ພຣະ​ຄຳ​ພີ
ອີເທີ 4


ບົດ​ທີ 4

ໂມ​ໂຣ​ໄນ​ຖືກ​ບັນ​ຊາ​ໃຫ້​ຜະ​ນຶກ​ການ​ຂຽນ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ​ໄວ້—ມັນ​ຈະ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ຈົນ​ກວ່າ​ມະນຸດ​ຈະ​ມີ​ສັດທາ​ຄື​ກັນ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ—ພຣະ​ຄຣິດ​ບັນ​ຊາ​ໃຫ້​ມະນຸດ​ເຊື່ອ​ຖື​ໃນ​ຄຳ​ຂອງ​ພຣະ​ອົງ ແລະ ຄຳ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ອົງ—ມະນຸດ​ຖືກ​ບັນ​ຊາ​ໃຫ້​ກັບ​ໃຈ, ເຊື່ອ​ຟັງ​ພຣະ​ກິດ​ຕິ​ຄຸນ, ແລະ ຮັບ​ຄວາມ​ລອດ.

1 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ນ້ອງ​ຊາຍ​ຂອງ​ຢາເຣັດ​ໃຫ້​ລົງ​ໄປ​ຈາກ​ພູ​ເຂົາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໃຫ້ ຂຽນ​ເລື່ອງ​ທີ່​ລາວ​ໄດ້​ເຫັນ​ໄວ້, ແລະ ເລື່ອງ​ເຫລົ່າ​ນີ້ຖືກ​ຫ້າມ​ບໍ່​ໃຫ້​ເອົາ​ອອກ​ມາ​ຫາ​ລູກ​ຫລານ​ມະນຸດ ຈົນ​ກວ່າ​ຫລັງ​ຈາກ​ພຣະ​ອົງ​ຈະ​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ; ແລະ ດ້ວຍ​ເຫດ​ນີ້​ກະສັດ​ໂມ​ໄຊ​ຢາ​ຈຶ່ງ​ໄດ້​ເກັບ​ມັນ​ໄວ້, ເພື່ອ​ມັນ​ຈະ​ບໍ່​ໄດ້​ອອກ​ມາ​ຫາ​ໂລກ​ນີ້ ຈົນ​ກວ່າ​ຫລັງ​ຈາກ​ພຣະ​ຄຣິດ​ໄດ້​ມາ​ປະກົດ​ຕົວ​ຕໍ່​ຜູ້​ຄົນ​ຂອງພຣະ​ອົງ.

2 ແລະ ຫລັງ​ຈາກ​ພຣະ​ຄຣິດ​ໄດ້​ມາ​ປະກົດ​ຕົວ​ຢ່າງ​ແທ້​ຈິງ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ອົງ​ແລ້ວ ພຣະ​ອົງ​ໄດ້​ບັນ​ຊາ​ວ່າ ສິ່ງ​ເຫລົ່າ​ນັ້ນ​ຄວນ​ຖືກ​ສະແດງ​ໃຫ້​ປະຈັກ.

3 ແລະ ບັດ​ນີ້, ຫລັງ​ຈາກ​ນັ້ນ​ພວກ​ເຂົາ​ທັງ​ໝົດ​ໄດ້​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື; ແລະ ບໍ່​ມີ​ຜູ້​ໃດ​ເລີຍ​ນອກ​ຈາກ​ຊາວ​ເລມັນ​ເທົ່າ​ນັ້ນ, ແລະ ພວກ​ເຂົາ​ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ; ສະນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮັບ​ບັນ​ຊາ​ໃຫ້ ເຊື່ອງ​ມັນ​ໄວ້​ໃນ​ດິນ​ອີກ.

4 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ເລື່ອງ​ຊຶ່ງ​ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ເຫັນ​ນັ້ນ​ໄວ້​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້; ແລະ ບໍ່​ເຄີຍ​ມີ​ເລື່ອງ​ໃດ​ທີ່​ສະແດງ​ອອກ​ໃຫ້​ເປັນ​ເລື່ອງ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ເລື່ອງ​ທີ່​ສະແດງ​ໃຫ້​ປະຈັກ​ແກ່​ນ້ອງ​ຊາຍ​ຂອງ​ຢາເຣັດ.

5 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ຂຽນ​ເລື່ອງ​ນີ້​ໄວ້; ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ຂຽນ​ມັນ​ໄວ້. ແລະ ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ຂ້າ​ພະ​ເຈົ້າ ຜະ​ນຶກ​ມັນ​ໄວ້; ແລະ ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ຂ້າ​ພະ​ເຈົ້າ​ຜະ​ນຶກ​ການ​ແປ​ຂອງ​ມັນ​ໄວ້​ນຳ​ອີກ; ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຜະ​ນຶກ ສິ່ງ​ແປ​ຄວາມ​ໝາຍ​ໄວ້​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

6 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເລື່ອງ​ເຫລົ່າ​ນີ້​ຈະ​ບໍ່​ອອກ​ໄປ​ຫາ​ຄົນ​ຕ່າງ​ຊາດ​ຈົນ​ກວ່າ​ຈະ​ຮອດ​ມື້​ທີ່​ພວກ​ເຂົາ​ຈະ​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ແລະ ກັບ​ມາ​ເປັນ​ຄົນ​ສະອາດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

7 ແລະ ໃນ​ມື້​ນັ້ນ ພວກ​ເຂົາ​ຈະ​ໃຊ້​ສັດທາ​ໃນ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ຄື​ກັນ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ​ເຮັດ​ໄປ​ນັ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ໃນ​ເຮົາ, ເວລາ​ນັ້ນ​ເຮົາ​ຈະ​ສະແດງ​ສິ່ງ​ທີ່​ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ເຫັນ ໃຫ້​ປະຈັກ​ແກ່​ພວກ​ເຂົາ, ຈົນ​ກະ​ທັ້ງ​ການ​ເປີດ​ເຜີຍ​ທັງ​ໝົດ​ຂອງ​ເຮົາ​ແກ່​ພວກ​ເຂົາ, ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ພຣະ​ບິດາ​ແຫ່ງ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ​ລວມ​ທັງ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ນັ້ນ​ກ່າວ​ໄວ້.

8 ແລະ ຄົນ​ທີ່ ຂັດ​ຄ້ານ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຂໍ​ໃຫ້​ເຂົາ​ຖືກ​ສາບ​ແຊ່ງ; ແລະ ຄົນ​ທີ່ ປະ​ຕິ​ເສດ​ສິ່ງ​ເຫລົ່າ​ນີ້​ກໍ​ຂໍ​ໃຫ້​ເຂົາ​ຖືກ​ສາບ​ແຊ່ງ; ເພາະວ່າ​ເຮົາ​ຈະ ບໍ່​ສະແດງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ກວ່າ​ນີ້​ແກ່​ພວກ​ເຂົາ, ພຣະ​ເຢຊູ​ຄຣິດ​ໄດ້​ກ່າວ; ເພາະ​ເຮົາ​ຄື​ຜູ້​ທີ່​ກ່າວ.

9 ແລະ ດ້ວຍ​ຄຳ​ບັນ​ຊາ​ຂອງ​ເຮົາ ຟ້າ​ສະຫວັນ​ຈຶ່ງ​ເປີດ​ອອກ ແລະ ປິດ; ແລະ ດ້ວຍ​ຄຳ​ຂອງ​ເຮົາ ແຜ່ນ​ດິນ​ໂລກ​ຈຶ່ງ​ສັ່ນ​ສະ​ເທືອນ; ແລະ ດ້ວຍ​ຄຳ​ບັນ​ຊາ​ຂອງ​ເຮົາ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ຈຶ່ງ​ຕາຍ​ໄປ​ເຖິງ​ແມ່ນ​ດ້ວຍ​ໄຟ​ເຜົາ.

10 ແລະ ຄົນ​ທີ່​ບໍ່​ເຊື່ອ​ໃນ​ຄຳ​ຂອງ​ເຮົາ​ຍ່ອມ​ບໍ່​ເຊື່ອ​ໃນ​ຄຳ​ຂອງ​ສາ​ນຸ​ສິດ​ຂອງ​ເຮົາ​ຄື​ກັນ; ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ເຮົາ​ບໍ່​ໄດ້​ກ່າວ ກໍ​ໃຫ້​ເຈົ້າ​ຕັດ​ສິນ​ເອງ; ເພາະ​ວ່າ​ເຈົ້າ​ຈະ​ຮູ້​ຈັກ​ວ່າ ແມ່ນ​ເຮົາ​ນີ້​ແຫລະ​ຄື​ຜູ້​ກ່າວ​ໃນ ວັນ​ສຸດ​ທ້າຍ​ນັ້ນ.

11 ແຕ່​ວ່າ​ຄົນ​ທີ່ ເຊື່ອ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ມາ​ນີ້, ເຮົາ​ຈະ​ໄປ​ຢ້ຽມ​ຢາມ​ເຂົາ​ດ້ວຍ​ການ​ສະແດງ​ວິນ​ຍານ​ຂອງ​ເຮົາ​ໃຫ້​ປະຈັກ, ແລ້ວ​ເຂົາ​ຈະ​ຮູ້​ຈັກ ແລະ ເປັນ​ພະຍານ. ເປັນ​ຍ້ອນ​ວິນ​ຍານ​ຂອງ​ເຮົາ ເຂົາ​ຈຶ່ງ​ຈະ ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້​ວ່າ​ເປັນ ຄວາມ​ຈິງ; ເພາະ​ວ່າ​ມັນ​ຈະ​ຊັກ​ຊວນ​ໃຫ້​ມະນຸດ​ສ້າງ​ຄວາມ​ດີ.

12 ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ຊັກ​ຊວນ​ມະນຸດ​ໃຫ້​ສ້າງ​ຄວາມ​ດີ​ນັ້ນ​ມາ​ຈາກ​ເຮົາ; ເພາະ​ວ່າ ຄວາມ​ດີ​ບໍ່​ໄດ້​ມາ​ຈາກ​ຜູ້​ໃດ​ນອກ​ຈາກ​ມາ​ຈາກ​ເຮົາ​ເທົ່າ​ນັ້ນ. ເຮົາ​ຄື​ຜູ້​ດຽວ​ກັນ​ກັບ​ຜູ້​ທີ່​ນຳ​ພາ​ມະນຸດ​ໄປ​ຫາ​ຄວາມ​ດີ​ທັງ​ໝົດ; ຄົນທີ່ ບໍ່​ເຊື່ອ​ໃນ​ຄຳ​ຂອງ​ເຮົາ​ຈະ​ບໍ່​ເຊື່ອ​ໃນ​ເຮົາ ວ່າ​ເຮົາ​ຊົງ​ພຣະ​ຊົນ​ຢູ່; ແລະ ຄົນທີ່​ບໍ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ເຊື່ອ​ໃນ​ພຣະ​ບິດາ​ຜູ້​ສົ່ງ​ເຮົາ​ມາ. ເພາະ​ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ບິດາ, ເຮົາ​ຄື ຄວາມ​ສະ​ຫວ່າງ, ແລະ ຊີ​ວິດ ແລະ ຄວາມ​ຈິງ​ຂອງ​ໂລກ.

13 ຈົ່ງ ມາ​ຫາ​ເຮົາ, ໂອ້ ເຈົ້າ​ຄົນ​ຕ່າງ​ຊາດ​ເອີຍ, ແລະ ເຮົາ​ຈະ​ສະແດງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ກວ່າ​ນີ້​ແກ່​ເຈົ້າ​ຄື, ຄວາມ​ຮູ້​ທີ່​ຖືກ​ເຊື່ອງ​ໄວ້​ຍ້ອນ​ວ່າ​ຄວາມ​ບໍ່​ເຊື່ອ​ຖື.

14 ຈົ່ງ​ມາ​ຫາ​ເຮົາ, ໂອ້ ເຈົ້າ​ເຊື້ອ​ສາຍ​ອິດສະ​ຣາເອນ​ເອີຍ, ແລະ ສິ່ງ​ທີ່​ຍິ່ງ​ໃຫຍ່​ຊຶ່ງ​ພຣະ​ບິດາ​ໄດ້​ເກັບ​ກຳ​ໄວ້​ໃຫ້​ເຈົ້າ​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ ຈະ​ຖືກ ສະແດງ​ໃຫ້​ປະຈັກ​ແກ່​ເຈົ້າ, ແລະ ມັນ​ຍັງ​ບໍ່​ໄດ້​ມາ​ຫາ​ເຈົ້າ​ເທື່ອ​ຍ້ອນ​ວ່າ​ຄວາມ​ບໍ່​ເຊື່ອ​ຖື.

15 ຈົ່ງ​ເບິ່ງ, ເວລາ​ເຈົ້າ​ເປີດ​ມ່ານ​ຂອງ​ຄວາມ​ບໍ່​ເຊື່ອ​ຖື​ນັ້ນ​ອອກ ຊຶ່ງ​ເຮັດ​ໃຫ້​ເຈົ້າ​ຄົງ​ຢູ່​ໃນ​ສະພາບ​ອັນ​ເປັນ​ຕາ​ຢ້ານ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ, ແລະ ຄວາມ​ມືດ​ມົວ​ຂອງ​ຈິດ​ໃຈ ເວລາ​ນັ້ນ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ ຊຶ່ງ​ຖືກ ເຊື່ອງ​ໄວ້​ບໍ່​ໃຫ້​ເຈົ້າ​ເຫັນ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ—​ແທ້​ຈິງ​ແລ້ວ, ເວລາ​ເຈົ້າ​ເອີ້ນ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ, ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ເວລາ​ນັ້ນ​ເຈົ້າ​ຈະ​ຮູ້​ຈັກ​ວ່າ ພຣະ​ບິດາ​ໄດ້​ນຶກ​ເຖິງ​ພັນທະ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ.

16 ແລະ ເວລາ​ນັ້ນ ການ​ເປີດ​ເຜີຍ​ຂອງ​ເຮົາ​ຊຶ່ງ​ເຮົາ​ໃຫ້​ໂຢຮັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຂຽນ​ໄວ້​ຈະ​ຖືກ​ເປີດ​ອອກ​ຕໍ່​ສາຍ​ຕາ​ຂອງ​ຜູ້​ຄົນ​ທັງ​ໝົດ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ເວລາ​ເຈົ້າ​ຈະ​ເຫັນ​ສິ່ງ​ເຫລົ່າ​ນີ້​ແລ້ວ ເຈົ້າ​ຈະ​ຮູ້​ຈັກ​ວ່າ ເວລາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ​ທີ່​ມັນ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ​ໂດຍ​ຢ່າງ​ແທ້​ຈິງ.

17 ສະນັ້ນ , ເວລາ​ເຈົ້າ​ຈະ​ໄດ້​ຮັບ​ບັນ​ທຶກ​ນີ້ ເຈົ້າ​ຈະ​ຮູ້​ຈັກ​ວ່າ ວຽກ​ງານ​ຂອງ​ພຣະ​ບິດາ​ໄດ້​ເລີ່ມ​ຕົ້ນ​ທົ່ວ​ຜືນ​ແຜ່ນ​ດິນ​ແລ້ວ.

18 ສະນັ້ນ, ຈົ່ງ ກັບ​ໃຈ ເຈົ້າ​ທັງ​ຫລາຍ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ, ແລະ ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ຮັບ ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ; ເພາະ​ວ່າ​ຄົນ​ທີ່​ເຊື່ອ ແລະ ຮັບ​ບັບຕິ​ສະມາ ຈະ​ລອດ, ແຕ່​ຄົນ​ທີ່​ບໍ່​ເຊື່ອ​ຈະ​ອັບ​ປະ​ໂຫຍດ; ແລະ ເຄື່ອງ​ໝາຍ​ຈະ​ຕິດ​ຕາມ​ຄົນ​ທີ່​ເຊື່ອ​ໃນ​ນາມ​ຂອງ​ເຮົາ.

19 ແລະ ຄົນທີ່​ຖືກ​ພົບ​ວ່າ ຊື່​ສັດ​ຕໍ່​ນາມ​ຂອງ​ເຮົາ​ຍ່ອມ​ເປັນ​ສຸກ​ໃນ​ວັນ​ສຸດ​ທ້າຍ, ເພາະ​ວ່າ​ເຂົາ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ຢູ່​ໃນ​ອາ​ນາ​ຈັກ ຊຶ່ງ​ໄດ້​ຕຽມ​ໄວ້​ແລ້ວ​ໃຫ້​ເຂົາ ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ. ແລະ ຈົ່ງ​ເບິ່ງ ເຮົາ​ຄື​ຜູ້​ທີ່​ກ່າວ​ມັນ. ອາແມນ.