ພຣະ​ຄຳ​ພີ
ອີເທີ 7


ບົດ​ທີ 7

ໂອ​ໄຣ​ຮາ​ປົກ​ຄອງ​ດ້ວຍ​ຄວາມ​ຊອບ​ທຳ—ທ່າມ​ກາງ​ການ​ຍຶດ​ອຳນາດ ແລະ ການ​ຜິດ​ຖຽງ​ກັນ, ການ​ຊີງ​ດີ​ຊີງ​ເດັ່ນ​ໃນ​ອາ​ນາ​ຈັກ​ຂອງ​ຊູນ ແລະ ໂຄ​ຮໍ​ເລີ່ມ​ເກີດ​ຂຶ້ນ—ສາດ​ສະ​ດາ​ປະນາມ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ນັບ​ຖື​ຮູບ​ບູຊາ​ຂອງ​ຜູ້​ຄົນ, ຊຶ່ງ​ຈາກ​ນັ້ນ​ພວກ​ເຂົາ​ກໍ​ໄດ້​ກັບ​ໃຈ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂອ​ໄຣ​ຮາ​ໄດ້​ດຳ​ເນີນ​ການ​ຕັດ​ສິນ​ໃນ​ແຜ່ນ​ດິນ​ດ້ວຍ​ຄວາມ​ຍຸດ​ຕິ​ທຳ​ຕະຫລອດ​ວັນ​ເວລາ​ຂອງ​ລາວ ຊຶ່ງ​ມີ​ຢູ່​ຢ່າງ​ຍາວ​ນານ.

2 ແລະ ລາວ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ; ແທ້​ຈິງ​ແລ້ວ, ລາວ​ມີ​ລູກ​ທັງ​ໝົດ​ສາມ​ສິບ​ເອັດ​ຄົນ, ຊຶ່ງ​ໃນ​ຈຳນວນ​ນີ້​ເປັນ​ລູກ​ຊາຍ​ຊາວ​ສາມ​ຄົນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ມີ​ລູກ​ອີກ​ຜູ້​ໜຶ່ງ​ຊື່​ຄີບ​ໃນ​ໄວ​ຊະ​ລາ​ຂອງ​ລາວ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄີບ​ໄດ້​ປົກ​ຄອງ​ແທນ; ແລະ ຄີບ​ໄດ້​ມີ​ລູກ​ຊາຍ​ຊື່​ວ່າ ໂຄ​ຣິ​ຮໍ.

4 ແລະ ເວລາ​ໂຄ​ຣິ​ຮໍ​ມີ​ອາ​ຍຸ​ໄດ້​ສາມ​ສິບ​ສອງ​ປີ ລາວ​ໄດ້​ກະ​ບົດ​ຕໍ່​ບິດາ​ຂອງ​ຕົນ, ແລະ ໄດ້​ຂ້າມ​ໄປ​ຫາ​ແຜ່ນ​ດິນ​ນີຮໍ; ແລະ ລາວ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ, ແລະ ພວກ​ເຂົາ​ເປັນ​ຄົນ​ຈົບ​ງາມ​ທີ່​ສຸດ; ດັ່ງ​ນັ້ນ ໂຄ​ຣິ​ຮໍ​ຈຶ່ງ​ໄດ້​ດຶງ​ເອົາ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ມາ​ຢູ່​ກັບ​ລາວ.

5 ແລະ ເວລາ​ລາວ​ເຕົ້າ​ໂຮມ​ກຳ​ລັງ​ທັບ​ໄດ້​ແລ້ວ ລາວ​ຈຶ່ງ​ຂຶ້ນ​ມາ​ຫາ​ແຜ່ນ​ດິນ​ໂມຣັນ​ບ່ອນ​ທີ່​ກະສັດ​ຢູ່ ແລະ ໄດ້​ຈັບ​ເອົາ​ກະສັດ​ໄປ​ເປັນ​ຊະ​ເລີຍ ຊຶ່ງ​ເຮັດ​ໃຫ້ ຄຳ​ເວົ້າ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ​ເກີດ​ເປັນ​ຈິງ​ທີ່​ວ່າ ພວກ​ເຂົາ​ຈະ​ຖືກ​ນຳ​ໄປ​ສູ່​ການ​ເປັນ​ຊະ​ເລີຍ.

6 ບັດ​ນີ້​ແຜ່ນ​ດິນ​ໂມຣັນ​ບ່ອນ​ທີ່​ກະສັດ​ຢູ່ ໄດ້​ຕັ້ງ​ຢູ່​ໃກ້​ກັບ​ແຜ່ນ​ດິນ ຊຶ່ງ​ຊາວ​ນີໄຟ​ເອີ້ນ​ວ່າ ແຜ່ນ​ດິນ​ຮ້າງ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄີບ​ກັບ​ຜູ້​ຄົນ​ຂອງ​ລາວ​ຖືກ​ກວາດ​ໄປ​ເປັນ​ຊະ​ເລີຍ​ຂອງ​ໂຄ​ຣິ​ຮໍ ຜູ້​ເປັນ​ລູກ​ຊາຍ​ຂອງ​ຕົນ, ຈົນ​ວ່າ​ຄີບ​ເຖົ້າ​ແກ່​ຫລາຍ​ແລ້ວ; ເຖິງ​ຢ່າງ​ໃດ​ກໍ​ຕາມ ໃນ​ໄວ​ຊະ​ລາ​ຂອງ​ລາວ, ລາວ​ຍັງ​ໄດ້​ລູກ​ຊາຍ​ອີກ​ຊື່​ວ່າ ຊູນ ຂະນະ​ທີ່​ລາວ​ເປັນ​ຊະ​ເລີຍ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊູນ​ຄຽດ​ແຄ້ນ​ໃຫ້​ອ້າຍ​ຂອງ​ຕົນ, ແລະ ຊູນ​ແຂງ​ແຮງ​ຂຶ້ນ, ແລະ ກັບ​ມາ​ມີ​ກຳ​ລັງ​ຫລາຍ​ຕາມ​ກຳ​ລັງ​ຂອງ​ມະນຸດ; ແລະ ລາວ​ກໍ​ຍິ່ງ​ໃຫຍ່​ໃນ​ການ​ຕັດ​ສິນ​ນຳ​ອີກ.

9 ດັ່ງ​ນັ້ນ, ລາວ​ຈຶ່ງ​ມາ​ຫາ​ເນີນ​ພູ​ເອຟະ​ຣາອີມ, ແລະ ລາວ​ໄດ້​ຫລອມ​ແຮ່​ຈາກ​ເນີນ​ພູ​ນັ້ນ, ແລະ ໄດ້​ເຮັດ​ດາບ​ດ້ວຍ​ເຫລັກ​ໃຫ້​ຜູ້​ທີ່​ລາວ​ດຶງ​ມາ​ຫາ​ລາວ; ແລະ ຫລັງ​ຈາກ​ລາວ​ໄດ້​ເອົາ​ດາບ​ໃຫ້​ພວກ​ເຂົາ​ເປັນ​ອາ​ວຸດ​ແລ້ວ, ລາວ​ກໍ​ກັບ​ຄືນ​ໄປ​ຫາ​ເມືອງ​ນີຮໍ, ແລະ ໄດ້​ສູ້​ຮົບ​ກັບ​ໂຄ​ຣິ​ຮໍ​ອ້າຍ​ຂອງ​ຕົນ, ໂດຍ​ວິ​ທີ​ນີ້​ລາວ​ຈຶ່ງ​ໄດ້​ຍຶດ​ເອົາ​ອາ​ນາ​ຈັກ​ຄືນ​ມາ​ໃຫ້​ຄີບ​ບິດາ​ຂອງ​ລາວ.

10 ແລະ ບັດ​ນີ້​ຍ້ອນ​ວ່າ​ຜົນ​ງານ​ທີ່​ຊູນ​ເຮັດ​ໄປ​ນັ້ນ, ບິດາ​ຂອງ​ລາວ​ຈຶ່ງ​ໄດ້​ມອບ​ອາ​ນາ​ຈັກ​ໃຫ້​ລາວ; ສະນັ້ນ ລາວ​ຈຶ່ງ​ໄດ້​ເລີ່ມ​ປົກ​ຄອງ​ແທນ​ບິດາ​ຂອງ​ລາວ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ດຳ​ເນີນ​ການ​ຕັດ​ສິນ​ດ້ວຍ​ຄວາມ​ຊອບ​ທຳ; ແລະ ລາວ​ໄດ້​ແຜ່​ອາ​ນາ​ຈັກ​ຂອງ​ລາວ​ອອກ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ, ເພາະ​ວ່າ​ຜູ້​ຄົນ​ກັບ​ມາ​ມີ​ຈຳນວນ​ຢ່າງ​ຫລວງ​ຫລາຍ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊູນ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ​ຄື​ກັນ.

13 ແລະ ໂຄ​ຣິ​ຮໍ​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຫລາຍ​ຢ່າງ​ຊຶ່ງ​ລາວ​ໄດ້​ເຮັດ​ໄປ​ນັ້ນ; ດັ່ງ​ນັ້ນ ຊູນ​ຈຶ່ງ​ໄດ້​ໃຫ້​ລາວ​ມີ​ອຳນາດ​ໃນ​ອາ​ນາ​ຈັກ​ຂອງ​ຕົນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ຮໍ​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ. ແລະ ໃນ​ບັນ​ດາ​ພວກ​ລູກ​ຊາຍ​ຂອງ​ໂຄ​ຣິ​ຮໍ ມີ​ຜູ້​ໜຶ່ງ​ຊື່​ວ່າ ໂນອາ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂນອາ​ໄດ້​ກະ​ບົດ​ຕໍ່​ກະສັດ​ຊູນ, ແລະ ຕໍ່​ໂຄ​ຣິ​ຮໍ​ບິດາ​ຂອງ​ຕົນ, ແລະ ໄດ້​ດຶງ​ເອົາ​ໂຄ​ຮໍ​ນ້ອງ​ຊາຍ​ຂອງ​ລາວ, ແລະ ອ້າຍ​ນ້ອງ​ຂອງ​ຕົນ​ທັງ​ໝົດ ແລະ ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄປ​ນຳ.

16 ແລະ ລາວ​ໄດ້​ມາ​ສູ້​ຮົບ​ກັບ​ກະສັດ​ຊູນ, ດ້ວຍ​ເຫດ​ນີ້​ລາວ​ຈຶ່ງ​ໄດ້​ຮັບ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ບ່ອນ​ທຳ​ອິດ​ຂອງ​ພວກ​ເຂົາ; ແລະ ລາວ​ໄດ້​ກາຍ​ມາ​ເປັນ​ກະສັດ​ປົກ​ຄອງ​ແຜ່ນ​ດິນ​ສ່ວນ​ນັ້ນ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ສູ້​ຮົບ​ກັບ​ກະສັດ​ຊູນ​ອີກ; ແລະ ລາວ​ໄດ້​ຈັບ​ກະສັດ​ຊູນ, ແລະ ເອົາ​ໄປ​ເປັນ​ຊະ​ເລີຍ​ໃນ​ແຜ່ນ​ດິນ​ໂມ​ຣັນ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ເມື່ອ​ໃກ້​ເວລາ​ທີ່​ລາວ​ຈະ​ປະ​ຫານ​ຊີ​ວິດ​ຊູນ, ພວກ​ລູກ​ຊາຍ​ຂອງ​ຊູນ​ໄດ້​ລອບ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂນອາ​ໃນ​ຕອນ​ກາງ​ຄືນ, ແລະ ໄດ້​ຂ້າ​ລາວ ແລະ ໄດ້​ມ້າງ​ປະຕູ​ຄຸກ, ແລະ ນຳ​ເອົາ​ບິດາ​ຂອງ​ພວກ​ເຂົາ​ອອກ​ມາ ແລະ ໄດ້​ນຳ​ຊູນ​ກັບ​ຄືນ​ໄປ​ປົກ​ຄອງ​ອາ​ນາ​ຈັກ​ຂອງ​ຕົນ​ຄື​ເກົ່າ.

19 ດັ່ງ​ນັ້ນ, ລູກ​ຊາຍ​ຂອງ​ໂນອາ​ຈຶ່ງ​ໄດ້​ເລີ່ມ​ສ້າງ​ອາ​ນາ​ຈັກ​ຂຶ້ນ​ແທນ​ລາວ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ກໍ​ບໍ່​ມີ​ອຳນາດ​ເໜືອ​ກະສັດ​ຊູນ​ອີກ​ຕໍ່​ໄປ, ແລະ ຜູ້​ຄົນ​ທີ່​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ກະສັດ​ຊູນ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ ແລະ ຍິ່ງ​ໃຫຍ່​ຂຶ້ນ​ຫລາຍ​ທີ່​ສຸດ.

20 ແລະ ປະເທດ​ຖືກ​ແຍກ​ອອກ​ໄປ ແລະ ມັນ​ມີ​ຢູ່​ສອງ​ອາ​ນາ​ຈັກ​ຄື ອາ​ນາ​ຈັກ​ຂອງ​ຊູນ, ແລະ ອາ​ນາ​ຈັກ​ຂອງ​ໂຄ​ຮໍ​ລູກ​ຊາຍ​ຂອງ​ໂນອາ.

21 ແລະ ໂຄ​ຮໍ​ລູກ​ຊາຍ​ຂອງ​ໂນອາ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ຕົນ​ໄປ​ຕໍ່​ສູ້​ກັບ​ຊູນ, ຊຶ່ງ​ໃນ​ການ​ສູ້​ຮົບ​ນີ້​ຊູນ​ໄດ້​ຮັບ​ໄຊ​ຊະນະ ແລະ ໄດ້​ປະ​ຫານ​ຊີ​ວິດ​ໂຄ​ຮໍ.

22 ແລະ ບັດ​ນີ້​ໂຄ​ຮໍ ມີ​ລູກ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ນີມ​ໂຣດ; ແລະ ນີມ​ໂຣດ​ໄດ້​ຍົກ​ອາ​ນາ​ຈັກ​ຂອງ​ໂຄ​ຮໍ​ໃຫ້​ຊູນ, ແລະ ລາວ​ເປັນ​ທີ່​ພໍ​ໃຈ​ໃນ​ສາຍ​ຕາ​ຂອງ​ຊູນ; ດັ່ງ​ນັ້ນ ຊູນ​ຈຶ່ງ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ​ອັນ​ສຳ​ຄັນ​ແກ່​ລາວ, ແລະ ລາວ​ຈຶ່ງ​ໄດ້​ເຮັດ​ຕາມ​ໃຈ​ຊອບ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ຊູນ.

23 ແລະ ໃນ​ສະ​ໄໝ​ການ​ປົກ​ຄອງ​ຂອງ​ຊູນ​ນີ້ ກໍ​ມີ​ສາດ​ສະ​ດາ​ຈຳນວນ​ໜຶ່ງ, ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ມາ​ໃນ​ບັນ​ດາ​ຜູ້​ຄົນ​ອີກ, ໂດຍ​ໄດ້​ທຳ​ນາຍ​ວ່າ ຄວາມ​ຊົ່ວ​ຮ້າຍ ແລະ ການ​ນັບ​ຖື ຮູບ​ບູຊາ​ຂອງ​ຜູ້​ຄົນ​ນັ້ນ​ກຳ​ລັງ​ຈະ​ນຳ​ເອົາ​ການ​ສາບ​ແຊ່ງ​ມາ​ໃຫ້​ແຜ່ນ​ດິນ, ແລະ ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ໄດ້​ໝິ່ນ​ປະ​ໝາດ​ສາດ​ສະ​ດາ, ແລະ ໄດ້​ເຍາະ​ເຍີ້ຍ​ພວກ​ເພິ່ນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ຊູນ​ໄດ້​ລົງ​ໂທດ​ຜູ້​ຄົນ​ທັງ​ໝົດ​ທີ່​ໝິ່ນ​ປະ​ໝາດ​ສາດ​ສະ​ດາ.

25 ແລະ ລາວ​ໄດ້​ອອກ​ກົດ​ໝາຍ​ໄປ​ທົ່ວ​ແຜ່ນ​ດິນ, ຊຶ່ງ​ໃຫ້​ອຳນາດ​ແກ່​ສາດ​ສະ​ດາ​ເພື່ອ​ຈະ​ສາ​ມາດ​ໄປ​ຫາ​ບ່ອນ​ໃດ​ກໍ​ຕາມ ແລ້ວ​ແຕ່​ພວກ​ເພິ່ນ​ຕ້ອງ​ການ; ແລະ ດ້ວຍ​ເຫດ​ນີ້ ຜູ້​ຄົນ​ຈຶ່ງ​ຖືກ​ນຳ​ມາ​ສູ່​ການ​ກັບ​ໃຈ.

26 ແລະ ຍ້ອນ​ວ່າ​ຜູ້​ຄົນ​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ ແລະ ປະ​ຖິ້ມ​ການ​ນັບ​ຖື​ຮູບ​ບູຊາ​ຂອງ​ພວກ​ເຂົາ, ແລະ ພຣະ​ເຈົ້າ​ຈຶ່ງ​ໄດ້​ຍົກ​ເວັ້ນ​ພວກ​ເຂົາ, ແລະ ພວກ​ເຂົາ​ຈຶ່ງ​ເລີ່ມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ອີກ​ໃນ​ແຜ່ນ​ດິນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊູນ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ​ໃນ​ໄວ​ຊະ​ລາ​ຂອງ​ລາວ.

27 ແລະ ມັນ​ບໍ່​ມີ​ສົງ​ຄາມ​ອີກ​ໃນ​ວັນ​ເວລາ​ຂອງ​ຊູນ; ແລະ ລາວ​ໄດ້​ລະ​ນຶກ​ເຖິງ​ສິ່ງ​ສຳ​ຄັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ເຮັດ​ເພື່ອ​ບັນ​ພະ​ບຸ​ລຸດ​ຂອງ​ລາວ​ໃນ​ການ​ນຳ​ເອົາ​ພວກ​ເຂົາ ຂ້າມ​ຄວາມ​ເລິກ​ທີ່​ສຸດ​ຂອງ​ທະເລ​ມາ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ດັ່ງ​ນັ້ນ ລາວ​ຈຶ່ງ​ໄດ້​ດຳ​ເນີນ​ການ​ຕັດ​ສິນ​ດ້ວຍ​ຄວາມ​ຍຸດ​ຕິ​ທຳ​ຕະຫລອດ​ວັນ​ເວລາ​ຂອງ​ລາວ.