​ເຮົາ​ດ້ວຍ​ສັດທາ​ອັນ​ໃຫຍ່​ຫລວງ​ຄື​ກັນ​ກັບ​ເຈົ້າ; ເພາະ​ວ່າ​ຖ້າ​ຫາກ​ບໍ່​ເປັນ​ເຊັ່ນ​ນັ້ນ ເຈົ້າ​ຈະ​ເຫັນ​ນິ້ວ​ພຣະ​ຫັດ​ຂອງ​ເຮົາ​ບໍ່​ໄດ້. ເຈົ້າ​ເຫັນ​ຫລາຍ​ກວ່າ​ນີ້​ບໍ່?

10 ແລະ ລາວ​ໄດ້​ທູນ​ຕອບ​ວ່າ: ບໍ່; ພຣະ​ອົງ​ເຈົ້າ​ເອີຍ, ຈົ່ງ​ໂຜດ​ປະກົດ​ຕົວ​ໃຫ້​ຂ້າ​ນ້ອຍ​ເຫັນ​ແດ່​ທ້ອນ.

11 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ: ເຈົ້າ​ເຊື່ອ​ຄຳ​ເວົ້າ​ຂອງ​ເຮົາ​ບໍ່?

12 ແລະ ລາວ​ໄດ້​ຕອບ​ວ່າ: ເຊື່ອ, ພຣະ​ອົງ​ເຈົ້າ​ເອີຍ, ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ອົງ​ກ່າວ​ດ້ວຍ​ຄວາມ​ຈິງ, ເພາະ​ວ່າ​ພຣະ​ອົງ​ເປັນ​ພຣະ​ເຈົ້າ​ແຫ່ງ​ຄວາມ​ຈິງ, ແລະ ບໍ່ ສາ​ມາດ​ເວົ້າ​ຕົວະ.

13 ແລະ ເວລາ​ລາວ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ປະກົດ​ຕົວ​ໃຫ້​ລາວ​ເຫັນ, ແລະ ກ່າວ​ວ່າ: ຍ້ອນ​ວ່າ​ເຈົ້າ​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້ ເຈົ້າ​ຈຶ່ງ​ຖືກ​ໄຖ່​ອອກ​ຈາກ​ການ​ຕົກ​ແລ້ວ; ສະນັ້ນ ເຈົ້າ​ຈຶ່ງ​ຖືກ​ນຳ​ເອົາ​ກັບ​ມາ​ຫາ​ທີ່​ປະ​ທັບ​ຂອງ​ເຮົາ; ສະນັ້ນ ເຮົາ​ຈຶ່ງ​ໄດ້ ປະກົດ​ຕົວ​ແກ່​ເຈົ້າ.

14 ຈົ່ງ​ເບິ່ງ, ເຮົາ​ຄື​ຜູ້​ທີ່​ຖືກ​ຕຽມ​ໄວ້​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ ເພື່ອ ໄຖ່​ຖອນ​ຜູ້​ຄົນ​ຂອງ​ເຮົາ. ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ. ເຮົາ​ຄື ພຣະ​ບິດາ ແລະ ພຣະ​ບຸດ. ໂດຍ​ຜ່ານ​ທາງ​ເຮົາ​ມະນຸດ​ຊາດ​ທັງ​ປວງ​ຈະ​ມີ ຊີ​ວິດ​ອັນ​ຕະຫລອດ​ການ, ຕະຫລອດ​ທັງ​ທຸກ​ຄົນ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ເຮົາ; ແລະ ພວກ​ເຂົາ​ຈະ​ກາຍ​ເປັນ ບຸດ ແລະ ທິດາ​ຂອງ​ເຮົາ.

15 ແລະ ເຮົາ​ບໍ່​ເຄີຍ​ປະກົດ​ຕົວ​ແກ່​ມະນຸດ​ຜູ້​ທີ່​ເຮົາ​ສ້າງ​ມາ​ກ່ອນ​ເລີຍ, ເພາະ​ວ່າ​ມະນຸດ​ບໍ່​ເຄີຍ ເຊື່ອ​ໃນ​ເຮົາ​ຄື​ກັນ​ກັບ​ເຈົ້າ​ເຊື່ອ. ເຈົ້າ​ເຫັນ​ແລ້ວ​ບໍ​ວ່າ ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ ຮູບ​ລັກ​ສະ​ນະ​ຂອງ​ເຮົາ? ແທ້​ຈິງ​ແລ້ວ, ມະນຸດ​ທັງ​ໝົດ​ໄດ້​ຖືກ​ສ້າງ​ມາ​ຕັ້ງ​ແຕ່​ຕົ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ເຮົາ​ເອງ.

16 ຈົ່ງ​ເບິ່ງ, ຮ່າງ​ກາຍ​ຊຶ່ງ​ເຈົ້າ​ເຫັນ​ຢູ່​ດຽວ​ນີ້, ເປັນ​ຮ່າງ​ກາຍ​ທາງ ວິນ​ຍານ​ຂອງ​ເຮົາ; ແລະ ເຮົາ​ໄດ້​ສ້າງ​ມະນຸດ​ຕາມ​ລັກ​ສະ​ນະ​ຮ່າງ​ກາຍ​ທາງ​ວິນ​ຍານ​ຂອງ​ເຮົາ; ແລະ ຄື​ກັນ​ກັບ​ທີ່​ເຮົາ​ປະກົດ​ແກ່​ເຈົ້າ​ໃນ​ທາງ​ວິນ​ຍານ​ສັນ​ໃດ ເຮົາ​ຈະ​ປະກົດ​ແກ່​ຜູ້​ຄົນ​ຂອງ​ເຮົາ​ໃນ​ທາງ​ເນື້ອ​ໜັງ​ສັນ​ນັ້ນ.

17 ແລະ ບັດ​ນີ້, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ກ່າວ​ໄວ້​ວ່າ ຂ້າ​ພະ​ເຈົ້າ​ບໍ່​ອາດ​ບັນ​ທຶກ​ເລື່ອງ​ລາວ​ຂອງ​ສິ່ງ​ເຫລົ່າ​ນີ້​ໄວ້​ໄດ້​ຢ່າງ​ຄົບ​ຖ້ວນ, ສະນັ້ນ ມັນ​ຈຶ່ງ​ພຽງ​ພໍ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ກ່າວ​ວ່າ ພຣະ​ເຢຊູ​ໄດ້​ປະກົດ​ແກ່​ຊາຍ​ຄົນ​ນີ້​ໃນ​ທາງ​ວິນ​ຍານ​ແລ້ວ, ຕາມ​ແບບ ແລະ ໃນ​ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ຮ່າງ​ກາຍ​ອັນ​ດຽວ​ກັນ​ກັບ​ທີ່​ພຣະ​ອົງ​ໄດ້ ສະແດງ​ແກ່​ຊາວ​ນີໄຟ​ມາ​ແລ້ວ.

18 ແລະ ພຣະ​ອົງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ນ້ອງ​ຊາຍ​ຂອງ​ຢາເຣັດ ຊຶ່ງ​ຄື​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຊາວ​ນີໄຟ; ແລະ ທັງ​ໝົດ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ຮູ້​ຈັກ​ວ່າ ພຣະ​ອົງ​ຄື​ພຣະ​ເຈົ້າ, ຍ້ອນ​ວ່າ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ແກ່​ລາວ.

19 ແລະ ເປັນ​ຍ້ອນ​ຄວາມ​ຮູ້​ຂອງ​ຊາຍ​ຄົນ​ນີ້ ຈຶ່ງ​ບໍ່​ສາ​ມາດ​ກີດ​ກັນ​ລາວ​ຈາກ​ການ​ເຫັນ​ພາຍ​ໃນ ມ່ານ; ແລະ ລາວ​ໄດ້​ເຫັນ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ເຢຊູ, ຊຶ່ງ​ເວລາ​ເຫັນ​ແລ້ວ ລາວ​ກໍ​ລົ້ມ​ລົງ​ດ້ວຍ​ຄວາມ​ຢ້ານ​ກົວ, ເພາະ​ລາວ​ຮູ້​ວ່າ​ມັນ​ເປັນ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ລາວ​ບໍ່​ມີ​ສັດທາ​ອີກ​ຕໍ່​ໄປ, ເພາະ​ວ່າ​ລາວ​ຮູ້​ແລ້ວ​ໂດຍ​ບໍ່​ມີ​ຄວາມ​ສົງ​ໄສ​ເລີຍ.

20 ດັ່ງ​ນັ້ນ, ຍ້ອນ​ວ່າ​ລາວ​ມີ​ຄວາມ​ຮູ້​ອັນ​ສົມ​ບູນ​ກ່ຽວ​ກັບ​ພຣະ​ເຈົ້າ, ຈຶ່ງ ບໍ່​ສາ​ມາດ​ກີດ​ກັນ​ລາວ​ຈາກ​ພາຍ​ໃນ​ມ່ານ; ສະນັ້ນ ລາວ​ຈຶ່ງ​ໄດ້​ເຫັນ​ພຣະ​ເຢຊູ; ແລະ ພຣະ​ອົງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ລາວ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ​ວ່າ: ຈົ່ງ​ເບິ່ງ, ເຈົ້າ​ຢ່າ​ໄດ້​ໃຫ້​ສິ່ງ​ເຫລົ່າ​ນີ້​ຊຶ່ງ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ອອກ​ໄປ​ຫາ​ໂລກ​ມະນຸດ, ຈົນ​ກວ່າ ເວລາ​ຈະ​ມາ​ຮອດ​ເພື່ອ​ເຮົາ​ຈະ​ໄດ້​ແຜ່​ບາ​ລະ​ມີ​ນາມ​ຂອງ​ເຮົາ​ໃນ​ເນື້ອ​ໜັງ; ດັ່ງ​ນັ້ນ, ເຈົ້າ​ຈົ່ງ​ເກັບ​ກຳ​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ທັງ​ໝົດ​ໄວ້, ແລະ ຢ່າ​ໄດ້​ເປີ​ດ​ເຜີຍ​ມັນ​ຕໍ່​ຄົນ​ໃດ.

22 ແລະ ຈົ່ງ​ເບິ່ງ, ເວລາ​ເຈົ້າ​ຈະ​ມາ​ຫາ​ເຮົາ, ເຈົ້າ​ຈົ່ງ​ຂຽນ​ມັນ ແລະ ຜະ​ນຶກ​ມັນ​ໄວ້, ເພື່ອ​ຈະ​ບໍ່​ມີ​ຜູ້​ໃດ​ແປ​ຄວາມ​ໝາຍ​ຂອງ​ມັນ​ໄດ້; ເພາະ​ເຈົ້າ​ຈະ​ຂຽນ​ມັນ​ເປັນ​ພາ​ສາ​ທີ່​ເຂົາ​ອ່ານ​ບໍ່​ໄດ້.

23 ແລະ ຈົ່ງ​ເບິ່ງ, ຫີນ ສອງ​ກ້ອນ​ນີ້, ເຮົາ​ຈະ​ເອົາ​ໃຫ້​ເຈົ້າ, ແລະ ເຈົ້າ​ຈົ່ງ​ຜະ​ນຶກ​ມັນ​ໄວ້​ກັບ​ສິ່ງ​ທີ່​ເຈົ້າຈະ​ຂຽນ​ນັ້ນ.

24 ເພາະ​ຈົ່ງ​ເບິ່ງ, ພາ​ສາ​ຊຶ່ງ​ເຈົ້າ​ຈະ​ຂຽນ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຫຍຸ້ງ​ຍາກ​ສັບ​ສົນ; ດັ່ງ​ນັ້ນ ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ, ເຮົາ​ຈະ​ເຮັດ​ໃຫ້​ຫີນ​ເຫລົ່າ​ນີ້​ຂະ​ຫຍາຍ​ເລື່ອງ​ທີ່​ເຈົ້າ​ຈະ​ຂຽນ​ອອກ​ສູ່​ສາຍ​ຕາ​ຂອງ​ມະນຸດ.

25 ແລະ ເວລາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ສະແດງ​ໃຫ້​ນ້ອງ​ຊາຍ​ຂອງ​ຢາເຣັດ​ເຫັນ​ຜູ້​ອາ​ໄສ ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ​ມາ​ແຕ່​ກ່ອນ, ແລະ ທັງ​ໝົດ​ທີ່​ຈະ​ເປັນ​ຢູ່​ນຳ​ອີກ; ແລະ ພຣະ​ອົງ​ບໍ່​ໄດ້​ປິດ​ບັງ​ຄົນ​ເຫລົ່າ​ນັ້ນ​ຈາກ​ສາຍ​ຕາ​ຂອງ​ລາວ​ເລີຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.

26 ເພາະ​ວ່າ​ພຣະ​ອົງ​ໄດ້​ກ່າວ​ກັບ​ລາວ​ໃນ​ເວລາ​ກ່ອນ​ນັ້ນ, ວ່າ ຖ້າ​ຫາກ​ລາວ ເຊື່ອ​ໃນ​ພຣະ​ອົງ​ວ່າ ພຣະ​ອົງ​ສາ​ມາດ​ສະແດງ ທຸກ​ສິ່ງ​ທຸກ​ຢ່າງ​ແກ່​ລາວ—ມັນ​ກໍ​ຈະ​ຖືກ​ສະແດງ​ແກ່​ລາວ; ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບໍ່​ໄດ້​ປິດ​ບັງ​ສິ່ງ​ໃດ​ຈາກ​ລາວ​ເລີຍ, ເພາະ​ລາວ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສະແດງ​ທຸກ​ສິ່ງ​ທຸກ​ຢ່າງ​ແກ່​ລາວ.

27 ແລະ ພຣະ​ຜູ້​ເປັນ​ເຈົ້າ​ບອກ​ລາວ​ວ່າ: ຈົ່ງ​ຂຽນ​ເລື່ອງ​ເຫລົ່າ​ນີ້ ແລະ ຜະ​ນຶກ​ມັນ​ໄວ້; ແລະ ເຮົາ​ຈະ​ສະແດງ​ມັນ​ແກ່​ລູກ​ຫລານ​ມະນຸດ ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ລາວ​ວ່າ ລາວ​ຈະ​ຕ້ອງ​ຜະ​ນຶກ ຫີນ​ສອງ​ກ້ອນ​ທີ່​ລາວ​ຮັບ​ມາ​ນັ້ນ, ແລະ ບໍ່​ໃຫ້​ສະແດງ​ມັນ​ຕໍ່​ຜູ້​ໃດ, ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະແດງ​ມັນ​ແກ່​ລູກ​ຫລານ​ມະນຸດ​ເອງ.