ພຣະ​ຄຳ​ພີ
ໂມ​ໂຣ​ໄນ 3


ບົດ​ທີ 3

ຜູ້​ເປັນ​ແອວເດີ​ແຕ່ງ​ຕັ້ງ​ປະ​ໂລ​ຫິດ ແລະ ຄູ​ສອນ​ໂດຍ​ການ​ວາງ​ມື. ປະ​ມານ ຄ.ສ. 401–421.

1 ວິ​ທີ​ທີ່​ສາ​ນຸ​ສິດ​ຜູ້​ຊຶ່ງ​ຖືກ​ເອີ້ນ​ວ່າ ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້ ແຕ່ງ​ຕັ້ງ​ປະ​ໂລ​ຫິດ ແລະ ຄູ​ສອນ—

2 ຫລັງ​ຈາກ​ທີ່​ພວກ​ເພິ່ນ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ແລ້ວ, ພວກ​ເພິ່ນ​ໄດ້​ປົກ​ມື​ໃສ່​ພວກ​ເຂົາ, ແລະ ກ່າວ​ວ່າ:

3 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ ຂ້າ​ພະ​ເຈົ້າ​ແຕ່ງ​ຕັ້ງ​ທ່ານ​ໃຫ້​ເປັນ​ປະ​ໂລ​ຫິດ (ຫລື ຖ້າ​ຫາກ​ເຂົາ​ຈະ​ເປັນ​ຄູ​ສອນ, ຂ້າ​ພະ​ເຈົ້າ​ແຕ່ງ​ຕັ້ງ​ທ່ານ​ໃຫ້​ເປັນ​ຄູ​ສອນ) ເພື່ອ​ສັ່ງ​ສອນ​ການ​ກັບ​ໃຈ ແລະ ການ​ປົດ​ບາບ ໂດຍ​ທາງ​ພຣະ​ເຢຊູ​ຄຣິດ, ໂດຍ​ຄວາມ​ອົດ​ທົນ​ແຫ່ງ​ສັດທາ​ຕໍ່​ພຣະ​ນາມ​ຂອງ​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ. ອາແມນ.

4 ແລະ ຕາມ​ວິ​ທີ​ນີ້​ພວກ​ເພິ່ນ​ໄດ້ ແຕ່ງ​ຕັ້ງ​ປະ​ໂລ​ຫິດ ແລະ ຄູ​ສອນ, ຕາມ ຂອງ​ປະທານ ແລະ ການ​ເອີ້ນ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ມະນຸດ; ແລະ ພວກ​ເພິ່ນ​ໄດ້​ແຕ່ງ​ຕັ້ງ​ພວກ​ເຂົາ​ໂດຍ ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ຢູ່​ໃນ​ພວກ​ເພິ່ນ.