ພຣະ​ຄຳ​ພີ
ອີເທີ 13


ບົດ​ທີ 13

ອີເທີ​ເວົ້າ​ກ່ຽວ​ກັບ​ເຢຣູ​ຊາເລັມ​ໃໝ່​ທີ່​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ອາ​ເມ​ຣິ​ກາ​ໂດຍ​ລູກ​ຫລານ​ຂອງ​ໂຢເຊັບ—ເພິ່ນ​ທຳ​ນາຍ, ຖືກ​ຂັບ​ໄລ່, ຂຽນ​ປະຫວັດ​ສາດ​ຂອງ​ຊາວ​ຢາເຣັດ​ໄວ້, ແລະ ບອກ​ລ່ວງ​ໜ້າ​ເຖິງ​ການ​ທຳ​ລາຍ​ຂອງ​ຊາວ​ຢາເຣັດ—ສົງ​ຄາມ​ເກີດ​ຂຶ້ນ​ທົ່ວ​ແຜ່ນ​ດິນ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ຈະ​ເລີ່ມ​ເຮັດ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ຈົບ ຊຶ່ງ​ມັນ​ກ່ຽວ​ກັບ​ຄວາມ​ພິນາດ​ຂອງ​ຜູ້​ຄົນ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ມາ.

2 ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ບໍ່​ຍອມ​ຮັບ​ຄຳ​ທັງ​ໝົດ​ຂອງ​ອີເທີ; ເພາະ​ວ່າ​ເພິ່ນ​ໄດ້​ບອກ​ພວກ​ເຂົາ​ແທ້ໆ​ເຖິງ​ເລື່ອງ​ທັງ​ໝົດ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ມະນຸດ​ເປັນ​ຕົ້ນ​ມາ; ແລະ ວ່າ​ຫລັງ​ຈາກ​ນ້ຳ ແຫ້ງ​ລົງ​ຈາກ​ແຜ່ນດິນ​ນີ້​ແລ້ວ ມັນ​ກໍ​ກາຍ​ມາ​ເປັນ​ແຜ່ນ​ດິນ​ທີ່​ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນໆ​ທັງ​ໝົດ, ເປັນ​ແຜ່ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ໄວ້; ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ມີ​ພຣະ​ປະສົງ​ທີ່​ຈະ​ໃຫ້​ທຸກ​ຄົນ​ທີ່​ຢູ່​ໃນ​ຜືນ​ແຜ່ນ​ດິນ​ນີ້ ຮັບ​ໃຊ້​ພຣະ​ອົງ;

3 ແລະ ວ່າ​ມັນ​ຈະ​ເປັນ​ບ່ອນ​ຕັ້ງ​ຂອງ​ເມືອງ ເຢຣູ​ຊາເລັມ​ໃໝ່, ຊຶ່ງ​ຈະ ລົງ​ມາ​ຈາກ​ສະຫວັນ, ແລະ ເປັນ​ບ່ອນ​ລີ້​ໄພ​ອັນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

4 ຈົ່ງ​ເບິ່ງ, ອີເທີ​ໄດ້​ເຫັນ​ວັນ​ເວລາ​ຂອງ​ພຣະ​ຄຣິດ, ແລະ ເພິ່ນ​ໄດ້​ເວົ້າ​ກ່ຽວ​ກັບ​ເມືອງ ເຢຣູ​ຊາເລັມ​ໃໝ່​ຢູ່​ໃນ​ແຜ່ນ​ດິນ​ນີ້.

5 ແລະ ເພິ່ນ​ໄດ້​ເວົ້າ​ກ່ຽວ​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ນຳ​ອີກ, ແລະ ເຢຣູ​ຊາເລັມ​ຊຶ່ງ​ຈາກ​ທີ່​ນັ້ນ ລີໄຮ​ຈະ​ອອກ​ມາ—​ຫລັງ​ຈາກ​ທີ່​ມັນ​ຖືກ​ທຳ​ລາຍ​ແລ້ວ ມັນ​ຈະ​ຖືກ​ສ້າງ​ຂຶ້ນ​ຄືນ​ອີກ​ໃຫ້​ເປັນ ນະຄອນ​ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ນັ້ນ​ຈະ​ເປັນ​ເຢຣູ​ຊາເລັມ​ໃໝ່​ບໍ່​ໄດ້ ເພາະ​ວ່າ​ມັນ​ເປັນ​ມາ​ແລ້ວ​ໃນ​ສະ​ໄໝ​ກ່ອນ; ແຕ່​ວ່າ​ມັນ​ຈະ​ຖືກ​ສ້າງ​ຄືນ​ອີກ, ແລະ ກາຍ​ເປັນ​ນະຄອນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ມັນ​ຈະ​ຖືກ​ສ້າງ​ໃຫ້​ແກ່​ເຊື້ອ​ສາຍ​ອິດສະ​ຣາເອນ—

6 ແລະ ວ່າ​ເມືອງ ເຢຣູ​ຊາເລັມ​ໃໝ່​ຈະ​ຖືກ​ສ້າງ​ຂຶ້ນ​ຢູ່​ໃນ​ແຜ່ນ​ດິນ​ນີ້​ໃຫ້​ແກ່​ລູກ​ຫລານ​ຂອງ ໂຢເຊັບ​ທີ່​ເຫລືອ​ຢູ່, ຊຶ່ງ​ສິ່ງ​ເຫລົ່າ​ນີ້​ມັນ​ມີ ແບບ​ຢ່າງ​ມາ​ແລ້ວ.

7 ເພາະ​ວ່າ​ດັ່ງ​ທີ່​ໂຢເຊັບ​ໄດ້​ນຳ​ເອົາ​ບິດາ​ຂອງ​ເພິ່ນ​ໄປ​ຫາ​ແຜ່ນ​ດິນ ເອຢິບ, ແລະ ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ; ດັ່ງ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ນຳ​ເອົາ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ໂຢເຊັບ​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ, ເພື່ອ​ພຣະ​ອົງ​ຈະ​ໄດ້​ເມດ​ຕາ​ລູກ​ຫລານ​ຂອງ​ໂຢເຊັບ ເພື່ອ​ພວກ​ເຂົາ​ຈະ​ບໍ່ ຕາຍ​ດັ່ງ​ທີ່​ພຣະ​ອົງ​ໄດ້​ເມດ​ຕາ​ບິດາ​ຂອງ​ໂຢເຊັບ ເພື່ອ​ເພິ່ນ​ຈະ​ບໍ່​ຕາຍ.

8 ດັ່ງ​ນັ້ນ, ເຊື້ອ​ສາຍ​ທີ່​ເຫລືອ​ຢູ່​ຂອງ​ໂຢເຊັບ​ຈະ​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ ແຜ່ນ​ດິນ​ນີ້; ແລະ ມັນ​ຈະ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ຈະ​ສ້າງ​ນະຄອນ​ສັກ​ສິດ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຄື​ກັນ​ກັບ​ເມືອງ​ເຢຣູ​ຊາເລັມ​ໃນ​ສະ​ໄໝ​ກ່ອນ; ແລະ ພວກ​ເຂົາ​ຈະ​ບໍ່​ສັບ​ສົນ​ອີກ ຕໍ່​ໄປ, ຈົນ​ກວ່າ​ທີ່​ສຸດ​ຈະ​ມາ​ເຖິງ​ເມື່ອ​ແຜ່ນ​ດິນ​ໂລກ​ຈະ​ສິ້ນ​ໄປ.

9 ແລະ ມັນ​ຈະ​ເປັນ​ສະຫວັນ ໃໝ່ ແລະ ແຜ່ນ​ດິນ​ໂລກ​ໃໝ່; ແລະ ມັນ​ຈະ​ເປັນ​ຄື​ຂອງ​ເກົ່າ ແຕ່​ວ່າ​ຂອງ​ເກົ່າ​ໄດ້​ສູນ​ສິ້ນ​ໄປ​ແລ້ວ, ແລະ ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ເປັນ​ຂອງ​ໃໝ່​ໝົດ.

10 ແລະ ຈາກ​ນັ້ນ​ເຢຣູ​ຊາເລັມ​ໃໝ່​ຈະ​ມາ; ແລະ ຜູ້​ທີ່​ອາ​ໄສ​ຢູ່​ໃນ​ນັ້ນ​ຍ່ອມ​ເປັນ​ສຸກ, ເພາະ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກ​ເຂົາ ຂາວ​ສະອາດ​ແລ້ວ​ໂດຍ​ທາງ​ໂລ​ຫິດ​ຂອງ​ພຣະ​ເມສາ​ນ້ອຍ; ແລະ ເຂົາ​ຄື​ພວກ​ທີ່​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ລູກ​ຫລານ​ທີ່​ເຫລືອ​ຢູ່​ຂອງ​ໂຢເຊັບ, ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ.

11 ແລະ ຈາກ​ນັ້ນ ເຢຣູ​ຊາເລັມ​ເກົ່າ​ຈະ​ມາ​ອີກ; ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ໄດ້​ຮັບ​ການ​ຊຳລະ​ລ້າງ​ໃຫ້​ຂາວ​ສະອາດ​ແລ້ວ​ດ້ວຍ​ໂລ​ຫິດ​ຂອງ​ພຣະ​ເມສາ​ນ້ອຍ; ແລະ ເຂົາ​ຄື​ພວກ​ທີ່​ໄດ້​ກະ​ຈັດ​ກະ​ຈາຍ​ກັນ​ໄປ ແລະ ຖືກ ເຕົ້າ​ໂຮມ​ເຂົ້າມາ​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຈາກ​ແຜ່ນ​ດິນ​ທາງ ເໜືອ ແລະ ເປັນ​ຜູ້​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ພັນທະ​ສັນ​ຍາ​ຊຶ່ງ​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ ອັບ​ຣາ​ຮາມ, ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ສຳ​ເລັດ.

12 ແລະ ເວລາ​ທີ່​ສິ່ງ​ເຫລົ່າ​ນີ້​ມາ​ເຖິງ, ມັນ​ຍ່ອມ​ເຮັດ​ໃຫ້​ຂໍ້​ຄວາມ​ພຣະ​ຄຳ​ພີ​ບັງ​ເກີດ​ຂຶ້ນ​ມາ, ຊຶ່ງ​ກ່າວ​ໄວ້​ວ່າ, ຜູ້​ເປັນ ຕົ້ນ​ຈະ​ເປັນ​ປາຍ, ແລະ ຜູ້​ເປັນ​ປາຍ​ຈະ​ເປັນ​ຕົ້ນ.

13 ແລະ ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ຂຽນ​ຕື່ມ​ອີກ​ແຕ່​ວ່າ​ຖືກ​ຫ້າມ​ໄວ້; ຄຳ​ທຳ​ນາຍ​ຂອງ​ອີເທີ​ນັ້ນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ແທ້ໆ; ແຕ່​ພວກ​ເຂົາ​ກໍ​ຖື​ວ່າ ມັນ​ບໍ່​ມີ​ຄຸນ​ຄ່າ​ຫຍັງ​ໝົດ, ແລະ ພວກ​ເຂົາ​ໄດ້​ຂັບ​ໄລ່​ເພິ່ນ​ອອກ​ໄປ ແລະ ເພິ່ນ​ໄດ້​ໄປ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ​ໃນ​ຕອນ​ກາງ​ເວັນ, ແລະ ໃນ​ຕອນ​ກາງ​ຄືນ ເພິ່ນ​ໄດ້​ອອກ​ໄປ​ເບິ່ງ​ສິ່ງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ກັບ​ຜູ້​ຄົນ.

14 ແລະ ໃນ​ເວລາ​ທີ່​ເພິ່ນ​ລີ້​ຢູ່​ໃນ​ຖ້ຳ​ນັ້ນ, ເພິ່ນ​ໄດ້​ເຮັດ​ບັນ​ທຶກ​ທີ່​ເຫລືອ​ຢູ່​ນີ້, ໂດຍ​ເຫັນ​ຄວາມ​ພິນາດ​ທີ່​ເກີດ​ກັບ​ຜູ້​ຄົນ​ໃນ​ຕອນ​ກາງ​ຄືນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ດຽວ​ກັນ​ກັບ​ປີ​ທີ່​ເພິ່ນ​ຖືກ​ຂັບ​ໄລ່​ອອກ​ຈາກ​ບັນ​ດາ​ຜູ້​ຄົນ ມັນ​ເລີ່ມ​ມີ​ສົງ​ຄາມ​ໃຫຍ່​ໃນ​ບັນ​ດາ​ຜູ້​ຄົນ, ເພາະ​ວ່າ​ມີ​ຫລາຍ​ຄົນ​ຊຶ່ງ​ເປັນ​ພວກ​ຍິ່ງ​ໃຫຍ່​ລຸກ​ຂຶ້ນ, ແລະ ພະ​ຍາ​ຍາມ​ທຳ​ລາຍ​ໂຄ​ຣິ​ອານ​ທະ​ເມີ​ໂດຍ​ໃຊ້​ແຜນ​ລັບ​ທີ່​ຊົ່ວ​ຮ້າຍ ຊຶ່ງ​ໄດ້​ກ່າວ​ມາ​ແລ້ວ.

16 ແລະ ບັດ​ນີ້​ໂຄ​ຣິ​ອານ​ທະ​ເມີ, ໂດຍ​ທີ່​ຕົນ​ເອງ​ໄດ້​ຮຽນ​ຮູ້​ວິ​ທີ​ການ​ຂອງ​ສົງ​ຄາມ​ທັງ​ໝົດ, ແລະ ເລ່​ຫລ່ຽມ​ທັງ​ໝົດ​ຂອງ​ໂລກ, ດັ່ງ​ນັ້ນ​ລາວ​ຈຶ່ງ​ໄດ້​ສູ້​ຮົບ​ກັບ​ພວກ​ທີ່​ພະ​ຍາ​ຍາມ​ທຳ​ລາຍ​ລາວ.

17 ແຕ່​ວ່າ​ລາວ​ບໍ່​ໄດ້​ກັບ​ໃຈ​ເລີຍ, ທັງ​ບໍ່​ມີ​ລູກ​ຊາຍ ຫລື ລູກ​ສາວ​ທີ່​ຈົບ​ງາມ​ຂອງ​ລາວ​ຄົນ​ໃດ​ກັບ​ໃຈ​ເລີຍ; ທັງ​ບໍ່​ມີ​ລູກ​ຊາຍ ຫລື ລູກ​ສາວ​ທີ່​ຈົບ​ງາມ​ຂອງ​ໂຄ​ຣິ​ຮໍ​ຄົນ​ໃດ​ກັບ​ໃຈ​ເລີຍ; ແລະ ໂດຍ​ສະ​ຫລຸບ, ບໍ່​ມີ​ລູກ​ຊາຍ ຫລື ລູກ​ສາວ​ທີ່​ຈົບ​ງາມ​ຂອງ​ຄົນ​ໃດ​ທັງ​ຜືນ​ແຜ່ນ​ດິນ​ໂລກ​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ​ເລີຍ.

18 ດັ່ງ​ນັ້ນ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທຳ​ອິດ​ທີ່​ອີເທີ​ອາ​ໄສ​ຢູ່​ໃນ​ຖ້ຳ​ນັ້ນ ມີ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຖືກ​ຂ້າ​ຕາຍ​ໂດຍ​ດາບ​ຂອງ ການ​ມົ້ວ​ສຸມ​ລັບ​ເຫລົ່າ​ນັ້ນ ໃນ​ການ​ຕໍ່​ສູ້​ກັບ​ໂຄ​ຣິ​ອານ​ທະ​ເມີ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຍຶດ​ເອົາ​ອາ​ນາ​ຈັກ​ໄປ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ລູກ​ຊາຍ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ໄດ້​ຕໍ່​ສູ້​ຢ່າງ​ດຸ​ເດືອດ ແລະ ໄດ້​ເສຍ​ເລືອດ​ເນື້ອ​ໄປ​ຢ່າງ​ຫລວງ​ຫລາຍ.

20 ແລະ ໃນ​ປີ​ທີ​ສອງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຫາ​ອີເທີ, ແລະ ສັ່ງ​ໃຫ້​ເພິ່ນ​ໄປ​ທຳນາຍ​ແກ່ ໂຄ​ຣິ​ອານ​ທະ​ເມີ​ວ່າ, ຖ້າ​ຫາກ​ລາວ ແລະ ຄົນ​ໃນ​ຄອບ​ຄົວ​ຂອງ​ລາວ​ທັງ​ໝົດ​ກັບ​ໃຈ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ອາ​ນາ​ຈັກ​ໃຫ້​ແກ່​ລາວ ແລະ ຈະ​ໄວ້​ຊີ​ວິດ​ຜູ້​ຄົນ—

21 ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ​ພ້ອມ​ກັບ​ຄົນ​ໃນ​ຄອບ​ຄົວ​ຂອງ​ລາວ ຍົກ​ເວັ້ນ​ແຕ່​ຕົວ​ລາວ​ເອງ. ແລະ ລາວ​ຈະ​ມີ​ຊີ​ວິດ​ຢູ່​ເພື່ອ​ຈະ​ໄດ້​ເຫັນ​ຄຳ​ທຳ​ນາຍ​ສຳ​ເລັດ ຊຶ່ງ​ມີ​ເວົ້າ​ໄວ້​ກ່ຽວ​ກັບ​ຜູ້​ຄົນ​ອີກ ພວກ​ໜຶ່ງ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ດິນ​ມາ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ຈະ​ເປັນ​ຜູ້​ຝັງ​ສົບ​ຂອງ​ໂຄ​ຣິ​ອານ​ທະ​ເມີ; ແລະ ທຸກ​ຄົນ​ຈະ​ຖືກ​ທຳ​ລາຍ​ໄປ​ຍົກ​ເວັ້ນ​ແຕ່ ໂຄ​ຣິ​ອານ​ທະ​ເມີ​ຄົນ​ດຽວ​ເທົ່າ​ນັ້ນ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ບໍ່​ໄດ້​ກັບ​ໃຈ​ເລີຍ, ທັງ​ຄົນ​ໃນ​ຄອບ​ຄົວ​ຂອງ​ລາວ ແລະ ທັງ​ຜູ້​ຄົນ​ກໍ​ບໍ່​ໄດ້​ກັບ​ໃຈ; ແລະ ສົງ​ຄາມ​ກໍ​ບໍ່​ໄດ້​ຢຸດ​ຕິ​ລົງ, ແລະ ພວກ​ເຂົາ​ພະ​ຍາ​ຍາມ​ທີ່​ຈະ​ຂ້າ​ອີເທີ, ແຕ່​ວ່າ​ເພິ່ນ​ໄດ້​ໜີ​ໄປ​ກ່ອນ​ພວກ​ເຂົາ ແລະ ໄດ້​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ​ອີກ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຊ​ເຣັດ​ໄດ້​ຍົກ​ທັບ​ມາ, ແລະ ລາວ​ໄດ້​ເຂົ້າ​ມາ​ສູ້​ຮົບ​ກັບ​ໂຄ​ຣິ​ອານ​ທະ​ເມີ​ອີກ; ແລະ ລາວ​ໄດ້​ຮັບ​ໄຊ​ຊະນະ, ເຖິງ​ຂະ​ໜາດ​ທີ່​ໃນ​ປີ​ທີ​ສາມ ລາວ​ໄດ້​ເອົາ​ໂຄ​ຣິ​ອານ​ທະ​ເມີ​ມາ​ເປັນ​ຊະ​ເລີຍ.

24 ແລະ ໃນ​ປີ​ທີ​ສີ່ ລູກ​ຊາຍ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ໄດ້​ເອົາ​ຊະນະ​ເຊ​ເຣັດ, ແລະ ໄດ້​ຍຶດ​ເອົາ​ອາ​ນາ​ຈັກ​ຄືນ​ມາ​ໃຫ້​ບິດາ​ຂອງ​ຕົນ​ອີກ.

25 ບັດ​ນີ້​ມັນ​ໄດ້​ມີ​ສົງ​ຄາມ​ເກີດ​ຂຶ້ນ​ທົ່ວ​ຜືນ​ແຜ່ນ​ດິນ, ທຸກ​ຄົນ​ພ້ອມ​ດ້ວຍ​ພັກ​ຂອງ​ຕົນ​ກໍ​ໄດ້​ຕໍ່​ສູ້​ເພື່ອ​ສິ່ງ​ທີ່​ຕົນ​ປາດ​ຖະ​ໜາ.

26 ແລະ ໂດຍ​ສະ​ຫລຸບ, ມັນ​ມີ​ພວກ​ໂຈນ ແລະ ມີ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ​ຢູ່​ທົ່ວ​ຜືນ​ແຜ່ນ​ດິນ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ຄຽດ​ແຄ້ນ​ໃຫ້​ເຊ​ເຣັດ​ຫລາຍ​ທີ່​ສຸດ, ແລະ ລາວ​ໄດ້​ຍົກ​ທັບ​ໄປ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ລາວ ເພື່ອ​ໄປ​ສູ້​ຮົບ; ແລະ ທັງ​ສອງ​ໄດ້​ປະ​ທະ​ກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ອັນ​ຮ້າຍ​ແຮງ; ແລະ ທັງ​ສອງ​ໄດ້​ປະ​ທະ​ກັນ​ໃນ​ຮ່ອມ​ພູ​ກິນ​ການ; ແລະ ການ​ສູ້​ຮົບ​ນັ້ນ​ກັບ​ມາ​ຮ້າຍ​ແຮງ​ທີ່​ສຸດ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຊ​ເຣັດ​ໄດ້​ຕໍ່​ສູ້​ເປັນ​ເວລາ​ສາມ​ມື້. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ເອົາ​ຊະນະ​ລາວ, ແລະ ໄດ້​ຕິດ​ຕາມ​ລາວ​ໄປ​ຈົນ​ວ່າ​ໄປ​ຮອດ​ທົ່ງ​ພຽງ​ເຮ​ຊະ​ລອນ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຊ​ເຣັດ​ໄດ້​ສູ້​ຮົບ​ກັບ​ລາວ​ອີກ​ໃນ​ທົ່ງ​ພຽງ​ນັ້ນ; ແລະ ຈົ່ງ​ເບິ່ງ, ລາວ​ໄດ້​ເອົາ​ຊະນະ​ໂຄ​ຣິ​ອານ​ທະ​ເມີ, ແລະ ໄດ້​ຂັບ​ໄລ່​ລາວ​ໃຫ້​ຄືນ​ໄປ​ຫາ​ຮ່ອມ​ພູ​ກິນ​ການ​ອີກ.

30 ແລະ ໂຄ​ຣິ​ອານ​ທະ​ເມີ​ໄດ້​ສູ້​ຮົບ​ກັບ​ເຊ​ເຣັດ​ອີກ​ໃນ​ຮ່ອມ​ພູ​ກິນ​ການ, ຊຶ່ງ​ລາວ​ໄດ້​ຮັບ​ໄຊ​ຊະນະ ແລະ ລາວ​ໄດ້​ຂ້າ​ເຊ​ເຣັດ.

31 ແລະ ເຊ​ເຣັດ​ໄດ້​ເຮັດ​ໃຫ້​ໂຄ​ຣິ​ອານ​ທະ​ເມີ​ໄດ້​ຮັບ​ບາດ​ເຈັບ​ທີ່​ກົກ​ຂາ, ຈົນ​ວ່າ​ລາວ​ບໍ່​ໄດ້​ອອກ​ໄປ​ສູ້​ຮົບ​ອີກ​ເປັນ​ເວລາ​ສອງ​ປີ, ຊຶ່ງ​ໃນ​ໄລ​ຍະ​ເວລາ​ນັ້ນ​ຜູ້​ຄົນ​ທັງ​ໝົດ​ໃນ​ຜືນ​ແຜ່ນ​ດິນ​ກຳ​ລັງ​ຂ້າ​ຟັນ​ກັນ​ຢູ່, ແລະ ບໍ່​ມີ​ຜູ້​ໃດ​ຫ້າມ​ປາມ​ພວກ​ເຂົາ​ເລີຍ.