ພຣະ​ຄຳ​ພີ
ໂມ​ໂຣ​ໄນ 8


ບົດ​ທີ 8

ການ​ບັບຕິ​ສະມາ​ໃຫ້​ເດັກ​ນ້ອຍໆ​ເປັນ​ຄວາມ​ຊົ່ວ​ທີ່​ໜ້າ​ກຽດ​ຊັງ—ເດັກ​ນ້ອຍໆ​ໄດ້​ຮັບ​ຄວາມ​ລອດ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ—ສັດທາ, ການ​ກັບ​ໃຈ, ການ​ມີ​ໃຈ​ອ່ອນ​ໂຍນ ແລະ ຄວາມ​ຕ່ຳ​ຕ້ອຍ​ໃນ​ໃຈ, ການ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ຈະ​ນຳ​ໄປ​ສູ່​ຄວາມ​ລອດ. ປະ​ມານ ຄ.ສ. 401–421.

1 ສານ​ສະບັບ​ໜຶ່ງ​ຂອງ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ມໍມອນ​ທີ່​ຂຽນ​ຫາ​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ; ແລະ ເພິ່ນ​ໄດ້​ຂຽນ​ຫາ​ຂ້າ​ພະ​ເຈົ້າ​ບໍ່​ດົນ​ຫລັງ​ຈາກ​ການ​ເອີ້ນ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຂ້າ​ພະ​ເຈົ້າ. ແລະ ເພິ່ນ​ໄດ້​ຂຽນ​ຫາ​ຂ້າ​ພະ​ເຈົ້າ​ໃນ​ທຳ​ນອງ​ນີ້, ມີ​ຄວາມ​ວ່າ:

2 ໂມ​ໂຣ​ໄນ​ລູກ​ທີ່​ຮັກ​ຂອງ​ພໍ່, ພໍ່​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ​ທີ່​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ລູກ​ນຶກ​ເຖິງ​ລູກ, ແລະ ເອີ້ນ​ລູກ​ມາ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ແລະ ມາ​ສູ່​ວຽກ​ງານ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.

3 ພໍ່​ນຶກ​ເຖິງ​ລູກ​ສະເໝີ​ໃນ​ຄຳ​ອະ​ທິ​ຖານ​ຂອງ​ພໍ່, ໂດຍ​ການ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ​ຕະຫລອດ​ເວລາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ, ພຣະ​ບຸດ​ຜູ້​ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ເພື່ອ​ໂດຍ​ທາງ ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ພຣະ​ຄຸນ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ປົກ​ປັກ​ຮັກ​ສາ​ລູກ​ໂດຍ​ທາງ​ຄວາມ​ອົດ​ທົນ​ແຫ່ງ​ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ.

4 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ຂໍ​ເວົ້າ​ກັບ​ລູກ​ກ່ຽວ​ກັບ​ເລື່ອງ​ທີ່​ເຮັດ​ໃຫ້​ພໍ່​ໂສກ​ເສົ້າ​ຫລາຍ​ທີ່​ສຸດ; ເພາະ​ມັນ​ເຮັດ​ໃຫ້​ພໍ່​ໂສກ​ເສົ້າ​ທີ່​ມີ ການ​ໂຕ້​ຖຽງ​ກັນ​ຢູ່​ໃນ​ບັນ​ດາ​ພວກ​ລູກ.

5 ເພາະ​ຖ້າ​ຫາກ​ເລື່ອງ​ທີ່​ພໍ່​ຮູ້​ມາ​ນັ້ນ​ເປັນ​ຄວາມ​ຈິງ, ມັນ​ໄດ້​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ລູກ​ກ່ຽວ​ກັບ​ການ​ບັບຕິ​ສະມາ​ໃຫ້​ແກ່​ເດັກ​ນ້ອຍໆ.

6 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ປາດ​ຖະ​ໜາ​ໃຫ້​ລູກ​ເຮັດ​ວຽກ​ຢ່າງ​ພາກ​ພຽນ, ເພື່ອ​ຈະ​ເອົາ​ຄວາມ​ຜິດ​ອັນ​ຮ້າຍ​ແຮງ​ນີ້​ໄປ​ຈາກ​ບັນ​ດາ​ພວກ​ລູກ; ເພາະ​ດ້ວຍ​ເຈດ​ຕະ​ນາ​ນີ້ ພໍ່​ຈຶ່ງ​ໄດ້​ຂຽນ​ສານ​ມາ​ຫາ​ລູກ.

7 ເພາະ​ໃນ​ທັນ​ທີ​ທີ່​ພໍ່​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້​ກ່ຽວ​ກັບ​ພວກ​ລູກ ພໍ່​ກໍ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້. ແລະ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ພໍ່​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ມີ​ຄວາມ​ວ່າ:

8 ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ພຣະ​ຜູ້​ໄຖ່​ຂອງ​ລູກ, ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ເຈົ້າ​ຂອງ​ເຈົ້າ. ຈົ່ງ​ເບິ່ງ, ເຮົາ​ມາ​ໃນ​ໂລກ​ນີ້​ບໍ່​ແມ່ນ​ເພື່ອ​ເອີ້ນ​ເອົາ​ຄົນ​ຊອບ​ທຳ ແຕ່​ເພື່ອ​ເອີ້ນ​ເອົາ​ຄົນ​ບາບ​ມາ​ສູ່​ການ​ກັບ​ໃຈ; ຄົນ​ທີ່​ສະ​ບາຍ​ບໍ່​ຕ້ອງ​ການ​ໝໍ, ແຕ່​ຄົນ​ທີ່​ເຈັບ​ປ່ວຍ​ຕ້ອງ​ການ​ໝໍ; ດັ່ງ​ນັ້ນ, ເດັກ​ນ້ອຍໆ ເປັນ​ຄົນ​ດີ​ເພາະ​ພວກ​ເຂົາ​ບໍ່​ສາ​ມາດ​ເຮັດ ບາບ​ໄດ້; ດັ່ງ​ນັ້ນ ໃນ​ເຮົາ, ການ​ສາບ​ແຊ່ງ​ທີ່​ມີ​ກັບ ອາດາມ​ຈຶ່ງ​ຖືກ​ເອົາ​ໄປ​ຈາກ​ເຂົາ; ແລະ ໃນ​ເຮົາ, ກົດ​ກ່ຽວ​ກັບ ພິ​ທີ​ຕັດ​ຈຶ່ງ​ຖືກ​ເອົາ​ໄປ​ຈາກ​ເຂົາ.

9 ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສະແດງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ປະຈັກ​ແກ່​ພໍ່​ຕາມ​ນີ້; ດັ່ງ​ນັ້ນ, ລູກ​ທີ່​ຮັກ​ຂອງ​ພໍ່, ພໍ່​ຮູ້​ວ່າ​ມັນ​ເປັນ​ການ​ເຍາະ​ເຍີ້ຍ​ພຣະ​ເຈົ້າ​ຢ່າງ​ຮຸນ​ແຮງ​ທີ່​ພວກ​ລູກ​ຈະ​ໃຫ້​ບັບຕິ​ສະມາ​ແກ່​ເດັກ​ນ້ອຍໆ.

10 ຈົ່ງ​ເບິ່ງ ພໍ່​ກ່າວ​ກັບ​ລູກ​ວ່າ ລູກ​ຈົ່ງ​ສິດ​ສອນ​ເລື່ອງ​ຕໍ່​ໄປ​ນີ້—ເຊັ່ນ ການ​ກັບ​ໃຈ ແລະ ການ​ບັບຕິ​ສະມາ​ໃຫ້​ຄົນ​ທີ່ ຮູ້​ຈັກ​ຮັບ​ຜິດ​ຊອບ ແລະ ສາ​ມາດ​ເຮັດ​ບາບ​ໄດ້; ແທ້​ຈິງ​ແລ້ວ, ຈົ່ງ​ສິດ​ສອນ​ຜູ້​ເປັນ​ບິດາ​ມານດາ​ວ່າ ພວກ​ເຂົາ​ຕ້ອງ​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ, ແລະ ຖ່ອມ​ຕົວ​ຄື​ກັນ​ກັບ ລູກ​ນ້ອຍໆ​ຂອງ​ພວກ​ເຂົາ, ແລ້ວ​ພວກ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ລອດ​ພ້ອມ​ກັບ​ລູກ​ນ້ອຍໆ​ຂອງ​ພວກ​ເຂົາ​ທັງ​ໝົດ.

11 ແລະ ລູກ​ນ້ອຍໆ​ຂອງ​ພວກ​ເຂົາ​ບໍ່​ຕ້ອງ​ການ​ການ​ກັບ​ໃຈ ຫລື ຮັບ​ບັບຕິ​ສະມາ. ຈົ່ງ​ເບິ່ງ, ການ​ບັບຕິ​ສະມາ​ແມ່ນ​ກະ​ທຳ​ໄວ້​ກັບ​ການ​ກັບ​ໃຈ​ເພື່ອ​ຈະ​ເຮັດ​ໃຫ້​ພຣະ​ບັນ​ຍັດ​ສຳ​ເລັດ ອັນ​ນຳ​ໄປ​ສູ່ ການ​ປົດ​ບາບ.

12 ແຕ່ ເດັກ​ນ້ອຍໆ​ມີ​ຊີ​ວິດ​ຢູ່​ໃນ​ພຣະ​ຄຣິດ, ເຖິງ​ແມ່ນ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ​ມາ; ຖ້າ​ຫາກ​ບໍ່​ເປັນ​ດັ່ງ​ນັ້ນ, ພຣະ​ເຈົ້າ​ກໍ​ຄົງ​ເປັນ​ພຣະ​ເຈົ້າ​ທີ່​ບໍ່​ຍຸດ​ຕິ​ທຳ, ແລະ ເປັນ​ພຣະ​ເຈົ້າ​ທີ່​ປ່ຽນ​ແປງ​ຢູ່​ສະເໝີ ແລະ ເລືອກ​ໜ້າ​ຄົນ; ເພາະ​ວ່າ​ມີ​ເດັກ​ນ້ອຍໆ​ຈັກ​ຄົນ​ແລ້ວ​ທີ່​ຕາຍ​ໄປ​ໂດຍ​ປາດ​ສະ​ຈາກ​ການ​ບັບຕິ​ສະມາ!

13 ດັ່ງ​ນັ້ນ, ຖ້າ​ຫາກ​ເດັກ​ນ້ອຍໆ​ຈະ​ລອດ​ບໍ່​ໄດ້​ໂດຍ​ປາດ​ສະ​ຈາກ​ການ​ບັບຕິ​ສະມາ, ພວກ​ເຂົາ​ເຫລົ່າ​ນັ້ນ​ກໍ​ຕ້ອງ​ຕົກ​ໄປ​ສູ່​ນະລົກ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ.

14 ຈົ່ງ​ເບິ່ງ ພໍ່​ກ່າວ​ກັບ​ລູກ​ວ່າ, ຄົນ​ທີ່​ຄິດ​ວ່າ​ເດັກ​ນ້ອຍໆ​ຕ້ອງ​ໄດ້​ຮັບ​ບັບຕິ​ສະມາ​ຍ່ອມ​ຢູ່​ໃນ​ນ້ຳ​ບີ​ແຫ່ງ​ຄວາມ​ຂົມ​ຂື່ນ ແລະ ໃນ​ພັນທະ​ການ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ; ເພາະ​ເຂົາ​ບໍ່​ມີ ສັດທາ, ຄວາມ​ຫວັງ, ຫລື ຄວາມ​ໃຈ​ບຸນ​ເລີຍ; ດັ່ງ​ນັ້ນ, ຖ້າ​ຫາກ​ເຂົາ​ຖືກ​ຕັດ​ອອກ​ໄປ​ໃນ​ຂະນະ​ທີ່​ຢູ່​ໃນ​ຄວາມ​ຄິດ​ນັ້ນ, ເຂົາ​ຈະ​ຕ້ອງ​ຕົກ​ໄປ​ສູ່​ນະລົກ.

15 ເພາະ​ມັນ​ເປັນ​ຄວາມ​ຊົ່ວ​ຮ້າຍ​ອັນ​ເປັນ​ຕາ​ຢ້ານ​ທີ່​ຈະ​ຄິດ​ວ່າ​ພຣະ​ເຈົ້າ​ຊ່ວຍ​ເດັກ​ນ້ອຍ​ຄົນ​ໜຶ່ງ​ໃຫ້​ໄດ້​ຮັບ​ຄວາມ​ລອດ​ເພາະ​ການ​ບັບຕິ​ສະມາ, ແລະ ອີກ​ຄົນ​ໜຶ່ງ​ຕ້ອງ​ຕົກ​ໄປ​ສູ່​ຄວາມ​ອັບ​ປະ​ໂຫຍດ​ຍ້ອນ​ວ່າ​ບໍ່​ໄດ້​ຮັບ​ບັບຕິ​ສະມາ.

16 ວິບັດ​ແກ່​ຄົນ​ທີ່​ບິດ​ເບືອນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ນີ້ ເພາະ​ເຂົາ​ຈະ​ຕົກ​ໄປ​ສູ່​ຄວາມ​ອັບ​ປະ​ໂຫຍດ​ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ. ຈົ່ງ​ເບິ່ງ, ພໍ່​ເວົ້າ​ດ້ວຍ​ຄວາມ​ອາດ​ຫານ​ໂດຍ​ມີ ສິດ​ອຳນາດ​ຈາກ​ພຣະ​ເຈົ້າ; ແລະ ພໍ່​ບໍ່​ມີ​ຄວາມ​ຢ້ານ​ກົວ​ຕໍ່​ອຳນາດ​ຂອງ​ມະນຸດ; ເພາະ ຄວາມ​ຮັກ​ທີ່​ສົມ​ບູນ​ຍ່ອມ​ຂັບ​ໄລ່​ຄວາມ​ຢ້ານ​ກົວ​ທັງ​ໝົດ ອອກ​ໄປ.

17 ແລະ ພໍ່​ເຕັມ​ໄປ​ດ້ວຍ ຄວາມ​ໃຈ​ບຸນ, ຊຶ່ງ​ເປັນ​ຄວາມ​ຮັກ​ອັນ​ເປັນ​ນິດ; ດັ່ງ​ນັ້ນ, ສຳ​ລັບ​ພໍ່​ແລ້ວ​ເດັກ​ນ້ອຍ​ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ; ດັ່ງ​ນັ້ນ, ພໍ່​ຈຶ່ງ​ຮັກ ເດັກ​ນ້ອຍໆ​ທຸກ​ຄົນ​ດ້ວຍ​ຄວາມ​ຮັກ​ທີ່​ສົມ​ບູນ; ແລະ ເຂົາ​ເທົ່າ​ທຽມ​ກັນ​ໝົດ ແລະ ເປັນ​ຜູ້​ມີ​ສ່ວນ​ໃນ​ຄວາມ​ລອດ.

18 ເພາະພໍ່​ຮູ້​ວ່າ ພຣະ​ເຈົ້າ​ບໍ່​ເປັນ​ພຣະ​ເຈົ້າ​ທີ່​ບໍ່​ຍຸດ​ຕິ​ທຳ, ທັງ​ບໍ່​ເປັນ​ຜູ້​ທີ່​ປ່ຽນ​ແປງ​ຢູ່​ສະເໝີ; ແຕ່​ພຣະ​ອົງ​ຈະ​ບໍ່​ມີ ວັນ​ປ່ຽນ​ແປງ​ຈາກ​ຊົ່ວ​ນິ​ລັນ​ດອນ​ເຖິງ ຊົ່ວ​ນິ​ລັນ​ດອນ.

19 ເດັກ​ນ້ອຍໆ​ບໍ່​ສາ​ມາດ​ກັບ​ໃຈ; ດັ່ງ​ນັ້ນ, ຈຶ່ງ​ເປັນ​ຄວາມ​ຊົ່ວ​ຮ້າຍ​ອັນ​ເປັນ​ຕາ​ຢ້ານ​ທີ່​ຈະ​ປະ​ຕິ​ເສດ​ພຣະ​ເມດ​ຕາ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ເຈົ້າ​ທີ່​ພຣະ​ອົງ​ມີ​ຕໍ່​ເຂົາ, ເພາະ​ເຂົາ​ທັງ​ໝົດ​ມີ​ຊີ​ວິດ​ຢູ່​ໃນ​ພຣະ​ອົງ​ເພາະ ພຣະ​ເມດ​ຕາ​ຂອງ​ພຣະ​ອົງ.

20 ແລະ ຄົນ​ທີ່​ເວົ້າ​ວ່າ​ເດັກ​ນ້ອຍໆ​ຕ້ອງ​ຮັບ​ບັບຕິ​ສະມາ​ຍ່ອມ​ປະ​ຕິ​ເສດ​ພຣະ​ເມດ​ຕາ​ຂອງ​ພຣະ​ຄຣິດ, ແລະ ຖື​ວ່າ ການ​ຊົດ​ໃຊ້ ແລະ ອຳນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ​ບໍ່​ມີ​ຄ່າ.

21 ວິບັດ​ແກ່​ຄົນ​ເຊັ່ນ​ນັ້ນ, ເພາະ​ເຂົາ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ​ແຫ່ງ​ຄວາມ​ຕາຍ, ນະລົກ, ແລະ ຄວາມ​ທໍ​ລະ​ມານ​ທີ່ ບໍ່​ມີ​ວັນ​ສິ້ນ​ສຸດ; ພໍ່​ເວົ້າ​ເລື່ອງ​ນີ້​ຢ່າງ​ອາດ​ຫານ ເພາະ​ພຣະ​ເຈົ້າ​ບັນ​ຊາ​ພໍ່​ໃຫ້​ເວົ້າ. ຈົ່ງ​ຟັງ​ເລື່ອງ​ເຫລົ່າ​ນີ້ ແລະ ຈົ່ງ​ເອົາ​ໃຈ​ໃສ່, ຖ້າ​ບໍ່​ດັ່ງ​ນັ້ນ ມັນ​ຈະ​ຢືນ​ກ່າວ​ໂທດ​ລູກ​ທີ່ ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ.

22 ເພາະ​ຈົ່ງ​ເບິ່ງ ເດັກ​ນ້ອຍໆ​ທຸກ​ຄົນ ມີ​ຊີ​ວິດ​ຢູ່​ໃນ​ພຣະ​ຄຣິດ, ແລະ ລວມ​ທັງ​ທຸກ​ຄົນ​ທີ່​ຢູ່​ໂດຍ​ປາດ​ສະ​ຈາກ ກົດ. ເພາະ​ວ່າ​ອຳນາດ​ແຫ່ງ ການ​ໄຖ່​ມາ​ເຖິງ​ເຂົາ​ທຸກ​ຄົນ​ທີ່​ບໍ່​ມີ​ກົດ; ດັ່ງ​ນັ້ນ, ຄົນ​ທີ່​ບໍ່​ຖືກ​ກ່າວ​ໂທດ, ຫລື ຄົນ​ທີ່​ບໍ່​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ ຍ່ອມ​ກັບ​ໃຈ​ບໍ່​ໄດ້; ແລະ ການ​ບັບຕິ​ສະມາ​ຈະ​ບໍ່​ມີ​ຜົນ​ປະ​ໂຫຍດ​ຫຍັງ​ເລີຍ​ແກ່​ຄົນ​ເຫລົ່າ​ນັ້ນ—

23 ແຕ່​ວ່າ​ມັນ​ເປັນ​ການ​ເຍາະ​ເຍີ້ຍພຣະ​ເຈົ້າ, ເປັນ​ການ​ປະ​ຕິ​ເສດ​ພຣະ​ເມດ​ຕາ​ຂອງ​ພຣະ​ຄຣິດ, ແລະ ອຳນາດ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງ, ແລະ ເປັນ​ການ​ໃຫ້​ຄວາມ​ໄວ້​ວາງ​ໃຈ​ໃນ ວຽກ​ງານ​ທີ່​ບໍ່​ມີ​ຄ່າ.

24 ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ບໍ່​ຄວນ​ຈະ​ໃຫ້​ມີ​ເລື່ອງ​ເຊັ່ນ​ນີ້​ເກີດ​ຂຶ້ນ​ເລີຍ; ເພາະ ການ​ກັບ​ໃຈ​ແມ່ນ​ສຳ​ລັບ​ຜູ້​ທີ່​ຝ່າ​ຝືນ​ກົດ​ເຫລົ່າ​ນັ້ນ.

25 ແລະ ຜົນ​ທຳ​ອິດ​ຂອງ ການ​ກັບ​ໃຈ​ຄື ການ​ບັບຕິ​ສະມາ; ແລະ ການ​ບັບຕິ​ສະມາ​ມາ​ໂດຍ​ສັດທາ ອັນ​ນຳ​ໄປ​ສູ່​ການ​ເຮັດ​ໃຫ້​ພຣະ​ບັນ​ຍັດ​ສຳ​ເລັດ; ແລະ ການ​ເຮັດ​ໃຫ້​ພຣະ​ບັນ​ຍັດ​ສຳ​ເລັດ​ນຳ​ມາ​ຊຶ່ງ ການ​ປົດ​ບາບ.

26 ແລະ ການ​ປົດ​ບາບ​ນຳ​ມາ​ຊຶ່ງ ຄວາມ​ອ່ອນ​ໂຍນ, ແລະ ຄວາມ​ຕ່ຳ​ຕ້ອຍ​ໃນ​ໃຈ; ແລະ ເພາະ​ຄວາມ​ອ່ອນ​ໂຍນ ແລະ ຄວາມ​ຕ່ຳ​ຕ້ອຍ​ໃນ​ໃຈ ການ​ມາ​ຢ້ຽມ​ຢາມ​ຂອງ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຍ່ອມ​ມາ​ເຖິງ ຊຶ່ງ ພຣະ​ຜູ້​ປອບ​ໂຍນ ເຮັດ​ໃຫ້​ເຕັມ​ປ່ຽມ​ໄປ​ດ້ວຍ ຄວາມ​ຫວັງ ແລະ ຄວາມ​ຮັກ​ທີ່​ສົມ​ບູນ, ຊຶ່ງ​ຄວາມ​ຮັກ​ນັ້ນ​ອົດ​ທົນ​ດ້ວຍ ຄວາມ​ພາກ​ພຽນ​ຕໍ່ ການ​ອະ​ທິ​ຖານ​ຈົນ​ທີ່​ສຸດ​ຈະ​ມາ​ເຖິງ, ເມື່ອ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທັງ​ໝົດ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ.

27 ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ພໍ່​ຈະ​ຂຽນ​ຫາ​ລູກ​ອີກ​ຖ້າ​ຫາກ​ພໍ່​ບໍ່​ໄດ້​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ​ໃນ​ໄວໆ​ນີ້. ຈົ່ງ​ເບິ່ງ, ຄວາມ​ທະນົງ​ຕົວ​ຂອງ​ຊົນ​ຊາດ​ນີ້, ຫລື ຜູ້​ຄົນ​ຂອງ​ຊາວ​ນີໄຟ​ປະກົດ​ເປັນ​ຄວາມ​ພິນາດ​ຂອງ​ພວກ​ເຂົາ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ.

28 ຈົ່ງ​ອະ​ທິ​ຖານ​ເພື່ອ​ພວກ​ເຂົາ, ລູກ​ຂອງ​ພໍ່, ເພື່ອ​ການ​ກັບ​ໃຈ​ຈະ​ມາ​ເຖິງ​ພວກ​ເຂົາ. ແຕ່​ຈົ່ງ​ເບິ່ງ, ພໍ່​ຢ້ານ​ວ່າ ພຣະ​ວິນ​ຍານ​ເລີກ ຄວາມ​ພະ​ຍາ​ຍາມ​ກັບ​ພວກ​ເຂົາ; ແລະ ຜູ້​ຄົນ​ໃນ​ແຜ່ນ​ດິນ​ສ່ວນ​ນີ້​ກຳ​ລັງ​ພະ​ຍາ​ຍາມ​ທຳ​ລາຍ​ອຳນາດ ແລະ ສິດ​ອຳນາດ​ທັງ​ໝົດ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ; ແລະ ພວກ​ເຂົາ​ກຳ​ລັງ ປະ​ຕິ​ເສດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

29 ແລະ ຫລັງ​ຈາກ​ທີ່​ບໍ່​ຍອມ​ຮັບ​ເອົາ​ຄວາມ​ຮູ້​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນີ້, ລູກ​ຂອງ​ພໍ່, ພວກ​ເຂົາ​ຈະ​ຕ້ອງ​ຕາຍ​ໃນ​ບໍ່​ຊ້າ​ນີ້, ແລ້ວ​ຈະ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ຊຶ່ງ​ສາດ​ສະ​ດາ​ທີ່​ເວົ້າ​ໄວ້​ສຳ​ເລັດ ເຊັ່ນ​ດຽວ​ກັນ​ກັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ​ຂອງ​ເຮົາ.

30 ລາ​ກ່ອນ, ລູກ​ຂອງ​ພໍ່, ຈົນ​ກວ່າ​ພໍ່​ຈະ​ຂຽນ​ຫາ​ລູກ​ອີກ, ຫລື ຈະ​ພົບ​ລູກ​ອີກ. ອາແມນ.