ສິ່ງ​ຊ່ວຍ​ສຶກ​ສາ
ໂມເຊ


ໂມເຊ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ ຜູ້​ໄດ້​ນຳ​ພາ​ຊາວ​ອິດສະ​ຣາເອນ​ອອກ​ຈາກ​ຄວາມ​ເປັນ​ທາດ​ຢູ່​ປະເທດ​ເອຢິບ ແລະ ໄດ້​ມອບ​ກົດ​ເລື່ອງ​ສາດ​ສະ​ໜາ, ສັງ​ຄົມ, ແລະ ການ​ບໍ​ລິ​ໂພກ​ໃຫ້​ເຂົາ​ເຈົ້າ ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ.

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ໂມເຊ​ແມ່ນ​ເກີນ​ກວ່າ​ຂອບ​ເຂດ​ຂອງ​ຊີ​ວິດ​ໃນ​ໂລກ​ມະຕະ​ຂອງ​ເພິ່ນ. ໂຈເຊັບ ສະມິດ ໄດ້​ສອນ​ວ່າ ເພິ່ນ​ໄດ້​ມາ​ກັບ​ເອລີ​ຢາ, ມາ​ທີ່​ພູ​ແຫ່ງ​ການ​ປ່ຽນ​ສະພາບ ແລະ ໄດ້​ມອບ​ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ ໃຫ້​ແກ່​ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ (ມທ 17:3–4; ມຣກ 9:4–9; ລກ 9:30; ຄພ 63:21).

ໂມເຊ​ໄດ້​ປະກົດ​ຕໍ່​ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີຣີ ໃນ​ວັນທີ 3 ເດືອນ​ເມສາ 1836, ໃນ​ພຣະ​ວິຫານ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ແລະ ໄດ້​ມອບ​ຂໍ​ກະແຈ​ແຫ່ງ​ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດສະ​ຣາເອນ​ໃຫ້​ແກ່​ພວກ​ເພິ່ນ (ຄພ 110:11).

ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ກ່າວ​ຫລາຍ​ເທື່ອ​ກ່ຽວ​ກັບ​ໂມເຊ. ເພິ່ນ​ໄດ້​ຖືກ​ກ່າວ​ເຖິງ​ເລື້ອຍໆ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ, ແລະ ຈາກ​ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນທະ​ສັນ​ຍາ ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ (ຄພ 84:20–26) ແລະ ວ່າ​ເພິ່ນ​ໄດ້​ຮັບ​ຖານະ​ປະ​ໂລ​ຫິດ​ຈາກ​ເຢທະໂຣ ພໍ່​ເຖົ້າ​ຂອງ​ເພິ່ນ (ຄພ 84:6).

ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ຍັງ​ໄດ້​ຢືນ​ຢັນ​ເລື່ອງ​ລາວ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ອີກ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ​ໃນ​ບັນ​ດາ​ລູກ​ຫລານ​ຂອງ​ອິດສະ​ຣາເອນ ແລະ ຢືນ​ຢັນ​ຕື່ມ​ອີກ​ວ່າ ເພິ່ນ​ເປັນ​ຜູ້​ຂຽນ​ປຶ້ມ​ຫ້າ​ເຫລັ້ມ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ເດີມ (1 ນຟ 5:11; ມຊ 1:40–41).

ໜັງສື​ໂມເຊ

ໜັງ​ສື​ເຫລັ້ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ ທີ່​ບັນ​ຈຸ​ການ​ແປ​ເຈັດ​ບົດ​ທຳ​ອິດ​ໃນ​ປະຖົມ​ມະ​ການ​ທີ່​ດົນ​ໃຈ​ຂອງ​ໂຈເຊັບ ສະມິດ.

ບົດ​ທີ 1 ບັນ​ທຶກ​ພາບ​ນິມິດ ຊຶ່ງ​ໃນ​ນັ້ນ​ໂມເຊ​ໄດ້​ເຫັນ​ພຣະ​ເຈົ້າ, ຜູ້​ໄດ້​ເປີດ​ເຜີຍ​ຕໍ່​ເພິ່ນ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ. ບົດ​ທີ 2–5 ເລື່ອງ​ລາວ​ກ່ຽວ​ກັບ​ການ​ສ້າງ ແລະ ການ​ຕົກ​ຂອງ​ມະນຸດ. ບົດ​ທີ 6–7 ບັນ​ຈຸ ພາບ​ນິມິດ​ກ່ຽວ​ກັບ​ເອນົກ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ບົດ​ທີ 8 ບັນ​ຈຸ​ພາບ​ນິມິດ​ກ່ຽວ​ກັບ​ໂນອາ ແລະ ນ້ຳ​ຖ້ວມ​ທີ່​ຍິ່ງ​ໃຫຍ່.

ໜັງ​ສື​ຫ້າ​ເຫລັ້ມ​ຂອງ​ໂມເຊ

ໜັງ​ສື​ຫ້າ​ເຫລັ້ມ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ເດີມ ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ​ໜັງ​ສື​ຂອງ​ໂມເຊ. ແຜ່ນ​ຈາລຶກ​ທອງ​ເຫລືອງ​ທີ່​ນີໄຟ​ເອົາ​ຈາກ​ລາບານ ບັນ​ຈຸ​ໜັງ​ສື​ຂອງ​ໂມເຊ (1 ນຟ 5:11).