ສິ່ງ​ຊ່ວຍ​ສຶກ​ສາ
ສັນ​ຍາ​ລັກ


ສັນ​ຍາ​ລັກ

ການ​ໃຊ້​ບາງ​ຢ່າງ​ເພື່ອ​ປຽບ​ທຽບ ຫລື ເຮັດ​ໃຫ້​ເໝືອນ​ບາງ​ສິ່ງ. ໃນ​ພຣະ​ຄຳ​ພີ ສັນ​ຍາ​ລັກ​ຈະ​ຖືກ​ໃຊ້​ສິ່ງ​ຂອງ, ເຫດ​ການ, ຫລື ສະພາບ​ການ​ທີ່​ຮູ້​ຈັກ​ກັນ​ດີ ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ຫລັກ​ທຳ ຫລື ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ. ຍົກ​ຕົວ​ຢ່າງ, ສາດ​ສະ​ດາ​ແອວມາ​ໃນ​ພຣະ​ຄຳ​ພີ​ມໍມອນ ໄດ້​ໃຊ້​ເມັດ​ພືດ​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ (ແອວ 32).

ສາດ​ສະ​ດາ​ຕະຫລອດ​ທົ່ວ​ພຣະ​ຄຳ​ພີ ໄດ້​ໃຊ້​ສັນ​ຍາ​ລັກ ເພື່ອ​ສອນ​ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ. ສັນ​ຍາ​ລັກ​ບາງ​ຢ່າງ​ເຫລົ່າ​ນີ້ ແມ່ນ​ລວມ​ທັງ​ພິ​ທີ​ສະ​ຫລອງ ແລະ ພິ​ທີ​ການ​ຕ່າງໆ (ມຊ 6:63), ການ​ເສຍ​ສະລະ (ຮຣ 9:11–15; ມຊ 5:7–8), ສິນ​ລະ​ລຶກ (ປຈສ, ມຣກ 14:20–24 [ພາກ​ຫ້ອຍ​ທ້າຍ]; ລກ 22:13–20), ແລະ ການ​ບັບຕິ​ສະມາ (ຣມ 6:1–6; ຄພ 128:12–13). ຫລາຍ​ຊື່​ໃນ​ພຣະ​ຄຳ​ພີ​ເປັນ​ສັນ​ຍາ​ລັກ. ພິ​ທີ​ການ​ໃນ​ຫໍ​ເຕັ້ນ​ສັກ​ສິດ ໃນ​ພຣະ​ຄຳ​ພີ​ເດີມ ແລະ ກົດ​ຂອງ​ໂມເຊ ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຈິງ​ນິ​ລັນ​ດອນ (ຮຣ 8–10; ມຊຢ 13:29–32; ແອວ 25:15; ຮລມ 8:14–15). ສຳລັບ​ຕົວ​ຢ່າງ​ອື່ນໆ, ເບິ່ງ ມທ 5:13–16; ຢຮ 3:14–15; ຢຄ 4:5; ແອວ 37:38–45.