ພຣະ​ຄຳ​ພີ
ອີເທີ 10


ບົດ​ທີ 10

ກະສັດ​ຜູ້​ໜຶ່ງ​ຂຶ້ນ​ປົກ​ຄອງ​ແທນ​ກະສັດ​ອີກ​ຜູ້​ໜຶ່ງ​ຕໍ່ໆ​ກັນ​ໄປ—ກະສັດ​ບາງ​ຄົນ​ຊອບ​ທຳ; ບາງ​ຄົນ​ກໍ​ຊົ່ວ—ເວລາ​ມີ​ຄວາມ​ຊອບ​ທຳ ຜູ້​ຄົນ​ກໍ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ໄດ້​ຮັບ​ພອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຊັດ ຜູ້​ສືບ​ຕະ​ກຸນ​ຂອງ​ເຫັດ—ເພາະ​ເຫັດ​ໄດ້​ຕາຍ​ໄປ​ດ້ວຍ​ຄວາມ​ອຶດ​ຢາກ​ກັບ​ຄົນ​ໃນ​ຄອບ​ຄົວ​ຂອງ​ລາວ​ທັງ​ໝົດ ນອກ​ຈາກ​ເຊັດ​ຄົນ​ດຽວ​ເທົ່າ​ນັ້ນ—ດັ່ງ​ນັ້ນ, ເຊັດ​ຈຶ່ງ​ໄດ້​ເລີ່ມ​ຕົ້ນ​ສ້າງ​ຜູ້​ຄົນ​ຜູ້​ທີ່​ຊຸດ​ໂຊມ​ຄືນ​ອີກ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຊັດ​ໄດ້​ລະ​ນຶກ​ເຖິງ​ຄວມ​ພິນາດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ລາວ; ແລະ ລາວ​ໄດ້​ສ້າງ​ອາ​ນາ​ຈັກ​ອັນ​ຊອບ​ທຳ​ຂຶ້ນ; ເພາະ​ວ່າ​ລາວ​ຈື່​ຈຳ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ໃນ​ການ​ນຳ​ພາ​ຢາເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ ຂ້າມ​ຄວາມ​ເລິກ​ຂອງ​ທະເລ​ມາ; ແລະ ລາວ​ໄດ້​ເດີນ​ໃນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ລາວ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ.

3 ແລະ ລູກ​ຊາຍ​ກົກ​ຂອງ​ລາວ​ຊື່​ວ່າ ເຊັດ, ໄດ້​ກະ​ບົດ​ຕໍ່​ລາວ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຊັດ​ໄດ້​ຖືກ​ຂ້າ​ດ້ວຍ​ມື​ຂອງ​ໂຈນ, ເພາະ​ຂອງ​ມີ​ຄ່າ​ອັນ​ຫລວງ​ຫລາຍ​ຂອງ​ລາວ, ຊຶ່ງ​ໄດ້​ນຳ​ສັນ​ຕິ​ສຸກ​ມາ​ສູ່​ບິດາ​ຂອງ​ລາວ​ອີກ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບິດາ​ຂອງ​ລາວ​ໄດ້​ສ້າງ​ຫລາຍ​ເມືອງ​ຂຶ້ນ​ໃນ​ຜືນ​ແຜ່ນ​ດິນ, ແລະ ຜູ້​ຄົນ​ເລີ່ມ​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ອີກ. ແລະ ເຊັດ​ໄດ້​ມີ​ຊີ​ວິດ​ຢູ່​ດົນ​ນານ​ທີ່​ສຸດ; ແລະ ລາວ​ໄດ້​ມີ​ລູກ​ຊາຍ​ຄົນ​ໜຶ່ງ​ຊື່ ຣິບລາ​ຄິດ. ແລະ ລາວ​ໄດ້​ສິ້ນ​ຊີ​ວິດ​ໄປ, ແລະ ຣິບລາ​ຄິດ​ໄດ້​ຂຶ້ນ​ປົກ​ຄອງ​ແທນ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຣິບລາ​ຄິດ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ, ຍ້ອນ​ວ່າ​ລາວ​ມີ​ມະ​ເຫ​ສີ ແລະ ນາງ​ສະ​ໜົມ​ຫລາຍ​ຄົນ, ແລະ ໄດ້​ວາງ​ພາລະ​ອັນ​ເຫລືອ​ທີ່​ຈະ​ທົນ​ໄດ້​ໃຫ້​ກັບ​ຜູ້​ຄົນ; ແທ້​ຈິງ​ແລ້ວ, ລາວ​ໄດ້​ເກັບ​ພາ​ສີ​ນຳ​ຜູ້​ຄົນ​ເຫລົ່າ​ນັ້ນ​ດ້ວຍ​ຄ່າ​ພາ​ສີ​ອັນ​ແພງ; ແລະ ດ້ວຍ​ພາ​ສີ​ນັ້ນ ລາວ​ຈຶ່ງ​ໄດ້​ສ້າງ​ອາ​ຄານ​ອັນ​ກວ້າງ​ໃຫຍ່​ຫລາຍ​ແຫ່ງ.

6 ແລະ ລາວ​ໄດ້​ສ້າງ​ບັນ​ລັງ​ອັນ​ງົດ​ງາມ​ທີ່​ສຸດ​ໃຫ້​ຕົນ​ເອງ ແລະ ໄດ້​ສ້າງ​ຄຸກ​ຫລາຍ​ແຫ່ງ​ນຳ​ອີກ, ແລະ ຄົນ​ໃດ​ທີ່​ບໍ່​ຍອມ​ເສຍ​ພາ​ສີ ລາວ​ກໍ​ເອົາ​ເຂົາ​ເຂົ້າ​ຄຸກ; ແລະ ຄົນ​ໃດ​ທີ່​ບໍ່​ສາ​ມາດ​ເສຍ​ພາ​ສີ ລາວ​ກໍ​ເອົາ​ເຂົາ​ເຂົ້າ​ຄຸກ; ແລະ ລາວ​ໄດ້​ໃຫ້​ພວກ​ເຂົາ​ອອກ​ແຮງ​ງານ​ໜັກ​ຕະຫລອດ​ເວລາ​ເພື່ອ​ລ້ຽງ​ຕົນ; ແລະ ຄົນ​ໃດ​ທີ່​ບໍ່​ຍອມ​ອອກ​ແຮງ​ງານ ລາວ​ກໍ​ສັ່ງ​ໃຫ້​ຂ້າ​ຄົນ​ນັ້ນ​ຖິ້ມ.

7 ດັ່ງ​ນັ້ນ ລາວ​ຈຶ່ງ​ໄດ້​ສິ່ງ​ຂອງ​ດີໆ​ທັງ​ໝົດ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ຄຳ​ແນວ​ດີ​ຂອງ​ລາວ, ລາວ​ກໍ​ສັ່ງ​ໃຫ້​ຫລໍ່​ຫລອມ​ໃຫ້​ບໍ​ລິ​ສຸດ​ຢູ່​ໃນ​ຄຸກ; ແລະ ງານ​ຝີ​ມື​ດີ​ນາໆ​ຊະ​ນິດ ລາວ​ກໍ​ສັ່ງ​ໃຫ້​ເຮັດ​ຢູ່​ໃນ​ຄຸກ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ໄດ້​ຮັບ​ຄວາມ​ທຸກ​ຍາກ​ລຳ​ບາກ​ຫລາຍ​ເພາະ​ການ​ໂສ​ເພ​ນີ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ລາວ.

8 ແລະ ເມື່ອ​ລາວ​ປົກ​ຄອງ​ເປັນ​ເວລາ​ສີ່​ສິບ​ສອງ​ປີ ຜູ້​ຄົນ​ໄດ້​ລຸກ​ຂຶ້ນ​ໃນ​ການ​ກະ​ບົດ​ຕໍ່​ລາວ; ແລະ ມັນ​ເລີ່ມ​ມີ​ສົງ​ຄາມ​ເກີດ​ຂຶ້ນ​ອີກ​ໃນ​ແຜ່ນ​ດິນ, ເຖິງ​ຂະ​ໜາດ​ທີ່​ຣິບລາ​ຄິດ​ຖືກ​ຂ້າ​ຕາຍ, ແລະ ຜູ້​ສືບ​ຕະ​ກຸນ​ຂອງ​ລາວ​ກໍ​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນ​ດິນ​ໄປ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຫລາຍ​ປີ​ຜ່ານ​ໄປ, ໂມ​ຣິ​ອານ​ທັນ, (ໂດຍ​ທີ່​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ຣິບລາ​ຄິດ) ໄດ້​ເຕົ້າ​ໂຮມ​ກຳ​ລັງ​ທັບ​ຈາກ​ຜູ້​ຄົນ​ຜູ້​ທີ່​ຖືກ​ຂັບ​ໄລ່​ອອກ​ໄປ, ແລະ ໄດ້​ຍົກ​ໄປ​ສູ້​ຮົບ​ກັບ​ຜູ້​ຄົນ ແລະ ລາວ​ໄດ້​ຍຶດ​ເອົາ​ຫລາຍ​ຫົວ​ເມືອງ; ແລະ ສົງ​ຄາມ​ກັບ​ມາ​ຮ້າຍ​ແຮງ​ຫລາຍ​ຂຶ້ນ, ແລະ ມັນ​ໄດ້​ຄົງ​ຢູ່​ເປັນ​ເວລາ​ຫລາຍ​ປີ; ແລະ ລາວ​ໄດ້​ມີ​ອຳນາດ​ປົກ​ຄອງ​ທົ່ວ​ແຜ່ນ​ດິນ, ແລະ ໄດ້​ສະຖາ​ປະນາ​ຕົນ​ເອງ​ຂຶ້ນ​ເປັນ​ກະສັດ​ປົກ​ຄອງ​ທົ່ວ​ແຜ່ນ​ດິນ.

10 ແລະ ຫລັງ​ຈາກ​ທີ່​ລາວ​ໄດ້​ແຕ່ງ​ຕັ້ງ​ຕົນ​ເອງ​ເປັນ​ກະສັດ​ແລ້ວ, ລາວ​ໄດ້​ຫລຸດ​ຜ່ອນ​ພາ​ລະ​ຂອງ​ຜູ້​ຄົນ​ໃຫ້​ເບົາ​ບາງ​ລົງ, ຊຶ່ງ​ດ້ວຍ​ການ​ນີ້ ລາວ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ໃນ​ສາຍ​ຕາ​ຂອງ​ຜູ້​ຄົນ, ແລະ ພວກ​ເຂົາ​ໄດ້​ແຕ່ງ​ຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ຂອງ​ພວກ​ເຂົາ.

11 ແລະ ລາວ​ໄດ້​ໃຫ້​ຄວາມ​ຍຸດ​ຕິ​ທຳ​ແກ່​ຜູ້​ຄົນ, ແຕ່​ບໍ່​ໄດ້​ໃຫ້​ແກ່​ຕົວ​ເອງ ເພາະ​ການ​ໂສ​ເພ​ນີ​ຢ່າງ​ຫລວງ​ຫລາຍ​ຂອງ​ລາວ; ດັ່ງ​ນັ້ນ ລາວ​ຈຶ່ງ​ໄດ້​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ຣິ​ອານ​ທັນ​ໄດ້​ສ້າງ​ເມືອງ​ຫລາຍ​ເມືອງ​ຂຶ້ນ, ແລະ ຜູ້​ຄົນ​ກັບ​ມາ​ຮັ່ງ​ມີ​ເປັນ​ດີ​ຢ່າງ​ຍິ່ງ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ລາວ, ທັງ​ອາ​ຄານ ແລະ ຄຳ ແລະ ເງິນ, ແລະ ທາງ​ການ​ປູກ​ຝັງ​ພືດ​ພັນ​ທັນ​ຍາ​ຫານ, ແລະ ທາງ​ຝູງ​ສັດ​ລ້ຽງ, ແລະ ສັດ​ໃຊ້​ແຮງ​ງານ, ແລະ ສິ່ງ​ດັ່ງ​ກ່າວ​ຖືກ​ນຳ​ກັບ​ຄືນ​ມາ​ຫາ​ພວກ​ເຂົາ​ອີກ.

13 ແລະ ໂມ​ຣິ​ອານ​ທັນ​ໄດ້​ມີ​ຊີ​ວິດ​ຢູ່​ຢ່າງ​ຍາວ​ນານ, ແລະ ແລ້ວ​ລາວ​ໄດ້​ມີ​ລູກ​ຊາຍ​ຊື່​ວ່າ ຄິມ; ແລະ ຄິມ​ໄດ້​ປົກ​ຄອງ​ແທນ​ບິດາ​ຂອງ​ລາວ​ຢູ່​ແປດ​ປີ, ແລະ ບິດາ​ຂອງ​ລາວ​ກໍ​ໄດ້​ສິ້ນ​ຊີ​ວິດ​ໄປ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄິມ​ບໍ່​ໄດ້​ປົກ​ຄອງ​ດ້ວຍ​ຄວາມ​ຊອບ​ທຳ, ດັ່ງ​ນັ້ນ ລາວ​ຈຶ່ງ​ບໍ່​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

14 ແລະ ນ້ອງ​ຊາຍ​ຂອງ​ລາວ​ໄດ້​ລຸກ​ຂຶ້ນ​ໃນ​ການ​ກະ​ບົດ​ຕໍ່​ລາວ, ຊຶ່ງ​ດ້ວຍ​ການ​ນີ້ ລາວ​ຈຶ່ງ​ໄດ້​ເອົາ​ອ້າຍ​ມາ​ເປັນ​ຊະ​ເລີຍ; ແລະ ຄິມ​ໄດ້​ຄົງ​ຢູ່​ເປັນ​ຊະ​ເລີຍ​ຕະຫລອດ​ວັນ​ເວລາ​ຂອງ​ລາວ; ແລະ ລາວ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ​ໃນ​ຂະນະ​ທີ່​ເປັນ​ຊະ​ເລີຍ​ນັ້ນ, ແລະ ໃນ​ໄວ​ຊະ​ລາ​ຂອງ​ລາວ, ລາວ​ໄດ້​ມີ​ລູກ​ຊາຍ​ອີກ​ຊື່​ວ່າ ເລ​ວີ; ແລະ ຄິມ​ໄດ້​ສິ້ນ​ຊີ​ວິດ​ໄປ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເລວີ​ໄດ້​ເປັນ​ຊະ​ເລີຍ​ຫລັງ​ຈາກ​ບິດາ​ຂອງ​ລາວ​ເປັນ​ເວລາ​ສີ່​ສິບ​ສອງ​ປີ, ແລະ ລາວ​ໄດ້​ກໍ່​ສົງ​ຄາມ​ກັບ​ກະສັດ​ຂອງ​ແຜ່ນ​ດິນ, ດ້ວຍ​ເຫດ​ນີ້ ລາວ​ຈຶ່ງ​ໄດ້​ອາ​ນາ​ຈັກ​ມາ​ເປັນ​ຂອງ​ຕົນ.

16 ແລະ ຫລັງ​ຈາກ​ລາວ​ໄດ້​ອາ​ນາ​ຈັກ​ມາ​ເປັນ​ຂອງ​ຕົນ​ແລ້ວ ລາວ​ໄດ້​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຜູ້​ຄົນ​ຈຶ່ງ​ໄດ້​ຮຸ່ງ​ເຮືອງ​ຂຶ້ນ​ຢູ່​ໃນ​ແຜ່ນ​ດິນ; ແລະ ລາວ​ໄດ້​ມີ​ຊີ​ວິດ​ຢູ່​ຢ່າງ​ຍາວ​ນານ, ແລະ ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ; ແລະ ລາວ​ໄດ້​ມີ​ລູກ​ຊາຍ​ອີກ​ຊື່​ວ່າ ໂຄຣຳ, ຊຶ່ງ​ລາວ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ແທນ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄຣຳ​ເຮັດ​ແຕ່​ສິ່ງ​ທີ່​ດີ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕະຫລອດ​ວັນ​ເວລາ​ຂອງ​ລາວ; ແລະ ລາວ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ; ແລະ ຫລັງ​ຈາກ​ທີ່​ລາວ​ມີ​ຊີ​ວິດ​ຢູ່​ດົນ​ນານ​ແລ້ວ ລາວ​ກໍ​ໄດ້​ຈາກ​ໄປ​ຄື​ກັນ​ກັບ​ຄົນ​ອື່ນໆ​ຂອງ​ແຜ່ນ​ດິນ​ໂລກ; ແລະ ກີ​ເຊ​ໄດ້​ຂຶ້ນ​ປົກ​ຄອງ​ແທນ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກີ​ເຊ​ໄດ້​ຈາກ​ໄປ​ອີກ, ແລະ ລິບ​ໄດ້​ຂຶ້ນ​ປົກ​ຄອງ​ແທນ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລິບ​ເຮັດ​ສິ່ງ​ທີ່​ດີ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ກັນ. ແລະ ໃນ​ວັນ​ເວລາ​ຂອງ​ລິບ​ນັ້ນ​ງູ ພິດ​ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ. ດັ່ງ​ນັ້ນ ຜູ້​ຄົນ​ຈຶ່ງ​ໄດ້​ໄປ​ຫາ​ແຜ່ນ​ດິນ​ທາງ​ໃຕ້​ເພື່ອ​ຊອກ​ຫາ​ອາຫານ​ໃຫ້​ຜູ້​ຄົນ​ຂອງ​ແຜ່ນ​ດິນ, ເພາະ​ວ່າ​ແຜ່ນ​ດິນ​ນັ້ນ​ເຕັມ​ໄປ​ດ້ວຍ​ສັດ​ປ່າ. ແລະ ຕົວ​ລິບ​ເອງ​ກໍ​ກາຍ​ເປັນ​ນາຍ​ພານ​ໃຫຍ່​ຜູ້​ໜຶ່ງ.

20 ແລະ ພວກ​ເຂົາ​ໄດ້​ສ້າງ​ເມືອງ​ໃຫຍ່​ເມືອງ​ໜຶ່ງ​ຂຶ້ນ​ໃກ້​ກັບ​ຊ່ອງ​ແຄບ​ຂອງ​ແຜ່ນ​ດິນ​ໃກ້​ກັບ​ບ່ອນ​ຊຶ່ງ​ທະເລ​ແບ່ງ​ແຜ່ນ​ດິນ​ອອກ.

21 ແລະ ພວກ​ເຂົາ​ໄດ້​ປົກ​ປັກ​ຮັກ​ສາ​ແຜ່ນ​ດິນ​ທາງ​ໃຕ້​ໄວ້​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພື່ອ​ຈະ​ໄດ້​ສັດ​ໄວ້​ລ່າ. ແລະ ສ່ວນ​ແຜ່ນ​ດິນ​ທາງ​ເໜືອ​ນັ້ນ ເຕັມ​ໄປ​ດ້ວຍ​ຜູ້​ອາ​ໄສ​ຢູ່.

22 ແລະ ພວກ​ເຂົາ​ມີ​ການ​ອຸດ​ສາ​ຫະ​ກຳ​ຢ່າງ​ຍິ່ງ, ແລະ ພວກ​ເຂົາ​ໄດ້​ຊື້​ຂາຍ ແລະ ທຳ​ການ​ຄ້າ​ລະຫວ່າງ​ກັນ ເພື່ອ​ຈະ​ໄດ້​ຜົນ​ປະ​ໂຫຍດ.

23 ແລະ ພວກ​ເຂົາ​ໄດ້​ຂຸດ​ຄົ້ນ​ແຮ່​ນາໆ​ຊະ​ນິດ, ແລະ ໄດ້​ຫລໍ່​ຫລອມ​ຄຳ, ແລະ ເງິນ, ແລະ ເຫລັກ, ແລະ ທອງ​ເຫລືອງ, ແລະ ໂລ​ຫະ​ນາໆ​ຊະ​ນິດ; ແລະ ພວກ​ເຂົາ​ໄດ້​ຂຸດ​ຄົ້ນ​ມັນ​ຂຶ້ນ​ມາ​ຈາກ​ດິນ; ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ຄູນ​ດິນ​ຂຶ້ນ​ເປັນ​ກອງ​ໃຫຍ່​ເພື່ອ​ໃຫ້​ໄດ້​ແຮ່ ເປັນ​ຄຳ, ແລະ ເປັນ​ເງິນ, ແລະ ເປັນ​ເຫລັກ, ແລະ ເປັນ​ທອງ​ແດງ. ແລະ ພວກ​ເຂົາ​ໄດ້​ຜະ​ລິດ​ສິ່ງ​ອື່ນໆ​ອີກ​ຫລາຍ​ຢ່າງ.

24 ແລະ ພວກ​ເຂົາ​ໄດ້​ຕ່ຳ​ຜ້າ​ໄໝ ແລະ ຜ້າ​ລີ​ນິນ​ຕ່ຳ​ຢ່າງ​ດີ; ແລະ ພວກ​ເຂົາ​ໄດ້​ເຮັດ​ເສື້ອ​ຜ້າ​ຫລາຍ​ຊະ​ນິດ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຫຸ້ມ​ຫໍ່​ຄວາມ​ເປືອຍ​ເປົ່າ​ຂອງ​ພວກ​ເຂົາ.

25 ແລະ ພວກ​ເຂົາ​ໄດ້​ເຮັດ​ເຄື່ອງ​ມື​ນາໆ​ຊະ​ນິດ​ເພື່ອ​ໄຖ​ດິນ, ທັງ​ເພື່ອ​ຂຸດ ແລະ ເພື່ອ​ຫວ່ານ, ແລະ ເພື່ອ​ເກັບ​ກ່ຽວ ແລະ ເພື່ອ​ພວນ, ແລະ ເພື່ອ​ນວດ​ນຳ​ອີກ.

26 ແລະ ພວກ​ເຂົາ​ໄດ້​ເຮັດ​ເຄື່ອງ​ມື​ນາໆ​ຊະ​ນິດ ຊຶ່ງ​ພວກ​ເຂົາ​ໄດ້​ເຮັດ​ໂດຍ​ໃຊ້​ແຮງ​ງານ​ຂອງ​ສັດ​ຂອງ​ພວກ​ເຂົາ.

27 ແລະ ພວກ​ເຂົາ​ໄດ້​ສ້າງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ທຸກ​ຊະ​ນິດ. ແລະ ພວກ​ເຂົາ​ໄດ້​ເຮັດ​ວຽກ​ນາໆ​ຊະ​ນິດ​ດ້ວຍ​ຝີ​ມື​ແປກ​ຢ່າງ​ຍິ່ງ.

28 ແລະ ບໍ່​ເຄີຍ​ມີ​ຜູ້​ໃດ​ເລີຍ​ທີ່​ໄດ້​ຮັບ​ພອນ​ຫລາຍ​ກວ່າ​ພວກ​ເຂົາ, ແລະ ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ກວ່າ​ນີ້. ແລະ ພວກ​ເຂົາ​ໄດ້​ຢູ່​ໃນ​ແຜ່ນ​ດິນ​ທີ່​ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ທັງ​ສິ້ນ, ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນັ້ນ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລິບ​ມີ​ຊີ​ວິດ​ຢູ່​ຢ່າງ​ຍາວ​ນານ, ແລະ ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ; ແລະ ລາວ​ກໍ​ມີ​ລູກ​ຊາຍ​ອີກ​ຊື່​ວ່າ ຮີ​ອາ​ທຳ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຮີ​ອາ​ທຳ​ໄດ້​ປົກ​ຄອງ​ແທນ​ບິດາ​ຂອງ​ລາວ. ແລະ ເມື່ອ​ຮີ​ອາ​ທຳ​ໄດ້​ປົກ​ຄອງ​ຢູ່​ຊາວ​ສີ່​ປີ, ຈົ່ງ​ເບິ່ງ, ອາ​ນາ​ຈັກ​ຖືກ​ຍຶດ​ໄປ​ຈາກ​ລາວ. ແລະ ລາວ​ໄດ້​ຕົກ​ເປັນ​ຊະ​ເລີຍ​ຫລາຍ​ປີ, ແທ້​ຈິງ​ແລ້ວ, ແມ່ນ​ຕະຫລອດ​ວັນ​ເວລາ​ທີ່​ເຫລືອ​ຢູ່​ຂອງ​ລາວ.

31 ແລະ ລາວ​ໄດ້​ມີ​ລູກ​ຊາຍ​ຊື່​ວ່າ ເຫັດ, ແລະ ເຫັດ​ໄດ້​ໃຊ້​ຊີ​ວິດ​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ​ຕະຫລອດ​ວັນ​ເວລາ​ຂອງ​ລາວ. ແລະ ເຫັດ​ມີ​ລູກ​ຊື່​ວ່າ ອາໂຣນ, ແລະ ອາໂຣນ​ໄດ້​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ​ຕະຫລອດ​ວັນ​ເວລາ​ຂອງ​ລາວ​ຄື​ກັນ; ແລະ ລາວ​ມີ​ລູກ​ຊາຍ​ຊື່​ວ່າ ອາມ​ນີ​ແກ​ດາ, ແລະ ອາມ​ນີ​ແກ​ດາ​ກໍ​ໄດ້​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ​ຕະຫລອດ​ວັນ​ເວລາ​ຂອງ​ລາວ​ຄື​ກັນ; ແລະ ລາວ​ມີ​ລູກ​ຊາຍ​ຊື່​ວ່າ ໂຄ​ຣິ​ອານ​ທຳ, ແລະ ໂຄ​ຣິ​ອານ​ທຳ​ກໍ​ໄດ້​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ​ຕະຫລອດ​ວັນ​ເວລາ​ຂອງ​ລາວ​ຄື​ກັນ; ແລະ ລາວ​ມີ​ລູກ​ຊາຍ​ຊື່​ວ່າ ຄອມ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄອມ​ໄດ້​ຍຶດ​ເອົາ​ອາ​ນາ​ຈັກ​ໄປ​ເຄິ່ງ​ໜຶ່ງ. ແລະ ລາວ​ໄດ້​ປົກ​ຄອງ​ອາ​ນາ​ຈັກ​ສ່ວນ​ນັ້ນ​ເປັນ​ເວລາ​ສີ່​ສິບ​ສອງ​ປີ; ແລະ ລາວ​ໄດ້​ໄປ​ສູ້​ຮົບ​ກັບ​ກະສັດ​ອາມ​ກິດ, ແລະ ທັງ​ສອງ​ໄດ້​ຕໍ່​ສູ້​ກັນ​ເປັນ​ເວລາ​ຫລາຍ​ປີ ຊຶ່ງ​ລະຫວ່າງ​ເວລາ​ນັ້ນ​ຄອມ​ໄດ້​ມີ​ອຳນາດ​ເໜືອ​ອາມ​ກິດ, ແລະ ໄດ້​ຍຶດ​ເອົາ​ອາ​ນາ​ຈັກ​ສ່ວນ​ທີ່​ເຫລືອ​ຢູ່​ມາ​ເປັນ​ເຈົ້າ​ຂອງ.

33 ແລະ ໃນ​ວັນ​ເວລາ​ຂອງ​ຄອມ ມັນ​ເລີ່ມ​ມີ​ພວກ​ໂຈນ​ຢູ່​ໃນ​ແຜ່ນ​ດິນ; ແລະ ພວກ​ເຂົາ​ເຫລົ່າ​ນັ້ນ​ໄດ້​ນຳ​ເອົາ​ແຜນ​ເກົ່າ​ມາ​ໃຊ້, ແລະ ໄດ້​ເວົ້າ ຄຳ​ສາບານ​ຕາມ​ວິ​ທີ​ຂອງ​ຄົນ​ສະ​ໄໝ​ບູຮານ, ແລະ ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ອາ​ນາ​ຈັກ​ອີກ.

34 ບັດ​ນີ້​ຄອມ​ໄດ້​ຕໍ່​ສູ້​ກັບ​ພວກ​ເຂົາ​ຢ່າງ​ໜັກ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ກໍ​ຍັງ​ເອົາ​ຊະນະ​ພວກ​ເຂົາ​ບໍ່​ໄດ້.