ພຣະ​ຄຳ​ພີ
ອີເທີ 9


ບົດ​ທີ 9

ອາ​ນາ​ຈັກ​ສົ່ງ​ຕໍ່​ຈາກ​ຜູ້​ໜຶ່ງ​ຫາ​ອີກ​ຜູ້​ໜຶ່ງ​ຕາມ​ເຊື້ອ​ສາຍ, ຕາມ​ກົນ​ອຸ​ບາຍ​ເລ່​ຫລ່ຽມ, ແລະ ຕາມ​ການ​ຄາດ​ຕະ​ກຳ—ອີເມີ​ເຫັນ​ພຣະ​ບຸດ​ແຫ່ງ​ຄວາມ​ຊອບ​ທຳ—ສາດ​ສະ​ດາ​ຫລາຍ​ທ່ານ​ຮຽກ​ຮ້ອງ​ໃຫ້​ມີ​ການ​ກັບ​ໃຈ—ມີ​ຄວາມ​ອຶດ​ຢາກ​ເກີດ​ຂຶ້ນ ແລະ ມີ​ງູ​ພິດ​ກັດ​ຕອດ​ຜູ້​ຄົນ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ເລີ່ມ​ເຮັດ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ໄປ. ສະນັ້ນ, ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຍ້ອນ​ວ່າ ການ​ມົ້ວ​ສຸມ​ລັບ​ຂອງ​ເອ​ຄິດ ແລະ ໝູ່​ເພື່ອນ​ຂອງ​ລາວ, ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ໂຄ່ນ​ລົ້ມ​ອາ​ນາ​ຈັກ​ຂອງ​ໂອເມ.

2 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ເມດ​ຕາ​ສົງ​ສານ​ໂອເມ, ພ້ອມ​ທັງ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ລາວ ຜູ້​ທີ່​ບໍ່​ພະ​ຍາ​ຍາມ​ທຳ​ລາຍ​ລາວ.

3 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ໂອເມ​ໃນ​ຄວາມ​ຝັນ​ວ່າ ລາວ​ຄວນ​ອອກ​ໄປ​ຈາກ​ແຜ່ນ​ດິນ; ດັ່ງ​ນັ້ນ​ໂອເມ​ຈຶ່ງ​ໄດ້​ອອກ​ໄປ​ຈາກ​ແຜ່ນ​ດິນ ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ລາວ, ແລະ ໄດ້​ເດີນ​ທາງ​ໄປ​ຫລາຍ​ມື້, ແລະ ມາ​ຮອດ ແລະ ຜ່ານ​ເນີນ​ພູ ຊິມ​ໄປ, ແລະ ໄດ້​ມາ​ຮອດ ບ່ອນ​ຊຶ່ງ​ຊາວ​ນີໄຟ​ໄດ້​ຖືກ​ທຳ​ລາຍ, ແລະ ຈາກ​ບ່ອນ​ນັ້ນ​ໄປ​ທາງ​ຕາ​ເວັນ​ອອກ, ແລະ ມາ​ຮອດ​ບ່ອນ​ໃກ້​ຝັ່ງ​ທະເລ ຊຶ່ງ​ມີ​ຊື່​ວ່າ ອາບ​ລຳ, ແລະ ບ່ອນ​ນັ້ນ​ລາວ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂຶ້ນ ພ້ອມ​ທັງ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ລາວ​ນຳ​ອີກ, ແລະ ຄົນ​ໃນ​ຄອບ​ຄົວ​ຂອງ​ລາວ​ທັງ​ໝົດ​ນອກ​ຈາກ​ຢາເຣັດ ແລະ ຄອບ​ຄົວ​ຂອງ​ລາວ​ເທົ່າ​ນັ້ນ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຢາເຣັດ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ປົກ​ຄອງ​ຜູ້​ຄົນ​ດ້ວຍ​ມື​ຂອງ​ຄວາມ​ຊົ່ວ​ຮ້າຍ; ແລະ ລາວ​ໄດ້​ຍົກ​ລູກ​ສາວ​ຂອງ​ລາວ​ໃຫ້​ເປັນ​ພັນ​ລະ​ຍາ​ຂອງ​ເອ​ຄິດ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ຄິດ​ພະ​ຍາ​ຍາມ​ທີ່​ຈະ​ຂ້າ​ພໍ່​ເຖົ້າ​ຂອງ​ຕົນ; ແລະ ລາວ​ໄດ້​ຂໍ​ຮ້ອງ​ຜູ້​ທີ່​ລາວ​ໃຫ້​ກ່າວ​ຄຳ​ສາບານ​ດ້ວຍ​ຄຳ​ສາບານ​ຂອງ​ຄົນ​ໃນ​ສະ​ໄໝ​ບູຮານ, ແລະ ພວກ​ນັ້ນ​ກໍ​ໄດ້​ຫົວ​ພໍ່​ເຖົ້າ​ຂອງ​ເອ​ຄິດ, ໃນ​ຂະນະ​ທີ່​ຢາເຣັດ​ນັ່ງ​ຢູ່​ໃນ​ບັນ​ລັງ​ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ຄົນ.

6 ເພາະ​ການ​ແຜ່​ສັງ​ຄົມ​ທີ່​ຊົ່ວ​ຮ້າຍ ແລະ ລຶກ​ລັບ​ນີ້​ເປັນ​ໄປ​ຢ່າງ​ໃຫຍ່​ຫລວງ ຈົນ​ວ່າ​ມັນ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ຜູ້​ຄົນ​ທັງ​ໝົດ​ເສື່ອມ​ໂຊມ; ສະນັ້ນ ຢາເຣັດ​ຈຶ່ງ​ຖືກ​ລອບ​ຂ້າ​ໃນ​ບັນ​ລັງ​ຂອງ​ລາວ​ເອງ, ແລະ ເອ​ຄິດ​ໄດ້​ຂຶ້ນ​ປົກ​ຄອງ​ແທນ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ຄິດ​ເລີ່ມ​ມີ​ຄວາມ​ອິດ​ສາ​ບັງ​ບຽດ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ຕົນ, ສະນັ້ນ ລາວ​ຈຶ່ງ​ໄດ້​ເອົາ​ລູກ​ຊາຍ​ຂອງ​ຕົນ​ຂັງ​ໄວ້​ໃນ​ຄຸກ, ແລະ ໃຫ້​ຂັງ​ໄວ້​ໂດຍ​ເອົາ​ອາຫານ​ໃຫ້​ກິນ​ພຽງ​ເລັກ​ໜ້ອຍ ຫລື ວ່າ​ບໍ່​ໃຫ້​ກິນ​ເລີຍ ຈົນ​ເຖິງ​ແກ່​ຄວາມ​ຕາຍ.

8 ແລະ ບັດ​ນີ້​ນ້ອງ​ຊາຍ​ຂອງ​ຜູ້​ທີ່​ຕາຍ, (ມີ​ຊື່​ວ່າ ນີມ​ຣາ) ໄດ້​ຄຽດ​ແຄ້ນ​ໃຫ້​ບິດາ​ຂອງ​ລາວ​ຍ້ອນ​ສິ່ງ​ທີ່​ບິດາ​ຂອງ​ລາວ​ໄດ້​ເຮັດ​ກັບ​ອ້າຍ​ຂອງ​ລາວ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີມ​ຣາ​ໄດ້​ເຕົ້າ​ໂຮມ​ຄົນ​ຈຳນວນ​ໜຶ່ງ, ແລະ ໄດ້​ໜີ​ອອກ​ຈາກ​ແຜ່ນ​ດິນ​ໄປ, ແລະ ໄດ້​ຂ້າມ​ໄປ​ຢູ່​ກັບ​ໂອເມ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ຄິດ​ໄດ້​ລູກ​ຊາຍ​ຕື່ມ​ອີກ, ແລະ ພວກ​ເຂົາ​ໄດ້​ເອົາ​ຊະນະ​ໃຈ​ຂອງ​ຜູ້​ຄົນ ເຖິງ​ແມ່ນ​ພວກ​ເຂົາ​ໄດ້​ສາບານ​ກັບ​ລາວ​ວ່າ​ຈະ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ​ຕາມ​ທີ່​ລາວ​ປາດ​ຖະ​ໜາ.

11 ບັດ​ນີ້​ຜູ້​ຄົນ​ຂອງ​ເອ​ຄິດ​ປາດ​ຖະ​ໜາ​ຜົນ​ປະ​ໂຫຍດ, ຄື​ກັນ​ກັບ​ທີ່​ເອ​ຄິດ​ປາດ​ຖະ​ໜາ​ອຳນາດ; ດັ່ງ​ນັ້ນ, ພວກ​ລູກ​ຊາຍ​ຂອງ​ເອ​ຄິດ​ຈຶ່ງ​ໄດ້​ແຈກ​ຢາຍ​ເງິນ​ໃຫ້​ພວກ​ເຂົາ, ຊຶ່ງ​ດ້ວຍ​ວິ​ທີ​ນີ້ ພວກ​ເຂົາ​ຈຶ່ງ​ໄດ້​ດຶງ​ຜູ້​ຄົນ​ສ່ວນ​ຫລາຍ​ມາ​ຫາ​ພວກ​ເຂົາ.

12 ແລະ ມັນ​ເລີ່ມ​ມີ​ສົງ​ຄາມ​ລະຫວ່າງ​ພວກ​ລູກ​ຊາຍ​ຂອງ​ເອ​ຄິດ​ກັບ​ຕົວ​ເອ​ຄິດ​ເອງ​ເປັນ​ເວລາ​ຫລາຍ​ປີ, ແທ້​ຈິງ​ແລ້ວ, ຈົນ​ວ່າ​ໄປ​ສູ່​ຄວາມ​ພິນາດ​ຂອງ​ຜູ້​ຄົນ​ທີ່​ຢູ່​ໃນ​ອາ​ນາ​ຈັກ​ເກືອບ​ໝົດ, ແທ້​ຈິງ​ແລ້ວ, ແມ່ນ​ທັງ​ໝົດ ນອກ​ຈາກ​ຄົນ​ສາມ​ສິບ​ຄົນ​ກັບ​ພວກ​ທີ່​ໜີ​ໄປ​ກັບ​ເຊື້ອ​ສາຍ​ຂອງ​ໂອເມ​ເທົ່າ​ນັ້ນ.

13 ດັ່ງ​ນັ້ນ, ໂອເມ​ຈຶ່ງ​ໄດ້​ກັບ​ຄືນ​ມາ​ຫາ​ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ຕົນ​ອີກ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂອເມ​ເລີ່ມ​ເຖົ້າ​ແກ່​ລົງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ກໍ​ຍັງ​ໄດ້​ລູກ​ຊາຍ​ອີກ​ຄົນ​ໜຶ່ງ​ໃນ​ໄວ​ຊະລາ​ຂອງ​ລາວ ຊື່​ວ່າ ອີເມີ; ແລະ ລາວ​ໄດ້​ແຕ່ງ​ຕັ້ງ​ໃຫ້​ອີເມີ​ເປັນ​ກະສັດ​ປົກ​ຄອງ​ແທນ.

15 ແລະ ຫລັງ​ຈາກ​ທີ່​ລາວ​ໄດ້​ແຕ່ງ​ຕັ້ງ​ອີເມີ​ໃຫ້​ເປັນ​ກະສັດ​ແທນ​ແລ້ວ, ລາວ​ໄດ້​ເຫັນ​ສັນ​ຕິ​ສຸກ​ໃນ​ແຜ່ນ​ດິນ​ຢູ່​ສອງ​ປີ, ແລະ ລາວ​ໄດ້​ສິ້ນ​ຊີ​ວິດ​ໄປ, ໂດຍ​ທີ່​ໄດ້​ເຫັນ​ວັນ​ເວລາ​ຊຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ເປັນ​ເວລາ​ຍາວ​ນານ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອີເມີ​ໄດ້​ປົກ​ຄອງ​ແທນ​ລາວ, ແລະ ໄດ້​ກະ​ທຳ​ຕາມ​ຕົວ​ຢ່າງ​ຂອງ​ບິດາ​ຕົນ.

16 ແລະ ພຣະ​ຜູ້​ເປັນ​ເຈົ້າ​ເລີ່ມ​ເອົາ​ຄຳ​ສາບ​ແຊ່ງ​ອອກ​ໄປ​ຈາກ​ແຜ່ນ​ດິນ​ອີກ, ແລະ ເຊື້ອ​ສາຍ​ຂອງ​ອີເມີ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ອີເມີ; ແລະ ໃນ​ເວລາ​ຫົກ​ສິບ​ສອງ​ປີ ພວກ​ເຂົາ​ກັບ​ມາ​ເປັນ​ຄົນ​ເຂັ້ມ​ແຂງ​ຢ່າງ​ຍິ່ງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ກາຍ​ມາ​ເປັນ​ຄົນ​ຮັ່ງ​ມີ​ຢ່າງ​ຍິ່ງ—

17 ໂດຍ​ມີ​ໝາກ​ໄມ້​ນາໆ​ຊະ​ນິດ, ແລະ ເຄື່ອງ​ປູກ​ຂອງ​ຝັງ, ແລະ ຜ້າ​ໄໝ, ແລະ ຜ້າ​ລີ​ນິນ​ຢ່າງ​ດີ, ແລະ ຄຳ, ແລະ ເງິນ, ແລະ ຂອງ​ມີ​ຄ່າ​ຫລາຍ​ຢ່າງ;

18 ແລະ ກໍ​ມີ​ຝູງ​ສັດ​ລ້ຽງ, ງົວ​ເຖິກ, ແລະ ງົວ​ແມ່, ແລະ ແກະ, ແລະ ໝູ, ແລະ ແບ້, ແລະ ສັດ​ອື່ນໆ​ອີກ​ຫລາຍ​ຊະ​ນິດ​ທີ່​ມີ​ປະ​ໂຫຍດ​ສຳ​ລັບ​ເປັນ​ອາຫານ​ຂອງ​ມະນຸດ​ນຳ​ອີກ.

19 ແລະ ພວກ​ເຂົາ​ກໍ​ມີ ຝູງ​ມ້າ, ແລະ ລໍ, ແລະ ກໍ​ມີ​ຊ້າງ ແລະ ມີ​ຄູ​ຣີ​ລຳ ແລະ ຄູ​ມຳ​ນຳ​ອີກ; ຊຶ່ງ​ທັງ​ໝົດ​ເປັນ​ປະ​ໂຫຍດ​ແກ່​ມະນຸດ, ແລະ ໂດຍ​ສະ​ເພາະ​ແມ່ນ​ຝູງ​ຊ້າງ, ຄູ​ຣີ​ລຳ, ແລະ ຄູ​ມຳ.

20 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອກ​ເທ​ພຣະ​ພອນ​ລົງ​ມາ​ເທິງ​ແຜ່ນ​ດິນ​ດັ່ງ​ນີ້ ຊຶ່ງ​ເປັນ​ແຜ່ນ​ດິນ​ທີ່ ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ທັງ​ສິ້ນ; ແລະ ພຣະ​ອົງ​ໄດ້​ບັນ​ຊາ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ ຜູ້​ນັ້ນ​ຄວນ​ຄອບ​ຄອງ​ມັນ​ໄວ້​ໃຫ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ຖ້າ​ບໍ່​ດັ່ງ​ນັ້ນ ເຂົາ​ຈະ​ຖືກ ທຳ​ລາຍ​ເວລາ​ເຂົາ​ສຸກ​ໃນ​ຄວາມ​ຊົ່ວ​ຮ້າຍ; ເພາະ​ກັບ​ຄົນ​ເຊັ່ນ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ: ເຮົາ​ຈະ​ຖອກ​ເທ​ຄວາມ​ບໍ​ລິ​ບູນ​ແຫ່ງ​ຄວາມ​ໂມ​ໂຫ​ຂອງ​ເຮົາ​ອອກ​ມາ.

21 ແລະ ອີເມີ​ໄດ້​ດຳ​ເນີນ​ການ​ຕັດ​ສິນ​ດ້ວຍ​ຄວາມ​ຍຸດ​ຕິ​ທຳ​ຕະຫລອດ​ວັນ​ເວລາ​ຂອງ​ລາວ, ແລະ ລາວ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ; ແລະ ມີ​ລູກ​ຊາຍ​ຜູ້​ໜຶ່ງ​ຊື່​ວ່າ ໂຄ​ຣິ​ອານ​ທຳ, ແລະ ລາວ​ໄດ້​ແຕ່ງ​ຕັ້ງ​ໃຫ້​ໂຄ​ຣິ​ອານ​ທຳ​ຂຶ້ນ​ປົກ​ຄອງ​ແທນ.

22 ແລະ ຫລັງ​ຈາກ​ທີ່​ລາວ​ໄດ້​ແຕ່ງ​ຕັ້ງ​ໃຫ້​ໂຄ​ຣິ​ອານ​ທຳ​ປົກ​ຄອງ​ແທນ​ແລ້ວ ລາວ​ກໍ​ມີ​ຊີ​ວິດ​ຢູ່​ຕື່ມ​ອີກ​ສີ່​ປີ, ແລະ ລາວ​ກໍ​ໄດ້​ເຫັນ​ສັນ​ຕິ​ສຸກ​ໃນ​ແຜ່ນ​ດິນ; ແທ້​ຈິງ​ແລ້ວ, ແລະ ເຖິງ​ແມ່ນ​ລາວ​ໄດ້​ເຫັນ ພຣະ​ບຸດ​ແຫ່ງ​ຄວາມ​ຊອບ​ທຳ, ແລະ ລາວ​ມີ​ຄວາມ​ປິ​ຕິ​ຍິນ​ດີ ແລະ ປາບ​ປື້ມ​ໃນ​ວັນ​ເວລາ​ຂອງ​ລາວ; ແລະ ລາວ​ກໍ​ໄດ້​ສິ້ນ​ຊີ​ວິດ​ໄປ​ໃນ​ຄວາມ​ສະຫງົບ​ສຸກ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທຳ​ໄດ້​ກະ​ທຳ​ຕາມ​ຕົວ​ຢ່າງ​ຂອງ​ບິດາ​ຕົນ, ແລະ ໄດ້​ສ້າງ​ເມືອງ​ໃຫຍ່​ຫລາຍ​ເມືອງ, ແລະ ໄດ້​ໃຫ້​ຄວາມ​ດີ​ແກ່​ຜູ້​ຄົນ​ຕະຫລອດ​ວັນ​ເວລາ​ຂອງ​ລາວ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ບໍ່​ມີ​ລູກ​ເລີຍ ຈົນ​ວ່າ​ລາວ​ເຖົ້າ​ແກ່​ຊະ​ລາ​ລົງ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພັນ​ລະ​ຍາ​ຂອງ​ລາວ​ໄດ້​ສິ້ນ​ຊີ​ວິດ​ເມື່ອ​ນາງ​ມີ​ອາ​ຍຸ​ໄດ້​ໜຶ່ງ​ຮ້ອຍ​ສອງ​ປີ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ໄວ​ຊະ​ລາ​ຂອງ​ໂຄ​ຣິ​ອານ​ທຳ, ລາວ​ໄດ້​ຮັບ​ເອົາ​ຍິງ​ສາວ​ຄົນ​ໜຶ່ງ​ມາ​ເປັນ​ພັນ​ລະ​ຍາ, ແລະ ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ; ດັ່ງ​ນັ້ນ ລາວ​ຈຶ່ງ​ມີ​ຊີ​ວິດ​ຢູ່​ຈົນ​ເຖິງ​ໜຶ່ງ​ຮ້ອຍ​ສີ່​ສິບ​ສອງ​ປີ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ມີ​ລູກ​ຊາຍ​ຜູ້​ໜຶ່ງ​ຊື່​ວ່າ ຄອມ, ແລະ ຄອມ​ໄດ້​ຂຶ້ນ​ປົກ​ຄອງ​ແທນ; ແລະ ລາວ​ໄດ້​ປົກ​ຄອງ​ຢູ່​ສີ່​ສິບ​ເກົ້າ​ປີ, ແລະ ລາວ​ໄດ້​ມີ​ລູກ​ຊາຍ​ຊື່​ວ່າ ເຫັດ; ແລະ ເຫັດ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ​ຄື​ກັນ.

26 ແລະ ຜູ້​ຄົນ​ໄດ້​ແຜ່​ຂະ​ຫຍາຍ​ອອກ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ອີກ, ແລະ ເລີ່ມ​ມີ​ຄວາມ​ຊົ່ວ​ຮ້າຍ​ຫລາຍ​ໃນ​ແຜ່ນ​ດິນ​ອີກ ແລະ ເຫັດ​ເລີ່ມ​ຖື​ແຜນ​ລຶກ​ລັບ​ຂອງ​ສະ​ໄໝ​ກ່ອນ​ອີກ​ເພື່ອ​ທຳ​ລາຍ​ບິດາ​ຂອງ​ຕົນ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ປົດ​ບິດາ​ຂອງ​ຕົນ​ອອກ​ຈາກ​ບັນ​ລັງ, ໂດຍ​ການ​ຂ້າ​ດ້ວຍ​ດາບ​ຂອງ​ຕົນ​ເອງ; ແລະ ລາວ​ໄດ້​ຂຶ້ນ​ປົກ​ຄອງ​ແທນ.

28 ແລະ ມີ​ສາດ​ສະ​ດາ​ຫລາຍ​ທ່ານ​ໃນ​ແຜ່ນ​ດິນ​ອີກ, ມາ​ປ່າວ​ເຕືອນ​ເລື່ອງ​ການ​ກັບ​ໃຈ​ຕໍ່​ຜູ້​ຄົນ​ທັງ​ຫລາຍ​ວ່າ—ພວກ​ເຂົາ​ຕ້ອງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຖ້າ​ບໍ່​ດັ່ງ​ນັ້ນ ຄຳ​ສາບ​ແຊ່ງ​ຈະ​ມາ​ສູ່​ຜືນ​ແຜ່ນ​ດິນ; ແທ້​ຈິງ​ແລ້ວ, ມັນ​ຈະ​ມີ​ຄວາມ​ອຶດ​ຢາກ​ຢ່າງ​ໃຫຍ່​ຫລວງ ຊຶ່ງ​ຈະ​ເປັນ​ເຫດ​ໃຫ້​ພວກ​ເຂົາ​ຖືກ​ທຳ​ລາຍ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ.

29 ແຕ່​ວ່າ​ຜູ້​ຄົນ​ບໍ່​ເຊື່ອ​ຄຳ​ຂອງ​ສາດ​ສະ​ດາ​ເລີຍ, ແຕ່​ໄດ້​ຂັບ​ໄລ່​ພວກ​ເພິ່ນ​ອອກ​ໄປ; ແລະ ພວກ​ເຂົາ​ໄດ້​ໂຍນ​ຫລາຍ​ທ່ານ​ລົງ​ໃນ​ຂຸມ ແລະ ປະ​ໃຫ້​ພວກ​ເພິ່ນ​ຕາຍ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເຮັດ​ສິ່ງ​ທັງ​ໝົດ​ນີ້​ຕາມ​ຄຳ​ສັ່ງ​ຂອງ​ກະສັດ​ເຫັດ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ເລີ່ມ​ມີ​ການ​ຂາດ​ແຄນ​ເກີດ​ຂຶ້ນ​ຢ່າງ​ໃຫຍ່​ຫລວງ​ໃນ​ແຜ່ນ​ດິນ, ແລະ ຜູ້​ອາ​ໄສ​ຢູ່​ເລີ່ມ​ຖືກ​ທຳ​ລາຍ​ຢ່າງ​ວ່ອງ​ໄວ​ດ້ວຍ​ການ​ຂາດ​ແຄນ​ນັ້ນ, ເພາະ​ວ່າ​ມັນ​ບໍ່​ມີ​ຝົນ​ຕົກ​ລົງ​ມາ​ເທິງ​ຜືນ​ແຜ່ນ​ດິນ​ເລີຍ.

31 ແລະ ມັນ​ໄດ້​ມີ​ງູ​ພິດ​ອອກ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ອີກ, ແລະ ມັນ​ໄດ້​ຕອດ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ​ໄດ້​ເລີ່ມ​ແຕກ​ໜີ​ຜ່າຍ​ງູ​ພິດ​ໄປ​ທາງ​ໃຕ້ ຊຶ່ງ​ຊາວ​ນີໄຟ​ເອີ້ນ​ວ່າ ເຊຣາ​ເຮັມລາ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ສັດ​ຫລາຍ​ໂຕ​ທີ່​ຕາຍ​ໄປ​ລະຫວ່າງ​ທາງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ຝູງ​ສັດ​ລ້ຽງ​ເປັນ​ຈຳນວນ​ຫລວງ​ຫລາຍ​ໜີ​ໄປ​ຮອດ​ແຜ່ນ​ດິນ​ທາງ​ໃຕ້.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້ ງູ​ເຊົາ​ຕິດ​ຕາມ​ທຳ​ຮ້າຍ​ຝູງ​ສັດ​ທີ່​ພະ​ຍາ​ຍາມ​ໜີ​ໄປ​ນັ້ນ, ແຕ່​ໃຫ້​ມັນ​ກັນ​ເສັ້ນ​ທາງ​ເພື່ອ​ບໍ່​ໃຫ້​ຜູ້​ຄົນ​ຜ່ານ​ໄປ​ໄດ້, ແລະ ຖ້າ​ວ່າ​ຜູ້​ໃດ​ຈະ​ລອງ​ຜ່ານ​ໄປ ຜູ້​ນັ້ນ​ກໍ​ຈະ​ລົ້ມ​ຕາຍ​ເພາະ​ຖືກ​ງູ​ພິດ​ຕອດ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ໄດ້​ຕິດ​ຕາມ​ເສັ້ນ​ທາງ​ຂອງ​ສັດ​ເຫລົ່າ​ນັ້ນ, ແລະ ໄດ້​ກິນ​ຊາກ​ສັດ​ທີ່​ລົ້ມ​ຕາຍ​ຕາມ​ທາງ​ຈົນ​ວ່າ​ພວກ​ເຂົາ​ໄດ້​ກິນ​ໝົດ​ກ້ຽງ. ບັດ​ນີ້​ເວລາ​ຜູ້​ຄົນ​ເຫັນ​ວ່າ​ພວກ​ເຂົາ​ຈະ​ຕ້ອງ​ຕາຍ ພວກ​ເຂົາ​ກໍ​ເລີ່ມ ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ ຖ່ອມ​ຕົວ​ພຽງ​ພໍ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ກໍ​ໄດ້​ສົ່ງ​ຝົນ​ລົງ​ມາ​ເທິງ​ຜືນ​ແຜ່ນ​ດິນ; ແລະ ຜູ້​ຄົນ​ກໍ​ເລີ່ມ​ຟື້ນ​ຂຶ້ນ​ມາ​ໃໝ່, ແລະ ມັນ​ເລີ່ມ​ມີ​ໝາກ​ໄມ້​ໃນ​ຂົງ​ເຂດ​ທາງ​ເໜືອ, ແລະ ໃນ​ຂົງ​ເຂດ​ອ້ອມ​ແອ້ມ​ນັ້ນ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ອຳນາດ​ຂອງ​ພຣະ​ອົງ​ແກ່​ພວກ​ເຂົາ​ໃນ​ການ​ປົກ​ປັກ​ຮັກ​ສາ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ອຶດຢາກ.