ສິ່ງ​ຊ່ວຍ​ສຶກ​ສາ
ໂມ​ໂຣ​ໄນ, ລູກ​ຊາຍ​ຂອງ​ມໍມອນ


ໂມ​ໂຣ​ໄນ, ລູກ​ຊາຍ​ຂອງ​ມໍມອນ

ສາດ​ສະ​ດາ​ຄົນ​ສຸດ​ທ້າຍ​ໃນ​ພຣະ​ຄຳ​ພີ​ມໍມອນ (ປະມານ ຄ.ສ. 421). ກ່ອນ​ມໍມອນ​ໃກ້​ເສຍ​ຊີ​ວິດ​ໄປ, ເພິ່ນ​ໄດ້​ເອົາ​ບັນ​ທຶກ​ປະຫວັດ​ສາດ​ທີ່​ເອີ້ນ​ວ່າ ແຜ່ນ​ຈາລຶກ​ຂອງ​ມໍມອນ ໄປ​ໃຫ້ ໂມ​ໂຣ​ໄນ ລູກຊາຍ​ຂອງ​ເພິ່ນ (ຄມ 1:1). ໂມ​ໂຣ​ໄນ​ໄດ້​ສຳ​ເລັດ​ການ​ຮຽບ​ຮຽງ​ແຜ່ນ​ຈາລຶກ​ຂອງ​ມໍມອນ. ເພິ່ນ​ໄດ້​ຕື່ມ ບົດ​ທີ 8 ແລະ 9 ໃສ່​ໃນ​ພຣະ​ຄຳ​ພີ​ມໍມອນ (ມມ 8:1). ເພິ່ນ​ໄດ້​ຫຍໍ້ ແລະ ສະຫລຸບ​ໜັງສື​ອີເທີ (ອທ 1:1–2) ແລະ ໄດ້​ຕື່ມ​ໜັງ​ສື​ຂອງ​ເພິ່ນ​ເອງ​ໃສ່ ທີ່​ເອີ້ນ​ວ່າ ໜັງ​ສື​ໂມ​ໂຣ​ໄນ (ມຣນ 1). ໂມ​ໂຣ​ໄນ​ໄດ້​ຜະ​ນຶກ​ແຜ່ນ​ຈາລຶກ ແລະ ໄດ້​ເຊື່ອງ​ມັນ​ໄວ້​ໃນ​ພູ​ຄູໂມຣາ (ມມ 8:14; ມຣນ 10:2). ໃນປີ 1823 ໂມ​ໂຣ​ໄນ​ໄດ້​ຖືກ​ສົ່ງ​ມາ​ໃນ​ສະພາບ​ທີ່​ໄດ້​ຟື້ນ​ຄືນ​ຊີ​ວິດ​ແລ້ວ ເພື່ອ​ເປີດ​ເຜີຍ​ພຣະ​ຄຳ​ພີ​ມໍມອນ​ແກ່​ໂຈເຊັບ ສະມິດ (ຄພ 27:5; ຈສ—ປ 1:30–42, 45). ເພິ່ນ​ໄດ້​ແນະນຳ​ສາດ​ສະ​ດາ​ໜຸ່ມ​ແຕ່​ລະ​ປີ ນັບ​ແຕ່​ປີ 1823 ເຖິງ 1827 (ຈສ—ປ 1:54) ແລະ ໃນ​ທີ່​ສຸດ ກໍ​ໄດ້​ນຳ​ແຜ່ນ​ຈາລຶກ​ມາ​ໃຫ້​ເພິ່ນ​ໃນ​ປີ 1827 (ຈສ—ປ 1:59). ຫລັງ​ຈາກ​ໄດ້​ສຳ​ເລັດ​ການ​ແປ​ແລ້ວ ໂຈເຊັບ ສະມິດ ກໍ​ໄດ້​ສົ່ງ​ແຜ່ນ​ຈາລຶກ​ຄືນ​ໃຫ້​ໂມ​ໂຣ​ໄນ.

ໜັງສື​ໂມ​ໂຣ​ໄນ

ໜັງ​ສື​ເຫລັ້ມ​ສຸດ​ທ້າຍ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ. ມັນ​ຖືກ​ຂຽນ​ໂດຍ​ສາດ​ສະ​ດາ​ຊາວ​ນີໄຟ​ຄົນ​ສຸດ​ທ້າຍຊື່ ໂມ​ໂຣ​ໄນ. ບົດ​ທີ 1–3 ບອກ​ເຖິງ​ຄວາມ​ພິນາດ​ເທື່ອ​ສຸດ​ທ້າຍ​ຂອງ​ຊາວ​ນີໄຟ, ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ມອບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຖານະ​ປະ​ໂລ​ຫິດ. ບົດ​ທີ 4–5 ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ລະບຽບ​ການ​ທີ່​ຖືກ​ຕ້ອງ​ຂອງ​ການ​ປະ​ຕິ​ບັດ​ພິ​ທີ​ສິນ​ລະ​ລຶກ. ບົດ​ທີ 6 ສະ​ຫລຸບ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ. ບົດ​ທີ 7–8 ຄຳ​ເທດ​ສະ​ໜາ​ກ່ຽວ​ກັບ​ຫລັກ​ທຳ​ຂໍ້​ທຳ​ອິດ​ຂອງ​ພຣະ​ກິດ​ຕິ​ຄຸນ, ລວມ​ທັງ​ຄຳ​ສອນ​ຂອງ​ມໍມອນ​ເລື່ອງ​ສັດທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ ແລະ ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຮູ້​ວ່າ​ສິ່ງ​ໃດ​ດີ ແລະ ສິ່ງ​ໃດ​ບໍ່​ດີ (ມຣນ 7), ແລະ ຄຳ​ອະ​ທິ​ບາຍ​ຂອງ​ມໍມອນ​ວ່າ ເດັກ​ນ້ອຍ​ມີ​ຊີ​ວິດ​ຢູ່​ໃນ​ພຣະ​ຄຣິດ ແລະ ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ການ​ບັບຕິ​ສະມາ (ມຣນ 8). ບົດ​ທີ 9 ບັນ​ຍາຍ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ປະ​ຊາ​ຊາດ​ນີໄຟ. ບົດ​ທີ 10 ເປັນ​ຂ່າວ​ສານ​ສຸດ​ທ້າຍ​ຂອງ​ໂມ​ໂຣ​ໄນ ແລະ ຮ່ວມ​ດ້ວຍ​ວິ​ທີ​ທີ່​ຈະ​ຮູ້​ຈັກ​ຄວາມ​ຈິງ​ເລື່ອງ​ພຣະ​ຄຳ​ພີ​ມໍມອນ (ມຣນ 10:3–5).