ພຣະ​ຄຳ​ພີ
ອີເທີ 5


ບົດ​ທີ 5

ພະຍານ​ສາມ​ຄົນ ແລະ ຜົນ​ງານ​ເອງ​ຈະ​ຢືນ​ເປັນ​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ​ອັນ​ສົມ​ບູນ​ຂອງ​ພຣະ​ຄຳ​ພີ​ມໍມອນ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ໄດ້​ຂຽນ​ຂໍ້​ຄວາມ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັນ​ຊາ, ຕາມ​ຄວາມ​ຈື່​ຈຳ​ຂອງ​ຂ້າ​ພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ກ່ຽວ​ກັບ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້ ຜະ​ນຶກ​ໄວ້; ສະນັ້ນ ຢ່າ​ໄດ້​ແຕະ​ຕ້ອງ​ມັນ​ເລີຍ​ເພື່ອ​ຈະ​ແປ ເພາະ​ວ່າ​ທ່ານ​ຖືກ​ຫ້າມ​ຈາກ​ສິ່ງ​ເຫລົ່າ​ນັ້ນ, ເວັ້ນ​ເສຍ​ແຕ່​ມັນ​ຈະ​ເປັນ​ໄປ​ໂດຍ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ​ໃນ​ເວລາ​ຕໍ່​ໄປ.

2 ແລະ ຈົ່ງ​ເບິ່ງ, ທ່ານ​ອາດ​ຈະ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ເພື່ອ​ຈະ​ໄດ້​ສະແດງ​ແຜ່ນ​ຈາລຶກ​ແກ່ ຄົນ​ເຫລົ່າ​ນັ້ນ​ຜູ້​ທີ່​ຈະ​ຊ່ວຍ​ນຳ​ວຽກ​ງານ​ນີ້​ອອກ​ມາ;

3 ແລະ ຈະ​ສະແດງ​ຕໍ່​ຄົນ ສາມ​ຄົນ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ; ດັ່ງ​ນັ້ນ ພວກ​ເພິ່ນ​ຈຶ່ງ​ຈະ ຮູ້​ຈັກ​ເຖິງ​ຄວາມ​ແນ່​ນອນ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ ຄວາມ​ຈິງ.

4 ແລະ ດ້ວຍ​ປາກ​ຂອງ ພະຍານ​ສາມ​ຄົນ ສິ່ງ​ເຫລົ່າ​ນີ້ຈະ​ຖືກ​ສະຖາ​ປະນາ​ຂຶ້ນ; ແລະ ປະຈັກ​ພະຍານ​ຂອງ​ສາມ​ຄົນ, ແລະ ວຽກ​ງານ​ນີ້ ຊຶ່ງ​ເປັນ​ວຽກ​ງານ​ທີ່​ຈະ​ສະແດງ​ເຖິງ​ອຳນາດ​ຂອງ​ພຣະ​ເຈົ້າ ແລະ ຄຳ​ຂອງ​ພຣະ​ອົງ​ອີກ, ອັນ​ເປັນ​ສິ່ງ​ທີ່​ພຣະ​ບິດາ, ແລະ ພຣະ​ບຸດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະຍານ—​ແລະ ທັງ​ໝົດ​ນີ້ ຈະ​ຢູ່​ເປັນ​ປະຈັກ​ພະຍານ​ກ່າວ​ໂທດ​ໂລກ​ໃນ​ວັນ​ສຸດ​ທ້າຍ.

5 ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ພວກ​ເຂົາ​ກັບ​ໃຈ ແລະ ເຂົ້າ ມາ​ຫາ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ, ພວກ​ເຂົາ​ຈະ​ຖືກ​ຮັບ​ເຂົ້າ​ໃນ​ອາ​ນາ​ຈັກ​ຂອງພຣະ​ເຈົ້າ.

6 ແລະ ບັດ​ນີ້, ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ບໍ່​ມີ​ສິດ​ອຳນາດ​ໃນ​ສິ່ງ​ເຫລົ່າ​ນີ້​ແລ້ວ, ທ່ານ​ຈົ່ງ​ຕັດ​ສິນ​ເຖີດ; ເພາະ​ວ່າ​ທ່ານ​ຈະ​ຮູ້​ຈັກ​ວ່າ ຂ້າ​ພະ​ເຈົ້າ​ມີ​ສິດ​ອຳນາດ​ເວລາ​ທ່ານ​ເຫັນ​ຂ້າ​ພະ​ເຈົ້າ, ແລະ ພວກ​ເຮົາ​ຈະ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ໃນ​ວັນ​ສຸດ​ທ້າຍ. ອາແມນ.